ຢູ່ ຮ່າໂນ້ຍ, ມີປະຊາຊົນ, ແຂກທ່ອງທ່ຽວເປັນຈຳນວນຫຼາຍ ໄດ້ໄປໂບດໃຫຍ່, ໂບດຮ່າມລອງ, ໂບດເກືອບັກ… ແລະ ບັນດາເຂດຖະໜົນຢູ່ໃຈກາງ ຂອງຮ່າໂນ້ຍ ເພື່ອລະຫຼິ້ນ, ຕ້ອນຮັບວັນບຸນຄຼິດສະມາດ 2025. ບໍ່ພຽງແຕ່ຜູ້ເຊື່ອຖືສາສະໜາຄິຼດ ລໍຖ້າຕ້ອນຮັບວັນບຸນນີ້ເທົ່ານັ້ນ, ຫາກມີປະຊາຊົນຫຼາຍຄົນກໍ່ຖືວັນບຸນຄຼິດສະມາດເປັນສຳຄັນ ແລະສະຫງວນເວລາຢູ່ພ້ອມກັບຍາດຕິພີ່ນ້ອງໃນຄອບຄົວ ຫຼື ເພື່ອນມິດຂອງຕົນ.

ໂດຍເຈືອຈານເຂົ້າກັບບັນຍາກາດວັນບຸນຄຼິດສະມາດ, ພວກຂ້າພະເຈົ້າ ຢາກຖ່າຍຮູບໃຫ້ງາມໆເພື່ອຮັກສາໄວ້. ຢູ່ທີ່ນີ້ໄດ້ຮັບການປະດັບປະດາຢ່າງສວຍງາມ, ຍິ່ງຮອດຕອນຄ່ຳກໍ່ຍິ່ງງາມ.

leftcenterrightdel
ມີປະຊາຊົນເປັນຈຳນວນຫຼາຍໄດ້ໄປໂບດ ຮ່າມລອງ. ພາບ: vov.vn

ໃນຂະນະນັ້ນ, ຢູ່ຕາແສງ ຕຸຍອານດົງ, ແຂວງດັກລັກ, ແຫ່ງທີ່ຫາກໍ່ຖືກຜົນສະທ້ອນຢ່າງໜັກໜ່ວງ ຈາກສະພາບນ້ຳຖ້ວມກ່ອນນີ້ 1 ເດືອນ, ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດ ກໍ່ເຫັນໄດ້ຢູ່ທີ່ນີ້.

ສ່ວນຢູ່ນະຄອນ ໂຮ່ຈີມິນ, ມີເສັ້ນທາງຫຼາຍສາຍ ແລະເຂດຊຸມຊົນກໍ່ໄດ້ຮັບການປະດັບປະດາຢ່າງສວຍງາມ. ທ່ານ Tobias Laaksonen, ແຂກທ່ອງທ່ຽວມາຈາກ ຊູແອັດ, ແບ່ງປັນວ່າ: “ພວກຂ້າພະເຈົ້າ ຫາກໍ່ມາຮອດນະຄອນໂຮ່ຈີມິນ ແລະຮູ້ສຶກຕື້ນຕັນໃຈ. ຫວຽດນາມ ບໍ່ແມ່ນປະເທດເຊື່ອຖືສາສະໜາເຢຊູ, ແຕ່ບັນຍາກາດຂອງວັນບຸນຄຼິດສະມາດ ຢູ່ທີ່ນີ້ ຄືດັ່ງວັນບຸນໃຫຍ່ດ້ວຍການເຂົ້າຮ່ວມຂອງຫຼາຍຄົນ. ພວກຂ້າພະເຈົ້າ ຮູ້ສຶກປະທັບໃຈທີ່ສຸດ”.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