ໃນສະພາບການນີ້, ຫວຽດນາມ ສືບຕໍ່ໄດ້ຮັບການຕີລາຄາວ່າເປັນໜຶ່ງໃນບັນດາຕະຫຼາດທີ່ມີແງ່ຫວັງຕັ້ງໜ້າ, ຍ້ອນພື້ນຖານເສດຖະກິດມະຫາພາກມີຄວາມໝັ້ນຄົງ, ຄວາມຕ້ອງການພາຍໃນປະເທດເປີດກວ້າງ ແລະບົດບາດທີ່ນັບມື້ນັບຈະແຈ້ງໃນລະບົບຕ່ອງໂສ້ການສະໜອງໃນພາກພື້ນ.

ຂໍ້ມູນຈາກກົມໃຫຍ່ສະຖິຕິ (GSO) ແລະອົງການຄົ້ນຄວ້າສາກົນແຫ່ງຕ່າງໆໄດ້ສະແດງໃຫ້ເຫັນວ່າ ການເຕີບໂຕ GDP ຂອງຫວຽດນາມ ໃນໄລຍະ 2022-2025 ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງທ່າອ່ຽງການຟື້ນຟູ ແລະຮັກສາສະຖຽນລະພາບ. ຫຼັງຈາກບັນລຸການເຕີບໂຕປະມານ 8% ໃນປີ 2022, GDP ໃນປີ 2023 ບັນລຸປະມານ 5,1% ໃນສະພາບການເສດຖະກິດທົ່ວໂລກອ່ອນແອລົງ, ກ່ອນທີ່ຈະຟື້ນຟູກັບມາຢູ່ໃນລະດັບ 7,1% ໃນປີ 2024 ແລະກ້າວໄປສູ່ລະດັບ 8,02% ໃນປີ 2025. ຂໍ້ມູນນີ້ໄດ້ສະແດງໃຫ້ເຫັນວ່າຫວຽດນາມ ສືບຕໍ່ນອນໃນກຸ່ມພື້ນຖານເສດຖະກິດທີ່ມີຄວາມໄວເຕີບໂຕສູງ ໃນພາກພື້ນ ອາຊີ - ປາຊີຟິກ.

ບໍ່ພຽງແຕ່ຮັກສາຄວາມໄວການເຕີບໂຕເທົ່ານັ້ນ, ຄຸນນະພາບການເຕີບໂຕຂອງພື້ນຖານເສດຖະກິດ ກໍ່ມີການປັບປຸງຢ່າງຈະແຈ້ງ. ຕາມ ADB ແລະ GSO, GDP ສະເລ່ຍຕໍ່ຫົວຄົນຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກປະມານ 3.700 ໂດລາສະຫະລັດ ໃນປີ 2022 ຂຶ້ນເປັນເກືອບ 5.026 ໂດລາສະຫະລັດ ໃນປີ 2025. ການເພີ່ມຂຶ້ນຂອງລາຍຮັບ ແລະຂອບຂະໜາດຄົນຊົນຊັ້ນກາງກຳລັງສ້າງພື້ນຖານອັນໝັ້ນແກ່ນໃຫ້ຕະຫຼາດພາຍໃນປະເທດ, ພ້ອມທັງຊຸກຍູ້ຄວາມຕ້ອງການທີ່ເພີ່ມຂຶ້ນກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມ, logistics, ຕົວເມືອງ ແລະການບໍລິການດ້ານການຄ້າ - ເຊິ່ງເປັນປັດໄຈທີ່ສົ່ງຜົນກະທົບຕໍ່ຕະຫຼາດອະສັງຫາລິມະສັບຢ່າງແຂງແຮງ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ໃນພາບລວມຂອງພາກພື້ນ, Savills ໃຫ້ຂໍ້ສັງເກດວ່າ ຄວາມຕ້ອງການເຊົ່າຫ້ອງການ ຊັ້ນ A ໃນພາກພື້ນ ອາຊີ - ປາຊີຟິກ ຈະສືບຕໍ່ຮັກສາຢ່າງຕັ້ງໜ້າ, ພິເສດແມ່ນຢູ່ສູນຊັບພະຍາກອນມະນຸດທີ່ຫາກໍ່ພົ້ນເດັ່ນຂຶ້ນເຊັ່ນ: ອິນເດຍ, ຫວຽດນາມ ແລະ ມາເລເຊຍ, ບ່ອນທີ່ກຸ່ມບໍລິສັດນາໆຊາດເປີດກວ້າງການລົງທຶນ ເພື່ອແນໃສ່ເຂົ້າເຖິງແຫຼ່ງຜູ້ອອກແຮງງານທີ່ມີຄຸນນະພາບ ດ້ວຍລາຄາທີ່ແກ່ງແຍ້ງ. ຄຽງຂ້າງນັ້ນ, ພາກສ່ວນອະສັງຫາລິມະສັບຂາຍຍ່ອຍໄດ້ຮັບການສະໜັບສະໜູນຈາກການຟື້ນຟູການໃຊ້ຈ່າຍຂອງຜູ້ບໍລິໂພກ, ການທ່ອງທ່ຽວທີ່ເພີ່ມຂຶ້ນ, ແລະ ການຄືນກັບມາຂອງເຄື່ອງໝາຍການຄ້າສາກົນ, ໃນຂະນະທີ່ການສະໜອງພື້ນທີ່ຂາຍຍ່ອຍທີ່ມີຄຸນນະພາບສູງຍັງບໍ່ທັນທັນກັບຄວາມຕ້ອງການໃນຫຼາຍໆຕະຫຼາດ.

