ຄາດຄະເນການເຕີບໂຕຈະພັດທະນາຢ່າງແຂງແຮງ
ເສດຖະກິດຫວຽດນາມ ກຳລັງກ້າວເຂົ້າສູ່ປີ 2025 ດ້ວຍສັນຍານທີ່ດີຫຼາຍຢ່າງ, ເຊິ່ງດຶງດູດຄວາມສົນໃຈເປັນພິເສດຈາກອົງການຈັດຕັ້ງສາກົນ ແລະວົງການນັກຊ່ຽວຊານຕ່າງປະເທດ. ອົງການຈັດຕັ້ງທີ່ມີຊື່ສຽງຫຼາຍແຫ່ງ ເຊັ່ນ WB, ADB, UOB ລ້ວນແຕ່ຍົກອອກການຄາດຄະເນຢ່າງປະເອີບໃຈກ່ຽວກັບການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີນີ້. ໃນສະພາບການທີ່ເສດຖະກິດທົ່ວໂລກຍັງມີການຜັນແປຫຼາຍຢ່າງ, ການຕີລາຄາທີ່ຕັ້ງໜ້າກ່ຽວກັບແງ່ຫວັງດ້ານການເຕີບໂຕຂອງຫວຽດນາມ ຖືວ່າ ເປັນ "ການເພີ່ມຄວາມໝັ້ນໃຈ", ເປີດຄວາມຫວັງສຳລັບວົງຈອນແຫ່ງການພັດທະນາໃໝ່.
ອີງຕາມການອັບເດດເສດຖະກິດຫວຽດນາມ ຫຼ້າສຸດຂອງທະນາຄານໂລກ (WB), ເສດຖະກິດຂອງຫວຽດນາມ ຄາດວ່າຈະເຕີບໂຕ 6,6% ໃນປີ 2025, ຍ້ອນວ່າ ການເຕີບໂຕໃນເຄິ່ງຕົ້ນປີ ບັນລຸ 7,5%. ທະນາຄານໂລກ ຖືວ່າ ການເຕີບໂຕ ຄາດວ່າຈະຊ້າລົງເຫຼືອ 6,1% ໃນປີ 2026, ກ່ອນທີ່ຈະຟື້ນຟູ ຂຶ້ນເປັນ 6,5% ໃນປີ 2027 ຍ້ອນການຄ້າທົ່ວໂລກຈະເລີນເຕີບໂຕ ແລະຫວຽດນາມ ສືບຕໍ່ຮັກສາທ່າໄດ້ປຽບເປັນຈຸດນັດພົບແຫ່ງການຜະລິດທີ່ມີການແກ່ງແຍ້ງແຂ່ງຂັນ.
ເພື່ອໜູນຊ່ວຍໃຫ້ມີການເຕີບໂຕ ແລະຫຼຸດຜ່ອນຄວາມສ່ຽງຈາກພາຍນອກ, ທະນາຄານໂລກ ສະເໜີໃຫ້ຫວຽດນາມ ຄວນຍູ້ແຮງການລົງທຶນພາກລັດ, ຄວບຄຸມຄວາມສ່ຽງໃນລະບົບການເງິນ, ຊຸກຍູ້ການປະຕິຮູບໂຄງປະກອບ.
ທ່ານນາງ Mariam J. Sherman, ຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ, ກຳປູເຈຍ ແລະລາວ, ໃຫ້ຂໍ້ສັງເກດວ່າ: ດ້ວຍອັດຕາໜີ້ສິນສາທາລະນະຕໍ່າ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນດ້ານການເງິນທີ່ອຸດົມສົມບູນ. ຖ້າຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ການລົງທຶນພາກລັດ ຈະສາມາດແກ້ໄຂທັງຄວາມບົກຜ່ອງດ້ານພື້ນຖານໂຄງລ່າງ ແລະທັງສ້າງວຽກເຮັດງານທຳຕື່ມອີກ. ໄປຄຽງຄູ່ກັນນັ້ນ, ຕ້ອງຊຸກຍູ້ການປະຕິຮູບເພື່ອປັບປຸງການບໍລິການທີ່ຈຳເປັນ, ສ້າງພື້ນຖານເສດຖະກິດສີຂຽວ, ພັດທະນາກອງທຶນມະນຸດ ແລະຫັນການຄ້າເປັນຫຼາຍຮູບຫຼາຍແບບ - ນີ້ແມ່ນປັດໄຈຫຼັກແຫຼ່ງທີ່ຈະຊ່ວຍໃຫ້ຫວຽດນາມ ຫຼຸດຜ່ອນຄວາມສ່ຽງທົ່ວໂລກ ແລະຮັກສາການເຕີບໂຕໃນໄລຍະຍາວ.
