ນະຄອນດ່ານັ້ງ ກໍາລັງກາຍເປັນ "ຈຸດພົ້ນເດັ່ນໃໝ່" ຂອງການເລີ່ມດໍາເນີນທຸລະກິດ ແລະນະວັດຕະກໍາ. ບໍ່ພຽງແຕ່ມີພື້ນຖານໂຄງລ່າງດີຈີຕອນ ແລະແຫຼ່ງຊັບພະຍາກອນມະນຸດໜຸ່ມແໜ້ນເທົ່ານັ້ນ, ແຕ່ນະຄອນຍັງວາງບັນດານະໂຍບາຍໃຫ້ບຸລິມະສິດ, ສ້າງສະພາບແວດລ້ອມເປີດກວ້າງສໍາລັບການທົດລອງເຕັກໂນໂລຊີໃໝ່ ແລະສ້າງປະຊາຄົມ startup ຢ່າງຂະຫຍັນຂັນເຂື່ອນອີກດ້ວຍ. ບັນດາວິສາຫະກິດເຕັກໂນໂລຊີ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງນະຄອນ ແຕ່ຖືວ່າຕ້ອງມີ “ບາດກ້າວບຸກທະລຸ” ທີ່ມີລັກສະນະກໍານົດທິດສັງລວມຕື່ມອີກ.
ທ່ານນາງ ຫງວຽນທິເຟືອງລິງ, ຜູ້ອຳນວຍການພັດທະນາແບບຍືນຍົງ, ບໍລິສັດ ມາດຕະການບັນຊາ ແລະຫັນເປັນອັດຕະໂນມັດ CAS ຈໍາກັດ ໄດ້ໃຫ້ຂໍ້ສັງເກດວ່າ ນະຄອນດ່ານັ້ງ ຕ້ອງກຳນົດບົດບາດຂອງຜູ້ເປັນຫົວໜ້າສະຖາປະນິກໃຫ້ແກ່ລະບົບນິເວດນະວັດຕະກຳຢ່າງວ່ອງໄວ: “ເພີ່ມທະວີບົດບາດຂອງຜູ້ເປັນຫົວໜ້າສະຖາປະນິກໃນການວາງແຜນກຳນົດກໍ່ສ້າງ ແລະພັດທະນາລະບົບນິເວດນະວັດຕະກຳຂອງນະຄອນດ່ານັ້ງ… ບົດບາດນີ້ຈະຊ່ວຍກໍານົດທິດຍຸດທະສາດ, ເຊື່ອມຕໍ່ທຸກແຫຼ່ງກໍາລັງຈາກພະແນກ, ຂະແໜງການ, ສະຖາບັນ, ໂຮງຮຽນ ແລະວິສາຫະກິດເພື່ອໃຫ້ທຸກໆຂໍ້ລິເລີ່ມດຳເນີນໄປຖືກຕາມທິດທາງ ແລະເພີ່ມເຕີມໜູນຊ່ວຍເຊິ່ງກັນແລະກັນ.”
ຕະຫຼາດຂະໜາດນ້ອຍ, ຂາດບ່ອນວາງສະແດງຜະລິດຕະພັນເຮັດໃຫ້ບໍລິສັດ startup ຫຼາຍແຫ່ງທີ່ປະສົບກັບຄວາມຫຍຸ້ງຍາກໃນການຫັນຜະລິດຕະພັນເຕັກໂນໂລຢີເປັນການຄ້າ. ທ່ານ ໂດກຸຍສຶ ປະທານສະພາບໍລິຫານຂອງບໍລິສັດຫຸ້ນສ່ວນເຕັກໂນໂລຊີ FiveSS ໄດ້ສະເໜີວ່າ ນະຄອນຕ້ອງໜູນຊ່ວຍບ່ອນທົດລອງຕະຫຼາດ, ຕີລາຄາຄຸນນະພາບຜະລິດຕະພັນ:
“ສາມາດສ້າງປະຊາຄົມນໍາໃຊ້ຜະລິດຕະພັນ startup ເພື່ອຕີລາຄາ, ປະກອບຄວາມເຫັນ ແນໃສ່ປັບປຸງ, ເຮັດໃຫ້ຜະລິດຕະພັນມີເງື່ອນໄຂຄົບຖ້ວນຕອບສະໜອງຄວາມຕ້ອງການຂອງຕະຫຼາດທັງຢູ່ພາຍໃນ ແລະຕ່າງປະເທດ. ພວກຂ້າພະເຈົ້າ ຫວັງວ່ານະຄອນຈະໜູນຊ່ວຍບ່ອນວາງສະແດງໃຫ້ແກ່ບໍລິສັດ startup ເພື່ອຂາຍຜະລິດຕະພັນຂອງເຂົາເຈົ້າ ຕົວຢ່າງ ຢູ່ຮ້ານສັບພະສິນຄ້າ, ເວທີການຄ້າເອເລັກໂຕນິກ ຫຼື ວິສາຫະກິດຂະໜາດໃຫຍ່.”
