ສປປ.ເກົາຫຼີ ທົດລອງລູກສອນໄຟປ້ອງກັນອາກາດໄລຍະໄກໃໝ່
ທ່ານ Kim Jong Un ການນຳ ສປປ.ເກົາຫຼີ ໄດ້ລົງຕິດຕາມກວດກາໂດຍກົງ ໃນການທົດລອງລູກສອນໄຟປ້ອງກັນອາກາດໄລຍະໄກ, ລະດັບສູງແບບໃໝ່ ຢູ່ເຂດທະເລທາງທິດຕາເວັນອອກແຫຼມເກົາຫຼີ.
ຕາມຂໍ້ມູນໂດຍສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ປະກາດໃນວັນທີ 25 ທັນວາ ແລ້ວ, ເຫດການທົດລອງລູກສອນໄຟປ້ອງກັນອາກາດໄລຍະໄກ, ລະດັບສູງແບບໃໝ່ ໂດຍອົງການລູກສອນໄຟ ສປປ.ເກົາຫຼີ ປະຕິບັດໃນວັນທີ 24 ທັນວາ ແມ່ນເພື່ອແນໃສ່ຕີລາຄາບັນດາລັກສະນະພິເສດຍຸດທະວິທີ ແລະ ເຕັກນິກຄັ້ງທຳອິດ. ໝາກຜົນຂອງການທົດລອງໄດ້ໃຫ້ເຫັນວ່າ ລູກສອນໄຟໄດ້ຍິງຖືກເປົ້າໝາຍສົມມຸດຖານ ຢູ່ຄວາມສູງ 200 ກິໂລແມັດ.
ແຫຼ່ງຄັດຈາກ: vovworld.vn