leftcenterrightdel
ກອງປະຊຸມສໍາມະນາດຶງດູດຜູ້ແທນປະມານ 150 ຄົນເຂົ້າຮ່ວມ. ພາບ: vov.vn

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງໃນການຍົກສູງຄວາມຮູ້ທາງດ້ານກົດໝາຍ, ປະກອບສ່ວນຊ່ວຍໃຫ້ປະຊາຄົມຊາວຫວຽດນາມ ເຊື່ອມໂຍງເຂົ້າກັບສັງຄົມຍີ່ປຸ່ນ ໃຫ້ດີກວ່າ.

ກອງປະຊຸມສໍາມະນາ ໄດ້ດຶງດູດຜູ້ແທນເຂົ້າຮ່ວມປະມານ 150 ຄົນ, ໂດຍສຸມໃສ່ເຂົ້າໃນ 3 ຫົວຂໍ້ຫຼັກ, ປະກອບມີ: ກົດໝາຍຍີ່ປຸ່ນ, ການຈະລາຈອນ ແລະສະກັດກັ້ນ, ຕ້ານໄພທໍາມະຊາດ. ນີ້ແມ່ນບັນດາບັນຫາທີ່ກ່ຽວຂ້ອງໂດຍກົງ ແລະແທດຈິງເຖິງການດໍາເນີນຊີວິດປະຈໍາວັນຂອງຊາວຫວຽດນາມ ແຕ່ລະຄົນທີ່ພວມດໍາລົງຊີວິດຢູ່ຍີ່ປຸ່ນ, ປະກອບສ່ວນຍົກສູງສະຕິ ແລະເປັນເຈົ້າການໃນການປ້ອງກັນຄວາມປອດໄພໃຫ້ແກ່ຕົນເອງ.

leftcenterrightdel
ຜູ້ຕາງໜ້າບັນດາອົງການ, ສະມາຄົມຂອງຫວຽດນາມ ແລະຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: vov.vn

ກໍທີ່ກອງປະຊຸມ, ຜູ້ຕາງໜ້າອົງການຄຸ້ມຄອງການເຂົ້າອອກເມືອງ ແລະອາໄສຍີ່ປຸ່ນ ໄດ້ໄຈ້ແຍກ, ອະທິບາຍແຈ້ງກ່ຽວກັບບັນດາຂໍ້ກໍານົດພື້ນຖານຂອງກົດໝາຍທີ່ກ່ຽວຂ້ອງເຖິງການເຂົ້າອອກເມືອງ ແລະອາໄສ ຢູ່ຍີ່ປຸ່ນ. ປັດຈຸບັນ, ຈໍານວນຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ນັບມື້ນັບເພີ່ມຂຶ້ນ, ກາຍເປັນໜຶ່ງໃນບັນດາປະຊາຄົມຊາວຕ່າງປະເທດໃຫຍ່ທີ່ອາໄສຢູ່ຍີ່ປຸ່ນ. ສະນັ້ນ, ການກໍາແໜ້ນ ແລະນໍາໃຊ້ຖືກຕ້ອງບັນດາຂໍ້ກໍານົດ, ກົດໝາຍຂອງປະເທດປະຈໍາຖິ່ນ ສວມບົດບາດສໍາຄັນ ເພື່ອໃຫ້ປະຊາຄົມຊາວຫວຽດນາມ ເຊື່ອມໂຍງເຂົ້າກັບສັງຄົມຍີ່ປຸ່ນ ໃຫ້ດີກວ່າ.

ກ່າວຄໍາເຫັນປິດກອງປະຊຸມ, ທ່ານ ຟ້າມກວາງຮ້ຽວ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາຍີ່ປຸ່ນ ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ພ້ອມກັນໃຫ້ຄໍາໝັ້ນສັນຍາ: “ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ - ດໍາລົງຊີວິດ ແລະປະຕິບັດຕາມກົດໝາຍຍີ່ປຸ່ນ!”.

ໂດຍ: ໄຊຊະນະ