ຕາມທ່ານ Neil MacGregor, ຜູ້ອຳນວຍການ Savills ຫວຽດນາມ ແລ້ວ, ບັນດາທ່າອ່ຽງໃນພາກພື້ນພວມສ່ອງແສງໃຫ້ເຫັນຢ່າງຈະແຈ້ງໃນຕະຫຼາດຫວຽດນາມ, ແຕ່ວ່າ ດ້ວຍລວງເລິກ ແລະຄຸນນະພາບທີ່ນັບມື້ນັບສູງ. ທ່ານ Neil MacGregor ໃຫ້ຂໍ້ສັງເກດວ່າ: “ຫວຽດນາມ ໄດ້ຜ່ານໄລຍະດຶງດູດການລົງທຶນຕົ້ນຕໍແມ່ນອີງໃສ່ທ່າໄດ້ປຽບດ້ານຕົ້ນທຶນ. ໃນປະຈຸບັນ ກະແສເງິນລົງທຶນ ກຳລັງມຸ່ງໄປສູ່ຂົງເຂດທີ່ມີມູນຄ່າເພີ່ມສູງຢ່າງແຮງ ເຊັ່ນ: ການຜະລິດເຕັກໂນໂລຢີ, ເອເລັກໂຕນິກ, logistics ທັນສະໄໝ ແລະບັນດາຂະແໜງທີ່ຕິດພັນລະບົບຕ່ອງໂສ້ການສະໜອງທົ່ວໂລກ. ສິ່ງນີ້ກຳລັງປັບປຸງຄວາມຕ້ອງການດ້ານອະສັງຫາລິມະສັບຕາມທິດຄຸນນະພາບສູງ, ຍືນຍົງ ແລະໄລຍະຍາວກວ່າ”.

ໜຶ່ງໃນບັນດາກໍາລັງໜູນທີ່ສໍາຄັນເພື່ອປັບປຸງແງ່ຫວັງໄລຍະຍາວຂອງຕະຫຼາດອະສັງຫາລິມະສັບຫວຽດນາມ ແມ່ນກະແສເງິນລົງທຶນ FDI ທີ່ມີຄຸນນະພາບສູງໄດ້ຮັບການຮັກສາຢ່າງມີສະຖຽນລະພາບ. ຕາມຂໍ້ມູນປີ 2025 ແລ້ວ, ທຶນ FDI ທີ່ລົງທະບຽນທັງໝົດຢູ່ຫວຽດນາມ ບັນລຸປະມານ 38-40 ຕື້ໂດລາສະຫະລັດ, ໃນຂະນະດຽວກັນນັ້ນ ທຶນທີ່ຈ່າຍອອກບັນລຸລະດັບສູງສຸດ, ສ່ອງແສງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈໃນໄລຍະຍາວຂອງນັກລົງທຶນຕ່າງປະເທດຕໍ່ກັບສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຢູ່ພາຍໃນປະເທດ. ສິ່ງທີ່ໜ້າສົນໃຈ, ນັ້ນແມ່ນກະແສເງິນລົງທຶນຈາກເອີຣົບ ກຳລັງປ່ຽນໄປສູ່ທິດທີ່ເລືອກເຟັ້ນຫຼາຍຂຶ້ນ, ໂດຍສຸມໃສ່ຂະແໜງການທີ່ມີມູນຄ່າເພີ່ມສູງ ເຊັ່ນ: ເຕັກໂນໂລຢີ, ເອເລັກໂຕນິກ, ການປຸງແຕ່ງລົງເລິກ ແລະ logistics.

