ຕໍ່ໜ້າການຫັນປ່ຽນຢ່າງແຂງແຮງນັ້ນ, ເລື່ອງຮັບປະກັນ ແລະຊຸກຍູ້ສິດທິມະນຸດໃນສັງກາດດີຈີຕອນ ກໍາລັງກາຍເປັນບັນຫາໜຶ່ງທີ່ດຶງດູດຄວາມສົນໃຈຂອງຫວຽດນາມ ແລະທົ່ວໂລກ.
ການປະຕິວັດທົ່ວໂລກ
ຍັງບໍ່ເຄີຍມີມາໃນປະຫວັດສາດຂອງມວນມະນຸດ, ເຕັກໂນໂລຢີມີຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງຕໍ່ຊີວິດຂອງບຸກຄົນ ແລະສັງຄົມຄືໃນປະຈຸບັນ. ຈາກສະມາດໂຟນ, ຄົນເຮົາສາມາດເຂົ້າເຖິງຄວາມຮູ້, ເຊື່ອມຕໍ່ກັບໂລກ, ແລກປ່ຽນທັດສະນະ ແລະສະແດງທັດສະນະຂອງຕົນຜ່ານທາງອິນເຕີແນັດ.
ບັນດາສິດພື້ນຖານ ຄື: ສິດເຂົ້າເຖິງຂໍ້ມູນ, ສິດເສລີໃນການສະແດງອອກ, ສິດຮໍ່າຮຽນ, ສິດເຂົ້າຮ່ວມໃນຊີວິດສັງຄົມພວມເປີດກວ້າງຍິ່ງກວ່າເວລາໃດໝົດ ຍ້ອນການພັດທະນາຂອງອິນເຕີແນັດ ແລະພຼາດຟອມດີຈີຕອນອື່ນອີກ.
    |
 |
|
ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ລົງນາມສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກໍາທາງໄຊເບີ. ພາບ: ແທັ່ງລອງ |
ນອກຈາກນັ້ນ, ຍ້ອນການແຜ່ຂະຫຍາຍຢ່າງແຂງແຮງຂອງພຼາດຟອມດີຈີຕອນ, ຄົນພິການຫຼາຍຄົນ ຫຼື ຄົນທີ່ມີຄວາມຈຳກັດໃນການໄປມາຫຼາຍຄົນຈຶ່ງມີໂອກາດເຮັດວຽກ, ຮໍ່າຮຽນ ແລະປະກອບສ່ວນເຂົ້າໃນສັງຄົມຕື່ມອີກ.
ພຼາດຟອມການຄ້າເອເລັກໂຕນິກ, ການເຮັດວຽກທາງອອນລາຍ, ຮຽນທາງອອນລາຍຍັງໄດ້ຊ່ວຍຮັກແຄບຊ່ອງຫວ່າງທາງດ້ານພູມສາດ, ສ້າງເງື່ອນໄຂໃຫ້ຫຼາຍລ້ານຄົນສາມາດເຂົ້າເຖິງໂອກາດຕ່າງໆ.
ໃນຂອບເຂດພິທີເປີດການລົງນາມສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາຮ່າໂນ້ຍ), ທ່ານ ຫງວຽນຫາຍນິງ ລັດຖະມົນຕີກະຊວງຍຸຕິທຳຫວຽດນາມ ຢືນຢັນວ່າ ພວກເຮົາກຳລັງດຳລົງຊີວິດຢູ່ໃນຍຸກສະໄໝຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4, ເຊິ່ງໄດ້ຮັບການສ້າງຂຶ້ນໂດຍເຕັກໂນໂລຢີທີ່ກ້າວໜ້າ ເຊັ່ນ: ປັນຍາປະດິດ (AI), big data, blockchain ແລະ ອິນເຕີເນັດສັບພະສິ່ງ (IoT).
ໃນນັ້ນ, big data ໄດ້ກາຍເປັນແຫຼ່ງຊັບພະຍາກອນຍຸດທະສາດ, ນຳມາເຊິ່ງມູນຄ່າທາງດ້ານເສດຖະກິດ ແລະສັງຄົມອັນໃຫຍ່ຫຼວງ, ເປີດສັງກາດພັດທະນາໃໝ່, ເຊິ່ງແມ່ນສະຖານທີ່ໝົດທຸກຄົນສາມາດເຊື່ອມຈອດ, ຮໍ່າຮຽນ ແລະປະດິດຄິດສ້າງໂດຍບໍ່ມີຂອບເຂດ.
ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບຜົນງານທາງດ້ານເຕັກໂນໂລຊີແມ່ນການເພີ່ມຂຶ້ນຢ່າງວ່ອງໄວຂອງອາດຊະຍາກຳທາງໄຊເບີໃນທົ່ວໂລກ ແລະວິທີການເຄື່ອນໄຫວນີ້ກໍ່ນັບມື້ນັບສັບສົນຂຶ້ນຕື່ມ. ໄພນາບຂູ່ເຫຼົ່ານີ້ບໍ່ພຽງແຕ່ສ້າງຄວາມເສຍຫາຍທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງເປັນອັນຕະລາຍໂດຍກົງເຖິງຄວາມໝັ້ນຄົງແຫ່ງຊາດ, ສິດທິມະນຸດ ແລະສິດພົນລະເມືອງ.
