ເມື່ອແລກປ່ຽນກັບນັກຂ່າວຫວຽດນາມ ເນື່ອງໃນໂອກາດປີໃໝ່ສາກົນ 2026, ທ່ານນາງເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງການພົວພັນທີ່ແໜ້ນແຟ້ນລະຫວ່າງສອງລັດຖະບານ ກໍ່ຄືຄວາມສະໜິດຕິດພັນທີ່ນັບມື້ນັບເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ.

ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ທ່ານນາງຕີລາຄາກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ໃນປີທີ່ຜ່ານມາຄືແນວໃດ?

ທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ: ປີ 2025 ແມ່ນປີແຫ່ງການເພີ່ມທະວີຄວາມສະໜິດຕິດພັນ ແລະບັນລຸຄວາມກ້າວໜ້າທີ່ແທດຈິງຫຼາຍຢ່າງໃນການພົວພັນຫວຽດນາມ - ອົດສະຕາລີ. ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຍັງສືບຕໍ່ໄດ້ຮັບການປັບປຸງຢ່າງແຂງແຮງ, ໂດຍອີງໃສ່ພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະໃຫ້ຄຳໝັ້ນສັນຍາລວມຕໍ່ສະຖຽນລະພາບ ແລະວັທະນາຖາວອນຂອງພາກພື້ນ.

ການແລກປ່ຽນທາງດ້ານການເມືອງຂັ້ນສູງໄດ້ສວມບົດບາດໃຈກາງໃນໝາກຜົນເຫຼົ່ານີ້. ທ່ານ Anthony Albanese ນາຍົກລັດຖະມົນຕີອົດສະຕາລີ ໄດ້ພົບປະກັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຢູ່ນອກກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະກອງປະຊຸມການນຳ APEC, ຜ່ານນັ້ນໄດ້ຢືນຢັນຄືນໃໝ່ເຖິງບຸລິມະສິດລວມ.

leftcenterrightdel
ທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນທັງສອງຝ່າຍໄດ້ບັນລຸຄວາມຄືບໜ້າທີ່ລະອຽດທັງຫົກເສົາຄໍ້າຂອງຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທະຫານເຮືອປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມການຝຶກຊ້ອມ KAKADU - ເປັນຄັ້ງທຳອິດທີ່ກໍາປັ່ນທະຫານເຮືອຫວຽດນາມ ໄດ້ໄປຢ້ຽມຢາມອົດສະຕາລີ - ເຊິ່ງເປັນຂີດໝາຍບາດກ້າວການພັດທະນາໃໝ່ໃນການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ. ໃນຂົງເຂດການສຶກສາ, ອົດສະຕາລີ ໄດ້ມອບທຶນການສຶກສາຂອງລັດຖະບານ (AAS) ຈຳນວນ 72 ທຶນ ແລະຈັດຕັ້ງ 3 ໂຄງການແລກປ່ຽນຄວາມຮູ້ຜ່ານສູນ ຫວຽດນາມ-ອົດສະຕາລີ. ໃນຂົງເຂດເຕັກໂນໂລຊີ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາທີ່ມີລັກສະນະບາດລ້ຽວກ່ຽວກັບການຮ່ວມມືດ້ານຄວາມປອດໄພທາງໄຊເບີ ແລະການຮ່ວມມືດ້ານເຕັກໂນໂລຊີທີ່ສຳຄັນ, ເຊິ່ງປະກອບສ່ວນເຂົ້າໃນການປັບປຸງຄວາມສາມາດທົນທານໃນຂົງເຂດຫຼັກແຫຼ່ງຕໍ່ຄວາມໝັ້ນຄົງ ແລະເສດຖະກິດຮ່ວມກັນຂອງທັງສອງປະເທດໃນອະນາຄົດ.

