ການປັບປຸງນະໂຍບາຍ, ຊຸກຍູ້ການສົ່ງອອກ ແລະເພີ່ມການນຳເຂົ້າທີ່ມີການຄັດເລືອກຈາກອາເມລິກາ ແມ່ນບັນດາການກະທໍາທີ່ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະແທດຈິງຂອງຫວຽດນາມ ໃນການຮັບມືກັບສິ່ງທ້າທາຍໃໝ່ນີ້.
ຕາມກະຊວງອຸດສາຫະກຳ ແລະການຄ້າ ແລ້ວ, ຫວຽດນາມ ແມ່ນບໍ່ມີເຈດຈຳນົງທີ່ຈະຮັກສາມູນຄ່າສ່ວນເກີນດ້ານການຄ້າໃຫຍ່ກັບບໍ່ວ່າຄູ່ຮ່ວມມືໃດ, ໃນນັ້ນມີ ອາເມລິກາ. ບັນດາມາດຕະການທີ່ຫວຽດນາມ ກຳລັງປະຕິບັດແມ່ນເພື່ອແນໃສ່ຮັບປະກັນການຄ້າສອງສົ້ນຢ່າງຍຸດຕິທຳ, ໂປ່ງໃສ ແລະສອດຄ່ອງກັບຫຼັກການຂອງອົງການການຄ້າໂລກ (WTO).
ພິເສດ, ເພື່ອປັບປຸງຄວາມສົມດຸນດ້ານການຄ້າຄືນໃໝ່ເທື່ອລະກ້າວ, ຫວຽດນາມ ໄດ້ເປັນເຈົ້າການເພີ່ມທະວີການນຳເຂົ້າກຸ່ມສິນຄ້າທີ່ມີມູນຄ່າເພີ່ມສູງຈາກອາເມລິກາ ເຊັ່ນ: ຢາປົວພະຍາດ, ອຸປະກອນການແພດ, ເຕັກໂນໂລຢີສູງ ແລະຜະລິດຕະພັນກະເສດ.
ຕາມທ່ານນາງ ຫງວຽນທິທູຈາງ, ຜູ້ອຳນວຍການສູນ WTO ແລະເຊື່ອມໂຍງ (VCCI) ແລ້ວ, ເລື່ອງອາເມລິກາ ຈັດວາງອັດຕາພາສີ, ເຖິງວ່າໄດ້ສ້າງຄວາມກົດດັນໃດໜຶ່ງກໍ່ຕາມ, ແຕ່ກໍ່ ເປັນໂອກາດເພື່ອໃຫ້ຫວຽດນາມ ກວດກາຄືນໂຄງປະກອບການນຳເຂົ້າ - ສົ່ງອອກ ແລະດັດປັບນະໂຍບາຍດ້ານການຄ້າຢ່າງເປັນເຈົ້າການກວ່າ. ຖ້າຫາກບັນດາວິສາຫະກິດ ແລະອົງການທີ່ກ່ຽວຂ້ອງ ໄດ້ໝູນໃຊ້ຊ່ວງໄລຍະນີ້ໃຫ້ເປັນຢ່າງດີ ເພື່ອຂະຫຍາຍການນຳເຂົ້າເຕັກໂນໂລຢີ ແລະວັດຖຸດິບຍຸດທະສາດ, ດຸນການຄ້າຈະຄ່ອຍໆບັນລຸຄວາມສົມດຸ່ນແບບຍືນຍົງ.
    |
 |
ການຕັດຫຍິບສິນຄ້າສົ່ງອອກໄປຕະຫຼາດອາເມລິກາ ແລະອີຢູ ຢູ່ບໍລິສັດ Maxport. ພາບ: ສໍານັກຂ່າວສານຫວຽດນາມ |
ວິສາຫະກິດໃນຂະແໜງຕ່ຳແຜ່ນ, ເປັນໜຶ່ງໃນກຸ່ມສິນຄ້າສົ່ງອອກທີ່ສໍາຄັນໄດ້ຮັບຜົນສະທ້ອນຈາກການຈັດວາງອັດຕາພາສີຕອບໂຕ້ ກໍ່ກຳລັງມີການຫັນປ່ຽນທິດຢ່າງຈະແຈ້ງ.
ຜູ້ຕາງໜ້າກຸ່ມບໍລິສັດຕັດຫຍິບຫວຽດນາມ (Vinatex) ແບ່ງປັນວ່າ ກຸ່ມບໍລິສັດກຳລັງຍູ້ແຮງການນຳເຂົ້າຝ້າຍ, ສານເຄມີ ແລະອຸປະກອນເສີມຈາກ ອາເມລິກາ ເພື່ອເພີ່ມມູນຄ່າຢູ່ພາຍໃນປະເທດ ແລະກວດສອບແຫຼ່ງທີ່ມາຢ່າງຈະແຈ້ງໃນຕ່ອງໂສ້ການສະໜອງ.
