ໃນສະພາບການທົ່ວໂລກ, ນັກລົງທຶນສາກົນຫຼາຍຄົນໃຫ້ຂໍ້ສັງເກດວ່າຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງເປັນບ່ອນອີງອັນໝັ້ນຄົງ ແລະເປັນບ່ອນເລືອກເຟັ້ນຍຸດທະສາດໃນໄລຍະຍາວ.
ຄວາມເຊື່ອໝັ້ນ - ຊັບສິນອັນລໍ້າຄ່າໃນການດຶງດູດການລົງທຶນ
ສິ່ງທີ່ນັກລົງທຶນຕ່າງປະເທດໄດ້ເວົ້າເຖິງຫຼາຍທີ່ສຸດເມື່ອເວົ້າກ່ຽວກັບຫວຽດນາມ, ໄປຄຽງຄູ່ກັບລະດັບການເຕີບໂຕ, ຍັງແມ່ນຄວາມສະເໝີຕົ້ນສະເໝີປາຍໃນການກໍານົດທິດພັດທະນາ. ບັນດາກອງທຶນລົງທຶນ, ກຸ່ມບໍລິສັດນາໆຊາດໄດ້ຕີລາຄາສູງຕໍ່ເລື່ອງຫວຽດນາມ ຢຶດໝັ້ນເປົ້າໝາຍການເຕີບໂຕຕິດພັນກັບສະຖຽນລະພາບມະຫາພາກ, ການຄວບຄຸມເງິນເຟີ້ ແລະການຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.
ຍ້ອນຄວາມຢຶດໝັ້ນນັ້ນໄດ້ສ້າງຄວາມເຊື່ອໝັ້ນ, ເຊິ່ງເປັນປັດໄຈທີ່ຖືວ່າ “ແມ່ນຊັບສິນບໍ່ມີຕົນຕົວ” ແຕ່ມີຄຸນຄ່າພິເສດໃນການແກ້ງແຍ້ງດຶງດູດກະແສເງິນລົງທຶນທົ່ວໂລກ. ທ່ານ Jim Aiello, ຜູ້ກໍ່ຕັ້ງຮ່ວມ, ປະທານຮ່ວມບໍລິສັດ Greenwich Economic Forum, ອາເມລິກາ ໃຫ້ຂໍ້ສັງເກດວ່າ: “ຂ້າພະເຈົ້າຄິດວ່າສິ່ງທີ່ການນໍາວິສາຫະກິດ ແລະນັກລົງທຶນເຫັນໄດ້ແມ່ນການມີສະຖຽນລະພາບ, ມີຄວາມສະເໝີຕົ້ນສະເໝີປາຍ, ຈະແຈ້ງແມ່ນອຳນາດກົດໝາຍ ແລະນະໂຍບາຍທີ່ມີຄວາມໂປ່ງໃສ, ພ້ອມກັບກອບນິຕິກຳຂອງຫວຽດນາມ. ນັ້ນແມ່ນປັດໄຈຈະຊຸກຍູ້ຄວາມສຳເລັດຂອງຫວຽດນາມ ໃນການສືບຕໍ່ເພີ່ມທະວີການປະຕິຮູບລະບອບລະບຽບການ ແລະການຫັນປ່ຽນຮູບແບບການບໍລິຫານ”.
ເລື່ອງຫວຽດນາມ ຕັ້ງເປົ້າໝາຍການເຕີບໂຕທີ່ສູງກວ່າ, ມີຄຸນນະພາບກວ່າ, ອີງໃສ່ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ, ເສດຖະກິດດີຈີຕອນ ແລະການເຕີບໂຕສີຂຽວໄດ້ຮັບການຕີລາຄາຈາກປະຊາຄົມສາກົນວ່າແມ່ນສອດຄ່ອງກັບທ່າອ່ຽງທົ່ວໂລກ, ແມ່ນກຳລັງໜູນໃໝ່ນຳຫວຽດນາມ ກ້າວເຂົ້າສູ່ສັງກາດແຫ່ງການເຕີບໂຕສອງຕົວເລກ.
ທີ່ຕັ້ງຍຸດທະສາດມີຄວາມສະດວກ, ຕາໜ່າງຂອງສັນຍາການຄ້າເສລີລຸ້ນໃໝ່, ພ້ອມກັບກຳລັງແຮງງານທີ່ຂະຫຍັນຂັນເຄື່ອນ, ຫວຽດນາມ ພວມສ້າງແຮງດູດດຶງພິເສດໃຫ້ແກ່ນັກລົງທຶນ. ມີວິສາຫະກິດຕ່າງປະເທດຫຼາຍແຫ່ງຖືຫວຽດນາມ ບໍ່ພຽງແຕ່ແມ່ນບ່ອນຜະລິດເທົ່ານັ້ນ, ຫາກຍັງແມ່ນຄູ່ຮ່ວມມືທີ່ຮ່ວມເດີນທາງຍາວນານໃນຍຸດທະສາດພັດທະນາພາກພື້ນອີກດ້ວຍ. ໃນບົດລາຍງານກ່ຽວກັບເສດຖະກິດຫວຽດນາມ ປີ 2025 ໂດຍ Google ຫວຽດນາມ ສົມທົບກັນຈັດຕັ້ງປະຕິບັດ ແລະປະກາດໃນເດືອນພະຈິກ 2025 ຜ່ານມາ, ໂດຍທົ່ວໄປແລ້ວເສດຖະກິດຫວຽດນາມ ໄດ້ຮັບການຕີລາຄາວ່າມີຄວາມຕັ້ງໜ້າ ແລະ Google ໄດ້ຕັ້ງຂໍ້ສະເໜີແນະວ່າໂດຍແມ່ນຕະຫຼາດຈຸດສຸມແຫ່ງໜຶ່ງກ່ຽວກັບເຕັກໂນໂລຢີດີຈີຕອນ ແລະ AI ໃຫ້ແກ່ນັກລົງທຶນສາກົນ. ທ່ານ Mark Woo, ຜູ້ອຳນວຍການ Google ຫວຽດນາມ ຢືນຢັນວ່າ: “ສັນຍານເຊິ່ງຂ້າພະເຈົ້າຖອດຖອນມາໄດ້ຈາກບົດລາຍງານນີ້ແມ່ນຈົ່ງລົງທຶນເຂົ້າຫວຽດນາມ, ນີ້ແມ່ນສະຖານທີ່ດີ ແລະປະຈຸບັນແມ່ນຈຸດເວລາທີ່ເໝາະສົມ ເພື່ອລົງທຶນເຂົ້າຫວຽດນາມ. ຂ້າພະເຈົ້າຫວັງວ່າ ການຄາດຄະເນໃນອະນາຄົດກໍ່ຈະຊ່ວຍໃຫ້ນັກວາງແຜນນະໂຍບາຍຫວຽດນາມ ມີຄວາມເຂົ້າໃຈແຈ້ງກ່ຽວກັບກາລະໂອກາດ ແລະການດັດປັບນະໂຍບາຍໃຫ້ເໝາະສົມ”.