ເມື່ອຫວນຄືນໃນປີທີ່ຜ່ານມາ, ສາມາດເຫັນໄດ້ວ່າຄຳໝັ້ນສັນຍາສ່ວນຫຼາຍໄດ້ປະຕິບັດສໍາເລັດ ຫຼື ກຳລັງຜັນຂະຫຍາຍຖືກຕາມຄວາມຄືບໜ້າ. ກໍາລັງໜູນນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງສາຍພົວພັນທີ່ແໜ້ນແຟ້ນລະຫວ່າງສອງລັດຖະບານເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນເຖິງການຕິດພັນທີ່ນັບມື້ນັບເລິກເຊິ່ງລະຫວ່າງປະຊາຊົນສອງປະເທດອີກດ້ວຍ.

ນັກຂ່າວ: ຫຼັງຈາກຫວຽດນາມ ແລະ ອົດສະຕາລີ ໄດ້ຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການໃນເດືອນມີນາ 2024, ຕາມທ່ານນາງເອກອັກຄະລັດຖະທູດແລ້ວ, ຂົງເຂດໃດມີຄວາມສາມາດບົ່ມຊ້ອນສ້າງບຸກທະລຸໃນຊຸມປີຕໍ່ໜ້າ?

ທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ: ການຍົກລະດັບການພົວພັນອົດສະຕາລີ-ຫວຽດນາມ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເປັນຂີດໝາຍບາດກ້າວທີ່ສຳຄັນ, ໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ. ທັງສອງຝ່າຍໄດ້ຕົກລົງທີ່ຈະຂະຫຍາຍການຮ່ວມມືໃນຫົກເສົາຄ້ຳ, ຄື: ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍຸຕິທຳ; ການຮ່ວມມືດ້ານເສດຖະກິດ; ພູມປັນຍາ ແລະການພົບປະແລກປ່ຽນປະຊາຊົນ; ດິນຟ້າອາກາດ, ສິ່ງແວດລ້ອມ ແລະພະລັງງານ; ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນປ່ຽນດີຈີຕອນ; ການຮ່ວມມືພາກພື້ນ ແລະສາກົນ.

ປະຈຸບັນ, ພວກເຮົາມີຂອບເຂດທີ່ຮອບດ້ານໃຫ້ແກ່ການເຄື່ອນໄຫວພົບປະຂັ້ນສູງ, ລວມທັງການສົນທະນາເປັນປະຈຳລະຫວ່າງການນຳ ແລະການພົວພັນຢ່າງຕໍ່ເນື່ອງລະຫວ່າງເຈົ້າໜ້າທີ່ອາວຸໂສ. ພື້ນຖານມີຄວາມເຂັ້ມແຂງ; ໜ້າທີ່ລວມແມ່ນການເຮັດໃຫ້ຄວາມທະເຍີທະຍານກາຍເປັນໝາກຜົນໃນພຶກຕິກຳຕົວຈິງ, ນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນທັງສອງປະເທດ.

ໃນໄລຍະຈະມາເຖິງ, ອົດສະຕາລີ ຈະສືບຕໍ່ສະໜັບສະໜູນເປົ້າໝາຍບຸກທະລຸຂອງຫວຽດນາມ ກ່ຽວກັບເສດຖະກິດ, ວິທະຍາສາດ ແລະເຕັກໂນໂລຊີ. ຜ່ານຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເຖິງປີ 2040, ອົດສະຕາລີ ຈະຊຸກຍູ້ການເປີດກວ້າງການຄ້າ ແລະການລົງທຶນ, ເປີດກວ້າງລະບົບຕ່ອງໂສ້ການສະໜອງ, ພ້ອມທັງການຮ່ວມມືໃນຂົງເຂດທີ່ພົ້ນເດັ່ນຫຼັກແຫຼ່ງຕໍ່ການເຕີບໂຕໃນອະນາຄົດຂອງຫວຽດນາມ, ເຊັ່ນ: ການຜະລິດທີ່ກ້າວໜ້າ, ພະລັງງານສະອາດ ແລະການບໍລິການດີຈີຕອນ.

