ເນື່ອງໃນໂອກາດທ້າຍປີ 2025, ນັກຂ່າວຫວຽດນາມ ຢູ່ Tel Aviv ໄດ້ມີການແລກປ່ຽນກັບທ່ານ ເລທາຍຮວ່າ ທີ່ປຶກສາດ້ານການຄ້າຫວຽດນາມ ປະຈໍາ ອິດສະຣາແອນ ເພື່ອທົບທວນຄືນໄລຍະທາງກວ່າ 1 ປີຜ່ານມາ ເຊິ່ງສັນຍາການຄ້າເສລີ ຫວຽດນາມ-ອິດສະຣາແອນ (VIFTA) ໄດ້ຮັບການຜັນຂະຫຍາຍປະຕິບັດ, ຜ່ານນັ້ນແມ່ນເຮັດແຈ້ງຜົນງານທີ່ພົ້ນເດັ່ນເກີນຄວາມຄາດຫວັງ, ບັນດາກໍາລັງໜູນເຕີບໂຕໃໝ່ ກໍ່ຄືແງ່ຫວັງການຮ່ວມມືດ້ານການຄ້າສອງຝ່າຍໃນໄລຍະຈະມາເຖິງ.

ຕາມທ່ານ ເລທາຍຮວ່າ  ແລ້ວ, ປີ 2025 ສາມາດຖືໄດ້ວ່າເປັນປີບານພັບທີ່ສຳຄັນໃນການພົວພັນດ້ານການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ອິດສະຣາແອນ, ໂດຍບັນລຸຍອດວົງເງິນການຄ້າສອງສົ້ນຄາດຄະເນວ່າຈະບັນລຸຫຼາຍກວ່າ 3,7 ຕື້ໂດລາສະຫະລັດ. ໝາກຜົນນີ້ເກີດຈາກສາມປັດໄຈຫຼັກແຫຼ່ງ.

leftcenterrightdel
ທ່ານ ເລທາຍຮວ່າ ທີ່ປຶກສາດ້ານການຄ້າຫວຽດນາມ ປະຈໍາ ອິດສະຣາແອນ ທີ່ຮ້ານວາງສະແດງ. ພາບ: Vietnam+

ກ່ອນອື່ນໝົດ, ສັນຍາ VIFTA ມີຜົນສັກສິດຢ່າງເປັນທາງການຕັ້ງແຕ່ເດືອນພະຈິກ 2024, ໄດ້ສ້າງການຊຸກຍູ້ທີ່ຈະແຈ້ງໃຫ້ແກ່ການແລກປ່ຽນການຄ້າ. ໃນປີທຳອິດຂອງການຈັດຕັ້ງປະຕິບັດສັນຍາ, ອິດສະຣາແອນ ໄດ້ລົບລ້າງພາສີຫຼາຍກວ່າ 66% ແລະເພີ່ມອັດຕາການຫັນເປັນເສລີຂຶ້ນເກືອບ 93% ຕາມແຜນທີ່ວາງໄວ້, ໃນຂະນະທີ່ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະຫຼຸດຜ່ອນພາສີເກືອບ 86% ໃນຕອນທ້າຍຂອງແຜນການທີ່ວາງໄວ້.

ບັນດາບຸລິມະສິດກ່ຽວກັບພາສີນີ້ໄດ້ສົ່ງເສີມໃຫ້ວິສາຫະກິດທັງສອງປະເທດເພີ່ມທະວີການແລກປ່ຽນ ແລະຫັນເປັນການເຕີບໂຕທາງການຄ້າຢ່າງລະອຽດໂດຍໄວ.

ຄຽງຂ້າງນັ້ນ, ສອງພື້ນຖານເສດຖະກິດທີ່ເພີ່ມເຕີມໃຫ້ກັນສູງໄດ້ຊ່ວຍໃຫ້ສິນຄ້າຂອງທັງສອງຝ່າຍສາມາດແຊກຊຶມເຂົ້າຕະຫຼາດຂອງກັນແລະກັນໄດ້ງ່າຍ, ໂດຍມີການແກ່ງແຍ້ງໂດຍກົງໜ້ອຍລົງ. ອິດສະຣາແອນ ມີຄວາມສາມາດຕ້ອງການຫຼາຍສຳລັບຜະລິດຕະພັນກະເສດ, ສະບຽງອາຫານປຸງແຕ່ງ ແລະສິນຄ້າບໍລິໂພກ - ບັນດາຂົງເຂດທີ່ຫວຽດນາມ ມີທ່າແຮງ, ໃນຂະນະທີ່ຫວຽດນາມ ນຳເຂົ້າຜະລິດຕະພັນເຕັກໂນໂລຢີສູງ, ເຄື່ອງຈັກ, ອຸປະກອນຫຼາຍຢ່າງຈາກອິດສະຣາແອນ.