ດັ່ງນັ້ນ, ໃນສັງກາດດີຈີຕອນ, ການຮັບປະກັນສິດທິມະນຸດໄດ້ກາຍເປັນບັນຫາດ້ານນະໂຍບາຍ, ພື້ນຖານໂຄງລ່າງ, ການສຶກສາ ແລະສະຕິທາງສັງຄົມ, ບໍ່ພຽງແຕ່ຢູ່ໃນຫວຽດນາມເທົ່ານັ້ນ ຫາກຍັງໃນຂອບເຂດທົ່ວໂລກອີກດ້ວຍ.
ມະນຸດ-ໃຈກກາງຂອງວິວັດການຫັນເປັນດີຈີຕອນ
ສຸດທ້າຍ, ເຕັກໂນໂລຢີ, ບໍ່ວ່າຈະກ້າວໜ້າໄປຮອດໃສ, ກໍ່ບໍ່ສາມາດມາແທນທີ່ຄວາມຮັບຮູ້ ແລະຄຸນຄ່າຂອງມະນຸດໄດ້. ຫວຽດນາມ ຍາມໃດກໍ່ມີທັດສະນະທີ່ວ່າ ຄຸນຄ່າຫຼັກຂອງການຫັນເປັນດີຈີຕອນ ແລະເຕັກໂນໂລຢີຕ້ອງໄດ້ສ້າງຂຶ້ນບົນພື້ນຖານຮັບປະກັນສິດທິມະນຸດ, ສິດພົນລະເມືອງໃນສະພາບແວດລ້ອມດີຈີຕອນ.
ຫຼັງຈາກໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດຄືນໃໝ່ ໃນອາຍຸການ 2026-2028 ໃນເດືອນຕຸລາທີ່ຜ່ານມາ, ໜຶ່ງໃນ 8 ຂົງເຂດບຸລິມະສິດຂອງຫວຽດນາມ ແມ່ນສິດທິມະນຸດໃນສະພາບການຫັນເປັນດີຈີຕອນ. ບຸລິມະສິດດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈທີ່ເຂັ້ມແຂງຂອງຫວຽດນາມ ແນໃສ່ຮັບປະກັນສິດທິມະນຸດໃນສັງກາດດີຈີຕອນ.
ໄປຄຽງຄູ່ກັນນັ້ນ, ເລື່ອງຫວຽດນາມ ເປັນເຈົ້າພາບຈັດພິທີເປີດການລົງນາມສົນທິສັນຍາຮ່າໂນ້ຍ ໃນວັນທີ 25-26 ຕຸລາ ທີ່ຜ່ານມາ ຍິ່ງເປັນການສະແດງໃຫ້ເຫັນເຖິງການເປັນເຈົ້າການ, ຄວາມຕັ້ງໜ້າ ແລະຮອບດ້ານໃນການເຊື່ອມໂຍງເຂົ້າກັບສາກົນ.
    |
 |
|
ຫວຽດນາມ ມີທັດສະນະວ່າ ຄຸນຄ່າຫຼັກຂອງການຫັນເປັນດີຈີຕອນ ແລະເຕັກໂນໂລຢີຕ້ອງໄດ້ສ້າງຂຶ້ນບົນພື້ນຖານຮັບປະກັນສິດທິມະນຸດ, ສິດພົນລະເມືອງ ໃນສະພາບແວດລ້ອມດີຈີຕອນ. ພາບ: nhandan.vn |
ຈາກຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບ, ຫວຽດນາມ ໄດ້ກາຍເປັນປະເທດທີ່ມີການປະກອບສ່ວນຢ່າງແທດຈິງເຂົ້າໃນວິວັດການກໍານົດລະບອບລະບຽບການໃຫ້ເປັນຮູບເປັນຮ່າງ ແລະມາດຖານສາກົນ, ໃນນັ້ນມີຂົງເຂດສິດທິມະນຸດ, ຄວາມໝັ້ນຄົງແບບໃໝ່ ແລະຄວາມຍຸຕິທຳໃນທົ່ວໂລກ.
ການຮັບປະກັນສິດທິມະນຸດໃນສັງກາດດີຈີຕອນບໍ່ພຽງແຕ່ຂຶ້ນກັບໂຄງລ່າງດ້ານເຕັກນິກ ຫຼື ກົດໝາຍເທົ່ານັ້ນ, ຫາກຍັງຕ້ອງເລີ່ມຕົ້ນຈາກການສຶກສາ, ພິເສດແມ່ນການສຶກສາກ່ຽວກັບສິດທິມະນຸດ ແລະພົນລະເມືອງດີຈີຕອນ.
ເມື່ອເຕັກໂນໂລຢີຖືກຈັດວາງໃຫ້ຢູ່ໃຕ້ຄຸນສົມບັດ, ຈັນຍາບັນ, ເມື່ອຂໍ້ມູນຖືກປົກປ້ອງດ້ວຍກົດໝາຍ ແລະນ້ຳໃຈຕື່ນຕົວ, ເມື່ອຄົນລຸ້ນໜຸ່ມໄດ້ປະກອບຄວາມຮູ້ ແລະມີຄວາມຮັບຜິດຊອບ, ການຫັນເປັນດີຈີຕອນບໍ່ພຽງແຕ່ເປັນການປະຕິວັດເຕັກໂນໂລຢີເທົ່ານັ້ນ, ຫາກຍັງກາຍເປັນບາດກ້າວທີ່ຍາວນານໃນການຮັບປະກັນສິດທິມະນຸດໃຫ້ແກ່ໝົດທຸກຄົນ.
ໂດຍ: ທູຈາງ