ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເນັ້ນໜັກວ່າ ເສດຖະກິດ-ສັງຄົມຂອງປະເທດ ບັນລຸໝາກຜົນທີ່ພົ້ນເດັ່ນ, ຮອບດ້ານພໍສົມຄວນ, ສູງກວ່າປີ 2024 ເກືອບທຸກຂົງເຂດ, ເສດຖະກິດຫວຽດນາມ ມີຄວາມເຂັ້ມແຂງພໍທີ່ຈະຕ້ານທານກັບຜົນກະທົບຈາກພາຍນອກ, ຄືດັ່ງທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ໃຫ້ຂໍ້ສັງເກດວ່າ: "ພາບລວມທາງເສດຖະກິດ-ສັງຄົມຂອງປະເທດໃນປີ 2025 ຈະສົດໃສເປັນສ່ວນໃຫຍ່".

ກ້າວເຂົ້າສູ່ປີ 2026, ໃນສະພາບການເສດຖະກິດທົ່ວໂລກ ຄາດຄະເນວ່າ ຈະຫຼຸດລະດັບຄວາມໄວ ແລະການຄ້າສາກົນຍັງມີຄວາມບໍ່ແນ່ນອນສູງ, ດ້ວຍພື້ນຖານທີ່ສ້າງຂຶ້ນ ແລະການບໍລິຫານທີ່ຂ້ຽວຂາດຂອງລັດຖະບານ, ເສດຖະກິດຫວຽດນາມ ມີພື້ນຖານເພື່ອຕັ້ງຄວາມຫວັງຕໍ່ໄລຍະແຫ່ງການເຕີບໂຕທີ່ບຸກທະລຸ ແລະຍືນຍົງ.

ເສດຖະກິດໃນປີ 2025: ມີຈຸດພົ້ນເດັ່ນຫຼາຍຢ່າງ

ເຖິງຢ່າງໃດກໍ່ຕາມ, ຍັງບໍ່ຮອດ 10 ວັນ ກໍ່ຈະໝົດປີ 2025 ແລ້ວ, ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມສະຖິຕິ (ກະຊວງການເງິນຫວຽດນາມ) ໄດ້ໃຫ້ຂໍ້ສັງເກດກ່ຽວກັບເປົ້າໝາຍການເຕີບໂຕຫຼາຍກວ່າ 8% ໃນປີ 2025 ວ່າ: “ພວກຂ້າພະເຈົ້າ ຕີລາຄາວ່າເປົ້າໝາຍນີ້ແມ່ນເປັນໄປໄດ້ຢ່າງແນ່ນອນເມື່ອພວກເຮົານຳໃຊ້ບັນດາກໍາລັງໜູນທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະຜັນຂະຫຍາຍບັນດາມາດຕະການທີ່ໄດ້ວາງອອກຢ່າງເດັດຂາດ.” ຕາມນັ້ນແລ້ວ, ເສດຖະກິດຫວຽດນາມ ໃນປີ 2025 ກຳລັງປິດລົງດ້ວຍຈຸດພົ້ນເດັ່ນທີ່ໜ້າສົນໃຈ: ຫວຽດນາມ ໄດ້ຢຶດໝັ້ນນະໂຍບາຍສະຖຽນລະພາບເສດຖະກິດມະຫາພາກ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ວິສາຫະກິດ ແລະຮັກສາຄວາມໄວ້ເນື້ອເຊື່ອໃຈຕະຫຼາດ.

