ປະຊາຊົນໄດ້ຮັບການດູແລສຸຂະພາບຕະຫຼອດຊີວິດ
ການກວດສຸຂະພາບປະຈໍາໄລຍະໃຫ້ແກ່ປະຊາຊົນໂດຍບໍ່ເສຍຄ່າແມ່ນບາດກ້າວເດີນທີ່ສຳຄັນ, ບໍ່ພຽງແຕ່ຊ່ວຍຍົກສູງຄຸນນະພາບການດູແລສຸຂະພາບຂອງປະຊາຊົນເທົ່ານັ້ນ ຫາກຍັງສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນແຕ່ລະຄົນສາມາດຮັກສາສຸຂະພາບໃຫ້ດີ, ມີຄວາມອຸ່ນອ່ຽນໃຈເຮັດວຽກ ແລະຮໍ່າຮຽນ. ນອກຈາກນັ້ນ, ການກວດສຸຂະພາບປະຈໍາໄລຍະຍັງມີບົດບາດສໍາຄັນໃນການພົບເຫັນພະຍາດໂດຍໄວ, ຊ່ວຍໃຫ້ແພດໝໍວາງແຜນການປິ່ນປົວພະຍາດທັນເວລາ, ຫຼຸດຜ່ອນຄວາມສ່ຽງເປັນພະຍາດຮ້າຍແຮງ. ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍປັບປຸງຄຸນນະພາບການດຳລົງຊີວິດຂອງປະຊາຊົນເທົ່ານັ້ນ ຫາກຍັງຫຼຸດຜ່ອນຄວາມກົດດັນໃຫ້ແກ່ລະບົບສາທາລະນະສຸກອີກດ້ວຍ.
    |
 |
|
ປະຊາຊົນມາກວດສຸຂະພາບຢູ່ໂຮງໝໍດຶກຢາງ (ຮ່າໂນ້ຍ). ພາບ: ເຈິ່ນແອງ |
ທ່ານ ເຈິ່ນວັນຖ໊ວນ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ແຜນນະໂຍບາຍຈັດຕັ້ງການກວດສຸຂະພາບປະຈໍາໄລຍະ ໃຫ້ແກ່ປະຊາຊົນໝົດທຸກຄົນທີ່ກົມການເມືອງ ໄດ້ກໍານົດຢ່າງຈະແຈ້ງໃນມະຕິເລກທີ 72-NQ/TW ລົງວັນທີ 9 ກັນຍາ 2025, ດ້ວຍຄວາມຮຽກຮ້ອງຕ້ອງການແມ່ນ ນັບແຕ່ຕົ້ນປີ 2026, ປະຊາຊົນຈະໄດ້ກວດສຸຂະພາບປະຈໍາໄລຍະ ຫຼື ກວດເບ້ື້ອງຕົ້ນໂດຍບໍ່ເສຍຄ່າ ໜ້ອຍສຸດປີລະຄັ້ງ, ໄດ້ສ້າງປື້ມກວດສຸຂະພາບເອເລັກໂຕນິກ ເພື່ອຄຸ້ມຄອງສຸຂະພາບຕະຫຼອດຊີວິດ. ລັດຖະບານໄດ້ຫັນໂຄງການດໍາເນີນງານເປັນລະອຽດ ໃນມະຕິເລກທີ 282, ໃນນັ້ນມອບໃຫ້ກະຊວງສາທາລະນະສຸກ ເປັນເຈົ້າພາບ ສ້າງແຜນການຜັນຂະຫຍາຍໃນຂອບເຂດທົ່ວປະເທດ.
ທ່ານ ເຈິ່ນວັນຖ໊ວນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເນັ້ນໜັກວ່າ, ການກວດສຸຂະພາບປະຈໍາໄລຍະບໍ່ພຽງແຕ່ແມ່ນການເຄື່ອນໄຫວດ້ານວິຊາສະເພາະທາງການແພດເທົ່ານັ້ນ ຫາກຍັງແມ່ນນະໂຍບາຍຮັບປະກັນຊີວິດສັງຄົມອີກດ້ວຍ. ນີ້ກໍແມ່ນມາດຕະການແກ້ໄຂໂດຍພື້ນຖານເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍດ້ານການແພດ, ຫຼຸດຜ່ອນຈໍານວນຄົນເຈັບໃຫ້ໂຮງໝໍ ແລະຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຂອງປະເທດໃນສະພາບຜູ້ອາຍຸຫຼາຍກວມເອົາອັດຕາສ່ວນສູງ.
