ຫວຽດນາມ ສືບຕໍ່ຮັກສາຕຳແໜ່ງຄູ່ຮ່ວມມືການຄ້າອັນດັບທີ 10 ຂອງສິງກະໂປ, ດ້ວຍວົງເງິນການແລກປ່ຽນການຄ້າສອງຝ່າຍບັນລຸເກືອບ 36 ຕື້ ໂດລາສິງກະໂປ, ເພີ່ມຂຶ້ນ 25,7% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2024, ເພີ່ມຂຶ້ນ 13,56% ເມື່ອທຽບໃສ່ວົງເງິນການຄ້າທັງໝົດຂອງ ປີ 2024 (31,67 ຕື້ ໂດລາສິງກະໂປ). ນີ້ແມ່ນມູນຄ່າວົງເງິນການສົ່ງອອກ-ນໍາເຂົ້າ ສອງຝ່າຍສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

ຫ້ອງການການຄ້າຫວຽດນາມ ປະຈຳສິງກະໂປ ໄດ້ອ້າງອີງຂໍ້ມູນສະຖິຕິຈາກອົງການຄຸ້ມຄອງວິສາຫະກິດສິງກະໂປ ໂດຍໃຫ້ຮູ້ວ່າ ສະເພາະເດືອນພະຈິກ 2025, ຍອດວົງເງິນການນໍາເຂົ້າ-ສົ່ງອອກຂອງສິງກະໂປ ກັບຫວຽດນາມ ບັນລຸ 2,9 ຕື້ ໂດລາສິງກະໂປ, ເພີ່ມຂຶ້ນ 15,8% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2024, ໃນນັ້ນ, ການສົ່ງອອກຂອງສິງກະໂປ ໄປຍັງຫວຽດນາມ ບັນລຸ 1,8 ຕື້ ໂດລາສິງກະໂປ, ເພີ່ມຂຶ້ນ 0,1%; ການນຳເຂົ້າຈາກຫວຽດນາມ ບັນລຸ 1,1 ຕື້ໂດລາສິງກະໂປ, ເພີ່ມຂຶ້ນ 55,2%. ໃນການສົ່ງອອກສິນຄ້າຂອງສິງກະໂປ, ມູນຄ່າການສົ່ງອອກຜະລິດຕະພັນທີ່ຜະລິດຢູ່ພາຍໃນປະເທດ ໄປຍັງຫວຽດນາມ ບັນລຸ 450,3 ລ້ານ ໂດລາສິງກະໂປ, ຫຼຸດລົງ 13,4%.

ໃນ 11 ເດືອນ ຂອງປີ 2025, ຍອດວົງເງິນການນໍາເຂົ້າ-ສົ່ງອອກ ຂອງສິງກະໂປ ກັບຫວຽດນາມ ບັນລຸ 36 ຕື້ ໂດລາສິງກະໂປ, ເພີ່ມຂຶ້ນ 25,7% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2024. ໃນນັ້ນ, ການສົ່ງອອກຂອງສິງກະໂປ ໄປຍັງຫວຽດນາມ ບັນລຸ 24,5 ຕື້ໂດລາສິງກະໂປ, ເພີ່ມຂຶ້ນ 17,7%; ການນຳເຂົ້າຈາກຫວຽດນາມ ບັນລຸ 11,5 ຕື້ໂດລາສິງກະໂປ, ເພີ່ມຂຶ້ນ 47,2%. ໃນການສົ່ງອອກສິນຄ້າຂອງສິງກະໂປ, ມູນຄ່າການສົ່ງອອກຜະລິດຕະພັນທີ່ຜະລິດຢູ່ພາຍໃນປະເທດໄປຍັງຫວຽດນາມ ບັນລຸ 6.6 ຕື້ ໂດລາສິງກະໂປ, ເພີ່ມຂຶ້ນ 4.8%.

leftcenterrightdel
ບັນຍາກາດທີ່ທ່າເຮືອຕູ້ຄອນເທນເນີຂອງສິງກະໂປ ໃນວັນທີ 3 ມິຖຸນາ 2022. ພາບ: ສໍານັກຂ່າວສານຫວຽດນາມ.