ທ່ານ ໂງຈີລອງ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຮູ້ວ່າ: ປະຈຸບັນ ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ, ສະນັ້ນການຮັກສາຕະຫຼາດນີ້ໄວ້ຍາມໃດກໍ່ມີຄວາມໝາຍເປັນຕາຍ ຢູ່ສະເໝີ. ໃນສະພາບທີ່ມີການແກ່ງແຍ້ງແຂ່ງຂັນດ້ານຍຸດທະສາດເພີ່ມຂຶ້ນໃນທົ່ວໂລກ, ພາສີຕອບໂຕ້ ບໍ່ພຽງແຕ່ແມ່ນກຳລັງດັນເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຢືນຢັນກຳລັງຄວາມສາມາດຮັບມື, ຍົກລະດັບລະບົບມູນຄ່າແຫ່ງຊາດ ແລະຫັນປ່ຽນຮູບແບບການເຕີບໂຕທີ່ຍືນຍົງ. ຍິ່ງໄປກວ່ານັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນບົດບາດເປັນຄູ່ຮ່ວມມືດ້ານການຄ້າທີ່ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະປະຕິຮູບເພື່ອເຊື່ອມໂຍງເຂົ້າກັບຕ່ອງໂສ້ມູນຄ່າສາກົນຢ່າງເລິກເຊິ່ງກວ່າອີກ.
ກະຊວງອຸດສາຫະກຳ ແລະການຄ້າ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກະຊວງຈະສືບຕໍ່ຊຸກຍູ້ການເປີດກວ້າງ ແລະຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບໂດຍຜ່ານການຄົ້ນຄວ້າບັນດາຕະຫຼາດໃໝ່, ຄວາມສາມາດບົ່ມຊ້ອນ, ຍັງມີຊ່ອງທາງການຂຸດຄົ້ນຢູ່ຕາເວັນອອກກາງ, ອາຟຼິກາ, ອາເມລິກາລາຕິນ... ເພື່ອໃຫ້ມີການເຄື່ອນໄຫວເປີດກວ້າງຕະຫຼາດ.
ອີກດ້ານໜຶ່ງ, ຊຸກຍູ້ການເຈລະຈາສັນຍາການຄ້າເສລີໃໝ່ (ຢູ່ເອີຣົບແມ່ນ ສັນຍາ FTA ກັບສະມາຄົມການຄ້າເສລີເອີຣົບ - EFTA; ຢູ່ອາເມລິກາ ແມ່ນສັນຍາ FTA ກັບກຸ່ມ Mercosur; ຢູ່ອາຊີ ແມ່ນສັນຍາ FTA ກັບບັນດາປະເທດສະພາການຮ່ວມມືເຂດອ່າວ - GCC, ອິນເດຍ, ປາກິດສະຖານ; ຢູ່ອາຟຼິກາ ແມ່ນສັນຍາ FTA ກັບເອຢິບ, ສະຫະພັນພາສີອາຟຼິກາໃຕ້ - SACU).
ກະຊວງອຸດສາຫະກຳ ແລະການຄ້າ ກໍ່ຈະສຸມໃສ່ເຈລະຈາ ແລະລົງນາມໃນບັນດາຂໍ້ຕົກລົງຮ່ວມມື, ສັນຍາຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ອຸດສາຫະກຳ, ພິເສດແມ່ນບັນດາຂົງເຂດທີ່ ຫວຽດນາມ ທີ່ມີທ່າແຮງ.
ທ່ານລັດຖະມົນຕີ ກໍ່ໃຫ້ຮູ້ວ່າ ຫວ່າງແລ້ວນີ້, ກະຊວງອຸດສາຫະກຳ ແລະການຄ້າ ໄດ້ຕັ້ງໜ້າແລກປ່ຽນ, ເຈລະຈາເພື່ອກ້າວໄປເຖິງການລົງນາມໃນສັນຍາການຄ້າເຂົ້າສານຂັ້ນລັດຖະບານກັບ 5 ຄູ່ຮ່ວມມື ຄື: ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ສິງກະໂປ ແລະບຣາຊິນ.