ທະນາຄານພັດທະນາອາຊີ (ADB) ຍັງໄດ້ຍົກການຄາດຄະເນການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2025 ຂຶ້ນ ຈາກ 6,6% ເປັນ 6,7% ຍ້ອນແງ່ຫວັງທີ່ຕັ້ງໜ້າເມື່ອ ຫວຽດນາມ ຍູ້ແຮງການປະຕິຮູບໂຄງປະກອບ ແລະການລົງທຶນດ້ານພື້ນຖານໂຄງລ່າງແບບຍືນຍົງ.
ADB ໃຫ້ຂໍ້ສັງເກດວ່າ ກະແສຂອງການສົ່ງອອກທີ່ເພີ່ມຂຶ້ນກ່ອນທີ່ອາເມລິກາ ຈະນຳໃຊ້ອັດຕາພາສີໃໝ່ພ້ອມກັບນະໂຍບາຍໜູນຊ່ວຍຂອງລັດຖະບານ ໄດ້ຊ່ວຍໃຫ້ການເຕີບໂຕເສດຖະກິດຂອງຫວຽດນາມ ບຸກທະລຸໃນ 6 ເດືອນຕົ້ນປີ 2025. ແຕ່ວ່າ, ລະດັບຄວາມໄວນີ້ຈະຊ້າລົງໃນຊຸມເດືອນທີ່ຍັງເຫຼືອເນື່ອງຈາກວ່າ ມາດຕະການພາສີຕອບໂຕ້ມີຜົນບັງຄັບໃຊ້. ເຖິງຢ່າງໃດກໍ່ຕາມ, ADB ຍັງເຊື່ອໝັ້ນວ່າເສດຖະກິດຂອງຫວຽດນາມ ຈະຮັກສາສະຖຽນລະພາບພໍສົມຄວນ, ເຖິງແມ່ນວ່າ ບໍ່ສາມາດຮັກສາລະດັບການເຕີບໂຕທີ່ແຂງແຮງຄືກັບ 6 ເດືອນຕົ້ນປີກໍ່ຕາມ.
    |
 |
|
ທ່ານ Shantanu Chakraborty, ຜູ້ອຳນວຍການແຫ່ງຊາດ ທະນາຄານ ADB ປະຈຳຫວຽດນາມ. ພາບ: vov.vn |
ທ່ານ Shantanu Chakraborty, ຜູ້ອຳນວຍການແຫ່ງຊາດ ADB ປະຈຳຫວຽດນາມ, ຕີລາຄາວ່າການປະຕິຮູບກ່ຽວກັບການຄຸ້ມຄອງບໍລິຫານ, ຄວາມໂປ່ງໃສ ແລະພາສີໃນມະຕິ 68 ແມ່ນເດີນຖືກທິດແລ້ວ. ຂົງເຂດເສດຖະກິດເອກະຊົນຈະສວມບົດບາດຫຼັກແຫຼ່ງ, ທັງສ້າງວຽກເຮັດງານທຳ, ທັງຍົກສູງມູນຄ່າເພີ່ມໃຫ້ແກ່ພື້ນຖານເສດຖະກິດ.
