ຢູ່ “ເຂດປະສົບໄພນ້ຳຖ້ວມ” ຕາແສງໝີຫຼີ ຕັ້ງຢູ່ຟາກແມ່ນໍ້າເນີນ, ກຳລັງພົນຂອງກົມກອງ ໄດ້ແບ່ງອອກເປັນ 3 ຈຸ ລົງໄປບ້ານ: ຊ່ຽງຕັ໊ມ, ສົບຕູ້, ຮວ່າຫຼີ  ສຸມໃສ່ໜູນຊ່ວຍພໍ່ແມ່ປະຊາຊົນເຮັດອະນາໄມຂອບເຂດເຮືອນຢູ່, ຮື້ມ້າງເຮືອນຊານທີ່ຖືກເປ່ເພ, ມີຄວາມສ່ຽງພັງທະລາຍ.

leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງເງະອານ ຊ່ວຍເຫຼືອປະຊາຊົນທີ່ຢູ່ບ້ານຊ່ຽງຕັ໊ມ, ຕາແສງໝີຫຼີ ລ້າງຂີ້ຕົມພາຍຫຼັງນໍ້າຖ້ວມ. ພາບ: qdnd.vn

ໃນເວລາເກີດໄພນ້ຳຖ້ວມຄັ້ງປະຫວັດສາດທີ່ຜ່ານມາ, ເຮືອນຂອງທ່ານ ໂລເຖແອັງ ຢູ່ບ້ານຊ່ຽງຕັ໊ມໂຊກດີທີ່ລອດຊີວິດມາໄດ້, ແຕ່ເມື່ອນໍ້າໄດ້ຫຼຸດລົງ, ຍັງເຫຼືອໄວ້ແຕ່ຂີ້ຕົມຢູ່ຕາມພື້ນເຮືອນ ແລະເດີ່ນບ້ານ. ລູກໆຂອງທ່ານ ໂລເຖແອັງ ໄປເຮັດວຽກຢູ່ໄກ, ພໍ່ເຖົ້າ, ແມ່ເຖົ້າ ແລະຫຼານນ້ອຍຢູ່ເຮືອນແມ່ນອ່ອນແອບໍ່ສາມາດເຮັດໄດ້. ໜ່ວຍງານຂອງກອງບັນຊາການທະຫານແຂວງເງະອານ ໄດ້ມາຊ່ວຍຄອບຄົວຂອງເພິ່ນ ລ້າງຂີ້ຕົມອອກຕັ້ງ 10 ແມັດກ້ອນ ແລະເຮັດອະນາໄມຂອບເຂດເຮືອນຢູ່.

ໃນຂະນະທີ່ລ້າງຂີ້ຕົມຢູ່ບ້ານຊ່ຽງຕັ໊ມ, ໜ່ວຍງານຂອງກອງບັນຊາການທະຫານແຂວງເງະອານ ໄດ້ພົບເຫັນຕູ້ເຊບທີ່ຖືກນ້ຳພັດໄຫຼມາ ແລະຝັງເລິກຢູ່ໃນຕົມ. ຜ່ານການກວດກາແລ້ວ, ທະຫານ ໄດ້ມອບຕູ້ຄືນໃຫ້ຄອບຄົວຂອງທ່ານນາງ ໂລທິຊວນ ດ້ວຍການເປັນພະຍານຂອງຜູ້ຕາງໜ້າອຳນາດການປົກຄອງຕາແສງໝີຫຼີ. ນາງ ໂລທິຊວນ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ: “ຝົນຕົກ, ນໍ້າແກ່ງໄດ້ພັດເອົາເຮືອນຊານ ແລະຊັບສິນຂອງຄອບຄົວຂ້າພະເຈົ້າທີ່ສະສົມມາໃນຕະຫຼອດຊີວິດໄປໝົດ, ໃນເວລາທີ່ສິ້ນຫວັງທີ່ສຸດນັ້ນ, ທະຫານ ໄດ້ມາຊ່ວຍເຫຼືອ, ພັດຍັງຊອກເຫັນຕູ້ເຊບທີ່ບັນຈຸຂອງມີຄ່າ ແລະເອກະສານສຳຄັນເອົາມາສົ່ງຄືນໃຫ້. ຂ້າພະເຈົ້າ ບໍ່ຮູ້ວ່າຈະເວົ້າແນວໃດ, ມີແຕ່ກ່າວຄຳຂອບໃຈມາຍັງອາວທະຫານ ທີ່ຍາມໃດກໍ່ຄຽງບ່າຄຽງໄຫຼ່, ເອົາໃຈໃສ່ເບິ່ງແຍງດູແລພໍ່ແມ່ປະຊາຊົນພວກຂ້າພະເຈົ້າ.

