ໜຶ່ງໃນບັນດາປັດໄຈສຳຄັນທີ່ສ້າງຜົນສຳເລັດນີ້ແມ່ນການກໍານົດທິດທາງດ້ານການທູດເສດຖະກິດໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ແທດຈິງ ແລະມີປະສິດທິຜົນ.
ພ້ອມກັບຄວາມມານະພະຍາຍາມໃນການປັບປຸງໂຄງສ້າງການຜະລິດຄືນໃໝ່, ຍົກສູງຄຸນນະພາບຜະລິດຕະພັນ, ການທູດເສດຖະກິດກໍ່ປະກອບສ່ວນສຳຄັນເຂົ້າໃນການເປີດກວ້າງຕະຫຼາດ, ການລົບລ້າງສິ່ງກີດຂວາງ ແລະຊຸກຍູ້ຜະລິດຕະພັນກະເສດຂອງຫວຽດນາມ ໃຫ້ເຊື່ອມໂຍງເຂົ້າກັບລະບົບຕ່ອງໂສ້ການສະໜອງທົ່ວໂລກຢ່າງເລິກເຊິ່ງ.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ໄດ້ກໍານົດເອົາການທູດເສດຖະກິດເປັນເສົາຄໍ້າສໍາຄັນແຖວໜ້າ.
ບົນພື້ນຖານນັ້ນ, ກະຊວງ ໄດ້ສົມທົບກັບກະຊວງກະສິກຳ ແລະສິ່ງແວດລ້ອມ, ບັນດາທ້ອງຖິ່ນ, ແລະປະຊາຄົມວິສາຫະກິດຢ່າງແໜ້ນແຟ້ນເພື່ອຊຸກຍູ້ການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງຂອງກະສິກຳຫວຽດນາມ ເຂົ້າໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ, ເປີດກວ້າງ ແລະຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ.
    |
 |
|
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ຈຸດພົ້ນເດັ່ນໃນໄລຍະທີ່ຜ່ານມາແມ່ນການຜັນຂະຫຍາຍແຜນຮ່າງເພີ່ມທະວີການຮ່ວມມືໃນການສ້າງ ແລະພັດທະນາຂະແໜງ Halal ຮອດປີ 2030. ປີ 2025, ແຜນຮ່າງດັ່ງກ່າວບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງເມື່ອມີຕະຫຼາດໃໝ່ຫຼາຍແຫ່ງ, ພິເສດແມ່ນຢູ່ຕາເວັນອອກກາງ, ອາຟຣິກາ, ໄດ້ເປີດກວ້າງ, ສ້າງໂອກາດໃຫ້ແກ່ການເຕີບໂຕແບບຍືນຍົງໃຫ້ຂະແໜງກະສິກຳຫວຽດນາມ ໃນໄລຍະຈະມາເຖິງ.
ບໍ່ພຽງແຕ່ໃນຂົງເຂດການຄ້າເທົ່ານັ້ນ, ການສົມທົບກັນລະຫວ່າງກະຊວງການຕ່າງປະເທດກັບກະຊວງກະສິກຳ ແລະສິ່ງແວດລ້ອມ ຍັງສະແດງໃຫ້ເຫັນຢ່າງຈະແຈ້ງໃນການຜັນຂະຫຍາຍບັນດາຄຳໝັ້ນສັນຍາສາກົນກ່ຽວກັບດິນຟ້າອາກາດ, ສິ່ງແວດລ້ອມ ແລະຊີວະນາໆພັນອີກດ້ວຍ.
ຕາມທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລ້ວ, ການປະຕິບັດຄຳໝັ້ນສັນຍານີ້ບໍ່ພຽງແຕ່ຢືນຢັນຄວາມຮັບຜິດຊອບ ແລະອິດທິພົນຊື່ສຽງຂອງຫວຽດນາມ ເທົ່ານັ້ນ, ຫາກຍັງເປີດກາລະໂອກາດໃຫ້ເຂົ້າເຖິງເຕັກໂນໂລຢີໃໝ່, ລະດົມແຫຼ່ງກໍາລັງສາກົນເພື່ອຮັບໃຊ້ໃຫ້ແກ່ການພັດທະນາກະສິກຳສີຂຽວ ແລະຍືນຍົງ.
