leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ. ພາບ: baochinhphu.vn

ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ພາຍຸ Koto ໃນປະຈຸບັນແມ່ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນກ່ອນ. ສະນັ້ນ, ທ່ານ ໄດ້ຮຽກຮ້ອງວ່າ: “ບັນດາທ້ອງຖິ່ນເຂດພູດອຍ, ເກີດຄວາມສ່ຽງດິນເຊາະເຈື່ອນສູງ, ສືບຕໍ່ຮັກສາແຜນການຮັບມືກັບຄວາມສ່ຽງໄພທຳມະຊາດ. ກະຊວງກະສິກຳ ແລະສິ່ງແວດລ້ອມ ຕ້ອງຮຽກຮ້ອງໃຫ້ບັນດາທ້ອງຖິ່ນການສ້າງແຜນທີ່ຄາດຄະເນເຂດຖືກນ້ຳຖ້ວມ, ດິນເຊາະເຈື່ອນ, ນ້ຳໄຫຼຊຸ, ທໍລະນີບໍ່ໝັ້ນຄົງ”.

ກໍ່ທີ່ກອງປະຊຸມ, ການນຳແຂວງແຄ໊ງຮ່ວາ, ດັກລັກ, ຢາລາຍ, ເລິມດົ່ງ… ໃຫ້ຮູ້ວ່າ ປະຈຸບັນບັນດາແຂວງພວມສຸມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ.

ແຫຼ່ງຄັດຈກາກ: vovworld.vn