leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ວາລະປະຊຸມ. ພາບ: qdnd.vn

ພາຍຫຼັງທີ່ຮັບຟັງບັນດາບົດລາຍງານ ແລະຄຳເຫັນປະກອບຂອງບັນດາຜູ້ແທນ, ຂໍ້ສະຫຼຸບທີ່ວາລະປະຊຸມ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ, ວາລະປະຊຸມຄັ້ງນີິ້ ໄດ້ເຮັດແຈ້ງ, ເພີ່ມເຕີມ, ສະເໜີມາດຕະການແກ້ໄຂກ່ຽວກັບການປະຕິຮູບຕຸລາການ, ການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ. ທ່ານ ສະເໜີໜ້າທີ່ປະຕິຮູບຕຸລາການອາຍຸການ 2026-2031 ຕ້ອງສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະຫັນບັນດາແຜນນະໂຍບາຍ, ທັດສະນະຂອງພັກ ເປັນລະບອບລະບຽບການຢ່າງຄົບຖ້ວນ.

“ການປະຕິຮູບຕຸລາການຕ້ອງຫັນມະຕິຂອງພັກ, ບັນດາຂໍ້ສະຫຼຸບ, ມະຕິຂອງສູນກາງ, ກົມການເມືອງ, ຄະນະເລຂາທິການ ກ່ຽວກັບການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດເປັນລະບອບລະບຽບການ. ແລະຕ້ອງຫັນເປັນລະບອບລະບຽບການດ້ວຍເອກະສານ, ແຕ່ສິ່ງສຳຄັນແມ່ນຂອດປະຕິບັດ, ຄວາມເຂົ້າໃຈ, ກຳແໜ້ນໄດ້ ແລະປະຕິບັດໃຫ້ຖືກຕ້ອງ… ພ້ອມກັນນັ້ນ, ພວກເຮົາກໍ່ຕ້ອງແກ້ໄຂບັນດາຂໍ້ຕິດຂັດ, ສິ່ງກີດຂວາງການພັດທະນາ. ເມື່ອປະຕິບັດແມ່ນຕ້ອງຄົບຊຸດ, ຮັບເອົາລັກນະສະດີເດັ່ນຂອງຕ່າງປະເທດ ແຕ່ຕ້ອງສອດຄ່ອງກັບລະບອບລະບຽບການ, ຍ້ອນພວກເຮົາແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”.

ແຫຼ່ງຄັດຈາກ: vovworld.vn