ພ້ອມກັນນັ້ນ, ການເຄື່ອນໄຫວສົ່ງເສີມການຄ້າ, ການເຂົ້າຮ່ວມງານຕະຫຼາດນັດ, ງານວາງສະແດງສາກົນ ກໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ຊ່ວຍໃຫ້ວິສາຫະກິດເປີດກວ້າງຕະຫຼາດ, ເຂົ້າເຖິງລູກຄ້າໃໝ່.
ຕາມທ່ານ ເຈິ່ນກົງຖັງ, ຫົວໜ້າສະຖາບັນນະໂຍບາຍ ແລະຍຸດທະສາດກະສິກຳ ແລະສິ່ງແວດລ້ອມແລ້ວ, ເຖິງວ່າ ໃນປີ 2025 ອາເມລິກາ ໄດ້ນຳໃຊ້ບາງມາດຕະການພາສີຕອບໂຕ້ຕໍ່ສິນຄ້າຫວຽດນາມ, ໃນນັ້ນມີຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນໍ້າ, ແຕ່ການສົ່ງອອກໄປຍັງຕະຫຼາດນີ້ຍັງສາມາດຮັກສາການເຕີບໂຕໄວ້ໄດ້.
ໝາກຜົນນີ້ໄດ້ສະແດງໃຫ້ເຫັນວ່າ ວິສາຫະກິດຫວຽດນາມ ໄດ້ເປັນເຈົ້າການຮັບມືຜ່ານການສ້າງໂຄງປະກອບຜະລິດຕະພັນຄືນໃໝ່, ການປັບປຸງຍຸດທະສາດຕະຫຼາດ ແລະນໍາໃຊ້ບຸລິມະສິດດ້ານການຄ້າ.
ພ້ອມກັບຕະຫຼາດໃຫຍ່ ເຊັ່ນ: ອາເມລິກາ, ຈີນ ແລະອີຢູ, ໃນປະຈຸບັນຜະລິດຕະພັນກະເສດຫວຽດນາມ ໄດ້ສົ່ງອອກໄປເກືອບ 200 ປະເທດ ແລະເຂດແຄວ້ນ; ຫຼາຍຕະຫຼາດມີມາດຕະຖານສູງ ເຊັ່ນ: ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ສິງກະໂປ ແລະຕາເວັນອອກກາງ.
ເຖິງຢ່າງໃດກໍຕາມ, ເລື່ອງຜະລິດຕະພັນບາງປະເພດທີ່ຍັງຂຶ້ນກັບຕະຫຼາດຫຼັກສອງສາມແຫ່ງທີ່ໄດ້ວາງອອກຄວາມຮຽກຮ້ອງນັ້ນພວກເຮົາຕ້ອງສືບຕໍ່ກະຈາຍສິນຄ້າໄປຫຼາຍຕະຫຼາດ ແລະຫັນລະບົບຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບ. ການກະຈາຍສິນຄ້າໄປຫຼາຍຕະຫຼາດ, ການເປີດກວ້າງການຮ່ວມມືກັບບັນດາພາກພື້ນໃໝ່ ເຊັ່ນ: ອາຟຣິກາ, ອາຊີໃຕ້ ຫຼື ອາເມລິກາລາຕິນ ສາມາດຫຼຸດຜ່ອນຄວາມສ່ຽງຂອງການເພິ່ງພາອາໄສຕະຫຼາດຫຼັກສອງສາມແຫ່ງ ແລະຍົກສູງລັກສະນະມີໄຫວພິບຂອງລະບົບຕ່ອງໂສ້ການສະໜອງ.
ເມື່ອແບ່ງປັນກ່ຽວກັບການກໍານົດທິດບໍລິຫານ, ທ່ານ ເຈິ່ນດຶກທັງ ລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ໃຫ້ຮູ້ວ່າ ທາງກະຊວງໄດ້ສຸມໃສ່ລົບລ້າງສິ່ງກີດຂວາງທີ່ກ່ຽວຂ້ອງກັບຕະຫຼາດ, ມາດຕະຖານດ້ານເຕັກນິກ, ກວດກາແຫຼ່ງທີ່ມາ; ພ້ອມທັງຍູ້ແຮງການເປີດກວ້າງຕະຫຼາດສົ່ງອອກ, ການຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ ແລະຫຼຸດຜ່ອນການເພິ່ງພາອາໄສຕະຫຼາດທີ່ເປັນມູນເຊື້ອຈຳນວນໜຶ່ງ.