ຄຽງຄູ່ກັບ FDI, ການລົງທຶນສາທາລະນະຂະໜາດໃຫຍ່ເຂົ້າໃນພື້ນຖານໂຄງລ່າງຖືວ່າເປັນກໍາລັງໜູນເຕີບໂຕຕົ້ນຕໍຂອງພື້ນຖານເສດຖະກິດ ແລະຕະຫຼາດອະສັງຫາລິມະສັບໃນໄລຍະກາງ ແລະໄລຍະຍາວ. ການຍູ້ແຮງຜັນຂະຫຍາຍບັນດາໂຄງການຈຸດສຸມ ເຊັ່ນ: ທາງດ່ວນເໜືອ-ໃຕ້, ສະໜາມບິນສາກົນລອງແທ່ງ, ລະບົບເສັ້ນທາງອ້ອມຮອບຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ພ້ອມກັບໂຄງການ logistics ແລະພະລັງງານຫຼາຍຢ່າງຈະປະກອບສ່ວນເຂົ້າໃນການປັບປຸງການເຊື່ອມຕໍ່ລະຫວ່າງເຂດ, ຊຸກຍູ້ການແບ່ງຂັ້ນຄຸ້ມຄອງໃນຕົວເມືອງ ແລະສ້າງເສົາຄໍ້າການເຕີບໂຕໃໝ່ລຽບຕາມແກນພື້ນຖານໂຄງລ່າງຍຸດທະສາດ.

ທ່ານ Neil MacGregor ໄດ້ເນັ້ນໜັກວ່າ: ພື້ນຖານໂຄງລ່າງຈະເປັນກໍາລັງໜູນການເຕີບໂຕສຳຄັນທີ່ສຸດຂອງຕະຫຼາດອະສັງຫາລິມະສັບໃນທົດສະວັດຕໍ່ໄປ. ເມື່ອເຄືອຂ່າຍການຄົມມະນາຄົມ ແລະ logistics ໄດ້ກໍ່ສ້າງສໍາເລັດ, ຕົວເມືອງດາວທຽມ ແລະນະຄອນຊັ້ນສອງຈະປະກົດຂຶ້ນເປັນສູນພັດທະນາໃໝ່, ເປີດກວ້າງຂົງເຂດການເຕີບໂຕໃຫ້ຕະຫຼາດທັງໝົດ.

ກ່ຽວກັບການລົງທຶນ, Savills ຄາດຄະເນວ່າ ການເຄື່ອນໄຫວລົງທຶນດ້ານອະສັງຫາລິມະຊັບ ໃນພາກພື້ນ ອາຊີ - ປາຊີຟິກ ຈະເພີ່ມຂຶ້ນປະມານ 7% ໃນປີ 2026, ເຊິ່ງສ່ອງແສງໃຫ້ເຫັນເຖິງວົງຈອນທີ່ໝັ້ນຄົງກວ່າເມື່ອທຽບກັບອາເມລິກາ ແລະ ເອີຣົບ. ໃນຂະນະທີ່ຈີນ ສືບຕໍ່ເປັນປັດໄຈກົດໜ່ວງທ່ວງດຶງກະແສເງິນລົງທຶນໂດຍລວມ, ບັນດາຕະຫຼາດ ເຊັ່ນ: ຍີ່ປຸ່ນ, ອົດສະຕາລີ, ແລະ ສ.ເກົາຫຼີ ຍັງດຶງດູດຄວາມເອົາໃຈ ຍ້ອນມີພື້ນຖານການນໍາໃຊ້ທີ່ໝັ້ນແກ່ນ ແລະມີລັກສະນະສະຖຽນລະພາບສູງ. ໃນສະພາບການຂອງນັກລົງທຶນທົ່ວໂລກນັບມື້ຍິ່ງມີຄວາມລະມັດລະວັງ ແລະເລືອກເຟັ້ນຫຼາຍຂຶ້ນ, ບັນດາຕະຫຼາດທີ່ມີການເຕີບໂຕທີ່ແທ້ຈິງ, ຄວາມຕ້ອງການພາຍໃນປະເທດທີ່ເຂັ້ມແຂງ ແລະກອບນິຕິກໍາພວມໄດ້ຮັບການປັບປຸງ ຄື ຫວຽດນາມ, ໄດ້ຮັບການຕີລາຄາວ່າຈະມີທ່າໄດ້ປຽບ ໃນໄລຍະຍາວ.

ໂດຍ: ຈາງຫງວຽນ