ຕົວເລກຊີ້ບອກ

ປີ 1995, ເມື່ອຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ຢ່າງເປັນທາງການ, ວົງເງິນນໍາເຂົ້າ-ສົ່ງອອກມີແຕ່ 13,4 ຕື້ໂດລາສະຫະລັດ-ຕົວເລກທີ່ສ່ອງແສງໃຫ້ເຫັນຈຸດເລີ່ມຕົ້ນທີ່ຕໍ່າຂອງພື້ນຖານເສດຖະກິດທີ່ຫາກໍ່ກ້າວເຂົ້າສູ່ວິວັດທະນາການເຊື່ອມໂຍງ. ແຕ່ຫຼັງຈາກນັ້ນ, ກະແສການຄ້າໄດ້ຄ່ອຍໆເປີດກວ້າງອອກເທື່ອລະໜ້ອຍ. ພິເສດ, ປີ 2025 ໄດ້ຖືວ່າແມ່ນຂີດໝາຍທີ່ມີລັກສະນະເປັນສັນຍາລັກ, ເມື່ອການນໍາເຂົ້າ-ສົ່ງອອກຂອງຫວຽດນາມ ພ້ອມກັບການລື່ນກາຍຄາດໝາຍສອງລະດັບຂະໜາດໃຫຍ່ແມ່ນ 800 ຕື້ໂດລາສະຫະລັດ ແລະ 900 ຕື້ໂດລາສະຫະລັດ “ສະຖິຕິຄວບຄູ່” ເປັນການຢືນຢັນຂອບຂະໜາດ, ຖານະບົດບາດ, ທີ່ຕ້ັງ ແລະລະດັບຄວາມຕິດພັນຢ່າງເລິກເຊິ່ງກວ້າງຂວາງຂອງພື້ນຖານເສດຖະກິດຫວຽດນາມ ຕໍ່ກັບການຄ້າທົ່ວໂລກ.

ໃນການສົ່ງອອກ, ຂີດໝາຍເຕີບໂຕແມ່ນເຫັນໄດ້ຢ່າງຊັດເຈນຜ່ານແຕ່ລະຈຸດສຳຄັນ: ຈາກກວ່າ 50 ຕື້ໂດລາສະຫະລັດໃນປີ 2008, ລື່ນກາຍຈາກ 100 ຕື້ໂດລາສະຫະລັດ ຈົນເຖິງ 400 ຕື້ໂດລາສະຫະລັດຕາມລຳດັບ ແລະປີ 2025 ແມ່ນບັນລຸ 470 ຕື້ໂດລາສະຫະລັດ. ຫວຽດນາມ ໄດ້ເຂົ້າຮ່ວມກຸ່ມ 15 ພື້ນຖານເສດຖະກິດທີ່ມີວົງເງິນສົ່ງອອກໃຫຍ່ທີ່ສຸດໃນໂລກ, ຢືນຢັນທີ່ຕັ້ງທີ່ນັບມື້ນັບໝັ້ນແກ່ນໃນເວທີສາກົນ.

leftcenterrightdel
ຜະລິດຕະພັນກະເສດແມ່ນປະເພດສິນຄ້າສົ່ງອອກຫຼັກແຫຼ່ງຂອງຫວຽດນາມ. ພາບ: ເລິມຮຽນ

ໄປພ້ອມກັບຂອບຂະໜາດ, ການດຸ່ນດ່ຽງການຄ້າກໍ່ແມ່ນບາດກ້າວຫັນປ່ຽນທີ່ສໍາຄັນ. ກ່ອນປີ 2010, ຫວຽດນາມ ໄດ້ນຳເຂົ້າເກີນດຸນຢ່າງເປັນປະຈໍາ, ມີບາງໄລຍະແມ່ນນຳເຂົ້າເກີນດຸນຫຼາຍທີ່ສຸດ. ນັບແຕ່ປີ 2012 ເປັນຕົ້ນມາ, ການດຸ່ນດ່ຽງການຄ້າເລີ່ມມີການປ່ຽນແປງ, ຄ່ອຍໆກ້າວໄປສູ່ການສົ່ງອອກເກີນດຸນ.