ການສົ່ງອອກບໍ່ພຽງແຕ່ເພີ່ມຂຶ້ນທາງດ້ານປະລິມານເທົ່ານັ້ນ ແຕ່ຍັງຕ້ອງເພີ່ມຂຶ້ນທາງດ້ານຄຸນນະພາບ, ເຄື່ອງໝາຍການຄ້າ ແລະມູນຄ່າອີກດ້ວຍ. ການໄປປະຕິບັດງານຂອງລັດຖະມົນຕີ ແລະຮອງລັດຖະມົນຕີ ຢູ່ຍີ່ປຸ່ນ, ສ. ເກົາຫຼີ, ຝຣັ່ງ, ຈີນ, ເອີຣົບ, ອາຟຣິກາ... ແລະຄູ່ຮ່ວມມີທີ່ສຳຄັນອື່ນໆ ບໍ່ພຽງແຕ່ມີຄວາມໝາຍທາງການທູດເທົ່ານັ້ນ ແຕ່ຍັງມຸ່ງໄປເຖິງເປົ້າໝາຍທີ່ລະອຽດຂອງການເປີດກວ້າງການຮ່ວມມື, ການດຶງດູດແຫຼ່ງກໍາລັງ, ເຕັກໂນໂລຊີ ແລະບົດຮຽນການຄຸ້ມຄອງທີ່ກ້າວໜ້າ.
ການຢ້ຽມຢາມແຕ່ລະຄັ້ງລ້ວນແຕ່ຮຽກຮ້ອງໃຫ້ຫັນປ່ຽນເປັນໂຄງການ, ລາຍການ, ແລະໝາກຜົນທີ່ແທດຈິງເພື່ອຮັບໃຊ້ໃຫ້ແກ່ການພັດທະນາຂະແໜງ.
ໜ້າໃສ່ໃຈວ່າ, ໃນປີ 2025, ຫວຽດນາມ ໄດ້ລົງນາມອະນຸສັນຍາຈໍານວນ 5 ສະບັບກັບຈີນ ເພື່ອສົ່ງອອກໝາກເຜັດ, ໝາກນອດ, ຮຳ, ຮັງນົກດິບ ແລະໝາກມີ້ສົດ.
ຕາມທ່ານ ເຈິ່ນດຶກທັງ ແລ້ວ, ອະນຸສັນຍາເຫຼົ່ານີ້ບໍ່ພຽງແຕ່ເປີດກວ້າງບັນຊີລາຍຊື່ຜະລິດຕະພັນກະເສດທີ່ສົ່ງອອກຢ່າງເປັນທາງການເທົ່ານັ້ນ ແຕ່ຍັງປະກອບສ່ວນເຂົ້າໃນການຍົກສູງລັກສະນະສະຖຽນລະພາບ ແລະຄວາມໂປ່ງໃສໃຫ້ແກ່ການເຄື່ອນໄຫວສົ່ງອອກ, ປັບປຸງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຊາວກະສິກອນ ແລະວິສາຫະກິດໃນການຜະລິດຕາມມາດຕະຖານ ແລະການເຊື່ອມຕໍ່ໃນລະບົບມູນຄ່າ.
ຮ່າງເອກະສານຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກໄດ້ວາງໜ້າທີ່ການທູດເປັນສຳຄັນ ແລະເປັນປະຈໍາ; ໃນນັ້ນ, ການພົວພັນຕ່າງປະເທດໃນຂົງເຂດກະສິກຳ ແລະສິ່ງແວດລ້ອມ ແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມຂອງການທູດເສດຖະກິດ, ການທູດສິ່ງແວດລ້ອມ ແລະການທູດພັດທະນາຕິດພັນໂດຍກົງກັບບຸລິມະສິດຍຸດທະສາດແຫ່ງຊາດ.
ໂດຍ: ຈາງຫງວຽນ