ພາຍຫຼັງກວ່າໜຶ່ງທົດສະວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຍ້ອນການພັດທະນາຂອງຂໍ້ມູນໂທລະສັບມືຖື, ຂະແໜງໂທລະຄົມມະນາຄົມໂລກ ໄດ້ຮັບການຕີລາຄາວ່າໄດ້ກ້າວເຂົ້າສູ່ "ໄລຍະທີ່ເຕີບໃຫຍ່" ໂດຍຫຼາຍອົງການຈັດຕັ້ງຄົ້ນຄວ້າ, ດ້ວຍລາຍຮັບເພີ່ມຂຶ້ນຊ້າ, ຊ້ຳບໍ່ໜຳແມ່ນຢຸດສະງັກ ຫຼື ຫຼຸດລົງໃນຫຼາຍຕະຫຼາດພັດທະນາ. ບົດລາຍງານຂອງ GSMA ແລະບໍລິສັດໃຫ້ຄໍາປຶກສາສາກົນສະແດງໃຫ້ເຫັນວ່າ ລາຍຮັບຈາກການບໍລິການໂທລະຄົມມະນາຄົມທົ່ວໂລກໃນຊຸມປີມໍ່ໆມານີ້ເພີ່ມຂຶ້ນພຽງແຕ່ໃນລະດັບໜຶ່ງຕົວເລກ. ໃນກອງປະຊຸມ Mobile World Congress (MWC) ທີ່ຈັດຂຶ້ນໃນເດືອນມີນາ 2025, PwC ຄາດຄະເນວ່າ ລາຍຮັບຂອງທົ່ວຂະແໜງຈະເຕີບໂຕພຽງແຕ່ປະມານ 2,9% ຕໍ່ປີ.
ໃນສະພາບການດັ່ງກ່າວ, ກຸ່ມບໍລິສັດໂທລະຄົມມະນາຄົມຂະໜາດໃຫຍ່ຫຼາຍແຫ່ງ ໄດ້ປັບຂະໜາດການເຄື່ອນໄຫວຢູ່ຕະຫຼາດສາກົນ, ຖອນເງິນອອກຈາກຕະຫຼາດທີ່ຫ່າງໄກ ຫຼື ມີປະສິດທິຜົນຕໍ່າ ກັບມາສຸມໃສ່ຕະຫຼາດຢູ່ພາຍໃນເພື່ອຮັກສາຜົນກຳໄລ. ນັບທັງຢູ່ປະເທດທີ່ກໍາລັງພັດທະນາ - ເຊິ່ງເຄີຍໄດ້ຮັບການຕີລາຄາວ່າແມ່ນກໍາລັງໜູນການເຕີບໂຕໃໝ່ - ການແກ່ງແຍ້ງກໍ່ນັບມື້ຮ້າຍແຮງຂຶ້ນ, ແລະອັດຕາກໍາໄລແມ່ນຫຼຸດລົງຢ່າງໄວວາ.
ສ້າງບາດກ້າວບຸກທະລຸ
ໄປຝືນກັບທ່າອ່ຽງລວມຂອງຂະແໜງ, Viettel ປະກາດອັດຕາການເຕີບໂຕຂອງຕະຫຼາດຕ່າງປະເທດ ແມ່ນ 23,9% ໃນກອງປະຊຸມສະຫຼຸບປີ 2025, ສູງກວ່າລະດັບສະເລ່ຍທົ່ວໂລກປະມານ 7 ເທົ່າ. ລາຍຮັບຈາກກຸ່ມຕະຫຼາດສາກົນບັນລຸ 3,34 ຕື້ໂດລາສະຫະລັດ, ສ້າງຂີດໝາຍເປັນປີທີ 9 ຕິດຕໍ່ກັນທີ່ Viettel ສາມາດຮັກສາການເຕີບໂຕສອງຕົວເລກຢູ່ຕະຫຼາດຕ່າງປະເທດ.
