ການຫັນປ່ຽນທີ່ເຫັນໄດ້ຊັດ
ຕາມທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ແລ້ວ, ມະຕິເລກທີ 72-NQ/TW ໄດ້ພິສູດໃຫ້ເຫັນຈິດໃຈແກ້ໄຂ “ຈຸດອຸດຕັນ” ໃນຂົງເຂດສາທາລະນະສຸກ ເຊິ່ງໃນໄລຍະຜ່ານມາຍັງບໍ່ທັນໄດ້ແກ້ໄຂໂດຍພື້ນຖານ. ພາຍຫຼັງຈັດຕັ້ງປະຕິບັດມະຕິເລກທີ 72-NQ/TW ມາເປັນເວລາ 3 ເດືອນ, ພາຍໃຕ້ການຊີ້ນໍາ, ບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ ແລະການປະສານສົມທົບຢ່າງແໜ້ນແຟ້ນຂອງບັນດາກະຊວງ, ຂະແໜງການ, ວຽກງານຈັດຕັ້ງປະຕິບັດໄດ້ຮັບການຊຸກຍູ້ຢ່າງແຂງແຮງ, ສ້າງການຫັນປ່ຽນໃນເບື້ອງຕົ້ນ. ສິ່ງເປັນໜ້າສົນໃຈ, ບັນດາທ້ອງຖິ່ນໄດ້ມີການຫັນປ່ຽນທີ່ເຫັນໄດ້ຊັດໃນວິວັດທະນາການສ້າງມະຕິ, ລາຍການ, ແຜນການເພື່ອຫັນເນື້ອໃນຈິດໃຈມະຕິເລກທີ 72-NQ/TW ໃຫ້ປະກົດຜົນເປັນຈິງ; ຜ່ານນັ້ນສ້າງເປັນແຜນຮ່າງ, ມາດຕະການ ແລະນະໂຍບາຍທີ່ແທດຈິງ, ສອດຄ່ອງກັບເງື່ອນໄຂພຶດຕິກຳຕົວຈິງຂອງແຕ່ລະບໍລິເວນ.
    |
 |
|
ການຜ່າຕັດຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ. ພາບໂດຍໂຮງໝໍສະໜອງ. ພາບ: qdnd.vn |
ພຶດຕິກຳຕົວຈິງໃນໄລຍະຜ່ານມາໄດ້ຊີ້ໃຫ້ເຫັນວ່າ ບັນດາຂໍ້ຄົງຂ້າງກ່ຽວກັບລະບອບລະບຽບການໄດ້ມີຈຸດອຸດຕັນຫຼາຍໃນການຈັດຕັ້ງປະຕິບັດໜ້າທີ່ຂອງຂະແໜງສາທາລະນະສຸກ. ສະນັ້ນ, ບັນດາບັນຫາທີ່ຍັງຕິດຂັດ ກໍ່ຄືການກຳນົດທິດພັດທະນາຂອງຂະແໜງສາທາລະນະສຸກໃນໄລຍະທີ່ຈະມາເຖິງນີ້ ຈະໄດ້ສຸມໃສ່ແກ້ໄຂຜ່ານການປັບປຸງລະບອບລະບຽບການ, ນະໂຍບາຍ ແລະກົນໄກລະດົມ, ຈັດແບ່ງແຫຼ່ງກຳລັງ. ທ່ານນາງ ດ່າວຮົ່ງລານ ເນັ້ນໜັກວ່າ ມະຕິເລກທີ 72-NQ/TW ໄດ້ວາງອອກຄວາມຮຽກຮ້ອງຕ້ອງການຕ້ອງສຸມໃສ່ແກ້ໄຂ “ຈຸດອຸດຕັນ” ກ່ຽວກັບລະບອບລະບຽບການ. ຈິດໃຈໂລ່ງລ່ຽນແມ່ນເມື່ອປະກາດໃຊ້ນະໂຍບາຍຕ້ອງຮັບປະກັນການເຂົ້າຮ່ວມ, ການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງລັດ ແລະບັນດາເຈົ້າກຳທີ່ກ່ຽວຂ້ອງ; ພ້ອມທັງສົມທົບແຫຼ່ງກຳລັງລະຫວ່າງພາກລັດ-ພາກເອກະຊົນ ຢ່າງມີປະສິດທິຜົນ, ເສີມຂະຫຍາຍບົດບາດຂອງປະຊາຊົນໃນການຈັດຕັ້ງປະຕິບັດໜ້າທີ່ປົກປ້ອງ, ຮັກສາ ແລະຍົກສູງສຸຂະພາບຂອງປະຊາຊົນ. ວິທີການເຂົ້າເຖິງແບບນີ້ແມ່ນເພື່ອແນໃສ່ກຳນົດຄວາມຮັບຜິດຊອບຢ່າງຊັດເຈນຂອງລະບົບການເມືອງ ແລະທົ່ວສັງຄົມຕໍ່ກັບວຽກງານຮັກສາສຸຂະພາບ, ພ້ອມທັງອຳນວຍຄວາມສະດວກ ເພື່ອໃຫ້ນະໂຍບາຍໄດ້ເຂົ້າສູ່ຊີວິດການເປັນຢູ່ຢ່າງແທດຈິງ ແລະມີປະສິດທິຜົນ.
ຍົກສູງຄຸນນະພາບການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ
ໜ້າທີ່ສຳຄັນອີກອັນໜຶ່ງແມ່ນສ້າງກົນໄກ ເພື່ອໃຫ້ລະບົບສາທາລະນະສຸກຂັ້ນຮາກຖານມີການພັດທະນາ. ເພື່ອຈັດຕັ້ງປະຕິບັດເປົ້າໝາຍຮັກສາສຸຂະພາບຂອງປະຊາຊົນແຕ່ຫົວທີ, ແຕ່ໄກ ແລະຢູ່ຮາກຖານເລີຍ, ໃນໄລຍະຜ່ານມາ, ກະຊວງສາທາລະນະສຸກ ໄດ້ເຮັດສຳເລັດບັນດາໜ້າທີ່ ທີ່ກ່ຽວຂ້ອງເຖິງການຜັນຂະຫຍາຍການເບິ່ງແຍງດູແລທາງການແພດຢູ່ຂັ້ນຮາກຖານ. ຜ່ານການຈັດຕັ້ງປະຕິບັດສາມາດສ້າງໄດ້ຄວາມເຫັນດີເຫັນພ້ອມ, ສະໜັບສະໜູນຢ່າງໃຫຍ່ຫຼວງ, ນັບທັັງການປ່ຽນແປງກ່ຽວກັບຮູບການ ກໍ່ຄືການເພີ່ມທະວີພາລະບົດບາດ, ໜ້າທີ່ຂອງການແພດຮາກຖານ. ບັນດາທ້ອງຖິ່ນ ກໍ່ໃຫ້ການສະໜັບສະໜູນ ແລະຈັດຕັ້ງປະຕິບັດດ້ວຍຫຼາຍມາດຕະການ. ຕົວຢ່າງ, ຄື: ຮ່າໂນ້ຍ, ກວາງນິງ, ນະຄອນໂຮ່ຈີມິນ ແລະຫຼາຍແຂວງ, ນະຄອນອື່ນໆ ໄດ້ມີມາດຕະການ ເພື່ອຈັດຕັ້ງປະຕິບັດໜ້າທີ່ ທີ່ໄດ້ລະບຸໄວ້ໃນມະຕິເລກທີ 72-NQ/TW ດ້ວຍການເຄື່ອນໄຫວລະອຽດ, ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະສະໜັບສະໜູນຈາກປະຊາຊົນ.