ການສຶກສາ ແລະການພັດທະນາແຫຼ່ງຊັບພະຍາກອນມະນຸດຍັງເປັນເສົາຄ້ຳຂອງການຮ່ວມມືສອງຝ່າຍ, ປະກອບສ່ວນເຂົ້າໃນການບຳລຸງສ້າງຄົນລຸ້ນໜຸ່ມໃຫ້ມີທັກສະ ແລະກໍາລັງຄວາມສາມາດນຳພາ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະນະວັດຕະກຳຂອງຫວຽດນາມ. ມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າຂອງອົດສະຕາລີ ກຳລັງເພີ່ມທະວີການຮ່ວມມືກັບຄູ່ຮ່ວມມືຫວຽດນາມ ເພື່ອແນໃສ່ຍູ້ໄວການແລກປ່ຽນພູມປັນຍາ ແລະຍົກສູງກໍາລັງຄວາມສາມາດດ້ານວິທະຍາສາດ - ເຕັກໂນໂລຊີ.

ນັກຂ່າວ: ອົດສະຕາລີ ຕີລາຄາບົດບາດຂອງຫວຽດນາມ ໃນການຫັນປ່ຽນພະລັງງານຂອງອາຊຽນ ຄືແນວໃດ ແລະອັນໃດແມ່ນບຸລິມະສິດຂອງອົດສະຕາລີ ໃນການສະໜັບສະໜູນຫວຽດນາມ ປະຕິບັດຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດ?

ທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ: ອົດສະຕາລີ ຖືວ່າ ຫວຽດນາມ ເປັນຄູ່ຮ່ວມມືຫຼັກແຫຼ່ງໃນການສ້າງພະລັງງານສະອາດຂອງພາກພື້ນໃນອະນາຄົດ. ບົດບາດນຳໜ້າຂອງຫວຽດນາມ ໃນຂໍ້ລິເລີ່ມເຄືອຂ່າຍໄຟຟ້າອາຊຽນ ແລະຂໍ້ຕົກລົງການສົ່ງອອກໄຟຟ້າໄປຍັງມາເລເຊຍ, ສິງກະໂປ, ແລະ ກຳປູເຈຍ - ພ້ອມທັງນຳເຂົ້າພະລັງງານທົດແທນຈາກລາວ - ໄດ້ກຳນົດຫວຽດນາມ ເປັນສູນຮ່ວມມື ແລະການຫັນປ່ຽນພະລັງງານໃນພາກພື້ນ.

ໃນລະດັບສອງຝ່າຍ, ອົດສະຕາລີ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນເປົ້າໝາຍການພັດທະນາໄຟຟ້າຂອງຫວຽດນາມ, ລວມທັງໂຄງການ Aus4Growth ທີ່ເປັນໂຄງການຫຼັກ. ໃນຂົງເຂດພະລັງງານ, ພວກຂ້າພະເຈົ້າກຳລັງລົງທຶນໃສ່ການຊ່ວຍເຫຼືອດ້ານເຕັກນິກ ແລະການສົນທະນາ ລັດຖະບານ-ລັດຖະບານ ເພື່ອຊ່ວຍຫວຽດນາມ ພັດທະນາຕະຫຼາດໄຟຟ້າທີ່ມີການແຂ່ງຂັນ, ສ້າງເຄືອຂ່າຍໄຟຟ້າ ແລະປະມວນພະລັງງານທົດແທນ. ການເຄື່ອນໄຫວເຫຼົ່ານີ້ລວມມີການຄົ້ນຄວ້າກ່ຽວກັບເຕັກໂນໂລຊີທີ່ສະອາດ ແລະປະຢັດພະລັງງານ, ເຕັກໂນໂລຊີດີຈີຕອນອັດສະລິຍະ ພ້ອມກັບເພດານກຳນົດລາຄາໄຟຟ້າທີ່ໂປ່ງໃສ.

