ຕາມໜັງສືພິມ Les Echos ແລ້ວ, ມີຫຼາຍເຫດຜົນ ເພື່ອໃຫ້ອາຊີຕາເວັນອອກສ່ຽງໃຕ້ກາຍເປັນຕະຫຼາດຈຸດສຸມຂອງບັນດາບໍລິສັດຝຣັ່ງ. ດ້ວຍຈຳນວນພົນລະເມືອງເກືອບ 700 ລ້ານຄົນ, ການເຕີບໂຕທາງເສດຖະກິດສະເລ່ຍແຕ່ລະປີບັນລຸກວ່າ 4%, ແລະຄົນຊົນຊັ້ນກາງໄດ້ເປີດ ກວ້າງຢ່າງບໍ່ຢຸດຢັ້ງ, ອາຊີຕາເວັນອອກສ່ຽງໃຕ້ ຖືວ່າເປັນ “ປະຕູຍຸດທະສາດ” ຂອງອາຊີ. ຂໍ້ມູນຈາກກະຊວງການເງິນຝຣັ່ງ ໃຫ້ເຫັນວ່າ ໃນປີ 2024, ວົງເງິນສົ່ງອອກຂອງຝຣັ່ງ ໄປຍັງອາຊຽນບັນລຸ 14,3 ຕື້ເອີໂຣ (ເທົ່າກັບ 16,7 ຕື້ໂດລາສະຫະລັດ), ນໍາພາກພື້ນນີ້ກາຍເປັນລູກຄ້າໃຫຍ່ທີ 6 ຂອງປາຣີ, ຖັດຈາກສະຫະພາບເອີລົບ (ອີຢູ), ອາເມລິກາ, ຈີນ, ອັງກິດ ແລະສະວິດ. ໃນນັ້ນ, ສິງກະໂປ ສືບຕໍ່ເປັນຕະຫຼາດບໍລິໂພກສິນຄ້າຂອງຝຣັ່ງ ຫຼາຍທີ່ສຸດ, ກວມເອົາ 53% ຍອດມູນຄ່າການສົ່ງອອກຂອງຝຣັ່ງ ໄປຍັງອາຊຽນ, ຖັດມາແມ່ນ ປະເທດ ໄທ, ຫວຽດນາມ ແລະມາເລເຊຍ.
    |
 |
|
ກຳມະກອນເຮັດວຽກຢູ່ໂຮງງານຕັດຫຍິບແຫ່ງໜຶ່ງຢູ່ນະຄອນ Surakarta, ແຂວງ Java ພາກກາງ, ປະເທດອິນໂດເນເຊຍ. ພາບ: Antara |
ທ່ານ Yann Frollo de Kerlivio, ຜູ້ອໍານວຍການພາກພື້ນອາຊຽນ - ທະວີບ ໂອເຊອານີ ຂອງອົງການສົ່ງເສີມການຄ້າ ແລະການລົງທຶນຂອງຝຣັ່ງ (Business France) ໃຫ້ຂໍ້ສັງເກດວ່າ ອາຊຽນ ພວມຮັກສາບົດບາດໃຈກາງລະຫວ່າງສອງຕະຫຼາດໃຫຍ່ແມ່ນ ຈີນ ແລະ ອິນເດຍ, ພ້ອມທັງໄດ້ຮັບຜົນປະໂຫຍດໂດຍກົງຈາກຄວາມເຄັ່ງຕຶງທາງດ້ານພູມສາດການເມືອງທົ່ວໂລກ.
