ລາຍການມຸ່ງໄປເຖິງການຊຸກຍູ້ການຮ່ວມມືດ້ານການລົງທຶນ, ການພັດທະນາຊັບສິນດີຈີຕອນ ແລະເປີດກວ້າງຕະຫຼາດສາກົນໃຫ້ບັນດາວິສາຫະກິດ, ໂຄງການເລີ່ມທຸລະກິດດ່ານັງ  ຜ່ານການເຊື່ອມຕໍ່ໂດຍກົງກັບຄູ່ຮ່ວມມື ດູໄບ ແລະນັກລົງທຶນສາກົນ.

leftcenterrightdel
ຜູ້ແທນຖ່າຍຮູບທີ່ລະນຶກທີ່ລາຍການເຮັດວຽກລະຫວ່າງນະຄອນດ່ານັງ ກັບຄູ່ຮ່ວມມື ດູໄບ ແລະນັກລົງທຶນສາກົນ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ລາຍການ, ທ່ານ ເລເຊີນຝອງ ຮອງຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຢີນະຄອນດ່ານັງ ໃຫ້ຮູ້ວ່າ ນະຄອນດ່ານັ້ງ ຍາມໃດກໍ່ປາດຖະໜາຢາກຍູ້ແຮງການຮ່ວມມືສາກົນ, ເປັນຕົ້ນແມ່ນກັບບັນດາສູນການເງິນ ແລະນະວັດຕະກໍາຂອງພາກພື້ນຕາເວັນອອກກາງ; ໃນນັ້ນການສ້າງຕັ້ງ ແລະເປີດກວ້າງການພົວພັນຮ່ວມມືກັບຄູ່ຮ່ວມມືຢູ່ ດູໄບ ໄດ້ກຳນົດແມ່ນທິດຍຸດທະສາດ, ຍາວນານ. ນອກຈາກນັ້ນ, ນະຄອນດ່ານັ້ງ ຍັງໃຫ້ບຸລິມະສິດດຶງດູດການລົງທຶນໃນຂົງເຂດເຕັກໂນໂລຢີສູງ, ການເງິນດີຈີຕອນ, ປັນຍາປະດິດ ແລະຮູບແບບເສດຖະກິດໃໝ່ທີ່ສອດຄ່ອງກັບກໍານົດທິດການພັດທະນາຕາມທິດສີຂຽວ, ສະຫຼາດ ແລະຍືນຍົງ.

ຜ່ານການເຮັດວຽກ, ບັນດາຝ່າຍຈະພ້ອມກັນແລກປ່ຽນຢ່າງກົງໄປກົງມາ, ກໍ່ສ້າງ, ແບ່ງປັນປະສົບການ ແລະສະເໜີມາດຕະການລະອຽດແນໃສ່ສຳເລັດແຜນການຈັດຕັ້ງເຫດການທີ່ຈະມາເຖິງ, ເປີດກາລະໂອກາດຮ່ວມມືດ້ານການລົງທຶນແທດຈິງລະຫວ່າງນະຄອນດ່ານັງ ກັບຄູ່ຮ່ວມມືດູໄບ ແລະນັກລົງທຶນສາກົນ. ບົນຈິດໃຈຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈ ແລະພ້ອມກັນພັດທະນາ, ນະຄອນດ່ານັ້ງ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດ ແລະຄູ່ຮ່ວມມືສາກົນໃນການເດີນທາງກໍ່ສ້າງລະບົບຊີວະພາບນະວັດຕະກໍາທີ່ຂະຫຍັນຂັນເຄື່ອນ, ເຊື່ອມໂຍງ ແລະພັດທະນາແບບຍືນຍົງ.

ໂດຍ: ເຈິ່ນຮວ່ຽນ