ຄະນະປະຕິບັດງານ ນໍາໂດຍທ່ານພັນເອກພິເສດ ລວ໊ຽນວັນກຸ໋ຍ, ພະນັກງານການເມືອງ ພະແນກບໍາລຸງສ້າງນັກຮຽນສາກົນ, ວິທະຍາຄານການເມືອງ ໄດ້ໄປຢ້ຽມຢາມຖາມຂ່າວພັນຕີ  ກາລານ ສຸກນະຄອນ, ນັກຮຽນຫ້ອງ 24H - ກໍ່ສ້າງພັກ, ພະແນກບຳລຸງສ້າງນັກຮຽນສາກົນ (ວິທະຍາຄານການເມືອງ), ປັດຈຸບັນພວມປິ່ນປົວຢູ່ພະແນກອັງໂດກຣີນ, ໂຮງໝໍກອງທັບ 103.

ຕາມຮ້ອຍໂທ, ແພດໝໍ ຫວູຊວນຮວິງ, ພະແນກອັງໂດກຣີນ, ໂຮງໝໍກອງທັບ 103 ແລ້ວ, ພັນຕີ ກາລານ ສຸກນະຄອນ ເຂົ້າໂຮງໝໍໃນຕົ້ນເດືອນພະຈິກ ປີ 2025 ໃນສະພາບສຸຂະພາບທີ່ອ່ອນເພຍ, ການເຄື່ອນໄຫວຊ້າ ແລະການສື່ສານທີ່ຈຳກັດ.

leftcenterrightdel
ທ່ານພັນເອກພິເສດ ລວ໊ຽນວັນກຸ໋ຍ ພະນັກງານການເມືອງ ພະແນກບໍາລຸງສ້າງນັກຮຽນສາກົນ, ວິທະຍາຄານການເມືອງ ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈຍາດຕິພີ່ນ້ອງຂອງຄົນເຈັບ. ພາບ: qdnd.vn

ຄະນະພັກ, ຄະນະອໍານວຍການໂຮງໝໍກອງທັບ 103 ໄດ້ສຸມໃສ່ນໍາພາ, ຊີ້ນໍາບັນດາພະແນກ ເພື່ອຈັດຕັ້ງປຶກສາຫາລືບົ່ງມະຕິຢ່າງຈິງຈັງ, ຜັນຂະຫຍາຍວິທີການການປິ່ນປົວຢ່າງຕັ້ງໜ້າ ແລະຄົບຊຸດ; ຖັນແຖວແພດໝໍໄດ້ເອົາໃຈໃສ່ຕິດຕາມ ແລະເບິ່ງແຍງດູແລຄົນເຈັບຢ່າງສຸດໃຈ, ຊ່ວຍໃຫ້ຄົນເຈັບມີສະພາບສຸຂະພາບເປັນປົກກະຕິ ແລະ ຟື້ນຟູສຸຂະພາບ.

ນັບແຕ່ເຂົ້າໂຮງໝໍ, ຄະນະພັກ, ຄະນະອໍານວຍການວິທະຍາຄານການເມືອງ ໄດ້ເອົາໃຈໃສ່ນໍາພາ, ຊີ້ນຳຢ່າງໃກ້ຊິດ; ຈັດສົ່ງຜູ້ຕາງໜ້າລົງຢ້ຽມຢາມຖາມຂ່າວໂດຍກົງ, ລະດົມກໍາລັງໃຈ, ໜູນຊ່ວຍທັນເວລາ; ພ້ອມທັງຮຽກຮ້ອງໃຫ້ພະແນກບໍາລຸງສ້າງນັກຮຽນສາກົນ ກໍາແໜ້ນສະພາບການຢ່າງເປັນປະຈຳ, ເປັນເຈົ້າການສົມທົບກັບໂຮງໝໍກອງທັບ 103 ໃນການເບິ່ງແຍງດູແລ ແລະປິ່ນປົວພະຍາດ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຮັບຜິດຊອບຂອງພະແນກບໍາລຸງສ້າງ, ຄຸ້ມຄອງນັກຮຽນສາກົນ, ພ້ອມທັງຢືນຢັນເຖິງນ້ຳໃຈສາມັກຄີແບບພິເສດ, ສັດຊື່ບໍລິສຸດລະຫວ່າງປະຊາຊົນ ແລະກອງທັບສອງປະເທດ ຫວຽດນາມ - ລາວ ອ້າຍນ້ອງ.

ໂດຍ: ທູຈາງ