ຮ່ວມແຮງຮ່ວມໃຈກໍ່ສ້າງວັດຂອງປະເທດເພື່ອນໃຫ້ສວຍງາມ

ຢູ່ວັດ Phnum Chombang (ບ້ານ Olmun, ຕາແສງ Rottanakmondol, ເມືອງ Rottanakmondol, ແຂວງ Battambang), ບັນຍາກາດໃນການຫ້າງຫາກະກຽມຫຼິ້ນບຸນປີໃໝ່ມີຄວາມຄຶກຄື້ນມ່ວນຊື່ນ. ຢູ່ໃນຮົ່ມກ້ອງຕົ້ນໄມ້ໃຫຍ່, ພະນັກງານ, ນັກຮົບກອງ K73 ພ້ອມກັບພະສົງພວມປັດກວາດມ້ຽນມັດຈັດແຈງ, ປະດັບປະດາບໍລິເວນວັດ, ເພື່ອກະກຽມຕ້ອນຮັບປີໃໝ່.

ໂດຍບໍ່ຢ້ານດິນຟ້າອາກາດ, ແດດຮ້ອນແຮງ, ນັກຮົບກອງ K73 ຍັງໄດ້ທຳຄວາມສະອາດ, ປັດກວາດມ້ຽນມັດຈັດແຈງເດີ່ນວັດ, ມ້ຽນເຄື່ອງໃຊ້ທີ່ຢູ່ໃນວັດ, ຕັກນໍ້າມາໃສ່ຖັງ, ໃສ່ຝຸ່ຍໄວ້... ແຕ່ລະວຽກເຖິງວ່ານ້ອຍກໍ່ລ້ວນແຕ່ໄດ້ປະຕິບັດດ້ວຍຄວາມລະມັດລະວັງ ແລະຄວາມຈິງໃຈ.

leftcenterrightdel
ກອງ K73, ຂຶ້ນກັບກອງບັນຊາການທະຫານແຂວງໄຕນິງ ມອບຂອງຂວັນອວຍພອນບຸນປີໃໝ່ Chol Chnam Thmay ຢູ່ວັດ Phnum Chombang. ພາບ: qdnd.vn

ທ່ານພັນເອກ ເຈິ່ນຮຸ່ງເກື່ອງ ຫົວໜ້າການເມືອງກອງ K73 ໃຫ້ຮູ້ວ່າ: ໃນໂອກາດຕົ້ນປີໃໝ່, ຊາວທ້ອງຖິ່ນປະເທດເພື່ອນ ລ້ວນແຕ່ມາວັດເພື່ອຂໍພອນ, ອະທິຖານປີໃໝ່ໃຫ້ມີຄວາມສະຫງົບສຸກ, ມີໂຊກມີລາບ. ນີ້ແມ່ນຮີດຄອງປະເພນີທີ່ມີແຕ່ດົນນານແລ້ວ. ສະນັ້ນ, ພວກຂ້າພະເຈົ້າຈຶ່ງກໍານົດວ່າ ພະນັກງານ, ນັກຮົບຢູ່ວັດເຮັດໜ້າທີ່ຕ້ອງເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະຊ່ວຍເຫຼືອວັດວຽກເຮັດທີ່ແທດຈິງ. ນີ້ກໍ່ແມ່ນວິທີເພື່ອສະແດງໃຫ້ເຫັນການເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງປະເທດເພື່ອນ”.

ພ້ອມກັບການຊ່ວຍເຫຼືອວັດ, ກອງ K73 ຍັງໄດ້ຈັດຕັ້ງການຢື້ຢາມຖາມຂ່າວ, ມອບຂອງຂວັນຫຼາຍພູດໃຫ້ວັດ ແລະປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ. ຜ່ານນັ້ນ, ປາດຖະໜາຢາກໃຫ້ຄອບຄົວທີ່ທຸກຍາກນັ້ນໄດ້ຕ້ອນຮັບບຸນປີໃໝ່ທີ່ອົບອຸ່ນ, ພຽງພໍກວ່າ. ຂອງຂວັນແຕ່ລະພູດເຖິງວ່າມູນຄ່າບໍ່ຫຼາຍ, ແຕ່ກໍ່ເຕັມໄປດ້ວຍອາລົມຈິດ, ນ້ຳໃຈຄວາມຮັກແພງທີ່ເລິກເຊິ່ງ, ສະແດງໃຫ້ເຫັນຈິດໃຈຂອງທະຫານລຸງໂຮ່ ທີ່ມີຕໍ່ກັບປະຊາຊົນປະເທດເພື່ອນກຳປູເຈຍ.