    |
 |
|
ດ່ານັ້ງ ຕັ້ງເປົ້າໝາຍໃຫ້ກາຍເປັນສູນ startup ນະວັດຕະກຳ ລະດັບສາກົນ. ພາບ: vov.vn |
ໃນຂະບວນການພັດທະນາໃນປະຈຸບັນ, ນະຄອນດ່ານັ້ງ ຕ້ອງມີມາດຕະການຫຼາຍຢ່າງເພື່ອຫັນການຄຸ້ມຄອງບໍລິຫານ, ສ້າງການພັດທະນາໃນຫຼາຍຂົງເຂດໃຫ້ດີທີ່ສຸດ. ບັນດາວິສາຫະກິດ startup ຢືນຢັນຄວາມສາມາດຄົບຖ້ວນຂອງເຂົາເຈົ້າໃນການແກ້ໄຂບັນຫາໃນຕົວເມືອງຖ້າໄດ້ຮັບການສັ່ງຈອງຜະລິດຕະພັນ. ທ່ານ ຫງວຽນຫວຽດຕວ່ານ, ຜູ້ອຳນວຍການສູນໜູນຊ່ວຍ startup ດ່ານັ້ງ, ໄດ້ກ່າວວ່າ: “ມີບໍລິສັດ startup ຫຼາຍແຫ່ງ ສາມາດປະກອບກໍາລັງເຫື່ອແຮງໃຫ້ນະຄອນ. ນະຄອນຍົກອອກຫຼາຍບັນຫາ, ປະຊາຄົມ startup ສາມາດແກ້ໄຂບັນຫາເຫຼົ່ານັ້ນ. ນະຄອນຕ້ອງກ້າຫານສັ່ງຈອງຜະລິດຕະພັນນຳເຂົາເຈົ້າ”.
ລະບົບນິເວດນະວັດຕະກຳ ດ່ານັ້ງ ໄດ້ສ້າງອົງປະກອບຂອງຕົນຢ່າງຄົບຖ້ວນ. ນັ້ນແມ່ນມີສູນໃຫ້ການໜູນຊ່ວຍ 3 ແຫ່ງ, ສູນບົ່ມເພາະ 12 ແຫ່ງ, ກອງທຶນລົງທຶນ 6 ແຫ່ງ, ບ່ອນທີ່ເຮັດວຽກລວມ 8 ແຫ່ງ, ມີບໍລິສັດ startup ປະມານ 200 ແຫ່ງ, ໂດຍມີການເຊື່ອມຕໍ່ກັບສິງກະໂປ, ສ. ເກົາຫຼີ, ຍີ່ປຸ່ນ, ຈີນ ແລະຕະຫຼາດສາກົນຫຼາຍແຫ່ງ. ດ່ານັ້ງ ໄດ້ໜູນຊ່ວຍ, ສ້າງຕັ້ງວິສາຫະກິດຫຼາຍສິບແຫ່ງທີ່ພັດທະນາຫຼາຍຮ້ອຍໂຄງການ. ພິເສດແມ່ນ ດ່ານັ້ງ ເປັນກຽດໄດ້ຮັບນາມມະຍົດ ຈາກ VINASA ເປັນເວລາສີ່ປີຕິດຕໍ່ກັນວ່າເປັນ "ນະຄອນທີ່ດຶງດູດໃຈທີ່ສຸດສຳລັບການເລີ່ມດໍາເນີນທຸລະກິດນະວັດຕະກໍາ" ແລະເປັນຄັ້ງທຳອິດໄດ້ນອນຢູ່ໃນ top 1.000 ລະບົບນິເວດທີ່ພົ້ນເດັ່ນທົ່ວໂລກ, ເພີ່ມຂຶ້ນ 130 ຂັ້ນໃນຕາຕະລາງຈັດອັນດັບ StartupBlink 2025.
