ການຫັນປ່ຽນດ້ານການຄ້າ ແລະການລົງທຶນຢ່າງແທດຈິງ

ເມື່ອເບິ່ງຄືນຫຼັງການປະຕິບັດສັນຍາ EVFTA ມາໄດ້ເກືອບ 5 ປີນີ້, ວົງເງິນການຄ້າລະຫວ່າງຫວຽດນາມ ແລະອີຢູ ບັນລຸເກືອບ 300 ຕື້ໂດລາສະຫະລັດ ແລະການຄ້າສອງຝ່າຍຮັກສາລະດັບເຕີບໂຕສະເລ່ຍ 10-15% ຕໍ່ປີ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຄວາມສາມາດໝູນໃຊ້ພາສີ ແລະການເປີດຕະຫຼາດຈາກສັນຍາ EVFTA ຂອງວິສາຫະກິດ, ສະແດງໃຫ້ເຫັນວ່າ ຂະໜາດການຮ່ວມມືນັບມື້ນັບເປີດກວ້າງ ແລະຍືນຍົງ, ສະແດງໃຫ້ເຫັນຖານະບົດບາດນັບມື້ນັບສູງຂອງຫວຽດນາມ ໃນລະບົບຕ່ອງໂສ້ການສະໜອງມຸ່ງໄປເຖິງຕະຫຼາດເອີລົບ; ພ້ອມທັງສະແດງໃຫ້ເຫັນວ່າສັນຍາ EVFTA ໄດ້ ແລະພວມປະກອບສ່ວນຍົກສູງຄວາມສາມາດແກ່ງແຍ້ງ ແລະຄຸນນະພາບການເຊື່ອມໂຍງຂອງຫວຽດນາມ.

ຄວາມເຊື່ອໝັ້ນຂອງປະຊາຄົມວິສາຫະກິດເອີລົບ ຢູ່ຫວຽດນາມ ໃນປີ 2025 ກໍ່ສ່ອງແສງໃຫ້ເຫັນຄວາມຫວັງທີ່ຕັ້ງໜ້າຕໍ່ບົດບາດຂອງສັນຍາ EVFTA. ດັດຊະນີຄວາມເຊື່ອໝັ້ນໃນການດໍາເນີນທຸລະກິດ BCI ໄຕມາດ III ປີ 2025 ບັນລຸ 66,5 ຄະແນນ - ເຊິ່ງແມ່ນລະດັບສູງສຸດໃນ 3 ປີມານີ້.

leftcenterrightdel
ພາບປະກອບຄັດຈາກ: thoibaonganhang.vn

ລະດັບຄວາມສະໜິດຕິດພັນຂອງວິສາຫະກິດອີຢູ ຢູ່ຫວຽດນາມ ພວມເພີ່ມຂຶ້ນຢ່າງຈະແຈ້ງ. ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມໝັ້ນຄົງໃນລະບົບຕ່ອງໂສ້ການສະໜອງພໍສົມຄວນ, ພ້ອມກັບຄວາມສາມາດບັນລຸມາດຕະຖານສູງກ່ຽວກັບການບໍລິຫານ, ສະພາບແວດລ້ອມ ແລະຄວາມໂປ່ງໃສ-ຄວາມຮຽກຮ້ອງຕ້ອງການດ້ານຍຸດທະສາດທີ່ວິສາຫະກິດເອີລົບ ໃຫ້ບຸລິມະສິດແຖວໜ້າໃນການສ້າງໂຄງປະກອບລະບົບມູນຄ່າທົ່ວໂລກຄືນໃໝ່.

ທ່ານ Bruno Jaspaert ປະທານ EuroCham ໃຫ້ຂໍ້ສັງເກດວ່າ ສັນຍານດັ່ງກ່າວນັ້ນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນເປົ້າໝາຍການສ້າງຕັ້ງໂຮງງານການຜະລິດ ແລະການລົງທຶນທີ່ໜ້າໄວ້ເນື້ອເຊື່ອໃຈ, ຍືນຍົງໃນລະບົບມູນຄ່າພາກພື້ນ. ພື້ນຖານນະໂຍບາຍທີ່ໝັ້ນຄົງ, ຄຳໝັ້ນສັນຍາກ່ຽວກັບການປະຕິຮູບ ແລະຄວາມມານະພະຍາຍາມຍົກສູງຄຸນນະພາບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ ກຳລັງສ້າງຄວາມເຊື່ອໝັ້ນຢ່າງເຫັນໄດ້ຊັດໃຫ້ປະຊາຄົມວິສາຫະກິດອີຢູ.

