ວັນທີ 17 ທັນວາ ທີ່ຮ່າໂນ້ຍ, ອົງການແຮງງານສາກົນ ປະຈຳ ຫວຽດນາມ (ILO) ແລະກອງທຶນ ເພື່ອເດັກນ້ອຍຂອງ ສະຫະປະຊາຊາດ (UNICEF) ໄດ້ສະເຫຼີມສະຫຼອງ 25 ປີ ທີ່ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາຂອງ ILO ສະບັບເລກທີ 182 ກ່ຽວກັບຮູບການໃຊ້ແຮງງານເດັກນ້ອຍທີ່ຮ້າຍແຮງທີ່ສຸດ. ນີ້ເປັນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນຄຳໝັ້ນສັນຍາທີ່ແຂງແຮງຂອງຫວຽດນາມ ໃນການປົກປ້ອງເດັກນ້ອຍຈາກການຂູດຮີດ ແລະຮັບປະກັນສິດທິຂອງເດັກນ້ອຍ.
ເຫດການນີ້ໄດ້ຢືນຢັນອີກເທື່ອໜຶ່ງເຖິງຄວາມມານະພະຍາຍາມຢ່າງຕໍ່ເນື່ອງຂອງຫວຽດນາມ ໃນວຽກງານເບິ່ງແຍງດູແລ ແລະປົກປ້ອງເດັກນ້ອຍ, ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ ແລະສັງຄົມກວມລວມ ແລະຍືນຍົງ, ສອດຄ່ອງກັບມາດຕະຖານແຮງງານສາກົນ.
ຜົນງານທີ່ເປັນໜ້າຮັບຮູ້
ນັບແຕ່ໄດ້ໃຫ້ສັດຕະຍາບັນສົນທິສັນຍາ ສະບັບເລກທີ 182 ໃນປີ 2000, ຫວຽດນາມ ໄດ້ບັນລຸບາດກ້າວທີ່ສໍາຄັນຫຼາຍຢ່າງໃນວຽກງານປ້ອງກັນ ແລະຢຸດຕິການໃຊ້ແຮງງານເດັກນ້ອຍ, ລວມທັງຮູບການໃຊ້ແຮງງານເດັກນ້ອຍທີ່ຮ້າຍແຮງທີ່ສຸດ. ຜ່ານການປັບປຸງກອບນິຕິກໍາ, ການຜັນຂະຫຍາຍບັນດາໂຄງການແຫ່ງຊາດ ແລະເພີ່ມທະວີການສົມທົບກັນລະຫວ່າງຂະແໜງການ ແລະຢູ່ທຸກຂັ້ນ, ຫວຽດນາມ ໄດ້ປັບປຸງລະບົບການປົກປ້ອງເດັກນ້ອຍ, ເປີດກວ້າງກາລະໂອກາດເຂົ້າເຖິງການສຶກສາ ແລະເພີ່ມທະວີການຕິດຕາມກວດກາສະພາບການຂອງເດັກນ້ອຍໃນການເຂົ້າຮ່ວມການເຄື່ອນໄຫວເສດຖະກິດ.
ໃນຖານະທີ່ເປັນປະເທດນໍາໜ້າໃນພັນທະມິດ 8.7, ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນການເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງປະເທດໃນຄວາມມານະພະຍາຍາມທົ່ວໂລກ ແນໃສ່ຢຸດຕິການໃຊ້ແຮງງານເດັກນ້ອຍ.
    |
 |
|
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ 25 ປີທີ່ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາ ILO ສະບັບເລກທີ 182 ກ່ຽວກັບຮູບແບບການໃຊ້ແຮງງານເດັກນ້ອຍທີ່ຮ້າຍແຮງທີ່ສຸດ. ພາບ: Vietnam+ |
ກໍາລັງໜູນສໍາຄັນອີກອັນໜຶ່ງເພື່ອສ້າງໝາກຜົນ ນັ້ນແມ່ນໂຄງການແຫ່ງຊາດກ່ຽວກັບການປ້ອງກັນ ແລະຫຼຸດຜ່ອນການໃຊ້ແຮງງານເດັກນ້ອຍ ໄລຍະ 2021-2025, ດ້ວຍວິໄສທັດຮອດປີ 2030, ໂດຍສຸມໃສ່ການປ້ອງກັນ, ການກວດພົບໂດຍໄວ ແລະການສ້າງມາດຕະການທີ່ຍືນຍົງສຳລັບກຸ່ມເດັກນ້ອນທີ່ມີຄວາມສ່ຽງ. ໂຄງການດັ່ງກ່າວໄດ້ຕິດພັນກັບການຕ້ານການໃຊ້ແຮງງານເດັກນ້ອຍດ້ວຍນະໂຍບາຍກ່ຽວກັບການສຶກສາ, ການຫຼຸດຜ່ອນຄວາມທຸກຍາກ, ການຮັບປະກັນຊີວິດສັງຄົມ ແລະວຽກເຮັດງານທໍາ, ຜ່ານນັ້ນຈຶ່ງສ້າງວິທີການເຂົ້າເຖິງຢ່າງຮອບດ້ານເພື່ອແນໃສ່ປົກປ້ອງສິດໃຫ້ເດັກນ້ອຍ.