ພ້ອມດຽວກັນນັ້ນ, ແມ່ນຜັນຂະຫຍາຍວຽກງານປ້ອງກັນການຄ້າ, ສະກັດກັ້ນ, ຕ້ານການສໍ້ໂກງແຫຼ່ງທີ່ມາ ແລະການຂົນສົ່ງຜິດກົດໝາຍຢ່າງມີປະສິດທິຜົນ.
ຊຸກຍູ້ການຮ່ວມມືສາກົນໃນຂົງເຂດໃໝ່ ເຊັ່ນ: ການຫັນປ່ຽນດ້ານພະລັງງານ, ການຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ການຖ່າຍທອດເຕັກໂນໂລຢີ, ການນຳໃຊ້ຜົນງານດ້ານວິທະຍາສາດ, ການປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອກໍ່ສ້າງພັດທະນາຂະແໜງອຸດສາຫະກຳທີ່ມີລັກສະນະເປັນພື້ນຖານ.
ພິເສດ, ກະຊວງອຸດສາຫະກຳ ແລະການຄ້າ ຈະສຸມໃສ່ການເຊື່ອມຕໍ່, ສ້າງພັນທະມິດຍຸດທະສາດລະຫວ່າງບັນດາຂະແໜງການຜະລິດຂອງຫວຽດນາມ ກັບຕ່ອງໂສ້ການຜະລິດ, ການສະໜອງທົ່ວໂລກ, ຜ່ານນັ້ນຊ່ວຍໃຫ້ວິສາຫະກິດຫວຽດນາມ ຄ່ອຍໆຍົກສູງກຳລັງແກ່ງແຍ້ງເພື່ອຮັກສາ ແລະພັດທະນາທີ່ຕັ້ງຂອງຕົນໃນຕ່ອງໂສ້ມູນຄ່າທົ່ວໂລກ.
ໃຫ້ຂໍ້ສັງເກດກ່ຽວກັບບັນຫານີ້, ຊ່ຽວຊານຫຼາຍຄົນ ຖືວ່າ ການດຸ່ນດ່ຽງດ້ານການຄ້າບໍ່ສາມາດເກີດຂຶ້ນໃນໄລຍະສັ້ນ. ນີ້ແມ່ນຂະບວນການທີ່ຮຽກຮ້ອງໃຫ້ມີການສົມທົບຢ່າງຄົບຊຸດລະຫວ່າງນະໂຍບາຍປີການເງິນ, ອຸດສາຫະກໍາ ແລະການຄ້າ. ສິ່ງສຳຄັນແມ່ນ ຫວຽດນາມ ຮັກສາບັນດາຄຳໝັ້ນສັນຍານະໂຍບາຍຢ່າງຈະແຈ້ງ, ໂປ່ງໃສກັບຄູ່ຮ່ວມມື, ພ້ອມທັງສ້າງພື້ນຖານການຄ້າທີ່ມີຄຸນນະພາບສູງໂດຍອີງໃສ່ເຕັກໂນໂລຢີ ແລະມາດຕະຖານສາກົນ. ການດຸ່ນດ່ຽງການຄ້າຈະປັບປຸງໃນຕົວມັນເອງ ຖ້າວ່າ ວິສາຫະກິດໄດ້ສ້າງເງື່ອນໄຂໃນການນໍາເຂົ້າວັດຖຸດິບຍຸດທະສາດດ້ວຍຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ ແລະການຜ່ານດ່ານທີ່ສະດວກ.
ການດຸ່ນດ່ຽງການຄ້າລະຫວ່າງຫວຽດນາມ ແລະອາເມລິກາ ບໍ່ພຽງແຕ່ແມ່ນການນຳເຂົ້າເກີນດຸນ ຫຼື ສົ່ງອອກເກີນດຸນເທົ່ານັ້ນ, ແຕ່ແມ່ນວິທີທີ່ສອງພື້ນຖານເສດຖະກິດເພີ່ມເຕີມໃຫ້ກັນຢ່າງກົມກຽວ ແລະຍາວນານ. ດ້ວຍວິທີທີ່ເປັນເຈົ້າການ, ແທດຈິງ ແລະສອດຄ່ອງກັບທຳນຽມສາກົນ, ຫວຽດນາມ ກຳລັງຢືນຢັນທີ່ຕັ້ງແມ່ນຄູ່ຮ່ວມມືການຄ້າທີ່ໄວ້ເນື້ອເຊື່ອໃຈເທື່ອລະກ້າວໃນສະພາບແວດລ້ອມທີ່ການແກ່ງແຍ້ງທົ່ວໂລກ ນັບມື້ນັບສັບສົນ.
ໂດຍ: ຈາງຫງວຽນ