ຂະໜາດການເຄື່ອນໄຫວສາກົນຂອງ Viettel ສືບຕໍ່ຂະຫຍາຍຕົວ, ດ້ວຍຈຳນວນເບີໂທລະສັບມືຖືຢູ່ຕ່າງປະເທດບັນລຸ 56 ລ້ານເບີ, ໄດ້ລື່ນກາຍຂອບຂະໜາດຢູ່ຫວຽດນາມ. ໃນຈໍານວນ 10 ຕະຫຼາດລົງທຶນ, ປະຈຸບັນ Viettel ຢືນອັນດັບໜຶ່ງໃນ 7 ປະເທດ, ລວມມີ Unitel (ລາວ), Metfone (ກຳປູເຈຍ), Mytel (ມຽນມາ), Telemor (ຕີມໍ ແລັດສະເຕ), Lumitel (ບູຣຸນດີ), Natcom ( ຮາຍຕີ), ແລະ Movitel (ໂມຊຳບິກ).
    |
 |
|
Viettel ຢືນອັນດັບໜຶ່ງໃນ 7/10 ຕະຫຼາດລົງທຶນ. ພາບ: qdnd.vn |
ປະສິດທິຜົນທາງດ້ານການເງິນຈາກການລົງທຶນຢູ່ຕ່າງປະເທດ ນັບມື້ນັບໄດ້ຮັບໝາກຜົນຢ່າງຈະແຈ້ງ. ໃນປີ 2025, ກະແສເງິນສົ່ງກັບຄືນຫວຽດນາມ ຈາກຕະຫຼາດສາກົນບັນລຸ 385,5 ລ້ານ USD, ບັນລຸ 120% ຂອງແຜນການ. ຄິດໄລ່ຮອດທ້າຍປີ 2025, ຜົນຕອບແທນຈາກການລົງທຶນຢູ່ຕ່າງປະເທດຂອງ Viettel ບັນລຸ 91%, ເຊິ່ງບັນລຸຄາດໝາຍທີ່ໄດ້ວາງອອກກ່ອນກຳນົດ.
ຢູ່ບັນດາຕະຫຼາດທີ່ໄດ້ຮັບການຕີລາຄາວ່າແມ່ນຫຍຸ້ງຍາກທີ່ສຸດ, ເຊັ່ນ: ເປຣູ, Viettel ໄດ້ສ້າງຂີດໝາຍເມື່ອເຄື່ອງໝາຍການຄ້າ Bitel ບືນຕົວຂຶ້ນຢູ່ອັນດັບທີ 2, ບັນລຸໄວກວ່າ 2 ປີ ເມື່ອທຽບໃສ່ເປົ້າໝາຍ, ໂດຍບໍ່ຫົວຊາຕໍ່ການແກ່ງແຍ້ງກັບບັນດາບໍລິສັດໂທລະຄົມມະນາຄົມແຖວໜ້າຂອງໂລກ.
ໄປລົງທຶນຢູ່ຕ່າງປະເທດ ດ້ວຍວິທີການເຂົ້າເຖິງທີ່ແຕກຕ່າງ
ໝາກຜົນທີ່ Viettel ບັນລຸໄດ້ບໍ່ແມ່ນຍ້ອນຄວາມໂຊກດີ, ແຕ່ແມ່ນຍ້ອນຍຸດທະສາດການລົງທຶນໄລຍະຍາວ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຕະຫຼາດທ້ອງຖິ່ນ. ແທນທີ່ໃຫ້ແກ່ການສຸມໃສ່ຕະຫຼາດທີ່ພັດທະນາແລ້ວ ແລະ ມີການແກ່ງແຍ້ງສູງ, Viettel ໄດ້ເລືອກລົງທຶນຢູ່ບັນດາປະເທດທີ່ປະສົບກັບສິ່ງທ້າທາຍຫຼາຍຢ່າງ, ເຊິ່ງແມ່ນສະຖານທີ່ ທີ່ມີພື້ນຖານໂຄງລ່າງໂທລະຄົມມະນາຄົມບໍ່ສົມບູນ, ແຕ່ມີຄວາມຕ້ອງການເຊື່ອມຕໍ່ຫຼາຍ.