ຕາມທ່ານ Yann Frollo de Kerlivio ແລ້ວ, ນັບແຕ່ທ່ານ Donald Trump ດຳລົງຕຳແໜ່ງປະທານາທິບໍດີອາເມລິກາ ໃນອາຍຸການທຳອິດ, ຫຼາຍບໍລິສັດໄດ້ປະຕິບັດຍຸດທະສາດ “ຈີນ + 1”. ນີ້ແມ່ນຍຸດທະສາດດຳເນີນທຸລະກິດຂອງບັນດາບໍລິສັດນາໆຊາດ ແນໃສ່ຫັນລະບົບຕອບສະໜອງເປັນຫຼາຍຮູບຫຼາຍແບບ, ຫຼຸດຜ່ອນການເພິ່ງພາອາໄສ ແລະຄວາມສ່ຽງເມື່ອສຸມໃສ່ແຕ່ການຜະລິດ ຢູ່ຈີນ, ດ້ວຍການເປີດກວ້າງການຜະລິດໄປຍັງປະເທດໜຶ່ງ ຫຼືຫຼາຍປະເທດ, ໃນນັ້ນມີບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ຄື: ຫວຽດນາມ, ໄທ... ເພື່ອຍົກສູງລັກສະນະໄຫວພິບ, ປອດໄພ ແລະຄ່າໃຊ້ຈ່າຍຢ່າງມີປະສິດທິຜົນ. ທ່ານ Yann Frollo de Kerlivio ໃຫ້ຂໍ້ສັງເກດວ່າ ທ່າອ່ຽງນີ້ຊ່ວຍໃຫ້ "ເສືອອາຊີໃໝ່" (ຄໍາເວົ້າທີ່ກ່າວເຖິງບັນດາປະເທດທີ່ມີພື້ນຖານເສດຖະກິດພັດທະນາຢ່າງແຂງແຮງ, ໂດດເດັ່ນ) ໄດ້ຮັບຜົນປະໂຫຍດ, ຈາກນັ້ນປັບປຸງບົດບາດໃຫ້ນັບມື້ນັບມີຄວາມສຳຄັນຂອງເຂົາເຈົ້າ.
ໃນທ່າອ່ຽງບັນດາກຸ່ມບໍລິສັດສາກົນຫັນລະບົບຕອບສະໜອງເປັນຫຼາຍຮູບຫຼາຍແບບ, ຫວຽດນາມ ຖືວ່າແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນປະໂຫຍດແຖວໜ້າ. ຫຼາຍກຸ່ມບໍລິສັດສາກົນໄດ້ເລືອກເອົາຫວຽດນາມ ເປັນບ່ອນເປີດກວ້າງການຜະລິດ ຫຼືສ້າງຕັ້ງສູນປະສານງານພາກພື້ນ. ໃນຂົງເຂດຕໍ່າແຜ່ນ, ບາງຍີ່ຫໍ້ໃຫຍ່ເຊັ່ນ Adidas, Puma ຫຼື Decathlon ໄດ້ຍ້າຍໂຮງງານຜະລິດສ່ວນໜຶ່ງໄປຫວຽດນາມ. ໃນຂົງເຂດເອເລັກໂຕນິກ, ໂຮງງານຜະລິດຫຼາຍແຫ່ງຍັງໝູນໃຊ້ລະບົບອອກແຮງງານທີ່ມີຄຸນນະພາບ ແລະເຄືອຂ່າຍຕ່ອງໂສ້ຕອບສະໜອງທີ່ພວມພັດທະນາຢ່າງວ່ອງໄວຢູ່ຫວຽດນາມ.
ປັດໄຈສຳຄັນອື່ນອີກແມ່ນສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ກໍ່ຄືບັນດາຂໍ້ຕົກລົງລະຫວ່າງ ອີຢູ ກັບ ສິງກະໂປ ແລະໃກ້ຈະມາເຖິງນີ້ແມ່ນກັບ ອິນໂດເນເຊຍ. ສັນຍາເຫຼົ່ານີ້ໄດ້ຊ່ວຍຫຼຸດຜ່ອນອັດຕາພາສີ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຝຣັ່ງ ພັດທະນາລະບົບຕ່ອງໂສ້ຕອບສະໜອງຢ່າງມີປະສິດທິຜົນ ແລະມີການແກ້ງແຍ້ງກວ່າໃນພາກພື້ນ.