ນະຄອນດ່ານັ້ງ ວາງເປົ້າໝາຍ ໃນໄລຍະ 2026-2030 ໃຫ້ກາຍເປັນສູນນະວັດຕະກໍາແຖວໜ້າຫວຽດນາມ, ມຸ່ງໄປເຖິງລະດັບສາກົນ. ເພື່ອບັນລຸເປົ້າໝາຍນີ້, ນະຄອນ ກໍານົດວ່າ ຕ້ອງຮ່ວມເດີນທາງກັບບໍລິສັດ startup, ເປີດກວ້າງນະໂຍບາຍ, ສັ່ງຈອງຜະລິດຕະພັນມາດຕະການດ້ານເຕັກໂນໂລຊີ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດລົງເລິກເຕັກໂນໂລຊີ. ໃນໄລຍະໃໝ່ນີ້, ດ່ານັ້ງ ສູ້ຊົນເພື່ອໃຫ້ກາຍເປັນ "ນະຄອນນະວັດຕະກໍາລະດັບສາກົນ" ດ້ວຍວິທີເຂົ້າເຖິງ ແລະມາດຕະການທີ່ບຸກທະລຸກວ່າ.
ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ຫາກໍ່ມີແຜນການເລກທີ 182 ກ່ຽວກັບການຍົກສູງດັດຊະນີນະວັດຕະກໍາຂັ້ນທ້ອງຖິ່ນ (PII), ໂດຍສຸມໃສ່ຕົວຊີ້ວັດສາມກຸ່ມຄື: ຈຸດອ່ອນ, ຈຸດດີ ແລະຕົວຊີ້ວັດທີ່ຍັງຕໍ່າ ແລະຕ້ອງໄດ້ຮັບການປັບປຸງ. ບັນດາມາດຕະການໄດ້ເນັ້ນໜັກໃສ່ສິດຊັບສິນທາງປັນຍາ, ມາດຕະຖານການຜະລິດ, ຍົກສູງຊັບພະຍາກອນມະນຸດດ້ານການຄົ້ນຄວ້າ, ໜູນຊ່ວຍສິນເຊື່ອ, ການຊຸກຍູ້ຜະລິດຕະພັນ OCOP, ການດຶງດູດທຶນ FDI ແລະການພັດທະນາພື້ນຖານໂຄງລ່າງດີຈີຕອນ... ທ່ານ ໂຮ່ກວາງບືວ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ, ປາດຖະໜາຢາກເປີດກວ້າງເປົ້າໝາຍທີ່ໄດ້ໜູນຊ່ວຍ startup, ນະວັດຕະກໍາ.
"ຂ້າພະເຈົ້າ ຫວັງວ່າອົງການທີ່ກ່ຽວຂ້ອງຈະເປີດກວ້າງເປົ້າໝາຍໜູນຊ່ວຍ startup, ບັນດາອົງການຈັດຕັ້ງ ແລະວິສາຫະກິດ; ແລະຍູ້ໄວນະວັດຕະກໍາຢູ່ໃນໂຮງຮຽນ. ນະຄອນຍາມໃດກໍ່ຮ່ວມເດີນທາງກັບໂຮງຮຽນຢ່າງແຂງແຮງ."
ຈິດໃຈ "ກ້າທົດລອງ, ກ້າປ່ຽນແປງໃໝ່, ກ້າສັ່ງຈອງ" ຂອງອໍານາດການປົກຄອງ ພ້ອມກັບກໍາລັງແຮງໃນການປະດິດຄິດສ້າງໜຸ່ມຂອງປະຊາຄົມວິສາຫະກິດກຳລັງສ້າງແຮງກະຕຸ້ນທີ່ເຂັ້ມແຂງເພື່ອໃຫ້ລະບົບນິເວດບໍລິສັດ startup ດ່ານັ້ງ ບຸກທະລຸ. ລະບົບນິເວດທີ່ເຂັ້ມແຂງບໍ່ພຽງແຕ່ສ້າງຂຶ້ນບົນພື້ນຖານໂຄງລ່າງ ຫຼື ນະໂຍບາຍເທົ່ານັ້ນ, ຫາກຍັງຕ້ອງອີງໃສ່ການສັ່ງຈອງຜະລິດຕະພັນຢ່າງແທ້ຈິງ, ການທົດລອງທີ່ກ້າຫານ ແລະວິໄສທັດໄລຍະຍາວອີກດ້ວຍ. ດ່ານັ້ງ ຈະບໍ່ພຽງແຕ່ເປັນສະຖານທີ່ລໍ່ລ້ຽງ startup ເທົ່ານັ້ນ ຫາກຍັງເປັນສະຖານທີ່ເພື່ອສ້າງຍີ່ຫໍ້ຫວຽດນາມ ອອກສູ່ໂລກອີກດ້ວຍ.
ໂດຍ: ຈາງຫງວຽນ