ປະເທດຮາຍຕີ ແມ່ນຕົວຢ່າງອັນພົ້ນເດັ່ນ. Viettel ເລີ່ມຜັນຂະຫຍາຍໂຄງການຢູ່ທີ່ນີ້ແຕ່ປີ 2010 ເປັນຕົ້ນມາ, ພາຍຫຼັງເກີດເຫດແຜ່ນດິນໄຫວຄັ້ງປະຫວັດສາດ, ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາໃນໄລຍະຍາວແທນທີ່ມີຍຸດທະສາດລົງທຶນໃນໄລຍະສັ້ນ. ວິທີການເຂົ້າເຖິງແບບນີ້ທັງເປີດໂອກາດດໍາເນີນທຸລະກິດ, ທັງຊ່ວຍໃຫ້ເຕັກໂນໂລຍີໂທລະຄົມມະນາຄົມ ສວມບົດບາດຢ່າງແທດຈິງກວ່າ ໃນການດຳລົງຊີວິດຂອງປະຊາຊົນ.
ຍຸດທະສາດການຫັນເປັນທ້ອງຖິ່ນແມ່ນເສົາຄ້ຳສຳຄັນໃນການເຄື່ອນໄຫວລົງທຶນສາກົນຂອງ Viettel. ກຸ່ມບໍລິສັດ Viettel ໄດ້ກໍ່ສ້າງເຄື່ອງໝາຍການຄ້າສະເພາະຢູ່ແຕ່ລະປະເທດ, ເຊັ່ນ: Metfone, Unitel, ຫຼື Mytel, ໄດ້ດັດປັບຮູບແບບດໍາເນີນທຸລະກິດ, ຜະລິດຕະພັນ, ແລະລາຄາໃຫ້ເໝາະສົມກັບຄວາມຕ້ອງການຂອງທ້ອງຖິ່ນ. ໄປຄຽງຄູ່ກັບການບໍລິການໂທລະຄົມມະນາຄົມແບບດັ້ງເດີມ, Viettel ຍັງໄດ້ຜັນຂະຫຍາຍແອັບພຼີເຄຊັນ: ກະເປົາເອເລັກໂຕນິກ, ລັດຖະບານເອເລັກໂຕນິກ, ການສຶກສາອອນລາຍ, ການດູແລສຸຂະພາບອອນລາຍ, ປະກອບສ່ວນເປີດກວ້າງຄວາມສາມາດເຂົ້າເຖິງການບໍລິການດີຈີຕອນພື້ນຖານໃຫ້ແກ່ປະຊາຊົນ.
ໃນສະພາບແວດລ້ອມທີ່ຂະແໜງໂທລະຄົມມະນາຄົມທົ່ວໂລກກໍາລັງຊອກຫາຮູບແບບການເຕີບໂຕໃໝ່, ຍຸດທະສາດລົງທຶນຂອງ Viettel ໃນຕະຫຼາດມີຄວາມຫຍຸ້ງຍາກ, ໃຫ້ຄຳໝັ້ນສັນຍາໃນໄລຍະຍາວ ແລະຕິດພັນຜົນປະໂຫຍດຂອງວິສາຫະກິດ ກັບການພັດທະນາສັງຄົມຂອງ Viettel ກຳລັງສ້າງວິທີການເຂົ້າເຖິງທີ່ແຕກຕ່າງ, ຜ່ານນັ້ນປະກອບສ່ວນຢືນຢັນບົດບາດ ແລະ ທີ່ຕັ້ງຂອງວິສາຫະກິດຫວຽດນາມ ຢູ່ແຜນທີ່ເສດຖະກິດໂລກ.
ໂດຍ: ທູຈາງ