ນັບແຕ່ປີ 2016 ເປັນຕົ້ນມາ, ຫວຽດນາມ ເລີ່ມຮັກສາການສົ່ງອອກເກີນດຸນຢ່າງຕໍ່ເນື່ອງເປັນເວລາ 10 ປີ, ໄດ້ບັນລຸລະດັບສະຖິຕິ 28 ຕື້ໂດລາສະຫະລັດໃນປີ 2023. ເລື່ອງຮັກສາລະດັບການສົ່ງອອກເກີນດຸນຢ່າງຕໍ່ເນື່ອງນີ້ສະແດງໃຫ້ເຫັນການນໍາເຂົ້າ-ສົ່ງອອກບໍ່ພຽງແຕ່ເປີດກວ້າງກ່ຽວກັບປະລິມານເທົ່ານັ້ນ ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສະຖຽນລະພາບຂອງເສດຖະກິດມະຫາພາກອີກດ້ວຍ, ຜ່ານນັ້ນປະກອບສ່ວນສໍາຄັນເຂົ້າໃນການສ້າງແຫຼ່ງເງິນຕາຕ່າງປະເທດທີ່ໝັ້ນຄົງ, ຫຼຸດຜ່ອນຄວາມກົດດັນຕໍ່ອັດຕາແລກປ່ຽນ ແລະປັບປຸງຄັງສຳຮອງເງິນຕາຕ່າງປະເທດແຫ່ງຊາດ.

ຄວາມຮຽກຮ້ອງຕ້ອງການຍົກສູງການຫັນເປັນອັດຕາພາຍໃນ

ເມື່ອຫວນຄືນກວ່າ 30 ປີທີ່ຜ່ານມາ, ຈາກຈຸດເລີ່ມຕົ້ນສົ່ງອອກຂອງຫວຽດນາມ ແມ່ນຖ້ຽວສິນຄ້າຍັງຈຳກັດ, ອອກສູ່ໂລກດ້ວຍທ່າແຮງຊັບພະຍາກອນທຳມະຊາດ, ແຮງງານດຸໝັ່ນຂະຫຍັນພຽນ, ແຕ່ມາໃນປະຈຸບັນ ຂອບຂະໜາດນໍາເຂົ້າ-ສົ່ງອອກຂອງຫວຽດນາມ ໄດ້ເພີ່ມຂຶ້ນເກືອບ 70 ເທົ່າ-ແມ່ນຄວາມໄວທີ່ຫາຍາກໃນປະຫວັດແຫ່ງການພັດທະນາເສດຖະກິດໃນໂລກ. ບັນດາຕົວເລກນັ້ນບໍ່ພຽງແຕ່ສ່ອງແສງໃຫ້ເຫັນການເຕີບໂຕດ້ານການຄ້າເທົ່ານັ້ນ, ແຕ່ຍັງແມ່ນໝາກຜົນສັງລວມຂອງແນວທາງການເຊື່ອມໂຍງທີ່ຖືກຕ້ອງ, ການເປີດປະຕູທີ່ສະເໝີຕົ້ນສະເໝີປາຍຂອງພື້ນຖານເສດຖະກິດພ້ອມກັບຄວາມມານະພະຍາຍາມ, ອົດທົນຂອງປະຊາຄົມວິສາຫະກິດ ແລະຜູ້ອອກແຮງງານໃນຂົງເຂດເສດຖະກິດອີກດ້ວຍ.

ມີຂອບຂະໜາດກວ້າງໃຫຍ່ພໍ ແລະທີ່ຕັ້ງໝັ້ນຄົງດີ, ແຕ່ພັດກ້າວເຂົ້າສູ່ໄລຍະທາງໃໝ່, ການສົ່ງອອກຂອງຫວຽດນາມ ກໍ່ປະເຊີນໜ້າກັບການແກ່ງແຍ້ງທີ່ດຸເດືອດກວ່າ, ມາດຕະຖານຕະຫຼາດສູງກວ່າ ແລະການຜັນແປທົ່ວໂລກຍາກທີ່ຈະຄາດຄະເລລ່ວງໜ້າໄດ້ກວ່າ.

leftcenterrightdel
ການເຄື່ອນໄຫວຜະລິດຢູ່ບໍລິສັດໃຫຍ່ຫຸ້ນສ່ວນຕັດຫຍິບເລກ 10. ພາບ: ຄັກກຽນ

ພ້ອມກັນນັ້ນ, ຕ້ອງຮັບຮູ້ຢ່າງກົງໄປກົງມາວ່າ, ການເຕີບໂຕການສົ່ງອອກຂອງຫວຽດນາມ ຍັງປະເຊີນໜ້າກັບສິ່ງທ້າທາຍພາຍໃນຄືລະດັບການເອື່ອຍອີງໃສ່ຂົງເຂດວິສາຫະກິດທີ່ມີເງິນລົງທຶນຕ່າງປະເທດແມ່ນຫຼາຍເກີນໄປ, ການອີງໃສ່ວັດຖຸດິບນໍາເຂົ້າຂອງຫຼາຍຂະແໜງສິນຄ້າ, ກຳລັງຄວາມສາມາດກໍ່ສ້າງເຄື່ອງໝາຍການຄ້າ ແລະຄວາມສາມາດຕອບສະໜອງບັນດາມາດຕະຖານສູງຂອງຕະຫຼາດສາກົນຢ່າງຄົບຊຸດນັ້ນຍັງຈໍາກັດຢູ່, ພິເສດແມ່ນສໍາລັບວິສາຫະກິດຂະໜາດນ້ອຍ ແລະກາງ.

