ທີ່ຫໍວັດທະນະທຳມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ (ຕາແສງເບີ່ອີ), ຕາແສງເບີ່ອີ ຫາກໍ່ຈັດຕັ້ງລາຍການຕ້ອນຮັບຄະນະຜູ້ແທນສູນກາງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ມາເຂົ້າຮ່ວມງານມະໂຫລານຊາວໜຸ່ມ ຫວຽດນາມ - ລາວ - ກໍາປູເຈຍ ປີ 2025.
ລາຍການຕ້ອນຮັບບັນດາຜູ້ແທນ ດ້ວຍພິທີການ ແລະການສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳທ້ອງຖິ່ນ, ເຊິ່ງແນະນໍາໂດຍສັງເຂບກ່ຽວກັບຊີວິດການເປັນຢູ່, ເສດຖະກິດ, ສັງຄົມຂອງຕາແສງເບີ່ອີ ແລະສາຍພົວພັນມິດຕະພາບກັບທ້ອງຖິ່ນທີ່ມີຊາຍແດນຕິດກັບລາວ. ຜ່ານນັ້ນ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳຢູ່ເຂດສາມແຍກອິນດູຈີນ ແລະນ້ຳໃຈຮັກແຂກແພງຄົນຂອງປະຊາຊົນຢູ່ເຂດຊາຍແດນນີ້.
ແຜ່ຂະຫຍາຍຈຸດທີ່ເປັນເອກະລັກຢູ່ເຂດຊາຍແດນ
ໂດຍແມ່ນສະຖານທີ່ພົບປະຂອງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ, ຕາແສງເບີ່ອີ ມີທີ່ຕັ້ງຍຸດທະສາດດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມທັງແມ່ນເຂດດິນແດນທີ່ເຕົ້າໂຮມຫຼາຍຄຸນຄ່າທາງປະຫວັດສາດ, ວັດທະນະທຳທີ່ເປັນເອກະລັກສະເພາະ. ບັນດາຊົນເຜົ່າໃນບໍລິເວນຍາມໃດກໍ່ສາມັກຄີ, ເຂົ້າຮ່ວມການພັດທະນາເສດຖະກິດ, ສັງຄົມ, ຮັກສາສະຖຽນລະພາບຢູ່ເຂດຊາຍແດນ ຢ່າງຕັ້ງໜ້າ.
    |
 |
|
ຄະນະຜູ້ແທນຢ້ຽມຢາມ ແລະຖ່າຍຮູບເປັນທີ່ລະນຶກຢູ່ຕາແສງຊາຍແດນເບີ່ອີ. ພາບ: baoquangngai.vn |
ຕາແສງເບີ່ອີ ຍັງເປັນບ່ອນດໍາລົງຊີວິດຢູ່ຮ່ວມກັນຂອງພໍ່ແມ່ປະຊາຊົນເຜົ່າ ເບີເຣົາ ຢູ່ບ້ານດັກເມ, ເຊິ່ງເປັນໜຶ່ງໃນກຸ່ມຊົນເຜົ່າທີ່ມີປະຊາກອນໜ້ອຍທີ່ສຸດຂອງຫວຽດນາມ. ພື້ນທີ່ຂອງຊຸມຊົນມີເຮືອນລວມທີ່ເປັນມູນເຊື້ອ, ພາສາທ້ອງຖິ່ນ, ຮີດຄອງປະເພນີ ແລະບັນດາຄຸນຄ່າທາງວັດທະນະທຳທີ່ເອກະລັກສະເພາະ, ໄດ້ປະກອບສ່ວນເຮັດໃຫ້ສີສັນວັດທະນະທຳຢູ່ເຂດສາມແຍກອິນດູຈີນ ອຸດົມສົມບູນຂຶ້ນຕື່ມ.
ຕາແສງເບີ່ອີ ມີຫຼາຍໂຄງການກໍ່ສ້າງທີ່ເປັນສັນຍາລັກ ເຊັ່ນ: ຫຼັກໝາຍສາມແຍກຊາຍແດນຫວຽດນາມ-ລາວ-ກຳປູເຈຍ, ຫໍອາໄລຫາເສັ້ນທາງເຈື່ອງເຊີນ, ດ່ານສາກົນເບີ່ອີ, ກວກໂມນ ແລະຫໍວັດທະນະທຳມິດຕະພາບປ້ອງກັນຊາດຊາຍແດນ.