ຖ້າຄິດໄລ່ແຕ່ຕົວເລກນຳເຂົ້າ-ສົ່ງອອກ, ສິງກະໂປ ກໍາລັງເປັນປະເທດສົ່ງອອກເກີນດຸນ, ດ້ວຍມຸນຄ່າການສົ່ງອອກເກີນດຸນໄປຍັງຫວຽດນາມ ຕາມການຮັບຮູ້ຂອງສິງກະໂປ ແມ່ນບັນລຸ 13 ຕື້ໂດລາສິງກະໂປ, ເທົ່າກັບໄລຍະດຽວກັນໃນປີ 2024.

ກ່ຽວກັບການສົ່ງອອກ, ໃນ 11 ເດືອນແຕ່ຕົ້ນ ປີ 2025, ສອງໝວດສິນຄ້າ ແມ່ນ: ເຄື່ອງຈັກ, ອຸປະກອນໄຟຟ້າ ແລະຊີ້ນສ່ວນ (HS 85) ແລະເຊື້ອເພີງ, ນ້ຳມັນ ແລະຜະລິດຕະພັນກັ່ນຕອງ; ບັນດາທາດທີ່ມີ bi-tum; ຂີ້ເຜີ້ງຈາກແຮ່ທາດ (HS 27) ສືບຕໍ່ເປັນໝວດສິນຄ້າສົ່ງອອກອັນດັບທີ 1 ແລະ 2 ຂອງສິງກະໂປ ໄປຍັງຫວຽດນາມ. ຍອດມູນຄ່າການສົ່ງອອກຂອງສອງໝວດສິນຄ້ານີ້ບັນລຸ 16,5 ຕື້ໂດລາສິງກະໂປ, ເຊິ່ງກວມເອົາ 67,5% ຂອງຍອດມູນຄ່າການສົ່ງອອກຂອງສິງກະໂປ ໄປຍັງຫວຽດນາມ ໃນ 11 ເດືອນຂອງ ປີ 2025. ສິນຄ້າສອງໝວດນີ້ກໍພວມເຕີບໂຕດີພໍສົມຄວນ, ລະອຽດແມ່ນ: ໝວດເຄື່ອງຈັກ, ອຸປະກອນໄຟຟ້າ ແລະຊີ້ນສ່ວນ (HS 85) ມີມຸນຄ່າການສົ່ງອອກໄປຍັງຫວຽດນາມ ບັນລຸ 12,8 ຕື້ ໂດລາສິງກະໂປ, ເພີ່ມຂຶ້ນ 28,2% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2024; ໝວດເຊື້ອເພີງ, ນ້ຳມັນ ແລະຜະລິດຕະພັນກັ່ນຕອງ; ບັນດາທາດທີ່ມີ bi-tum; ຂີ້ເຜີ້ງຈາກແຮ່ທາດ (HS 27) ບັນລຸ 3,7 ຕື້ໂດລາສິງກະໂປ, ເພີ່ມຂຶ້ນ 14,2%.

ນອກຈາກສິນຄ້າສອງໝວດທີ່ໄດ້ກ່າວມາຂ້າງເທິງ, ໃນ Top 15 ບັນດາໝວດສິນຄ້າສົ່ງອອກຕົ້ນຕໍຂອງສິງກະໂປ ໄປຍັງຫວຽດນາມ ໃນ 11 ເດືອນຂອງປີ 2025 ຍັງມີບາງໝວດສິນຄ້າອື່ນໆອີກທີ່ເປັນໜ້າເອົາໃຈໃສ່ນັ້ນແມ່ນ: ເຕົາຫຼອມນິວເຄຼຍ, ໝໍ້ຜະລິດອາຍນ້ຳ, ເຄື່ອງຈັກ, ອຸປະກອນກົນຈັກ ແລະຊີ້ນສ່ວນ (HS 84) ບັນລຸ 2 ຕື້ໂດລາສິງກະໂປ, ເພີ່ມຂຶ້ນ 39,1%; ພຼາດສະຕິກ ແລະຜະລິດຕະພັນຈາກພຼາດສະຕິກ (HS 39) ບັນລຸ 929,8 ລ້ານໂດລາສິງກະໂປ, ຫຼຸດລົງ 9,5%; ຫົວເຊື້ອນ້ຳມັນ, ນ້ຳຫອມ, ເຄື່ອງສຳອາງ ຫຼື ຜະລິດຕະພັນອະນາໄມ (HS 33) ບັນລຸ 553,7 ລ້ານໂດລາສິງກະໂປ, ຫຼຸດລົງ 8%.