ກ້າວເຂົ້າສູ່ປີ 2026, ຂະແໜງອຸດສາຫະກໍາ ແລະການຄ້າ ຕັ້ງເປົ້າໝາຍເຕີບໂຕການສົ່ງອອກແມ່ນ 15-16%, ເທົ່າກັບ 546-550 ຕື້ໂດລາສະຫະລັດ; ສະເລ່ຍໃສ່ແຕ່ລະເດືອນແມ່ນປະມານ 45-46 ຕື້ໂດລາຫະລັດ. ໃນສະພາບການນັ້ນ, ຢາກກ້າວໄປໄກ ແລະຢາກກ້າວເດີນຢ່າງໝັ້ນຄົງ, ການສົ່ງອອກຂອງຫວຽດນາມ ບໍ່ພຽງແຕ່ອີງໃສ່ທ່າໄດ້ປຽບດ້ານຄ່າໃຊ້ຈ່າຍ ຫຼືຂອບຂະໜາດເທົ່ານັ້ນ ຫາກຍັງຕັ້ງຈຸດສຸມໃສ່ການສ້າງບັນດາຂະແໜງອຸດສາຫະກໍາທີ່ເປັນພື້ນຖານ-ເສົາຄໍ້າທີ່ມີກໍາລັງສະໜອງວັດຖຸດິບ, ເຄື່ອງອາໄຫຼ່ ແລະເຄິ່ງສຳເລັດຮູບໃຫ້ຂະແໜງສົ່ງອອກຫຼັກແຫຼ່ງຕື່ມອີກ.

ໃນນັ້ນ, ແບ່ງປັນກ່ຽວກັບໜ້າທີ່ຈຸດສຸມໃນປີ 2026, ທ່ານ ຫງວຽນແອງເຊີນ ຫົວໜ້າກົມນໍາເຂົ້າ-ສ່ົງອອກ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ສຸມໃສ່ການພັດທະນາການຜະລິດ, ສ້າງສິນຄ້າສ່ົງອອກໃໝ່ຕື່ມອີກ, ຍົກສູງມູນຄ່າເພີ່ມ ແລະປະລິມານພາຍໃນ, ການຫັນປ່ຽນຢ່າງແຂງແຮງຈາກການຜະລິດເປັນຊີ້ນສ່ວນໄປສູ່ການຜະລິດ, ສົ່ງອອກ; ຍົກສູງຄວາມສາມາດຕອບສະໜອງບັນດາມາດຕະຖານເຕັກນິກ, ສະພາບແວດລ້ອມ ແລະເປັນເຈົ້າການຮັບມືກັບຮົ້ວຂີດຂວາງດ້ານການຄ້າ, ມາດຕະການປົກປ້ອງການຄ້າ; ເພີ່ມທະວີການເຊື່ອມຕໍ່ວິສາຫະກິດໃນປະເທດກັບຂົງເຂດ FDI ແລະບັນດາວິສາຫະກິດຂະໜາດໃຫຍ່ໃນທົ່ວໂລກ, ພັດທະນາກຸ່ມຮ່ວມສຳພັນຂະແໜງ ແລະຕ່ອງໂສ້ສະໜອງຄົບວົງຈອນ; ຕິດຕາມການດັດປັບນະໂຍບາຍການຄ້າຂອງບັນດາປະເທດໃຫຍ່ຢ່າງໃກ້ຊິດ, ປ່ຽນແປງໃໝ່ວຽກງານຂໍ້ມູນຂ່າວສານດ້ານຕະຫຼາດ, ສົ່ງເສີມການຄ້າ ແລະໝູນໃຊ້ການຫັນປ່ຽນດີຈີຕອນ; ຂຸດຄົ້ນສັນຍາການຄ້າເສລີຢ່າງມີປະສິດທິຜົນ, ຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ, ພັດທະນາບັນດາຕະຫຼາດໃໝ່; ສືບຕໍ່ປະຕິຮູບລະບຽບການບໍລິຫານ, ຫັນການກວດກາລົງເລິກຂະແໜງໃນຂົງເຂດນໍາເຂົ້າ-ສ່ົງອອກເປັນງ່າຍດາຍ...

ໂດຍ: ໄຊນີດາ