ປີ 2025 ໄດ້ສິ້ນສຸດລົງດ້ວຍຜົນສຳເລັດທີ່ພົ້ນເດັ່ນຫຼາຍຢ່າງ, ສ້າງທ່າເພື່ອໃຫ້ຂະແໜງທ່ອງທ່ຽວກ້າວເຂົ້າສູ່ປີ 2026 ດ້ວຍບັນຍາກາດ ແລະຈິດໃຈໃໝ່. ເປັນຄັ້ງທຳອິດ, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 21 ລ້ານເທື່ອຄົນໃນປີດຽວ ແລະບັນລຸນັກທ່ອງທ່ຽວ 2,5 ລ້ານເທື່ອຄົນໃນເດືອນທຳອິດຂອງປີ 2026. ຕົວເລກທີ່ໜ້າປະທັບໃຈເຫຼົ່ານີ້ສືບຕໍ່ຢືນຢັນວ່າການທ່ອງທ່ຽວເປັນຈຸດພົ້ນເດັ່ນໃນດ້ານເສດຖະກິດ-ສັງຄົມ, ກາຍເປັນເສົາຄ້ຳທີ່ສຳຄັນໃນການເຕີບໂຕຂອງຊາດເທື່ອລະກ້າວ.
ການປະກອບສ່ວນເຂົ້າໃນຜົນສຳເລັດນີ້ແມ່ນການຜັນຂະຫຍາຍໂຄງການສົ່ງເສີມ, ໂຄສະນາເຜີຍແຜ່ຢ່າງຄົບຊຸດ, ມີແບບມີແຜນ. ໃນປີ 2025, ກະຊວງວັດທະນະທຳ, ກິລາ ແລະການທ່ອງທ່ຽວ ພ້ອມກັບກົມການທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງປະຕິບັດໂຄງການກະຕຸ້ນການທ່ອງທ່ຽວ, ນຳໃຊ້ນະໂຍບາຍວີຊາທີ່ຜ່ອນຜັນຂອງລັດຖະບານ. ການເຄື່ອນໄຫວສົ່ງເສີມບໍ່ພຽງແຕ່ຢຸດຢູ່ທີ່ການໂຄສະນາເຜີຍແຜ່ຮູບພາບເທົ່ານັ້ນ ຫາກຍັງໄດ້ຈັດວາງໃນຍຸດທະສາດສັງລວມເພື່ອຍົກສູງກໍາລັງຄວາມສາມາດການແກ່ງແຍ້ງ, ເປີດກວ້າງຕະຫຼາດ ແລະດຶງດູດນັກທ່ອງທ່ຽວທີ່ມີຄຸນນະພາບສູງອີກດ້ວຍ.
ກົນໄກການຮ່ວມມືລະຫວ່າງພາກລັດ ແລະເອກະຊົນສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນ, ລະດົມແຫຼ່ງກໍາລັງຂອງສັງຄົມເພື່ອແນໃສ່ເພີ່ມຂະໜາດ ແລະລວງເລິກຂອງໂຄງການໂຄສະນາເຜີຍແຜ່. ການເຄື່ອນໄຫວແນະນຳການທ່ອງທ່ຽວຫວຽດນາມ ຢູ່ຕະຫຼາດຈຸດສຸມໄດ້ປະກອບສ່ວນເຂົ້າໃນການເຊື່ອມຕໍ່ວິສາຫະກິດພາຍໃນປະເທດກັບຄູ່ຮ່ວມມືສາກົນ, ຂຸດຄົ້ນກະແສນັກທ່ອງທ່ຽວ ແລະປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ຈຸດນັດພົບ, ສະຖານທີ່ທ່ອງທ່ຽວຂອງຫວຽດນາມ.
ໃນປີ 2026, ຂະແໜງທ່ອງທ່ຽວວາງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ 25 ລ້ານເທື່ອຄົນ ແລະນັກທ່ອງທ່ຽວພາຍໃນປະເທດໃຫ້ໄດ້ 150 ລ້ານເທື່ອຄົນ. ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ວຽກງານສົ່ງເສີມ, ໂຄສະນາເຜີຍແຜ່ໄດ້ຮັບການກໍານົດວ່າ ສວມບົດບາດຫຼັກແຫຼ່ງ, ຮຽກຮ້ອງຕ້ອງປ່ຽນແປງໃໝ່ຈິນຕະນາການ ຕະຫຼອດຮອດວິທີເຮັດ, ເພີ່ມທະວີການ ຮ່ວມສຳພັນ ແລະມຸ່ງໄປເຖິງຍຸດທະສາດໃນໄລຍະຍາວ, ຍືນຍົງ.
ຈຸດພົ້ນເດັ່ນທີ່ເປັນໜ້າສົນໃຈຂອງປີທີ່ຜ່ານມາ ແມ່ນການຫັນຮູບການໂຄສະນາເຜີຍແຜ່ເປັນຫຼາຍຮູບຫຼາຍແບບ, ຕິດພັນການທ່ອງທ່ຽວກັບວັດທະນະທຳ, ສິລະປະ ແລະບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ສໍາຄັນ. ຮູບພາບຂອງຫວຽດນາມ ໄດ້ຮັບການແນະນໍາຢູ່ໃນງານມະໂຫລານຮູບເງົາ Cannes (ປະເທດຝຣັ່ງ), ກອງປະຊຸມສຸດຍອດ P4G ທີ່ຮ່າໂນ້ຍ ພ້ອມກັບການເຄື່ອນໄຫວພົບປະແລກປ່ຽນສາກົນຫຼາຍຢ່າງ. ເຄື່ອງໝາຍການຄ້າທ່ອງທ່ຽວຫວຽດນາມ ຍັງໄດ້ປະກົດຕົວຢູ່ເວທີປາໄສ ແລະງານຕະຫຼາດນັດການທ່ອງທ່ຽວແຖວໜ້າ, ຄື: ITB Berlin, WTM London ແລະ Travex.