ໃນສະພາບແວດລ້ອມເສດຖະກິດໂລກມີການຜັນແປຫຼາຍຢ່າງ, ສັນຍາ EVFTA ໄດ້ພິສູດໃຫ້ເຫັນບົດບາດເປັນບ່ອນອີງທີ່ສຳຄັນໃຫ້ແກ່ການເຄື່ອນໄຫວດ້ານການຄ້າ ແລະການລົງທຶນລະຫວ່າງສອງຝ່າຍ. ສັນຍາດັ່ງກ່າວໄດ້ຊ່ວຍລົບລ້າງສິ່ງກີດຂວາງຫຼາຍຢ່າງ, ສ້າງກອບນິຕິກໍາທີ່ຈະແຈ້ງ ແລະສາມາດຄາດຄະເນໄດ້, ຜ່ານນັ້ນໜູນຊ່ວຍວິສາຫະກິດສ້າງຍຸດທະສາດດຳເນີນທຸລະກິດໃນໄລຍະຍາວ. ພາຍຫຼັງ 5 ປີແຫ່ງການຜັນຂະຫຍາຍ, ສັນຍາ EVFTA ບໍ່ພຽງແຕ່ຊຸກຍູ້ການຄ້າດ້ານສິນຄ້າເທົ່ານັ້ນ, ຫາກຍັງໄດ້ກຳນົດວິທີທີ່ວິສາຫະກິດເຂົ້າເຖິງມາດຕະຖານການຄ້າໃໝ່ຂອງເອີລົບ ອີກດ້ວຍ, ພິເສດແມ່ນຄວາມຮຽກຮ້ອງຕ້ອງການທີ່ກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ ແລະການຫັນເປັນສີຂຽວ-ດີຈີຕອນ.

ການເຊື່ອມຕໍ່ລະຫວ່າງສັນຍາ EVFTA ກັບຂອບເຂດການຮ່ວມມື ແລະນະໂຍບາຍທີ່ສອງຝ່າຍຊຸກຍູ້, ຄື: ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ການພັດທະນາລະບົບຕ່ອງໂສ້ການສະໜອງແບບຍືນຍົງ ຫຼື ຂໍ້ລິເລີ່ມປະຕູຂອງທົ່ວໂລກ (Global Gateway)… ພວມເປີດກວ້າງລົງເລິກການຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່ ແລະນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

ພື້ນຖານໃຫ້ແກ່ການເປີດກວ້າງການຮ່ວມມື

ໃນການຮ່ວມມືສອງຝ່າຍ, ພະລັງງານທົດແທນ ແລະການຫັນເປັນສີຂຽວສືບຕໍ່ແມ່ນຈຸດສຸມ, ດ້ວຍຄວາມຫວັງເປີດກວ້າງການຮ່ວມມືໃນຂົງເຂດໄຟຟ້າພະລັງແຮງລົມນອກຝັ່ງ, ການສົ່ງໄຟຟ້າ, ການເກັບຮັກສາພະລັງງານ ແລະພັດທະນາອຸດສາຫະກຳສີຂຽວ. ວິສາຫະກິດເອີລົບ ຕີລາຄາສູງຕໍ່ຄວາມມານະພະຍາຍາມປະຕິຮູບຕະຫຼາດ ແລະຄຳໝັ້ນສັນຍາຂອງຫວຽດນາມ ໃນການຫັນປ່ຽນພະລັງງານຍຸດຕິທຳ, ຖືວ່ານີ້ແມ່ນພື້ນຖານສຳຄັນເພື່ອດຶງດູດກະແສເງິນລົງທຶນໃນໄລຍະຍາວ.

