ທ່ານພົນໂທ ເລຮຸຍວີ້ງ ຕ້ອນຮັບຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດລາວ
ກປ.ອອນໄລ - ຕອນບ່າຍວັນທີ 25 ທັນວາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ເລຮຸຍວີ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ໄພວັນ ຈັນທະພົມມາ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດລາວ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກ ຢູ່ຫວຽດນາມ.
    |
 |
|
ທ່ານພົນໂທ ເລຮຸຍວີ້ງ ຕ້ອນຮັບທ່ານພົນຕີ ໄພວັນ ຈັນທະພົມມາ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານພົນໂທ ເລຮຸຍວີ້ງ ເນັ້ນໜັກເຖິງບົດບາດສໍາຄັນຂອງວຽກງານຫ້ອງວ່າການ ໃນກົງຈັກການບໍລິຫານ; ຮັບຮູ້ ແລະຍ້ອງຍໍຊົມເຊີຍການສົມທົບກັນລະຫວ່າງຫ້ອງວ່າການກະຊວງປ້ອງກັນປະເທດສອງປະເທດ ໃນການເປັນເສນາທິການ, ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃນໄລຍະຜ່ານມາ, ເປັນຂົວຕໍ່ສໍາຄັນໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ຕີລາຄາສູງການແບ່ງປັນ, ແລກປ່ຽນບົດຮຽນປະສົບການລະຫວ່າງສອງອົງການກ່ຽວກັບວຽກງານວິຊາສະເພາະ, ວິຊາການ ຄື: ສໍາເນົາເອກະສານ, ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນວຽກງານຫ້ອງວ່າການ, ວິຊາການວຽກງານປະຕູຖານຂໍ້ມູນເອເລັກໂຕນິກ.
    |
 |
|
ທ່ານພົນໂທ ເລຮຸຍວີ້ງ ມອບຂອງຂວັນໃຫ້ທ່ານພົນຕີ ໄພວັນ ຈັນທະພົມມາ. ພາບ: qdnd.vn |
ທ່ານພົນຕີ ໄພວັນ ຈັນທະພົມມາ ແຈ້ງໃຫ້ທ່ານພົນໂທ ເລຮຸຍວີ້ງ ຮັບຊາບກ່ຽວກັບຜົນການພົບປະສອງຝ່າຍກ່ອນໜ້ານັ້ນໃນວັນດຽວກັນກັບທ່ານພົນຕີ ຫງວຽນວ໊ຽດຕວຽນ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ; ຢັ້ງຢືນວ່າ ສອງອົງການຈະສືບຕໍ່ປະສານສົມທົບ, ໜູນຊ່ວຍເຊິ່ງກັນ ແລະກັນເພື່ອປະຕິບັດບັນດາເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນເອກະພາບ, ເປັນຕົ້ນແມ່ນເປັນເສນາທິການໃຫ້ການນໍາກະຊວງປ້ອງກັນປະເທດສອງປະເທດ ໃນການຜັນຂະຫຍາຍແຜນການຮ່ວມມືປີ 2026; ຫວັງວ່າ ໃນໄລຍະຈະມາເຖິງ ສືບຕໍ່ໄດ້ຮັບການສະໜັບສະໜູນ, ສ້າງເງື່ອນໄຂຂອງການນໍາກະຊວງປ້ອງກັນປະເທດສອງປະເທດ ຕໍ່ກັບການຮ່ວມມືລະຫວ່າງສອງອົງການ.
* ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ທ່ານພົນຕີ ຫງວຽນວ໊ຽດຕວຽນ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານພົນຕີ ໄພວັນ ຈັນທະພົມມາ.
    |
 |
|
ທ່ານພົນຕີ ຫງວຽນວ໊ຽດຕວຽນ ແລະທ່ານພົນຕີ ໄພວັນ ຈັນທະພົມມາ. ພາບ: qdnd.vn |
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານພົນຕີ ຫງວຽນວ໊ຽດຕວຽນ ແລະທ່ານພົນຕີ ໄພວັນ ຈັນທະພົມມາ ຕີລາຄາສູງສອງອົງການ ໄດ້ສົມທົບກັນ, ເຊື່ອມຕໍ່ຂໍ້ມູນຂ່າວສານ, ເປັນເສນາທິການຊ່ວຍໃຫ້ກະຊວງປ້ອງກັນປະເທດສອງປະເທດນໍາພາ, ຊີ້ນໍາ, ບໍລິຫານບັນດາອົງການ, ກົມກອງປະຕິບັດການຮ່ວມມືໃນທຸກຂົງເຂດ; ຢັ້ງຢືນບັນດາເນື້ອໃນການຮ່ວມມື ໃນໄລຍະຜ່ານມາ ແມ່ນມີປະສິດທິຜົນ, ແທດຈິງ, ຖືກກັບແຜນການຮ່ວມມື ແລະການຊີ້ນໍາຂອງການນໍາກະຊວງປ້ອງກັນປະເທດສອງປະເທດ. ສອງຝ່າຍເຫັນດີເປັນເອກະສັນ ໃນໄລຍະຈະມາເຖິງ ຈະສືບຕໍ່ຮັກສາ ແລະເພີ່ມທະວີການພົວພັນຮ່ວມມື, ປະກອບສ່ວນຮັກສາສາຍພົວພັນອັນດີງາມລະຫວ່າງສອງປະເທດ, ສອງກອງທັບ.
ໂດຍ: ທູຈາງ