ຍິ່ງໄປກວ່ານັ້ນ, ພື້ນຖານເສດຖະກິດໄດ້ສະແດງໃຫ້ເຫັນເຖິງຄວາມສາມາດໃນການຟື້ນຟູຢ່າງແຂງແກ່ນ, ອັດຕາເງິນເຟີ້ສະເລ່ຍໄດ້ຮັບການຄວບຄຸມຢູ່ໃນລະດັບ 4%; ອັດຕາແລກປ່ຽນ ແລະອັດຕາດອກເບ້ຍມີຄວາມໝັ້ນຄົງພໍສົມຄວນ, ສ້າງທ່ວງທ່າໃຫ້ແກ່ການຜະລິດ, ການສົ່ງອອກ ແລະການລົງທຶນພັດທະນາ.

leftcenterrightdel
ເສດຖະກິດຫວຽດນາມ ປີ 2025 ບັນລຸໝາກຜົນຕັ້ງໜ້າທີ່ສຸດ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນ "ການປ້ອງກັນທີ່ແຂງແກ່ນ" ຊ່ວຍໃຫ້ພື້ນຖານເສດຖະກິດສາມາດຕ້ານທານກັບຄື້ນຂອງການຜັນແປຈາກພາຍນອກ. ພ້ອມກັນນັ້ນ, ສະພາບແວດລ້ອມການເຕີບໂຕໃໝ່ກຳລັງໄດ້ສ້າງຂຶ້ນເທື່ອລະໜ້ອຍດ້ວຍຄຸນນະພາບທີ່ໄດ້ຮັບການປັບປຸງໃນສະພາບແວດລ້ອມທີ່ມີການຜັນແປຫຼາຍຢ່າງ. ຕາມນັ້ນແລ້ວ, ສັນຍານທີ່ຕັ້ງໜ້າຂອງພື້ນຖານເສດຖະກິດໃນປີ 2025, ຈາກການຟື້ນຟູຂອງການສົ່ງອອກ, ການຜະລິດອຸດສາຫະກໍາໄດ້ຮັບການປັບປຸງ, ການລົງທຶນສາທາລະນະ ມີຈຸດສຸມ, ຈຸດໃຈກາງ, ສິນເຊື່ອຂະຫຍາຍຕົວກວ້າງຂວາງ, ຈົນເຖິງບັນດາກໍາລັງໜູນຂອງສາມຫຼ່ຽມການເຕີບໂຕໃໝ່: ເສດຖະກິດສີຂຽວ - ເສດຖະກິດດີຈີຕອນ - ເສດຖະກິດພູມປັນຍາ, ສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດພວມຮັກສາຈັ່ງຫວະຂອງຕົນໄວ້ໃນທ່າມກາງອຸປະສັກຫຼາຍຢ່າງ.

ປີ 2025, ພື້ນຖານເສດຖະກິດຫວຽດນາມ ບັນລຸໝາກຜົນທີ່ໜ້າຊື່ນຊົມຫຼາຍຢ່າງ: ຂົງເຂດອຸດສາຫະກໍາ ແລະການກໍ່ສ້າງບັນລຸໝາກຜົນໂດດເດັ່ນ; ຂົງເຂດວິສາຫະກິດມີການເຄື່ອນໄຫວຢ່າງຟົດຟື້ນ, ການບໍລິການທ່ອງທ່ຽວຈະເລີນເຕີບໂຕ, ແລະສະພາບແວດລ້ອມເສດຖະກິດມະຫາພາກຍັງຄົງໝັ້ນຄົງ... ພ້ອມກັບການຜະລິດອຸດສາຫະກໍາ, ການປ່ອຍເງິນລົງທຶນຂອງລັດ ຍັງສືບຕໍ່ຮັກສາລະດັບຄວາມໄວສູງ.

ນີ້ແມ່ນຕົວເລກທີ່ຕັ້ງໜ້າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແຕ່ຍັງຫ່າງໄກຈາກເປົ້າໝາຍ. ຕາມທ່ານ ຫງວຽນບິກເລິມ ຊ່ຽວຊານດ້ານເສດຖະສາດ, ອະດີດຫົວໜ້າກົມໃຫຍ່ສະຖິຕິ ແລ້ວ, ບັນດາໝາກຜົນທີ່ບັນລຸໃນປີ 2025 ສະແດງໃຫ້ເຫັນວ່າຄວາມເຂັ້ມແຂງພາຍໃນຂອງພື້ນຖານເສດຖະກິດຍັງຄົງແຂງແຮງ, ຄວາມສາມາດຮັບມືຍັງແຂງແຮງ ແລະຄວາມສາມາດບົ່ມຊ້ອນການປະຕິຮູບຍັງໃຫຍ່ຫຼວງ.