ກ່າວຄໍາເຫັນທີ່ເຫດການ, ທ່ານນາງ Sinwon Park, ຜູ້ອຳນວຍການ ILO ປະຈຳຫວຽດນາມ, ໄດ້ຢືນຢັນວ່າ: "ການຢຸດຕິການໃຊ້ແຮງງານເດັກນ້ອຍບໍ່ພຽງແຕ່ແມ່ນການປົກປ້ອງສິດທິຂອງເດັກນ້ອຍເທົ່ານັ້ນ, ຫາກຍັງແມ່ນການລົງທຶນໃສ່ກຳລັງແຮງງານໃນອະນາຄົດ ແລະການເຕີບໂຕທາງດ້ານເສດຖະກິດຂອງຫວຽດນາມ ອີກດ້ວຍ. ເມື່ອເດັກນ້ອຍໄປໂຮງຮຽນ ແລະພັດທະນາທັກສະ, ເມື່ອໃຫຍ່ຂຶ້ນມາມີວຽກເຮັດງານທຳທີ່ເໝາະສົມ ແລະສະມັດຕະພາບ, ຜົນປະໂຫຍດຈະແຜ່ຂະຫຍາຍໄປສູ່ຄອບຄົວ, ວິສາຫະກິດ ແລະທົ່ວພື້ນຖານເສດຖະກິດທັງໝົດ. ການຢຸດຕິການໃຊ້ແຮງງານເດັກນ້ອຍແມ່ນການລົງທຶນຍຸດທະສາດໃສ່ມູນຄ່າ ແລະຄວາມຍືນຍົງຂອງອະນາຄົດທາງເສດຖະກິດຂອງຫວຽດນາມ".
ສິ່ງທ້າທາຍໃໝ່ໃນຍຸກດີຈີຕອນ
ໃນໄລຍະຈະມາເຖິງ, ອົງການທີ່ກ່ຽວຂ້ອງເນັ້ນໜັກວ່າການຢຸດຕິການໃຊ້ແຮງງານເດັກນ້ອຍ ຮຽກຮ້ອງໃຫ້ມີຄວາມເອົາໃຈໃສ່ ແລະການຕິດຕາມກວດກາຢ່າງເປັນປະຈໍາ, ພິເສດແມ່ນໃນສະພາບການທີ່ຫວຽດນາມ ນັບມື້ນັບເຊື່ອມໂຍງເຂົ້າໃນລະບົບຕ່ອງໂສ້ການສະໜອງຢ່າງເລິກເຊິ່ງ. ເດັກນ້ອຍໃນຄອບຄົວທີ່ມີຄວາມສ່ຽງ - ໄດ້ຮັບຜົນກະທົບຈາກຄວາມທຸກຍາກ, ການເຄື່ອນຍ້າຍ, ການປ່ຽນແປງຂອງດິນຟ້າອາກາດ, ວຽກເຮັດງານທໍາທີ່ບໍ່ເປັນທາງການ ແລະຄວາມຈໍາກັດຂອງການເຂົ້າເຖິງການບໍລິການ - ຈະສືບຕໍ່ເປັນກຸ່ມບຸລິມະສິດໃນຄວາມມານະພະຍາຍາມແຊກແຊງ.
