ເສດຖະກິດຫວຽດນາມ ບຸກທະລຸ
ປີ 2025 ໄດ້ຮັບຮູ້ວ່າ ແມ່ນປີບຸກທະລຸກ່ຽວກັບການເຕີບໂຕເສດຖະກິດຂອງຫວຽດນາມ, ໂດຍບໍ່ຫົວຊາຕໍ່ສະພາບການຄ້າທົ່ວໂລກມີການຜັນປ່ຽນຫຼາຍຢ່າງ ແລະສ່ົງຜົນກະທົບແກ່ຍາວຈາກຄວາມເຄັ່ງຕຶງດ້ານພູມສາດການເມືອງ.
ຕົວເລກສະຖິຕິທາງການໄດ້ຊີ້ໃຫ້ເຫັນວ່າ ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ໃນປີ 2025 ເຕີບໂຕລື່ນກາຍ 8%, ສູງກວ່າເມື່ອທຽບໃສ່ກັບການຕັ້ງຄວາມຫວັງໃນເບື້ອງຕົ້ນ, ຜ່ານນັ້ນນໍາຫວຽດນາມ ເຂົ້າກຸ່ມບັນດາປະເທດມີພື້ນຖານເສດຖະກິດເຕີບໂຕໄວທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະແມ່ນກຸ່ມທີ່ຂະຫຍັນຂັນເຄື່ອນແຖວໜ້າໃນປີຜ່ານມາ.
    |
 |
|
ພາບປະກອບຄັດຈາກ. ພາບ: baoquocte.vn |
ທ່ານ Shantanu Chakraborty ຜູ້ອໍານວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ຢູ່ ຫວຽດນາມ ຖືວ່າ ລະດັບການເຕີບໂຕລື່ນກາຍ 8% ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນການສົມທົບກັນຢ່າງມີປະສິດທິຜົນລະຫວ່າງຄວາມມານະພະຍາຍາມປະຕິຮູບລະບອບລະບຽບການຢູ່ພາຍໃນປະເທດ ແລະຄວາມສາມາດໝູນໃຊ້ກາລະໂອກາດຈາກການຫັນປ່ຽນຂອງລະບົບຕ່ອງໂສ້ສະໜອງໃນທົ່ວໂລກ.
ຕາມທ່ານແລ້ວ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດບໍລິຫານທີ່ສະເໝີຕົ້ນສະເໝີປາຍ, ຈາກການຍູ້ໄວການປ່ອຍເງິນລົງທຶນພາກລັດຈົນເຖິງເລື່ອງປັບປຸງກອບນິຕິກໍາສຳເລັດເທື່ອລະກ້າວເພື່ອຜັນຂະຫຍາຍຄວາມສາມາດບົ່ມຊ້ອນພັດທະນາໃຫ້ພາກເອກະຊົນ ແລະເສດຖະກິດດີຈີຕອນ.
ມີທັດສະນະອັນດຽວກັນ, ນັກຊ່ຽວຊານ Suan Teck Kin ຫົວໜ້າກຸ່ມຄົ້ນຄວ້າຕະຫຼາດ ແລະເສດຖະກິດທົ່ວໂລກຂອງທະນາຄານ UOB ໃຫ້ຂໍ້ສັງເກດວ່າ ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາ “ປະເທດເຕີບໂຕແຖວໜ້າ” ຂອງອາຊຽນ.
ການວິເຄາະຂອງທະນາຄານ UOB ໄດ້ສະແດງໃຫ້ເຫັນວ່າ ການຜະລິດອຸດສາຫະກໍາສືບຕໍ່ຮັກສາບົດບາດແມ່ນກໍາລັງຫຼັກແຫຼ່ງ, ຊ່ວຍໃຫ້ຫວຽດນາມ ປັັບປຸງທີ່ຕັ້ງໃນຕ່ອງໂສ້ມູນຄ່າທົ່ວໂລກ.
ຈຸດພົ້ນເດັ່ນທີ່ໜ້າໃສ່ໃຈອື່ນອີກນັ້ນແມ່ນໃນປີ 2025 ແມ່ນຄວາມສາມາດຕ້ານທານຂອງການສົ່ງອອກຫວຽດນາມ ຕໍ່ການປ່ຽນແປງໃນນະໂຍບາຍຂອງອາເມລິກາ. ລວມຍອດວົງເງິນການຄ້ານໍາເຂົ້າ-ສົ່ງອອກຂອງຫວຽດນາມ ຄັ້ງທໍາອິດ ບັນລຸ 900 ຕື້ໂດລາສະຫະລັດ. ນີ້ແມ່ນລະດັບສູງສຸດນັບແຕ່ກ່ອນມາຮອດປະຈຸບັນ, ເປັນຂີດໝາຍສໍາຄັນຂອງພື້ນຖານເສດຖະກິດໃນວິວັດການເຊື່ອມໂຍງສາກົນ.