ສາມາດເຫັນໄດ້ວ່າ ເລື່ອງອຳນາດການປົກຄອງປະທານາທິບໍດີ Donald Trump ຍູ້ແຮງການນໍາໃຊ້ນະໂຍບາຍພາສີໃນໄລຍະຜ່ານມາໄດ້ກໍ່ໃຫ້ເກີດຜົນກະທົບຫຼາຍຢ່າງ, ພາໃຫ້ມີການກຳນົດການຄ້າທົ່ວໂລກຄືນໃໝ່. ເຖິງຢ່າງໃດກໍ່ຕາມ, ສິ່ງດັ່ງກ່າວນີ້ໄດ້ກາຍເປັນການຊຸກຍູ້ຂະບວນການສ້າງໂຄງປະກອບການຄ້າອາຊີຄືນໃໝ່, ພິເສດແມ່ນຢູ່ອາຊີຕາເວັນອອກສ່ຽງໃຕ້. ບັນດາພື້ນຖານເສດຖະກິດອາຊຽນ ໄດ້ຫັນປ່ຽນຢ່າງວ່ອງໄວ, ເປັນເຈົ້າການເປີດກວ້າງກົນໄກຮ່ວມມືຫຼາຍຝ່າຍ ແລະສອງຝ່າຍ, ຫັນເປັນ "ສູນເຊື່ອມຕໍ່" ໃນກະແສຮ່ວມສຳພັນດ້ານການຄ້າໃໝ່. ບັນດາສັນຍາການຄ້າເສລີໄດ້ສ້າງເງື່ອນໄຂໃຫ້ອາຊຽນເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ ແລະສ້າງກໍາລັງໜູນພາກພື້ນ, ເຮັດໃຫ້ພາກພື້ນນີ້ກາຍເປັນໜຶ່ງໃນບັນດາພາກພື້ນທີ່ມີການເຊື່ອມຕໍ່ ແລະພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດໃນໂລກ, ດ້ວຍລະດັບການເຕີບໂຕດ້ານເສດຖະກິດທີ່ພົ້ນເດັ່ນ ແລະຄວາມຈັບອົກຈັບໃຈນັບມື້ນັບຫຼາຍຂຶ້ນໃນລະບົບມູນຄ່າທົ່ວໂລກ.
ເຖິງຢ່າງໃດກໍຕາມ, ຕະຫຼາດອາຊຽນ ຍັງຊ້ອນແຝງສິ່ງທ້າທາຍກັບວິສາຫະກິດຝຣັ່ງ. ຄວາມຫຼາກຫຼາຍກ່ຽວກັບລະບອບລະບຽບການດ້ານການເມືອງ, ລະດັບການພັດທະນາເສດຖະກິດ ແລະຄວາມແຕກຕ່າງທາງດ້ານວັດທະນະທໍາ-ສັງຄົມລະຫວ່າງບັນດາປະເທດສະມາຊິກ ໄດ້ບັງຄັບໃຫ້ວິສາຫະກິດຝຣັ່ງ ຕ້ອງມີໄຫວພິບກ່ຽວກັບຍຸດທະສາດເຂົ້າເຖິງແຕ່ລະຕະຫຼາດ. ນອກຈາກນັ້ນ, ນີ້ແມ່ນຕະຫຼາດທີ່ມີການແກ້ງແຍ້ງກັນຢ່າງດຸເດືອດ, ສຳລັບ ຈີນ ແລ້ວແມ່ນຜູ້ສະໜອງສິນຄ້າໃຫຍ່ທີ່ສຸດຂອງພາກພື້ນ. ໃນຂະນະນັ້ນ, ອັດຕາສ່ວນຕະຫຼາດສິນຄ້າຝຣັ່ງ ຢູ່ພາກພື້ນອາຊຽນໃນປະຈຸບັນມີພຽງແຕ່ປະມານ 1,5%, ເທົ່າເຄິ່ງໜຶ່ງຂອງເຢຍລະມັນ.
ດ້ວຍຄວາມຕັດສິນໃຈຮັດແໜ້ນການພົວພັນດ້ານເສດຖະກິດ ແລະການຄ້າລະຫວ່າງ ປາຣີ ແລະພາກພື້ນອາຊຽນ, ທ່ານ Emmanuel Macron ປະທານາທິບໍດີຝຣັ່ງ ໄດ້ຮຽກຮ້ອງໃຫ້ເປີດກວ້າງບັນດາສັນຍາການຄ້າລະຫວ່າງ ອີຢູ ແລະອາຊຽນ. ການເດີນທາງໄປຢ້ຽມຢາມ 3 ປະເທດອາຊີຕາເວັນອອກສ່ຽງໃຕ້ຂອງທ່ານ Emmanuel Macron ໃນທ້າຍເດືອນພຶດສະພາ ຜ່ານມາ ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈຂອງປາຣີ ໃນການເປີດກວ້າງການມີໜ້າທາງດ້ານເສດຖະກິດຢູ່ພາກພື້ນອາຊຽນບ່ອນທີ່ນັບມື້ນັບມີບົດບາດໃຈກາງໃນລະບົບມູນຄ່າທົ່ວໂລກ.
ໂດຍ: ເຈິ່ນຮວ່ຽນ