ຜູ້ຕາງໜ້າຂອງກົມແມ່ ແລະເດັກ (ກະຊວງສາທາລະນະສຸກຫວຽດນາມ) ໄດ້ເນັ້ນໜັກວ່າ: "ການປົກປ້ອງເດັກນ້ອຍ ແມ່ນຄວາມຮັບຜິດຊອບຮ່ວມກັນຂອງຄອບຄົວ, ຊຸມຊົນ, ອົງການຂອງລັດ, ຜູ້ອອກແຮງງານ, ຜູ້ໃຊ້ແຮງງານ ແລະວິສາຫະກິດຕ່າງໆ. ບໍ່ມີໜ່ວຍງານໃດສາມາດຢຸດຕິການໃຊ້ແຮງງານເດັກນ້ອຍໄດ້ດ້ວຍຕົວຄົນດຽວ. ສິ່ງນີ້ຮຽກຮ້ອງໃຫ້ມີການຮ່ວມແຮງຮ່ວມໃຈຂອງທຸກຝ່າຍ, ນັບແຕ່ການເພີ່ມທະວີນະໂຍບາຍຮັບປະກັນຊີວິດສັງຄົມສຳລັບຄອບຄົວທີ່ມີຄວາມສ່ຽງຈົນເຖິງການປະຕິບັດກົດໝາຍ ແລະຍົກສູງຄວາມຮັບຜິດຊອບຂອງວິສາຫະກິດ".
ໃນສະພາບການຂອງການຫັນເປັນດີຈີຕອນ, ຄວາມສ່ຽງໃໝ່, ຄື: ການຂູດຮີດເດັກນ້ອຍໃນສະພາບແວດລ້ອມເຄືອຂ່າຍອິນເຕີເນັດ ກຳລັງເກີດຂຶ້ນໄປຄຽງຄູ່ກັບບັນດາປັດໄຈທີ່ມີຄວາມສ່ຽງທີ່ມີຢູ່ແລ້ວ, ຄື: ຄວາມທຸກຍາກ, ການເຄື່ອນຍ້າຍ ແລະວຽກເຮັດງານທໍາທີ່ບໍ່ເປັນທາງການ. ສິ່ງນີ້ຮຽກຮ້ອງໃຫ້ລະບົບການປົກປ້ອງເດັກນ້ອຍຕ້ອງມີຄວາມສາມາດຮັບມືຢ່າງມີປະສິດທິຜົນ ໃນສະພາບການໃນເຄືອຂ່າຍອິນເຕີເນັດທັງອອນລາຍ ແລະບໍ່ອອນລາຍ, ໂດຍອີງໃສ່ການປ້ອງກັນ, ການສຶກສາອົບຮົມ, ການປະຕິບັດ ແລະເຄົາລົບກົດໝາຍຢ່າງມີປະສິດທິຜົນ.
ເພື່ອຫັນເປົ້າໝາຍລວມນີ້ໃຫ້ປະກົດຜົນເປັນຈິງ ແລະຊຸກຍູ້ການບັນລຸເປົ້າໝາຍເຕີບໂຕທາງດ້ານເສດຖະກິດທີ່ມີຄຸນນະພາບສູງ, ຫວຽດນາມ ຕ້ອງສືບຕໍ່ສຸມໃສ່ປົກປ້ອງສິດພື້ນຖານຂອງເດັກນ້ອຍຜ່ານບັນດາໂຄງການທີ່ເຂົ້າເຖິງ, ປະສົມປະສານ, ລວມມີການສຶກສາ ແລະການຮັບປະກັນຊີວິດສັງຄົມ.
ອົງການ ILO, UNICEF ແລະສະຫະປະຊາຊາດ ປະຈໍາຫວຽດນາມ ຢືນຢັນຄືນໃໝ່ຄຳໝັ້ນສັນຍາທີ່ຈະຮ່ວມເດີນທາງກັບຫວຽດນາມ ໃນການຜັນຂະຫຍາຍບັນດາໂຄງການແຫ່ງຊາດ ແລະເພີ່ມທະວີການປະຕິບັດກົດໝາຍວ່າດ້ວຍແຮງງານ ແລະສັງຄົມ. ໃນສະພາບການທີ່ຫວຽດນາມ ພວມກໍ່ສ້າງໂຄງການແຫ່ງຊາດກ່ຽວກັບການປ້ອງກັນ ແລະຫຼຸດຜ່ອນການໃຊ້ແຮງງານເດັກນ້ອຍ ໄລຍະ 2026-2030, ຂີດໝາຍ 25 ປີນີ້ແມ່ນກາລະໂອກາດທີ່ສຳຄັນ ເພື່ອຍູ້ໄວຂະບວນວິວັດການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ 8.7 - ຢຸດຕິການໃຊ້ແຮງງານເດັກນ້ອຍໃນທຸກຮູບການກວ່າອີກ.
ໂດຍ: ຈາງຫງວຽນ