ເບິ່ງໄປໃນອະນາຄົດ, ແງ່ຫວັງຂອງການຮ່ວມມືລະຫວ່າງ ຫວຽດນາມ-ອີຢູ ໄດ້ຮັບການຜັນຂະຫຍາຍດ້ວຍ 3 ເສົາຄ້ຳໃຫຍ່, ຄື: ການຄ້າທີ່ປະຕິບັດຕາມມາດຕະຖານສີຂຽວ ແລະຍືນຍົງ; ເປີດກວ້າງການຮ່ວມມືລົງທຶນໃນຂົງເຂດຍຸດທະສາດຄື: ພະລັງງານທົດແທນ, ອຸດສາຫະກໍາສີຂຽວ ແລະການຫັນເປັນດີຈີຕອນ; ແລະສືບຕໍ່ປັບປຸງສະພາບແວດລ້ອມດໍາເນີນທຸລະກິດແນໃສ່ດຶງດູດກະແສເງິນລົງທຶນທີ່ມີຄຸນນະພາບສູງຈາກເອີລົບ. ດ້ວຍພື້ນຖານຂອງສັນຍາ EVFTA, ຫວຽດນາມ ໄດ້ຮັບການຕີລາຄາວ່າມີກາລະໂອກາດທີ່ດີເພື່ອເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງແບບຍືນຍົງຂອງເອີລົບ ຢ່າງເລິກເຊິ່ງກວ່າອີກ.

ພ້ອມກັນນັ້ນ, ການຍົກເລີກ “ບັດເຫຼືອງ” IUU ສືບຕໍ່ແມ່ນບຸລິມະສິດໃຫຍ່ໃນການຮ່ວມມື ຫວຽດນາມ-ອີຢູ ຍ້ອນໄດ້ຮັບຜົນກະທົບໂດຍກົງຕໍ່ກຳລັງຄວາມສາມາດການສົ່ງອອກສິນໃນນ້ຳ ແລະອິດທິພົນຊື່ສຽງຂອງລະບົບຕ່ອງໂສ້ການສະໜອງດ້ານກະສິກຳ ແລະສິນໃນນ້ຳໄປຍັງຕະຫຼາດເອີລົບ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຕັດສິນໃຈຕໍ່ສູ້ການຕ້ານຂຸດຄົ້ນ IUU ຢ່າງຂ້ຽວຂາດ ແລະສະເໜີໃຫ້ EuroCham ມີທັດສະນະຢ່າງແຂງແຮງກວ່າເພື່ອໜູນຊ່ວຍຫວຽດນາມ ຍົກເລີກ “ບັດເຫຼືອງ” ໂດຍໄວ, ຖືວ່ານີ້ແມ່ນບາດກ້າວທີ່ສຳຄັນແນໃສ່ຮັບປະກັນການສະໜອງສິນທະເລທີ່ໂປ່ງໃສ, ຍືນຍົງ, ຜ່ານນັ້ນປັບປຸງຄວາມເຊື່ອໝັ້ນຂອງຕະຫຼາດອີຢູ ແລະເປີດຄວາມສາມາດບົ່ມຊ້ອນການເຕີບໂຕໃໝ່ໃຫ້ຂະແໜງສິນໃນນ້ຳ.

ພາຍຫຼັງ 5 ປີທີ່ຜັນຂະຫຍາຍ, ສັນຍາ EVFTA ໄດ້ພິສູດໃຫ້ເຫັນບົດບາດຂອງສັນຍາ FTA ລຸ້ນໃໝ່, ຄື: ບໍ່ພຽງແຕ່ຊຸກຍູ້ດ້ານການຄ້າເທົ່ານັ້ນ, ຫາກຍັງຍົກລະດັບການພົວພັນລະຫວ່າງ ຫວຽດນາມ-ອີຢູ ຕາມທິດຮອບດ້ານ, ມີຄຸນນະພາບສູງ ແລະກໍານົດທິດອະນາຄົດ. ພ້ອມກັບວິວັດການໃຫ້ສັດຕະຍາບັນສັນຍາ EVIPA ແລະຄວາມມານະພະຍາຍາມບັນລຸມາດຕະຖານສີຂຽວ-ຍືນຍົງ ຄື: IUU, ການຮ່ວມມື ຫວຽດນາມ-ອີຢູ ໄດ້ຕັ້ງຄວາມຫວັງໄວ້ວ່າຈະກ້າວເຂົ້າສູ່ໄລຍະພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າໃນທົດສະວັດຈະມາເຖິງ, ສອດຄ່ອງກັບທ່າອ່ຽງການຄ້າທົ່ວໂລກ ແລະຜົນປະໂຫຍດຍຸດທະສາດຂອງທັງສອງຝ່າຍ.

ໂດຍ: ເຈິ່ນຮວ່ຽນ