ຮັບຮູ້ສິ່ງທ້າທາຍ ແລະກາລະໂອກາດຢ່າງຈະແຈ້ງເພື່ອບຸກທະລຸ
ສະຖຽນລະພາບດ້ານການເມືອງ-ສັງຄົມ, ທີ່ຕັ້ງສາກົນ ແລະຄວາມເຊື່ອໝັ້ນຂອງປະຊາຄົມວິສາຫະກິດ, ນັກລົງທຶນທົ່ວໂລກ… ແມ່ນທ່າໄດ້ປຽບທີ່ມີລັກສະນະພື້ນຖານເພື່ອໃຫ້ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາ 2026-2030 ຢ່າງແທດຈິງ, ດຸ່ນດ່ຽງ ແລະຍືນຍົງກວ່າ. ນັ້ນແມ່ນການພັດທະນາບໍ່ພຽງແຕ່ອີງໃສ່ລະດັບຄວາມໄວເທົ່ານັ້ນ, ຫາກຍັງອີງໃສ່ຄຸນນະພາບການເຕີບໂຕ; ບໍ່ພຽງແຕ່ອີງໃສ່ທຶນຮອນ ແລະແຮງງານເທົ່ານັ້ນ, ຫາກຍັງອີງໃສ່ສະຕິປັນຍາ, ເຕັກໂນໂລຢີ ແລະມະນຸດອີກດ້ວຍ. ນັ້ນກໍ່ແມ່ນວິທີເພື່ອໃຫ້ຫວຽດນາມ ຫັນສິ່ງທ້າທາຍກາຍເປັນກຳລັງໜູນ, ຍາດແຍ່ງໂອກາດເພື່ອບືນຕົວຂຶ້ນ, ຫັນຄວາມຄາດຫວັງຢາກພັດທະນາໄວ, ສີຂຽວ ແລະຍືນຍົງໃຫ້ປະກົດຜົນເປັນຈິງໃນການເດີນທາງໃໝ່ທີ່ໄດ້ເລີ່ມຕົ້ນຂຶ້ນແລ້ວ.
ໃນການເດີນທາງໃໝ່ນັ້ນ, ການສືບຕໍ່ປະຕິຮູບລະບອບລະບຽບການແມ່ນພື້ນຖານຍຸດທະສາດເພື່ອໃຫ້ຄືກັບຂໍ້ສັງເກດຂອງທ່ານ Thomas Valley ນັກຊ່ຽວຊານ ສັງກັດມະຫາວິທະຍາໄລ Columbia, ອາເມລິກາ ທີ່ວ່າ: “ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມ ພວມໄປຜ່ານສັງກາດໃໝ່ໃນຂະບວນການພັດທະນາ. ຂ້າພະເຈົ້າຄິດວ່ານະໂຍບາຍທີ່ໄດ້ຍົກອອກໃນໄລຍະຜ່ານມາລ້ວນແຕ່ມີຄວາມປະທັບໃຈທີ່ສຸດ, ການປ່ຽນແປງທີ່ຢູ່ໃນຂົງເຂດພາກລັດ, ການຫຼຸດຜ່ອນການຮັບບັນຈຸ ແລະການຈັດແບ່ງຄວາມຮັບຜິດຊອບ ກໍ່ຄືອຳນາດ. ຂ້າພະເຈົ້າຄິດວ່າ ສິ່ງດັ່ງກ່າວຈະປັບປຸງກົງຈັກບໍລິຫານ, ເປັນເງື່ອນໄຂຕັດສິນຊີ້ຂາດເພື່ອບຸກທະລຸ”.
ບົນພື້ນຖານທີ່ໄດ້ຢືນຢັນ, ພ້ອມກັບການຮ່ວມເດີນທາງ ແລະການຕີລາຄາທີ່ຕັ້ງໜ້າຂອງນັກລົງທຶນ ແລະເພື່ອນມິດສາກົນ, ຫວຽດນາມ ໃນວັນນີ້ພວມໝັ້ນໃຈກ້າວເຂົ້າສູ່ການເດີນທາງໃໝ່, ການເດີນທາງພັດທະນາທີ່ເລິກເຊິ່ງກວ່າ, ຍືນຍົງກວ່າ.
ໂດຍ: ເຈິ່ນຮວ່ຽນ