ນີ້ທັງເປັນຈຸດນັດພົບທີ່ອຸດົມສົມບູນດ້ວຍຄຸນຄ່າທາງປະຫວັດສາດ, ພູມສາດ ແລະທັງເປັນຂົວຕໍ່ສຳລັບການພົບປະແລກປ່ຽນ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງສາມປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ເຂດສາມແຍກອິນດູຈີນ.
ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ
ທີ່ການຕ້ອນຮັບ, ການນໍາຕາແສງເບີ່ອີ ຢືນຢັນວ່າ ທ້ອງຖິ່ນຍາມໃດກໍ່ກໍານົດວ່າ ວຽກງານການທູດປະຊາຊົນ ແລະການພົບປະແລກປ່ຽນຊາວໜຸ່ມໃນເຂດຊາຍແດນເປັນໜ້າທີ່ສຳຄັນ, ປະກອບສ່ວນຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຊຸກຍູ້ການພັດທະນາເສດຖະກິດ ແລະສັງຄົມໃນບໍລິເວນ.
ເຫດການຕ້ອນຮັບ ແລະງານມະໂຫລານຊາວໜຸ່ມຫວຽດນາມ-ລາວ-ກຳປູເຈຍ 2025 ທີ່ຈະມາເຖິງນີ້ ແມ່ນໂອກາດເພື່ອໃຫ້ຕາແສງເບີ່ອີ ໂຄສະນະເຜີຍແຜ່ພາບພົດຂອງເຂດດິນແດນສາມແຍກອິນດູຈີນ ທີ່ອຸດົມສົມບູນໄປດ້ວຍສີສັນວັດທະນະທຳ, ສ້າງສະພາບແວດລ້ອມໃຫ້ແກ່ຊາວໜຸ່ມສາມປະເທດໄດ້ພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈ ແລະຕິດພັນກັນຢ່າງຍາວນານ.
ຜູ້ຕາງໜ້າຄະນະຜູ້ແທນຊາວໜຸ່ມລາວ ໄດ້ຕີລາຄາສູງຕໍ່ການເປັນເຈົ້າການ, ຄວາມຮັບຜິດຊອບຂອງອໍານາດການປົກຄອງຕາແສງເບີ່ອີ ໃນການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ. ພ້ອມທັງສະແດງຄວາມປາດຖະໜາວ່າ ສອງຝ່າຍ ຈະສືບຕໍ່ຮັກສາການພົບປະແລກປ່ຽນຊາວໜຸ່ມ ແລະການຮ່ວມມືໃນຂົງເຂດວັດທະນະທຳ, ການສຶກສາ ແລະການພັດທະນາຊຸມຊົນ, ປະກອບສ່ວນສ້າງເຂດຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ.
ໃນໄລຍະທີ່ຈະມາເຖິງ, ຕາແສງເບີ່ອີ ຈະສືບຕໍ່ສຸມໃສ່ເສີມຂະຫຍາຍປະສິດທິຜົນທ່າໄດ້ປຽບຂອງປະຕູແຫ່ງການແລກປ່ຽນການຄ້າສາກົນ, ຕິດພັນການພັດທະນາເສດຖະກິດດ່ານຊາຍແດນກັບການອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອ. ເອົາໃຈໃສ່ຂຸດຄົ້ນບັນດາໂຄງການທີ່ເປັນສັນຍາລັກເພື່ອພັດທະນາການທ່ອງທ່ຽວຊາຍແດນ; ສົ່ງເສີມຊາວໜຸ່ມເຂົ້າຮ່ວມການເລີ່ມທຸລະກິດທີ່ຕິດພັນກັບການບໍລິການ, ການທ່ອງທ່ຽວ ແລະຜະລິດຕະພັນທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ.
ສິ້ນສຸດລາຍການ, ຄະນະຜູ້ແທນ ແລະທ້ອງຖິ່ນໄດ້ມອບຂອງຂວັນໃຫ້ກັນ, ຖ່າຍຮູບເປັນທີ່ລະນຶກ, ຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງຊາວໜຸ່ມ ແລະປະຊາຊົນ ຫວຽດນາມ-ລາວ-ກຳປູເຈຍ.
ໂດຍ: ຈາງຫງວຽນ