ຫຼຸດຜ່ອນຄວາມກົດດັນໃຫ້ລະບົບສາທາລະນະສຸກ
ສະພາບຕົວຈິງ, ຊາວຫວຽດນາມຫຼາຍຄົນໄປກວດພະຍາດ ແມ່ນໃນຂະນະທີ່ພະຍາດຂອງຕົນເປັນໜັກຫຼາຍແລ້ວ, ສິ່ງດັ່ງກ່າວໄດ້ເຮັດໃຫ້ການປິ່ນປົວແກ່ຍາວ, ຄ່າໃຊ້ຈ່າຍຫຼາຍ, ຊ້ຳບໍ່ໜຳບໍ່ມີປະສິດທິຜົນ. ມະຕິເລກທີ 72 ໄດ້ຫັນຈຸດສຸມຈາກການ “ປິ່ນປົວ” ໄປເປັນການ “ປ້ອງກັນ”. ຖືເອົາການແພດປ້ອງກັນ ແລະການແພດຮາກຖານເປັນພື້ນຖານ. ຕາມບັນດາຜູ້ຊ່ຽວຊານແລ້ວ, ນີ້ແມ່ນບາດກ້າວທີ່ສຳຄັນໃນການປ້ອງກັນພະຍາດ, ຊ່ວຍຍົກສູງສຸຂະພາບຂອງປະຊາຊົນ, ຫຼຸດຜ່ອນຄວາມກົດດັນຕໍ່ລະບົບສາທາລະນະສຸກ.
ເຖິງຢ່າງໃດກໍຕາມ, ນັກຊ່ຽວຊານຫຼາຍຄົນ ຍັງໄດ້ຊີ້ອອກວ່າ, ປະຈຸບັນ, ປະຊາຊົນໄປກວດສຸຂະພາບປະຈຳໄລຍະແມ່ນມີຈຳນວນຫຼວງຫຼາຍ ແລະຫຼາຍຮູບຫຼາຍແບບ, ເຊິ່ງຮຽກຮ້ອງໃຫ້ສຸມແຫຼ່ງກຳລັງຢ່າງຫຼວງຫຼາຍເພື່ອຈັດຕັ້ງປະຕິບັດ. ເລື່ອງແບ່ງກຸ່ມເປົ້າໝາຍຍັງມີຄໍາຄິດເຫັນ ແລະວິທີການເຂົ້າເຖິງແຕກຕ່າງກັນ. ການກໍານົດ ແລະຈັດສັນງົບປະມານຂອງລັດເພື່ອກວດສຸຂະພາບຍັງມີຄວາມຫຍຸ້ງຍາກຫຼາຍ.
    |
 |
|
ປະຊາຊົນມາສັກວັກຊິນຢູ່ລະບົບສັກຢາປ້ອງກັນ VNVC. ພາບ: VNVC |
ຄຽງຂ້າງນັ້ນ, ຍ້ອນພູມສັນຖານ, ບໍລິເວນທີ່ກວ້າງຂວາງ, ປະຊາຊົນມີຄວາມຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນຂ່າວສານ ແລະການບໍລິການກວດສຸຂະພາບ ຫຼື ກວດເບື້ອງຕົ້ນ; ກໍາລັງຄວາມສາມາດໃນການກວດສຸຂະພາບຂອງສຸກສາລາຂອງຕາແສງ, ສູນການແພດ, ໂຮງໝໍເຂດຕ່າງໆບາງແຫ່ງຍັງຈຳກັດ, ຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນຕ້ອງລົງທຶນຍົກລະດັບ... ພື້ນຖານໂຄງລ່າງດ້ານເຕັກໂນໂລຊີຂໍ້ມູນຂ່າວສານຂອງລະບົບການກວດ ແລະປິ່ນປົວພະຍາດຍັງບໍ່ທັນຮັບປະກັນເພື່ອອຳນວຍຄວາມສະດວກໃຫ້ແກ່ການເຊື່ອມຈອດຜົນການກວດສຸຂະພາບ ແລະການສ້າງປື້ມຕິດຕາມສຸຂະພາບເອເລັກໂຕນິກໃຫ້ແກ່ປະຊາຊົນ...
ຕາມທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ແລ້ວ, ເລື່ອງຈັດຕັ້ງການກວດສຸຂະພາບປະຈຳໄລຍະ ແລະກວດພະຍາດເບື້ອງຕົ້ນໂດຍໄວ ຈະຊ່ວຍປັບປຸງສະພາບຮ່າງກາຍ, ຍົກສູງຄຸນນະພາບການດຳລົງຊີວິດໃຫ້ດີຂຶ້ນ, ເພີ່ມອາຍຸຂອງປະຊາຊົນ. ນີ້ແມ່ນວິທີການຮັກສາສຸຂະພາບຢ່າງເປັນເຈົ້າການ ແລະມີປະສິດທິຜົນ, ພ້ອມທັງຫຼຸດຜ່ອນຄວາມກົດດັນໃຫ້ຂະແໜງການແພດ. ສິ່ງສໍາຄັນກວ່າແມ່ນຮັບປະກັນໃຫ້ປະຊາຊົນໝົດທຸກຄົນສາມາດເຂົ້າເຖິງການບໍລິການດ້ານການແພດທີ່ຈໍາເປັນໂດຍພື້ນຖານ ໂດຍປາສະຈາກຄວາມເປັນຫ່ວງກັງວົນທາງດ້ານການເງິນ, ສ້າງຄວາມຍຸຕິທໍາ ແລະຄວາມໂປ່ງໃສໃນການດູແລສຸຂະພາບປະຊາຊົນ.
ທ່ານຮອງລັດຖະມົນຕີ ທ່ານ ເຈິ່ນວັນຖ໊ວນ ຍັງໃຫ້ຮູ້ວ່າ: ກອງທຶນປະກັນສຸຂະພາບຈະແມ່ນແຫຼ່ງທຶນຕົ້ນຕໍເພື່ອຈ່າຍຄ່າກວດສຸຂະພາບປະຈໍາໄລຍະ ແລະກວດເບື້ອງຕົ້ນ. ນອກຈາກນັ້ນ, ຄ່າໃຊ້ຈ່າຍຍັງຈະໄດ້ລະດົມຈາກງົບປະມານແຫ່ງລັດ ແລະແຫຼ່ງທຶນທີ່ຖືກກົດໝາຍອື່ນອີກ. ກ່ຽວກັບເນື້ອໃນການກວດສຸຂະພາບ, ກະຊວງສາທາລະນະສຸກ ໄດ້ປະກາດໃຊ້ການແນະນຳດ້ານວິຊາສະເພາະ ສໍາລັບແຕ່ລະກຸ່ມເປົ້າໝາຍ, ໃນນັ້ນມີຜູ້ມີອາຍຸຕ່ຳກວ່າ 18 ປີ ແລະ ອາຍຸ 18 ປີຂຶ້ນໄປ. ຜົນການກວດເບື້ອງຕົ້ນຈະໄດ້ຮັບການອັບເດັດໃນປື້ມຕິດຕາມສຸຂະພາບເອເລັກໂຕນິກ, ປະກອບສ່ວນປັບປຸງຖານຂໍ້ມູນທາງການແພດສ່ວນບຸກຄົນ ແລະຮັບປະກັນຄວາມຄົບຊຸດຕາມເນື້ອໃນຈິດໃຈການຜັນຂະຫຍາຍແຜນຮ່າງ 06 ຂອງລັດຖະບານ ກ່ຽວກັບການພັດທະນາຂໍ້ມູນປະຊາກອນ, ຢັ້ງຢືນຊື່ ແລະການຢັ້ງຢືນຂໍ້ມູນທາງເອເລັກໂຕນິກ.
ໂດຍ: ທູຈາງ