ຜ່ານເຫດການເຫຼົ່ານີ້, ຈຸດນັດພົບ, ສະຖານທີ່ທ່ອງທ່ຽວຂອງຫວຽດນາມ ໄດ້ຮັບການໂຄສະນາຢ່າງກວ້າງຂວາງດ້ວຍສານກ່ຽວກັບປະເທດທີ່ປອດໄພ, ເປັນມິດອຸດົມຮັ່ງມີໄປດ້ວຍສີສັນວັດທະນະທຳ ແລະດຶງດູດໃຈກ່ຽວກັບການເຂົ້າຮ່ວມຄົ້ນຫາ, ເກັບກ່ຽວປະສົບການ. ນີ້ກໍ່ເປັນຊ່ອງທາງທີ່ສຳຄັນເພື່ອກຳແໜ້ນທ່າອ່ຽງຂອງຕະຫຼາດ, ເປີດກວ້າງເຄືອຂ່າຍຂອງຄູ່ຮ່ວມມືໃນສະພາບແວດລ້ອມທີ່ມີການແກ່ງແຍ້ງນັບມື້ນັບຮ້າຍແຮງ.
ຢູ່ພາຍໃນປະເທດ, ການເຄື່ອນໄຫວໂຄສະນາກຳລັງດຳເນີນໄປຢ່າງຄຶກຄື້ນດ້ວຍເຫດການຕ່າງໆໃນປີທ່ອງທ່ຽວແຫ່ງຊາດ - ເຫວ້ 2025, ພ້ອມກັບງານຕະຫຼາດນັດການຄ້າ ເຊັ່ນ: VITM ຮ່າໂນ້ຍ, ITE ນະຄອນໂຮ່ຈີມິນ ແລະເຫດການທ້ອງຖິ່ນຫຼາຍຢ່າງ, ເຊິ່ງດຶງດູດນັກທ່ອງທ່ຽວ ແລະວິສາຫະກິດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ຄຽງຂ້າງນັ້ນ, ຂະແໜງທ່ອງທ່ຽວກຳລັງຍູ້ແຮງການຮ່ວມມືສາກົນໂດຍຜ່ານກົນໄກສອງຝ່າຍ, ຫຼາຍຝ່າຍ, ຕິດພັນການສົ່ງເສີມກັບການທູດວັດທະນະທຳ ແລະການທູດປະຊາຊົນ. ວຽກງານສື່ສານແບບດິຈີຕອນຍັງສືບຕໍ່ໄດ້ຮັບການເພີ່ມທະວີ; ເວັບໄຊ vietnam.travel ໄດ້ຂຶ້ນມາຢູ່ອັນດັບສອງໃນອາຊີຕາເວັນອອກສ່ຽງໃຕ້, ສ່ອງແສງໃຫ້ເຫັນເຖິງປະສິດທິຜົນຂອງການປ່ຽນແປງໃໝ່ເນື້ອໃນ ແລະວິທີການໂຄສະນາຕາມທິດທັນສະໄໝ ແລະເປັນມືອາຊີບ.
ຄວາມພະຍາຍາມປ່ຽນແປງໃໝ່ຮອບດ້ານໃນການສົ່ງເສີມ, ໂຄສະນາເຜີຍແຜ່ໄດ້ປະກອບສ່ວນເຂົ້າໃນການຍົກສູງຮູບພາບຂອງປະເທດ ແລະປະຊາຊົນຫວຽດນາມ ໃນເວທີສາກົນ, ພ້ອມທັງນຳເອົາລາງວັນທີ່ມີຊື່ສຽງຫຼາຍຢ່າງມາໃຫ້ໃນປີ 2025.
ໂດຍອີງໃສ່ພື້ນຖານດັ່ງກ່າວ, ກ້າວເຂົ້າສູ່ປີ 2026, ເປັນຄັ້ງທຳອິດ, ກົມການທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ສົມທົບກັບທ້ອງຖິ່ນ ແລະໜ່ວຍງານຕ່າງໆປະກາດໂຄງການສົ່ງເສີມ, ໂຄສະນາການທ່ອງທ່ຽວຫວຽດນາມ ບົນພື້ນຖານການສະຫຼຸບການເຄື່ອນໄຫວຢູ່ພາຍໃນ ແລະຕ່າງປະເທດທັງໝົດຂອງສູນກາງ, ທ້ອງຖິ່ນ ແລະວິສາຫະກິດ. ນີ້ຖືວ່າເປັນບາດກ້າວບຸກທະລຸ, ສະແດງໃຫ້ເຫັນເຖິງຈິນຕະນາການທີ່ເປັນເອກະພາບ ແລະຄວາມຕັດສິນໃຈເຕົ້າໂຮມຄວາມມານະພະຍາຍາມຂອງຂະແໜງທັງໝົດ, ສ້າງທ່າ ແລະກໍາລັງແຮງໃໝ່ໃຫ້ແກ່ການທ່ອງທ່ຽວຫວຽດນາມ ເພື່ອສືບຕໍ່ບຸກທະລຸ ແລະຢືນຢັນບົດບາດເປັນຂະແໜງເສດຖະກິດປາຍແຫຼມໃນໄລຍະແຫ່ງການພັດທະນາໃໝ່.
ໂດຍ: ຈາງຫງວຽນ