ສິ່ງທ້າທາຍຍັງຢູ່ຕໍ່ໜ້າ
ພ້ອມດຽວກັນນັ້ນ, ທ່ານ Shantanu Chakraborty ກໍ່ໃສ່ໃຈວ່າຫວຽດນາມ ແມ່ນໜຶ່ງໃນຫົກປະເທດທີ່ມີຄວາມສ່ຽງຫຼາຍທີ່ສຸດຕໍ່ການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ. ທ່ານ ໃຫ້ຮູ້ວ່າ: “ການລົງທຶນໃສ່ພະລັງງານທົດແທນຫຼາຍ, ການເກັບຮັກສາແບັດເຕີຣີ ແລະການສົ່ງໄຟຟ້າແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ”.
ນັກຊ່ຽວຊານຂອງ ADB ຖືວ່າ ໜຶ່ງໃນບັນດາຈຸດສຸມທີ່ຕ້ອງໄດ້ຮັບການຍູ້ແຮງແມ່ນພື້ນຖານໂຄງລ່າງເພື່ອແນໃສ່ສ້າງຜົນກະທົບທີ່ແຜ່ຂະຫຍາຍ, ຊ່ວຍເພີ່ມການລົງທຶນພາກລັດ, ປັບປຸງກະແສເງິນລົງທຶນ FDI ແລະຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງຕະຫຼາດ. ທ່ານ Shantanu Chakraborty ໃຫ້ຮູ້ວ່າ: "ການເກີດຂຶ້ນຂອງບັນດາຂະແໜງເຕັກໂນໂລຢີໃໝ່ເຊັ່ນ: ເຄື່ອງຊັກນຳໄຟຟ້າ, AI ແລະເສດຖະກິດດີຈີຕອນ ຕ້ອງການກຳລັງແຮງງານທີ່ມີທັກສະສູງ. ລັດຖະບານໄດ້ປະກາດຫຼາຍໂຄງການເພື່ອຍົກລະດັບສີມືແຮງງານ, ສິ່ງດັ່ງກ່າວນີ້ຕ້ອງໄປຄຽງຄູ່ກັບການປະຕິຮູບເພື່ອສ້າງແຮງກະຕຸ້ນການເຕີບໂຕທີ່ຍືນຍົງ".
ADB ໃຫ້ຂໍ້ສັງເກດວ່າ ແງ່ຫວັງເສດຖະກິດຂອງຫວຽດນາມ ໃນໄລຍະ 2025–2026 ຍັງມີຄວາມຕັ້ງໜ້າ, ແຕ່ກໍ່ບໍ່ໃຫ້ຖືເບົາຕໍ່ຄວາມສ່ຽງທີ່ອາດຈະເກີດຈາກຄວາມບໍ່ໝັ້ນຄົງທົ່ວໂລກ. ຖ້າພື້ນຖານເສດຖະກິດຄູ່ຮ່ວມມືໃຫຍ່ມີການເຕີບໂຕຊ້າກວ່າທີ່ຄາດໄວ້ ຫຼື ຄວາມຜັນຜວນທາງດ້ານການເງິນສາກົນເພີ່ມຂຶ້ນ, ຫວຽດນາມ ຈະໄດ້ຮັບຜົນກະທົບຢ່າງໜັກ. ອີງຕາມ ADB, ໄປຄຽງຄູ່ກັບພື້ນຖານໂຄງລ່າງທີ່ແຂງແກ່ນ, "ພື້ນຖານໂຄງລ່າງທີ່ນີ້ມນວນ" ເຊັ່ນ: ການສຶກສາ ແລະສາທາລະນະສຸກ ກໍ່ຕ້ອງໄດ້ເອົາໃຈໃສ່ເພື່ອສ້າງແຫຼ່ງຊັບພະຍາກອນໃຫ້ແກ່ອະນາຄົດ.
ພາກສ່ວນຄົ້ນຄວ້າຕະຫຼາດ ແລະເສດຖະກິດໂລກຂອງທະນາຄານ UOB (ສິງກະໂປ) ຫວ່າງແລ້ວນີ້ ກໍ່ໄດ້ຍົກລະດັບຄາດຄະເນການເຕີບໂຕຂອງຫວຽດນາມ ໃນປີນີ້ຂຶ້ນຕື່ມ. ທະນາຄານ UOB ຕີລາຄາວ່າ ການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2025 ມາຮອດປັດຈຸບັນໄດ້ເກີນຄວາມຄາດຫວັງແລ້ວ, ເຖິງວ່າຈະມີຄວາມສ່ຽງຈາກນະໂຍບາຍພາສີຂອງອາເມລິກາ ກໍ່ຕາມ. ດ້ວຍລະດັບການເຕີບໂຕ 7,85% ໃນສາມໄຕມາດທຳອິດ, ແງ່ຫວັງການເຕີບໂຕຂອງທັງປີຍັງຄົງມີຄວາມຕັ້ງໜ້າ.