ບາດກ້າວທີ່ສຳຄັນມຸ່ງໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XIV
ເຖິງຢ່າງໃດກໍ່ຕາມ, ບັນດາອົງການຈັດຕັ້ງສາກົນ ກໍ່ໄດ້ກ່າວເຕື່ອນກ່ຽວກັບຄວາມສ່ຽງຈາກພາຍນອກທີ່ອາດຈະສົ່ງຜົນສະທ້ອນພໍສົມຄວນເຖິງແງ່ຫວັງການເຕີບໂຕໃນປີ 2026.
ຕາມນັ້ນແລ້ວ, ກອງທຶນເງິນຕາສາກົນ (IMF), ທະນາຄານ Shinhan ຫວຽດນາມ ຖືວ່າ ຫວຽດນາມ ກໍ່ຕ້ອງມີການກະກຽມທີ່ດີສໍາລັບບັນດານະໂຍບາຍສົ່ງອອກ ແລະປົກປ້ອງການຄ້າ, ກໍ່ຄືບັນດານະໂຍບາຍອັດຕາ ແລະກະແສເງິນລົງທຶນໄລຍະສັ້ນ.
ດ້ວຍມາດຕາຖ່ວງສົ່ງອອກ GDP ເກືອບເທົ່າ 83%, ຫວຽດນາມຈະໄດ້ຮັບຜົນປະໂຫຍດຫຼາຍເມື່ອການຄ້າທົ່ວໂລກສະດວກ, ແຕ່ກໍ່ຈະໄດ້ຮັບຜົນກະທົບຫຍໍ້ທໍ້ເມື່ອຄວາມຕ້ອງການຢູ່ບັນດາຕະຫຼາດຫຼັກແຫຼ່ງ ຄື ອາເມລິກາ ແລະເອີລົບ ຊຸດໂຊມລົງຍ້ອນເງິນເຟີ້ແກ່ຍາວ ຫຼື ນະໂຍບາຍເງິນຕາຮັດກຸມ.
ໃນສະພາບການນັ້ນ, ນັກຊ່ຽວຊານສາກົນສ່ວນຫຼາຍຖືວ່າ, ເປົ້າໝາຍເຕີບໂຕ ກວ່າ 10% ໃຫ້ແກ່ປີ 2026 ແລະຊຸມປີຈະມາເຖິງແມ່ນສິ່ງທ້າທາຍໃຫຍ່, ແຕ່ບໍ່ແມ່ນວ່າເປັນໄປບໍ່ໄດ້, ຖ້າບັນດາກໍາລັງແຮງເຕີບໂຕທີ່ມີຢູ່ແລ້ວສືບຕໍ່ໄດ້ຮັບການປັບປຸງ ແລະຍົກລະດັບ.
ຕາມທ່ານ Shantanu Chakraborty ແລ້ວ, 3 ເສົາຄ້ໍາຫຼັກແຫຼ່ງສາມາດສ້າງທ່າເຕີບໂຕສູງກວ່າລວມມີ: ການປະຕິຮູບໂຄງຮ່າງ ເພື່ອປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ ແລະປະສິດທິຜົນການເຄື່ອນໄຫວຂອງຕະຫຼາດ; ຊຸກຍູ້ການຫັນເປັນດີຈີຕອນ ຕິດພັນກັບການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໝູນໃຊ້ທ່າໄດ້ປຽບຂອງກໍາລັງແຮງງານໜຸ່ມ ແລະເຂົ້າໃຈເຕັກໂນໂລຢີ; ແລະດຶງດູດກະແສເງິນລົງທຶນ FDI ທີ່ມີຄຸນນະພາບສູງ, ພິເສດໃນບັນດາຂົງເຂດເຕັກໂນໂລຢີ, ການຜະລິດທີ່ກ້າວໜ້າ ແລະອຸດສາຫະກໍາສີຂຽວ.
ນັກຊ່ຽວຊານ Jung Hyo Chang ກໍ່ຖືວ່າ, ຖ້າຫາກຫວຽດນາມ ຢືດໝັ້ນຕໍ່ກັບການປະຕິຮູບທີ່ມີລັກສະນະແທດຈິງ, ເປົ້າໝາຍການເຕີບໂຕ 2 ຕົວເລກກໍ່ຈະສາມາດບັນລຸໄດ້ງ່າຍກວ່າໃນໄລຍະກາງ, ເຖິງວ່າຍັງຕ້ອງມີເວລາເພື່ອແກ້ໄຂບັນຫາກ່ຽວກັບສະຖຽນລະພາບມະຫາພາກ ແລະສະມັດຕະພາບ.