ນາຍສິບ ຟ້າມວັນແຢງ, ນັກຮົບສັງກັດກອງ K73 ແບ່ງປັນວ່າ: “ເຮັດວຽກພ້ອມກັບພະສົງ, ພໍ່ແມ່ປະຊາຊົນຮັກແພງ, ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ຮູ້ສຶກຄືວ່າ ຕົນເອງກຳລັງຊ່ວຍເຫຼືອຍາດຕິພີ່ນ້ອງຂອງຕົນ. ຮອຍຍິ້ມທີ່ເປັນມິດຂອງພໍ່ແມ່ປະຊາຊົນທ້ອງຖິ່ນແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງເພືື່ອໃຫ້ພວກຂ້າພະເຈົ້າປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ".

leftcenterrightdel
ພະນັກງານ, ນັກຮົບກອງ K71 ຫຼີ້ນດຶງເຊືອກພ້ອມກັບກອງກົມເພື່ອນໃນໂອກາດບຸນປີໃໝ່ Chol Chnam Thmay. ພາບ: qdnd.vn

“ທຳນອງ” ເພງແຫ່ງນ້ຳໃຈມິດຕະພາບໃນຄ້າຍທະຫານ

ໃນການປະຕິບັດງານຄັ້ງນີ້, ກອງ K71 ໄດ້ຈັດບ່ອນກິນ, ບ່ອນຢູ່, ບ່ອນດຳເນີນຊີວິດຢູ່ໃນບໍລິເວນຄ້າຍທະຫານຂອງບັນດາກົມກອງທີ່ຂຶ້ນກັບກອງບັນຊາການທະຫານແຂວງ Oddar Meanchay ແລະBanteay Meanchey. ດັ່ງນັ້ນ, ໃນຊຸມວັນບຸນປີໃໝ່ Chol Chnam Thmay ຢູ່ປະເທດເພື່ອນຈຶ່ງມີຄວາມໃກ້ຊິດສະໜິດສະໜົມ, ອົບອຸ່ນຍິ່ງກວ່າເວລາໃດໝົດ. ເມື່ອຕາເວັນຄ່ຳຄ້ອຍ, ພາຍຫຼັງປະຕິບັດໜ້າທີ່ໄດ້ມື້ໜຶ່ງ, ພະນັກງານ, ນັກຮົບກອງ K71 ໄດ້ກັບຄືນຄ້າຍທະຫານ, ພ້ອມກັບທະຫານປະເທດເພື່ອນເຕົ້າໂຮມກັນຫຼິ້ນປີໃໝ່ໃນທ່າມກາງບັນຍາກາດທີ່ສະໜິດສະໜົມ, ເປີດອົກເປີດໃຈ.

ຢູ່ກາງເດີ່ນຄ້າຍທະຫານ, ສຽງດົນຕີດັງຂຶ້ນຢ່າງເບີກບານມ່ວນຊື່ນ. ພະນັກງານ, ນັກຮົບສອງປະເທດໄດ້ພ້ອມກັນຟ້ອນ Apsara. ບັນດາສາຍຕາ, ຮອຍຍິ້ມ ແລະອາລົມຈິດລະຫວ່າງນັກຮົບເບິ່ງຄືວ່າຍິ່ງໃກ້ຊິດຕິດແທດກັນຫຼາຍຂຶ້ນ.