ຄຽງຂ້າງກັນນັ້ນ, ໜ້າທີ່ຍົກສູງຄຸນນະພາບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ຂະແໜງສາທາລະນະສຸກ ກໍ່ໄດ້ວາງອອກ. ມະຕິເລກທີ 72-NQ/TW ໄດ້ຍົກອອກ ການກຳນົດທິດ, ກະຊວງສາທາລະນະສຸກ ໄດ້ປະສານສົມທົບກັບກະຊວງສຶກສາ ແລະກໍ່ສ້າງ ໃນວິວັດທະນາການປັບປຸງກົດໝາຍກ່ຽວກັບການບຳລຸງສ້າງ, ໃນນັ້ນມີເນື້ອໃນທີ່ກ່ຽວຂ້ອງເຖິງການພັດທະນາການບຳລຸງສ້າງຊັບພະຍາກອນມະນຸດຂອງຂະແໜງສາທາລະນະສຸກ. ນອກຈາກນັ້ນ, ຕາມທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ແລ້ວ, ກົນໄກກ່ຽວກັບລະບອບ, ນະໂຍບາຍຕໍ່ພະນັກງານ, ພາລະກອນຂະແໜງສາທາລະນະສຸກ ແລະບັນດານະໂຍບາຍນຳໃຊ້ບຸກຄະລາກອນຢູ່ຂັ້ນຮາກຖານໃນໄລຍະຈະມາເຖິງ, ຈະໄດ້ສ້າງ, ວາງອອກຫຼາຍມາດຕະການ, ເພື່ອດຶງດູດຖັນແຖວພະນັກງານ, ພາລະກອນຂະແໜງສາທາລະນະສຸກເວົ້າລວມ; ໃນນັ້ນສຸມໃສ່ຂົງເຂດບຸລິມະສິດ, ຄື: ການແພດປ້ອງກັນ, ຖັນແຖວພະນັກງານ, ພາລະກອນການແພດປະຕິບັດໜ້າທີ່ຢູ່ຂັ້ນຮາກຖານ. ພ້ອມທັງເພີ່ມທະວີການຮ່ວມມືສາກົນ, ນໍາໃຊ້ວິທະຍາສາດ-ເຕັກໂນໂລຢີ ແລະຫັນເປັນດີຈີຕອນເຂົ້າໃນຂົງເຂດສາທາລະນະສຸກ. ນີ້ແມ່ນທ່າແຮງບົ່ມຊ້ອນ ເຊິ່ງກະຊວງສາທາລະນະສຸກ ໄດ້ສຸມໃສ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ. ປະຈຸບັນ, ເລື່ອງກໍ່ສ້າງ ແລະໝູນໃຊ້ປື້ມປະຫວັດພະຍາດທາງເອເລັກໂຕນິກ, ປື້ມສຸຂະພາບເອເລັກໂຕນິກ; ສ້າງຖານຂໍ້ມູນໃຫ້ແກ່ຂະແໜງສາທາລະນະສຸກ; ໝູນໃຊ້ປັນຍາປະດິດເຂົ້າໃນການຄົ້ນຄວ້າວິທະຍາສາດ; ຫັນເປັນດີຈີຕອນໃນຂະແໜງສາທາລະນະສຸກ ແມ່ນເພື່ອໃຫ້ມີຄວາມສະດວກ, ສອດຄ່ອງກວ່າ ແລະເຂົ້າເຖິງວິທະຍາສາດ-ເຕັກໂນໂລຢີ ເພື່ອແນໃສ່ເພີ່ມທະວີການຮັກສາສຸຂະພາບໃຫ້ປະຊາຊົນທີ່ກະຊວງສາທາລະນະສຸກ ໄດ້ກໍ່ສ້າງ ແລະຈັດຕັ້ງປະຕິບັດຢ່າງຂ້ຽວຂາດດ້ວຍມາດຕະການລະອຽດ.
ສາມາດຢືນຢັນໄດ້ວ່າ ມະຕິເລກທີ 72-NQ/TW ບໍ່ພຽງແຕ່ແມ່ນການກໍານົດທິດຍຸດທະສາດໃຫ້ແກ່ການພັດທະນາຂອງຂະແໜງສາທາລະນະສຸກ ເທົ່ານັ້ນ ຫາກຍັງສະແດງອອກໃຫ້ເຫັນການຕັດສິນໃຈດ້ານການເມືອງຢ່າງແຂງແຮງໃນການຖືສຸຂະພາບຂອງປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ. ເມື່ອ “ຈຸດອຸດຕັນ” ກ່ຽວກັບລະບອບລະບຽບການ, ບຸກຄະລາກອນ, ການແພດຂັ້ນຮາກຖານ ແລະຫັນເປັນດີຈີຕອນໄດ້ແກ້ໄຂຢ່າງຄົບຊຸດ, ພ້ອມດ້ວຍການເຂົ້າຮ່ວມຂອງທົ່ວລະບົບການເມືອງ ແລະທົ່ວສັງຄົມ, ມະຕິຈະເຂົ້າສູ່ການດຳລົງຊີວິດຢ່າງແທ້ຈິງ, ສ້າງພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ຂະແໜງສາທາລະນະສຸກພັດທະນາແບບຍືນຍົງ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຢາກປົກປ້ອງ, ຮັກສາ ແລະຍົກສູງສຸຂະພາບຂອງປະຊາຊົນໃນໄລຍະໃໝ່.
ໂດຍ: ແສງເດືອນ