ເຖິງຢ່າງໃດກໍ່ຕາມ, ໄຕມາດສຸດທ້າຍຄາດວ່າຈະປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນສະພາບຄວາມເຄັ່ງຕຶງດ້ານການຄ້າ ແລະພາສີ. ດັ່ງນັ້ນ, ທະນາຄານ UOB ຈຶ່ງຮັກສາການຄາດຄະເນການເຕີບໂຕສຳລັບໄຕມາດທີ IV ປີ 2025 ຢູ່ໃນລະດັບ 7,2%, ພ້ອມທັງດັດປັບການຄາດຄະເນການເຕີບໂຕທັງປີຢູ່ໃນລະດັບ 7,7% ຈາກລະດັບ 7,5% ກ່ອນໜ້ານີ້. ແຕ່ວ່າ, ທະນາຄານ UOB ຖືວ່າ ເພື່ອບັນລຸເປົ້າໝາຍການເຕີບໂຕຢ່າງເປັນທາງການໃນລະດັບ 8,3 - 8,5%, ໄຕມາດທີ 4 ປີ 2025 ຈະຕ້ອງໃຫ້ບັນລຸການເຕີບໂຕສູງທີ່ສຸດ, ຈາກ 9,7–10,5%.
ທ່ານ Suan Teck Kin, ຫົວໜ້າຝ່າຍຄົ້ນຄວ້າຕະຫຼາດ ແລະເສດຖະກິດໂລກຂອງທະນາຄານ UOB, ໄດ້ໃຫ້ຂໍ້ສັງເກດວ່າ: ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດໃນອາຊຽນ ໂດຍມີການຄາດຄະເນຫຼາຍກວ່າ 7%, ກາຍອິນໂດເນເຊຍ (5%), ມາເລເຊຍ (4,6 - 5,3%), ສິງກະໂປ (3,52%) ແລະໄທ (2 - 3%). ຂະແໜງການຜະລິດແມ່ນປັດໄຈທີ່ສ້າງຄວາມແຕກຕ່າງ ແລະເປັນແຮງຂັບເຄື່ອນຫຼັກ, ນຳເອົາມູນຄ່າເພີ່ມທີ່ສູງກວ່າມາໃຫ້ເມື່ອທຽບກັບຂະແໜງທີ່ອີງໃສ່ຊັບພະຍາກອນເຊັ່ນ: ກະສິກຳ ຫຼື ການຂຸດຄົ້ນບໍ່ແຮ່, ຜ່ານສິ່ງດັ່ງກ່າວນັ້ນຈຶ່ງປັບປຸງຖານະບົດບາດທີ່ໝັ້ນແກ່ນຂອງຫວຽດນາມ ໃນພາກພື້ນ.
ນັກຊ່ຽວຊານຂອງທະນາຄານ UOB ໃສ່ໃຈວ່າ ໃນປະຈຸບັນຫວຽດນາມ ເປັນພື້ນຖານເສດຖະກິດທີ່ເປີດກວ້າງຫຼາຍ, ເມື່ອການສົ່ງອອກສິນຄ້າ ແລະການບໍລິການກວມເອົາເຖິງ 83% ຂອງ GDP, ເປັນອັນດັບສອງຖັດຈາກສິງກະໂປ ໃນອາຊຽນ. ດັ່ງນັ້ນ, ບໍ່ວ່າການປ່ຽນແປງໃດຈາກນະໂຍບາຍການຄ້າຂອງອາເມລິກາ ລ້ວນແຕ່ມີຜົນກະທົບຢ່າງແຂງແຮງ.
ໂດຍ: ຈາງຫງວຽນ