ໃນ 11 ເດືອນຂອງປີ 2025, ໝວດເຄື່ອງຈັກ, ອຸປະກອນໄຟຟ້າ ແລະຊີ້ນສ່ວນ (HS 85) ຍັງສືບຕໍ່ເປັນໝວດສິນຄ້າທີ່ມີມູນຄ່າການນໍາເຂົ້າສູງສຸດທີ່ສິງກະໂປ ນຳເຂົ້າຈາກຫວຽດນາມ, ບັນລຸເກືອບ 5,9 ຕື້ໂດລາສິງກະໂປ, ເພີ່ມຂຶ້ນ 105,5% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2024 ແລະກວມເອົາ 51,9% ຂອງມູນຄ່າການນຳເຂົ້າທັງໝົດ ຂອງສິງກະໂປ ຈາກຫວຽດນາມ. ຢືນອັນດັບທີສອງ ແລະອັນດັບສາມ ກ່ຽວກັບມູນຄ່າການນຳເຂົ້າຂອງສິງກະໂປ ຈາກຫວຽດນາມ ແມ່ນໝວດສິນຄ້າ: ເຕົາຫຼອມນິວເຄຼຍ, ໝໍ້ຜະລິດອາຍນ້ຳ, ເຄື່ອງຈັກ, ອຸປະກອນກົນຈັກ ແລະຊີ້ນສ່ວນ (HS 84), ບັນລຸ 2,7 ຕື້ໂດລາສິງກະໂປ, ເພີ່ມຂຶ້ນ 68,3%; ແກ້ວ ແລະຜະລິດຕະພັນຈາກແກ້ວ (HS 70), ບັນລຸເກືອບ 774,4 ລ້ານໂດລາສິງກະໂປ, ເພີ່ມຂຶ້ນ 3,1%.

ຕາມທ່ານ ກາວຊວນຖັງ, ທີ່ປຶກສາທູດດ້ານການຄ້າຫວຽດນາມ ປະຈໍາ ສິງກະໂປ ແລ້ວ, ໃນປີ 2026 ເສດຖະກິດຂອງສິງກະໂປ ອາດຈະເຕີບໂຕຊ້າລົງ ເມື່ອທຽບໃສ່ປີ 2025. ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 10 ຂອງສິງກະໂປ ກໍຈະໄດ້ຮັບຜົນກະທົບໂດຍກົງເຊັ່ນກັນ. ດ້ວຍລັກສະນະທີ່ເປັນເອກະລັກສະເພາະຂອງຕົນ ສິງກະໂປ ເປັນຕະຫຼາດຖ່າຍປ່ຽນສິນຄ້າ, ກຳລັງຄວາມສາມາດບໍລິໂພກຂອງປະຊາຊົນພາຍໃນປະເທດ 6 ລ້ານຄົນ ແລະນັກທ່ອງທ່ຽວປະມານ 15 ລ້ານຄົນຕໍ່ປີເມື່ອເບິ່ງລວມແລ້ວແມ່ນອີ່ມຕົວ. ການເຕີບໂຕຂອງຕະຫຼາດຕົ້ນຕໍແມ່ນຜ່ານຊ່ອງທາງນັກທຸລະກິດສິງກະໂປ ເພື່ອສົ່ງອອກໄປຍັງປະເທດທີສາມ. ດັ່ງນັ້ນ, ເພື່ອສືບຕໍ່ຮັກສາທ່າເຕີບໂຕຂອງການສົ່ງອອກກັບຕະຫຼາດສິງກະໂປ, ວິສາຫະກິດຕ້ອງສືບຕໍ່ຮັກສາຄຸນນະພາບຜະລິດຕະພັນໃຫ້ດີ, ເພີ່ມທະວີການປັບປຸງຮູບແບບການຫຸ້ມຫໍ່ສິນຄ້າ, ນໍາໃຊ້ເຕັກໂນໂລຢີເພື່ອຮັບປະກັນປະລິມານ ແລະຄຸນນະພາບຂອງສິນຄ້າ, ຫຼຸດຜ່ອນຕົ້ນທຶນການຜະລິດ ແລະຮັກສາຊື່ສຽງຂອງຍີ່ຫໍ້ຜະລິດຕະພັນ, ຍີ່ຫໍ້ຂອງວິສາຫະກິດ ແລະຍີ່ຫໍ້ແຫ່ງຊາດໃນເວທີສາກົນ.

ໂດຍ: ຈາງຫງວຽນ