ຖ້າຫັນຄວາມຫຍຸ້ງຍາກເຫຼົ່ານັ້ນເປັນກຳລັງໜູນ, ເຮັດໃຫ້ສິ່ງທ້າທາຍກາຍມາເປັນໂອກາດເພື່ອປັບປຸງລະບອບລະບຽບການ, ເພີ່ມຄວາມສາມາດໃນການແຂ່ງຂັນ, ແລະລົງທຶນຢ່າງມີເປົ້າໝາຍ, ຫວຽດນາມ ສາມາດເຂົ້າສູ່ວົງຈອນການເຕີບໂຕໃໝ່ທີ່ໝັ້ນຄົງກວ່າໄດ້ຢ່າງສົມບູນ.

ເສດຖະກິດປີ 2026, ກໍາລັງໜູນຈາກການປ່ຽນແປງໃໝ່ການເຕີບໂຕ

ໃນການວິເຄາະກ່ຽວກັບການປະຕິບັດໜ້າທີ່ວຽກງານໃນປີ 2026 ແລະໃນໄລຍະຈະມາເຖິງ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ວ່າ ຫວຽດນາມ ຢຶດໝັ້ນສຸມໃສ່ປະຕິບັດ 2 ເປົ້າໝາຍຍຸດທະສາດ 100 ປີ: ຮອດ ປີ 2030 ສູ້ຊົນໃຫ້ກາຍເປັນປະເທດກຳລັງພັດທະນາ, ມີອຸດສາຫະກໍາທັນສະໄໝ, ມີລາຍຮັບປານກາງສູງ; ປີ 2045 ແມ່ນເປັນປະເທດພັດທະນາ ທີ່ມີລາຍຮັບສູງ.

ເພື່ອບັນລຸເປົ້າໝາຍຍຸດທະສາດທີ່ກ່າວມາຂ້າງເທິງນັ້ນ, ຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງວ່າ ຕ້ອງສຸມໃສ່ຊຸກຍູ້ການເຕີບໂຕ ແຕ່ 10% ຂຶ້ນໄປ, ຕິດພັນກັບການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມອັດຕາເງິນເຟີ້, ແລະຮັບປະກັນຄວາມສົມດຸນທີ່ສໍາຄັນຂອງພື້ນຖານເສດຖະກິດ; ບຸກເບີກ, ປຸກລະດົມ ແລະນໍາໃຊ້ແຫຼ່ງກຳລັງທັງໝົດຢ່າງມີປະສິດທິຜົນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ...

ຕາມທ່ານນາຍົກລັດຖະມົນຕີແລ້ວ, ເພື່ອບັນລຸເປົ້າໝາຍຍຸດທະສາດຂອງການພັດທະນາຢ່າງວ່ອງໄວ ແລະຍືນຍົງໃຫ້ສໍາເລັດນັ້ນ, "ການຫັນປ່ຽນຄູ່: ສີຂຽວ ແລະດີຈີຕອນ" ແມ່ນມີຄວາມສໍາຄັນເປັນພິເສດ. ດັ່ງນັ້ນ, ຫວຽດນາມ ປ່ຽນແປງໃໝ່ຮູບແບບການເຕີບໂຕ, ໂດຍຖືເອົາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ, ການຫັນເປັນດີຈີຕອນ ແລະການຫັນເປັນສີຂຽວ ເປັນກໍາລັງຂັບເຄື່ອນຫຼັກໃນທຸກຂະແໜງການ, ຂົງເຂດ, ພິເສດແມ່ນຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດ.

ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງໜ້າທີ່ໃນການສຸມໃສ່ການປັບປຸງລະບອບລະບຽບການ, ພື້ນຖານໂຄງລ່າງ, ແລະຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຊຸກຍູ້ຂະບວນການ “ຫັນປ່ຽນຄູ່ຄື: ການຫັນເປັນສີຂຽວ ແລະຫັນເປັນດີຈີຕອນ”; ຍົກສູງຄວາມສາມາດການເປັນເຈົ້າຂອງຍຸດທະສາດ ແລະສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ຄວາມສາມາດຕ້ານທານ, ກຳລັງແກ່ງແຍ້ງແຂ່ງຂັນຂອງພື້ນຖານເສດຖະກິດ.

ປີ 2026, ຄາດຄະເນວ່າເສດຖະກິດໂລກຈະຫຼຸດລະດັບຄວາມໄວ. ການຄ້າສາກົນຈະສືບຕໍ່ໄດ້ຮັບຜົນກະທົບຈາກຄວາມຕ້ອງການທີ່ຫຼຸດລົງ, ຄວາມເຄັ່ງຕຶງທາງພູມສາດການເມືອງ ແລະທ່າອ່ຽງປັບໂຄງສ້າງລະບົບຕ່ອງໂສ້ການສະໜອງຄືນໃໝ່. ການເຕີບໂຕທົ່ວໂລກ ໂດຍຫຼາຍອົງການ ໄດ້ຄາດຄະເນວ່າ ຈະຕໍ່າກວ່າປີ 2025, ພ້ອມກັບຄວາມແຕກຕ່າງຢ່າງຈະແຈ້ງລະຫວ່າງພາກພື້ນຕ່າງໆ.

ກະກຽມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມຮຽກຮ້ອງຕ້ອງການ ແລະສິ່ງທ້າທາຍນາໆປະການ, ທ່ານ ເຈິ່ນແທງນາມ ຮອງລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ຫວັງວ່າ ເລີ່ມແຕ່ຕົ້ນປີໜ້ານີ້, ກະຊວງອຸດສາຫະກຳ ແລະການຄ້າ ກັບກະຊວງກະສິກຳ ແລະສິ່ງແວດລ້ອມ ຈະສືບຕໍ່ກວດກາຄືນ, ປັບປຸງລະບຽບຫຼັກການປະສານງານໃນຂົງເຂດຕ່າງໆ,  ພິເສດໃນການເຈລະຈາສັນຍາການຄ້າ, ເພື່ອຮັບປະກັນລະບົບຕ່ອງໂສ້ການສະໜອງນັບແຕ່ການຜະລິດຈົນເຖິງການບໍລິໂພກຜະລິດຕະພັນກະສິກຳ ໄດ້ດຳເນີນໄປຢ່າງໂລ່ງລ່ຽນ ແລະມີປະສິດທິຜົນ...

ປີ 2026 ບໍ່ພຽງແຕ່ເປັນປີທໍາອິດຂອງອາຍຸການແຜນການໃໝ່ເທົ່ານັ້ນ, ຫາກຍັງເປັນປີທີ່ຈະທົດສອບຄວາມສາມາດໃນການດູດຊຶມເງິນລົງທຶນ, ຄວາມສາມາດໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະຄວາມສາມາດກະຕຸ້ນກໍາລັງໜູນການເຕີບໂຕໃໝ່ອີກດ້ວຍ.

ເສັ້ນທາງຂ້າງໜ້າຍັງມີສິ່ງທ້າທາຍຫຼາຍຢ່າງ, ແຕ່ດ້ວຍພື້ນຖານທີ່ສ້າງຂຶ້ນ ແລະການຄຸ້ມຄອງຢ່າງຂ້ຽວຂາດຂອງລັດຖະບານ, ການຈັດຕັ້ງປະຕິບັດຂອງກະຊວງ, ຂະແໜງການຕ່າງໆ, ຫວຽດນາມ ມີຄວາມເຊື່ອໝັ້ນຕໍ່ໄລຍະການເຕີບໂຕທີ່ບຸກທະລຸ ແລະຍືນຍົງ.

ໂດຍ: ຈາງຫງວຽນ