ນອກຈາກນັ້ນ, ການເປັນເຈົ້າການຂອງປະຊາຄົມວິສາຫະກິດພ້ອມກັບບົດບາດການເປັນຂົວເຊື່ອມຕໍ່, ການໜູນຊ່ວຍຢ່າງຕັ້ງໜ້າຂອງຫ້ອງການການຄ້າຫວຽດນາມ ປະຈໍາ ອິດສະຣາແອນ, ໄດ້ຊ່ວຍໃຫ້ສາມາດໃຊ້ປະໂຫຍດຈາກສັນຍາ VIFTA ຢ່າງມີປະສິດທິຜົນ ຕັ້ງແຕ່ການຂົນສົ່ງສິນຄ້າຄັ້ງທຳອິດ.

ເມື່ອຕີລາຄາກ່ຽວກັບຄວາມຫຍຸ້ງຍາກໃນການຊຸກຍູ້ການຄ້າສອງຝ່າຍ, ທ່ານ ເລທາຍຮວ່າ  ຖືວ່າ ສິ່ງທ້າທາຍທີ່ໃຫຍ່ທີ່ສຸດໃນປະຈຸບັນນີ້ແມ່ນສະພາບການປະທະກັນທີ່ຍັງດຳເນີນຢູ່, ການຂາດສະຖຽນລະພາບດ້ານຄວາມໝັ້ນຄົງ, ການເມືອງ ແລະສາສະໜາໃນພາກພື້ນ, ເຊິ່ງເຮັດໃຫ້ວິສາຫະກິດຫວຽດນາມ ຫຼາຍແຫ່ງລັງເລໃຈທີ່ຈະຊື້ຂາຍກັບຕະຫຼາດອິດສະຣາແອນ.

ນອກຈາກນັ້ນ, ອິດສະຣາແອນ ເປັນຕະຫຼາດທີ່ມີຄວາມຕ້ອງການດ້ານເຕັກນິກ ແລະມາດຕະຖານ, ຄຸນນະພາບສູງຫຼາຍ. ຜະລິດຕະພັນອາຫານຫຼາຍປະເພດຕ້ອງຕອບສະໜອງການຮັບຮອງ Kosher ຫຼື Halal, ພ້ອມທັງນັບມື້ນັບຕ້ອງປະຕິບັດຕາມມາດຕະຖານທີ່ທຽບເທົ່າຂອງສະຫະພາບເອີຣົບ ແລະສະຫະລັດອາເມລິກາ.

ຍັງມີອຸປະສັກອື່ນອີກລວມມີກົດລະບຽບຕົ້ນກຳເນີດສິນຄ້າ, ຂັ້ນຕອນ SPS ແລະ TBT, ຄ່າໃຊ້ຈ່າຍ logistic, ການປະກັນໄພ ແລະການຂົນສົ່ງສູງ, ກໍ່ຄືຄວາມແຕກຕ່າງໃນການດໍາເນີນທຸລະກິດ, ພິເສດແມ່ນທ່າອ່ຽງຂອງການພົວພັນແລກປ່ຽນໂດຍກົງກັບຜູ້ຜະລິດ.

ປະເຊີນກັບສິ່ງທ້າທາຍນັ້ນ, ຫ້ອງການການຄ້າຫວຽດນາມ ປະຈໍາ ອິດສະຣາແອນ ໄດ້ຜັນຂະຫຍາຍມາດຕະການຢ່າງຄົບຊຸດ ເພື່ອແນໃສ່ໜູນຊ່ວຍວິສາຫະກິດຂອງສອງປະເທດ.

ໃນນັ້ນ, ຫ້ອງການການຄ້າ ໄດ້ເປັນເຈົ້າການເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງຂອງປະເທດປະຈຳຖິ່ນ ເພື່ອແກ້ໄຂຂໍ້ຄົງຄ້າງດ້ານເຕັກນິກ; ໜູນຊ່ວຍວິສາຫະກິດເພື່ອສະໜອງໃບຢັ້ງຢືນຕົ້ນກຳເນີດຂອງສິນຄ້າ ເພື່ອໄດ້ຮັບບຸລິມະສິດດ້ານພາສີ; ການຮຽບຮຽງ ແລະເຜີຍແຜ່ປື້ມຄູ່ມືກ່ຽວກັບມາດຕະຖານການນຳເຂົ້າ, SPS, TBT; ພ້ອມທັງອັບເດດການປະຕິຮູບ ແລະນະໂຍບາຍການຄ້າໃໝ່ຂອງອິດສະຣາແອນ.