ກໍ່ໃນທ່າມກາງບັນຍາກາດທີ່ອົບອຸ່ນນັ້ນ, ບົດເພງກ່ຽວກັບນັກຮົບ, ກ່ຽວກັບຄວາມສາມັກຄີຫວຽດນາມ-ກໍາປູເຈຍ ໄດ້ດັງຂຶ້ນຢ່າງແຮງ.

leftcenterrightdel
ພະນັກງານ, ນັກຮົບກອງ K71 ແລະພະນັກງານ, ນັກຮົບກົມກອງເພື່ອນພ້ອມກັນຟ້ອນ Apsara. ພາບ: qdnd.vn

ນາຍສິບ ເລມິງດຶກ, ນັກຮົບກອງ K71 ແບ່ງປັນວ່າ: “ເປັນຄັ້ງທໍາອິດທີ່ໄດ້ພ້ອມກັບພວກເພື່ອນກໍາປູເຈຍ ຈັບມືຟ້ອນເພງພື້ນເມືອງຂອງຊາວຂະແມ, ຂ້າພະເຈົ້າຮູ້ສຶກສະເທື່ອນໃຈຫຼາຍ. ເຖິງວ່າພາສາຕ່າງກັນ, ແຕ່ພວກຂ້າພະເຈົ້າຍັງເຂົ້າໃຈກັນຜ່ານການຈັບມື, ຮ້ອຍຍິ້ມ. ນັ້ນແມ່ນອານຸສອນທີ່ດີງາມໃນຊີວິດທະຫານຂອງຂ້າພະເຈົ້າ”.

ບໍ່ພຽງແຕ່ມີສິລະປະ, ເກມຫຼິ້ນພື້ນເມືອງຄື ດຶງເຊືອກ, ແລ່ນກະສອບ... ກໍ່ດຶງດູດພະນັກງານ, ນັກຮົບສອງຝ່າຍເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ສຽງຫົວເລາະ, ສຽງໂຫ່ຮ້ອງດັງກ້ອງໄປທົ່ວບໍລິເວນໄດ້ລົບລ້າງໄລຍະຫ່າງ, ສ້າງຄວາມປະທັບໃຈທີ່ເລິກເຊິ່ງ, ເຂັ້ມຂຸ້ນກ່ຽວກັບຄວາມຜູກພັນ, ໃກ້ຊິດສະໜິດສະໜົມ.

ທ່ານພັນໂທ ຫງວຽນຮວ່າຍແທງ, ຫົວໜ້າການເມືອງກອງ K71 ແບ່ງປັນວ່າ: “ຢູ່ໄກຈາກປະເທດ, ແຕ່ພວກຂ້າພະເຈົ້າຮູ້ສຶກອົບອຸ່ນ, ບໍ່ໄດ້ຢູ່ໂດດດ່ຽວ, ເຊິ່ງຍາມໃດກໍ່ໄດ້ຮ່ວມເດີນທາງພ້ອມກັບທະຫານ ແລະປະຊາຊົນປະເທດເພື່ອນ. ພວກຂ້າພະເຈົ້າຮູ້ສຶກເຖິງອາລົມຈິດ, ນ້ຳໃຈຄວາມຮັກແພງຢ່າງຈະແຈ້ງຂອງເພື່ອນມິດທີ່ສະໜິດສະໜົມ, ເປັນການຕໍ່ກໍາລັງແຮງ ເພື່ອໃຫ້ພະນັກງານ, ນັກຮົບປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ.”

ບັນດາການເຄື່ອນໄຫວທີ່ລຽບງ່າຍແຕ່ຈິງໃຈຂອງພະນັກງານ, ນັກຮົບກອງ K71 ແລະ K73 ໃນໂອກາດບຸນປີໃໝ່ Chol Chnam Thmay  ໄດ້ປະກອບສ່ວນນຳເອົາຄວາມເບີກບານມ່ວນຊື່ນມາໃຫ້ທະຫານ ແລະປະຊາຊົນປະເທດເພື່ອນ. ພ້ອມດຽວກັນນັ້ນພາບພົດຂອງທະຫານກອງ K71, K73 ຍິ່ງມີຄວາມສວຍງາມຂຶ້ນກວ່າເກົ່າໃນ “ພາລະກໍາ” ເຊື່ອມຕໍ່ຫົວໃຈ, ຮັກສາ ແລະພັດທະນານໍ້າໃຈມິດຕະພາບອັນໝັ້ນແກ່ນລະຫວ່າງສອງຊາດ.

ໂດຍ: ໄຊນີດາ