ບັນດາການຕີຄາລາທີ່ຕັ້ງໜ້າຈາກບັນດາອົງການຈັດຕັ້ງສາກົນ ແລະກຳນົດລະບອບທີ່ມີລັກສະນະນິຕິກຳທາງການເງິນຂະໜາດໃຫຍ່ບໍ່ພຽງແຕ່ສ່ອງແສງໃຫ້ເຫັນໝາກຜົນການເຕີບໂຕທີ່ບັນລຸໄດ້ຢ່າງໜ້າປະທັບໃຈເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈທີ່ນັບມື້ນັບສູງຂອງປະຊາຄົມສາກົນສໍາລັບກຳລັງຄວາມສາມາດບໍລິຫານ ແລະພື້ນຖານມະຫາພາກຂອງຫວຽດນາມ.
ກ້າວເຂົ້າສູ່ປີ 2026, ການເຕີບໂຕໄດ້ຄາດຄະເນວ່າ ຈະປະເຊີນໜ້າກັບຫຼາຍປັດໄຈທີ່ບໍ່ຄົງທີ່ຈາກພາຍນອກ, ແຕ່ບັນດານັກຊ່ຽວຊານຖືວ່າ, ຄວາມສາມາດບົ່ມຊ້ອນດ້ານນະໂຍບາຍ ແລະການປະຕິຮູບທີ່ກຳລັງຜັນຂະຫຍາຍຢູ່ນັ້ນສາມາດຊ່ວຍຫວຽດນາມ ຮັກສາທ່າເຕີບໂຕທີ່ຕ້ັງໜ້າ.
ສິ່ງທີ່ສໍາຄັນກວ່າ, ບັນດາຜົນງານເຫຼົ່ານີ້ແມ່ນບາດກ້າວເດີນທີ່ໜັກແໜ້ນເພື່ອໃຫ້ຫວຽດນາມ ສາມາດປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີໄລຍະ 2026-2030 ແລະປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກໃຫ້ເປັນຢ່າງດີ.
ທີ່ກອງປະຊຸມສະຫຼຸບວຽກງານການເງິນ, ງົບປະມານ, ການລົງທຶນ, ພັດທະນາເສດຖະກິດ-ສັງຄົມ ປີ 2025 ແລະຜັນຂະຫຍາຍໜ້າທີ່ປີ 2026 ຂອງຂະແໜງການເງິນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຊີ້ແຈ້ງວ່າ ເພື່ອບັນລຸໄດ້ເປົ້າໝາຍສູ້ຊົນການເຕີບໂຕ 2 ຕົວເລກ, ບັນລຸໄດ້ການພັດທະນາປະເທດໄວ ແລະຍືນຍົງຕາມມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ, ທຸກຂັັ້ນ, ທຸກຂະແໜງການ, ທຸກທ້ອງຖິ່ນຕ້ອງຊາບຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກໃນທຸກຂົງເຂດຢ່າງເດັດຂາດ, ຄົບຊຸດ, ມີປະສິດທິຜົນ; ປະຕິບັດເປົ້າໝາຍຊຸກຍູ້ການເຕີບໂຕຕິດພັນກັບການຮັກສາສະຖຽນລະພາບມະຫາພາກຢ່າງເດັດຂາດ, ຄົບຊຸດ, ມີປະສິດທິຜົນ.
ແທນທີ່ຈະອີງໃສ່ທ່າໄດ້ປຽບຕົ້ນທຶນຕໍ່າແຕ່ຢ່າງດຽວ, ຫຼາຍວິສາຫະກິດໄດ້ຕອບສະໜອງມາດຕະຖານທີ່ເຄັ່ງຄັດກ່ຽວກັບການຫັນເປັນສີຂຽວ, ກວດກາແຫຼ່ງກໍາເນີດ ແລະປະຕິບັດຕາມລະບຽບແຫຼ່ງກໍາເນີດສິນຄ້າເທື່ອລະກ້າວ. ສິ່ງເຫຼົ່ານີ້ຊ່ວຍໃຫ້ຫວຽດນາມ ຫຼຸດຜ່ອນຄວາມກົດດັນຈາກຮົ້ວກີດຂວາງທາງດ້ານເຕັກນິກ ແລະອັດຕາການເສຍພາສີໃໝ່, ພ້ອມທັງຮັກສາການມີໜ້າຢູ່ບັນດາຕະຫຼາດໃຫຍ່ ແລະມີຄວາມຕ້ອງການສູງ.
ໂດຍ: ໄຊນີດາ