ນອກຈາກນັ້ນ, ຫ້ອງການການຄ້າ ກໍ່ເພີ່ມທະວີການເຊື່ອມຕໍ່ B2B, ຈັດກອງປະຊຸມສໍາມະນາ, ການສົ່ງເສີມການຄ້າລົງເລິກຂະແໜງການ, ຈັດແຈງໃຫ້ຄະນະວິສາຫະກິດອິດສະຣາແອນ ທຳການຢ້ຽມຢາມຫວຽດນາມ ເພື່ອຊອກຫາແຫຼ່ງສະໜອງ, ສະໜອງຂໍ້ມູນຂ່າວສານຕະຫຼາດ, ປະເມີນຄູ່ຮ່ວມມື ແລະໜູນຊ່ວຍວິສາຫະກິດຫວຽດນາມ ໃນການເຂົ້າເຖິງຕະຫຼາດທີ່ເໝາະສົມ, ຕອບສະໜອງມາດຕະຖານຢ່າງຖືກຕ້ອງ. ເປົ້າໝາຍລວມ ແມ່ນເພື່ອຊ່ວຍໃຫ້ວິສາຫະກິດຫຼຸດຜ່ອນຄວາມສ່ຽງ, ປະຢັດຄ່າໃຊ້ຈ່າຍ ແລະນຳໃຊ້ບັນດາບຸລິມະສິດຂອງ VIFTA ຢ່າງມີປະສິດທິຜົນ.

ກ່ຽວກັບແງ່ຫວັງໃນໄລຍະຈະມາເຖິງ, ທ່ານ ເລທາຍຮວ່າ ໄດ້ຕີລາຄາວ່າການຄ້າລະຫວ່າງຫວຽດນາມ-ອິດສະຣາແອນ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເຕີບໂຕ, ເຖິງວ່າສະພາບເສດຖະກິດທົ່ວໂລກ ແລະພາກພື້ນຍັງມີການຜັນແປສັບສົນ.

ດ້ວຍພື້ນຖານທີ່ໜັກແໜ້ນຈາກສັນຍາ VIFTA ແລະການເພີ່ມເຕີມໃຫ້ກັນສູງລະຫວ່າງສອງພື້ນຖານເສດຖະກິດ, ວົງເງິນການຄ້າສອງຝ່າຍອາດຈະເກີນ 4 ຕື້ໂດລາສະຫະລັດ ໂດຍໄວ ແລະມຸ່ງໄປເຖິງເປົ້າໝາຍ 5 ຕື້ໂດລາສະຫະລັດ ໃນຊຸມປີຕໍ່ໜ້າ, ຖ້າວິສາຫະກິດສອງຝ່າຍນໍາໃຊ້ກາລະໂອກາດເປັນຢ່າງດີ ແລະບໍ່ມີເຫດການວຸ້ນວາຍໃຫຍ່ໂຕເກີດ.

ນອກຈາກຂະແໜງການທີ່ເປັນມູນເຊື້ອ, ຄື: ຜະລິດຕະພັນກະເສດ, ສະບຽງອາຫານປຸງແຕ່ງ, ສິນໃນນໍ້າ, ສິນຄ້າບໍລິໂພກ ແລະວັດສະດຸກໍ່ສ້າງ, ຫຼາຍຂົງເຂດການຮ່ວມມືໃໝ່ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະມີການເຕີບໂຕທີ່ແຂງແຮງ, ພິເສດແມ່ນເຕັກໂນໂລຢີສູງ ແລະການລົງທຶນ.

ອິດສະຣາແອນ ມີທ່າແຮງທີ່ພົົ້ນເດັ່ນໃນດ້ານກະສິກຳອັດສະລິຍະ, ການຄຸ້ມຄອງນ້ຳ, ພະລັງງານທົດແທນ, ອຸປະກອນການແພດ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, IoT ແລະ ນະວັດຕະກຳ - ຂົງເຂດທີ່ສອດຄ່ອງກັບການກໍານົດທິດພັດທະນາແບບຍືນຍົງຂອງຫວຽດນາມ.

ຫ້ອງການການຄ້າຫວຽດນາມ ປະຈຳ ອິດສະຣາແອນ ຢືນຢັນວ່າຈະສືບຕໍ່ຮ່ວມເດີນທາງກັບວິສາຫະກິດຜ່ານການສົ່ງເສີມການຄ້າ, ການສະໜອງຂໍ້ມູນຂ່າວສານຕະຫຼາດ, ການເຊື່ອມຕໍ່ຄູ່ຮ່ວມມື ແລະການສົມທົບກັນແກ້ໄຂຈຸດອ່ອນທາງດ້ານເຕັກນິກ.

ຖ້າວິສາຫະກິດເປັນເຈົ້າການຄົ້ນຄວ້າຕະຫຼາດ, ຍົກສູງຄຸນນະພາບ, ຕອບສະໜອງມາດຕະຖານ ແລະເພີ່ມທະວີການເຊື່ອມຕໍ່ໂດຍກົງ, ການພົວພັນການຄ້າລະຫວ່າງຫວຽດນາມ-ອິດສະຣາແອນ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະກ້າວເຂົ້າສູ່ໄລຍະການເຕີບໂຕໄວ ແລະຍືນຍົງກວ່າໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