    |
 |
|
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທີ່ການພົບປະສອງຝ່າຍ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອາແຊັກໄບຢານ ໄດ້ຜັນຂະຫຍາຍສອດຄ່ອງກັບການຊີ້ນໍາຂອງການນໍາຂັ້ນສູງສອງປະເທດ, ສອງກະຊວງປ້ອງກັນປະເທດ, ກໍຄືບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ, ບັນລຸໄດ້ໝາກຜົນພົ້້ນເດັ່ນໃນບັນດາຂົງເຂດ ເຊັ່ນ: ແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ອຸດສາຫະກໍາປ້ອງກັນຊາດ...
    |
 |
|
ທ່ານລັດຖະມົນຕີ Vugar Mustafayev ກ່າວຄໍາເຫັນທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ການຮ່ວມມືໃນຂົງເຂດອຸດສາຫະກໍາປ້ອງກັນຊາດ ໂດຍສອງຝ່າຍໄດ້ເອົາໃຈໃສ່ຊຸກຍູ້, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ ເຊັ່ນ: ການແລກປ່ຽນຄະນະຜູ້ແທນ, ການພົບປະເຮັດວຽກ, ການສະໜັບສະໜູນ ແລະເຂົ້າຮ່ວມງານວາງສະແດງສິນຄ້າປ້ອງກັນຊາດສາກົນ ໂດຍແຕ່ລະປະເທດຈັດຕັ້ງ.
ທ່ານພົນເອກ ຟານວັນຢາງ ສະເໜີ ໃນໄລຍະຈະມາເຖິງ, ບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມກ່ຽວກັບການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດ, ສອງຝ່າຍສຸມໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຕົ້ນຕໍ ເຊັ່ນ: ຊຸກຍູ້ການລົງນາມບັນດາເອກະສານຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດ, ສ້າງກອບນິຕິກໍາເພື່ອຊຸກຍູ້ການຮ່ວມມືໃນຂົງເຂດນີ້ກວ່າອີກ, ສອດຄ່ອງກັບຄວາມຕ້ອງການ ແລະຄວາມສາມາດຂອງສອງຝ່າຍ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສະໜັບສະໜູນ, ສົມທົບກັນເຂົ້າຮ່ວມງານວາງສະແດງກ່ຽວກັບອຸດສາຫະກຳປ້ອງກັນຊາດ ໂດຍແຕ່ລະຝ່າຍຈັດຕັ້ງ; ຄົ້ນຄວ້າຜະລິດ, ຖ່າຍທອດເຕັກໂນໂລຊີ; ການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ...
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ປີ 2026, ຫວຽດນາມ ຈະຈັດງານວາງສະແດງສິນຄ້າປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3. ທ່ານພົນເອກ ຟານວັນຢາງ ເຊື້ອເຊີນທ່ານລັດຖະມົນຕີ, ການນຳກະຊວງອຸດສາຫະກໍາປ້ອງກັນຊາດ ອາແຊັກໄບຢານ ພ້ອມກັບວິສາຫະກິດປ້ອງກັນຊາດ ອາແຊັກໄບຢານ ເຂົ້າຮ່ວມວາງສະແດງຜະລິດຕະພັນທີ່ງານວາງສະແດງສິນຄ້າປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະທ່ານລັດຖະມົນຕີ Vugar Mustafayev ພ້ອມດ້ວຍສະມາຊິກໃນຄະນະຜູ້ແທນທັງສອງປະເທດ. ພາບ: ຕ໊ວນຮຸຍ. |
ສ່ວນທ່ານ Vugar Mustafayev ຂອບໃຈທ່ານລັດຖະມົນຕີ ຟານວັນຢາງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ; ພ້ອມທັງເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນການປັບປຸງກວ່າອີກການພົວພັນຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດລະຫວ່າງສອງປະເທດ, ພ້ອມທັງຕີລາຄາສູງການພົວພັນຮ່ວມມືທີ່ມີມາແຕ່ດົນນານລະຫວ່າງຫວຽດນາມ ແລະອາແຊັກໄບຢານ ໃນຫຼາຍຂົງເຂດ ເຊັ່ນ: ເສດຖະກິດ, ພະລັງງານ, ການຄ້າ, ເຕັກນິກ... ໃນນັ້ນ, ພົ້ນເດັ່ນແມ່ນການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດ.
ທ່ານລັດຖະມົນຕີ Vugar Mustafayev ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ອາແຊັກໄບຢານ ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດທີ່ໄດ້ຕົກລົງແລ້ວ, ພິເສດແມ່ນການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດ, ບົນພື້ນຖານຜົນປະໂຫຍດ, ຄວາມຕ້ອງການຂອງແຕ່ລະຝ່າຍ. ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ, ມີປະສິດທິຜົນໃນອະນາຄົດ.
ໂດຍ: ໄຊຊະນະ