ນັກຂ່າວ: ໃນໄລຍະມໍ່ໆມານີ້ ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອດ້ານມະນຸດສະທຳຈຳນວນ 3,8 ລ້ານໂດລາອົດສະຕາລີ ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ພາກກາງຂອງຫວຽດນາມ ທີ່ໄດ້ຮັບຜົນສະທ້ອນຈາກນ້ຳຖ້ວມຢ່າງຮ້າຍແຮງ. ໃນອະນາຄົດ, ສອງປະເທດຈະສຸມໃສ່ການຮ່ວມມືໃນຂົງເຂດຫຼັກແຫຼ່ງໃດແດ່ເພື່ອເພີ່ມທະວີຄວາມສາມາດຕ້ານທານຕໍ່ດິນຟ້າອາກາດ ແລະການຮັບມືກັບໄພພິບັດທໍາມະຊາດ?

ທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈໍາຫວຽດນາມ: ກ່ອນອື່ນໝົດ, ຂ້າພະເຈົ້າຂໍສະແດງຄວາມເສຍໃຈຢ່າງເລິກເຊິ່ງທີ່ສຸດຕໍ່ປະຊາຊົນທຸກຄົນທີ່ໄດ້ຮັບຜົນສະທ້ອນຈາກພາຍຸ ແລະນ້ຳຖ້ວມຮ້າຍແຮງທີ່ຜ່ານມາຢູ່ບັນດາແຂວງພາກກາງ ແລະພາກເໜືອຂອງຫວຽດນາມ. ຄວາມຄິດຂອງພວກຂ້າພະເຈົ້າ ຍາມໃດກໍ່ມຸ່ງໄປເຖິງບັນດາຄອບຄົວ ແລະຊຸມຊົນໃນຂະບວນການຟື້ນຟູຫຼັງຈາກໄດ້ຮັບຜົນສະທ້ອນຈາກໄພພິບັດນີ້.

ທີສອງແມ່ນເພີ່ມທະວີຄວາມສາມາດຄວາມຕ້ານທານຕໍ່ດິນຟ້າອາກາດໃນໄລຍະຍາວ. ອົດສະຕາລີ ກຳລັງສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະຄຸ້ມຄອງຄວາມຖີ່ຂອງໄພພິບັດທາງທຳມະຊາດທີ່ນັບມື້ເພີ່ມຂຶ້ນ. ຜ່ານໂຄງການ Aus4Adaptation ໃໝ່, ອົດສະຕາລີ ຈະສະໜັບສະໜູນການຈັດຕັ້ງປະຕິບັດແຜນການຮັບມືແຫ່ງຊາດຂອງຫວຽດນາມໃນຫຼາຍຂົງເຂດ ແລະຂະຫຍາຍເຕັກໂນໂລຊີສູງທີ່ມີຄວາມຍືນຍົງ ແລະຄວາມສາມາດທົນທານໃນຂົງເຂດກະສິກຳ.

ທັງຫວຽດນາມ ແລະ ອົດສະຕາລີ ລ້ວນແຕ່ປະເຊີນໜ້າກັບສິ່ງທ້າທາຍດ້ານດິນຟ້າອາກາດຫຼາຍພໍສົມຄວນ. ຜ່ານຄວາມມານະພະຍາຍາມເຫຼົ່ານີ້, ສອງປະເທດກຳລັງສ້າງການພົວພັນຄູ່ຮ່ວມມືທີ່ມຸ່ງໄປເຖິງອະນາຄົດ, ເພີ່ມທະວີຄວາມສາມາດຕ້ານທານຂອງຫວຽດນາມ ແລະຮັບມືໂດຍກົງກັບວິກິດການດິນຟ້າອາກາດຢ່າງຮີບດ່ວນ.

ນັກຂ່າວ: ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ!

ໂດຍ: ຈາງຫງວຽນ