ໂດຍໄດ້ຮູ້ມາວ່າ ໃນການລົງຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ພະນັກງານ, ນັກຮົບກອງບັນຊາການທະຫານແຂວງເງະອານ ໄດ້ພົບເຫັນ ແລະສົ່ງຄືນຊັບສິນຫຼາຍຢ່າງທີ່ຖືກນ້ຳຖ້ວມ ແລະຝັງຢູ່ໃຕ້ຂີ້ຕົມໃຫ້ແກ່ຄອບຄົວທີ່ເປັນເຈົ້າຂອງ.

leftcenterrightdel
ແພດທະຫານ ກອງບັນຊາການທະຫານແຂວງເງະອານ ຈັດຕັ້ງການກວດພະຍາດ, ແຈກຢາຍຢາໃຫ້ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມ. ພາບ: qdnd.vn

ພ້ອມກັບການຊ່ວຍເຫຼືອປະຊາຊົນເຮັດອະນາໄມ, ສ້ອມແປງເຮືອນຊານທີ່ຖືກເປ່ເພ, ກອງບັນຊາການທະຫານແຂວງເງະອານ ຍັງໄດ້ເຄື່ອນຍ້າຍກຳລັງແພດທະຫານດຳເນີນການສີດຢາຂ້າເຊື້ອພະຍາດເພື່ອປ້ອງກັນການລະບາດຂອງພະຍາດພາຍຫຼັງນໍ້າຖ້ວມ; ຈັດຕັ້ງການຢ້ຽມຢາມ, ກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ.

ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພັນເອກ ຫງວຽນຈ້ອງດຶ໊ກ, ຮອງຫົວໜ້າເສນາທິການກອງບັນຊາການທະຫານແຂວງເງະອານ ທີ່ພວມບັນຊາກຳລັງຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ໃຫ້ຮູ້ວ່າ: “ໃນໄລຍະຜ່ານມາ, ຝົນຕົກ, ນໍ້າແກ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ, ກຳລັງພົນຂອງກົມກອງ ໄດ້ຈັດສົ່ງໄປຍັງຕາແສງ, ຄື: ກອນກວງ, ເຕືອງເຢືອງ, ເມື່ອງແຊ໊ນ ເພື່ອຊ່ວຍເຫຼືອອຳນາດການປົກຄອງ, ປະຊາຊົນທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງ, ຕາແສງໝີຫຼີ ໄດ້ຮັບຄວາມເສຍຫາຍຫຼາຍກວ່າໝູ່ຕ້ອງການກຳລັງພົນເປັນຈຳນວນຫຼວງຫຼາຍ, ສະນັ້ນ, ຜູ້ບັນຊາການກົມກອງ ຈຶ່ງສືບຕໍ່ຈັດສົ່ງພະນັກງານ, ນັກຮົບຫຼາຍກວ່າ 100 ຄົນເພື່ອໄປຊ່ວຍເຫຼືອປະຊາຊົນ. ພວກຂ້າພະເຈົ້າ ກໍານົດວ່າ ຈະຢູ່ດົນໜ້ອຍໜຶ່ງເພື່ອເຮັດໃນສິ່ງທີ່ອຳນາດການປົກຄອງທ້ອງຖິ່ນສະເໜີມາດ້ວຍຄວາມຮັບຜິດຊອບສູງສຸດເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ”.

ໂດຍ: ເຈິ່ນຮວ່ຽນ