ໄລ່ຮອດເວລາ 18 ໂມງຂອງວັນທີ 3 ສິງຫານີ້, ມີຜູ້ເສຍຊີວິດ 10 ຄົນ ແລະໄດ້ຮັບບາດເຈັບ 12 ຄົນ; 70 ກວ່າຄອບຄົວໄດ້ສູນເສຍເຮືອນຊານ, ເຮືອນຖືກເປ່ເພກວ່າ 470 ຫຼັງ, ເຮືອນຫຼາຍຫຼັງບໍ່ຮັບປະກັນຄວາມປອດໄພ; ລະບົບຄົມມະນາຄົມ, ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼາຍແຫ່ງໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ... ໃນໄລຍະທີ່ຫຍຸ້ງຍາກນີ້, ທະຫານ ແລະກຳລັງຕ່າງໆໄດ້ພະຍາຍາມຊ່ວຍເຫຼືອປະຊາຊົນ.
ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ
ພາຍຫຼັງເກີດໄພທໍາມະຊາດ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ກໍາລັງທີ່ກ່ຽວຂ້ອງ ແລະໜ່ວຍກູ້ໄພຢູ່ຈຸດເກີດເຫດໄດ້ຮັບມືຢ່າງທັນການ, ສົມທົບກັນຢ່າງຄ່ອງແຄ້ວເພື່ອຜັນຂະຫຍາຍວຽກງານກູ້ໄພກູ້ຊີບ, ໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມ. ລະດົມກໍາລັງ, ພາຫະນະ, ເຄື່ອງຈັກໃຫ້ໄດ້ຫຼາຍທີ່ສຸດເພື່ອແກ້ໄຂໄພຕ່າງໆ, ເປີດທາງເພື່ອສ້າງເງື່ອນໄຂໃຫ້ວຽກງານກູ້ໄພກູ້ຊີບໄດ້ຜັນຂະຫຍາຍຢ່າງວ່ອງໄວ ແລະມີປະສິດທິຜົນ. ພະແນກກໍ່ສ້າງແຂວງດ້ຽນບຽນ ໄດ້ລະດົມລົດຈົກ, ລົດດຸດຫຼາຍສິບຄັນ... ສຸມໃສ່ການກວດດິນ, ປັບລະດັບໜ້າດິນ ແລະຫີນຢູ່ຈຸດດິນເຊາະເຈື່ອນຕາມເສັ້ນທາງໄປຫາຕາແສງນາຊອນ, ເຕ່ຍຢິ່ງ ແລະຊາຢູງ; ຮອດເວລາ 1 ໂມງຂອງວັນທີ 2 ສິງຫາ, ເສັ້ນທາງ "ເຂດນໍ້າຖ້ວມ" ໄດ້ເປີດໃຫ້ສັນຈອນໄປມາໂດຍພື້ນຖານແລ້ວ.
    |
 |
ພະນັກງານ, ນັກຮົບກອງພັນໃຫຍ່ 741 (ກອງບັນຊາການທະຫານແຂວງດ້ຽນບຽນ) ຊ່ວຍປະຊາຊົນຕາແສງນາຊອນ ລ້າງຂີ້ຕົມ, ເຮັດອະນາໄມຂອບເຂດເຮືອນຢູ່. ພາບ: qdnd.vn |
ກໍາລັງກອງທັບ, ຕຳຫຼວດ, ທະຫານລາດ ໄດ້ເສີມຂະຫຍາຍບົດບາດຫຼັກແຫຼ່ງໃນການຊ່ວຍເຫຼືອປະຊາຊົນຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ເຂົ້າເຖິງບ້ານທີ່ຖືກຕັດຂາດ, ຂາດການຕິດຕໍ່, ປະຕິບັດວຽກງານກູ້ໄພ, ຊ່ວຍເຫຼືອປະຊາຊົນອົບພະຍົບຈາກເຂດອັນຕະລາຍ, ຜັນຂະຫຍາຍການຊອກຫາຜູ້ສູນຫາຍ, ຊ່ວຍທ້ອງຖິ່ນ, ຊ່ວຍແຕ່ລະຄອບຄົວແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ; ເປັນເສນາທິການ ແລະໜູນຊ່ວຍອຳນາດການປົກຄອງຜັນຂະຫຍາຍຈັດຕັ້ງໂຮງຮຽນ, ສຸກສາລາ, ສຳນັກງານຕາແສງ… ແລະກາງເຕັ້ນຂອງກອງທັບຫຼາຍດາງ ເພື່ອເປັນບ່ອນຢູ່ຊົ່ວຄາວທີ່ປອດໄພໃຫ້ບັນດາຄອບຄົວທີ່ສູນເສຍເຮືອນຊານ ແລະບໍ່ມີບ່ອນຢູ່; ຂົນສົ່ງສະບຽງອາຫານ, ນໍ້າດື່ມ, ຢຸກຢາໃຫ້ປະຊາຊົນ... ພິເສດ, ກະຊວງປ້ອງກັນປະເທດ ໄດ້ຈັດສົ່ງຍົນເຮລີກອບແຕຈຳນວນໜຶ່ງເພື່ອບັນທຸກສິ່ງຂອງທີ່ຈຳເປັນໄປຊ່ວຍປະຊາຊົນຢູ່ເຂດຖືກເສຍຫາຍຢ່າງໜັກໜ່ວງຈາກໄພນໍ້າຖ້ວມ ແລະດິນເຊາະເຈື່ອນ.
ບໍລິສັດໄຟຟ້າຢູ່ແຂວງດ້ຽນບຽນ ກໍ່ໄດ້ເລັ່ງແກ້ໄຂລະບົບໄຟຟ້າຢ່າງຮີບດ່ວນ, ຮອດຕອນຄໍ່າວັນທີ 2 ສິງຫາ ສາມາດຟື້ນຟູໄຟຟ້າໃຫ້ບັນດາຕາແສງທີ່ເສຍຫາຍຈາກໄພນໍ້າຖ້ວມ 100%. ວັນທີ 4 ສິງຫານີ້, ນ້ຳຖ້ວມໄດ້ຫຼຸດລົງ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຢູ່ທ້ອງຖິ່ນສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນຈາກທຸກຂັ້ນ, ທຸກຂະແໜງການ ແລະກຳລັງທີ່ກ່ຽວຂ້ອງເພື່ອນໍາຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ.
ຊ່ວຍເຫຼືອປະຊາຊົນ ດ້ວມຄວາມຮັບຜິດຊອບສູງສຸດ
ເປັນເວລາເກືອບ 4 ວັນແລ້ວ ທີ່ເກີດໄພນ້ຳຖ້ວມຢ່າງຮ້າຍແຮງຢູ່ຕາແສງຊາຢູງ, ແຕ່ເມື່ອເວົ້າຄືນ, ອ້າຍ ຫວື່ອາຊື໋, ອາໄສຢູ່ໝູ່ບ້ານໂກເຢ່ຍັງຕົກຕະລຶງ. ໃນຄືນວັນທີ 31 ກໍລະກົດ ຫາຕອນເຊົ້າວັນທີ 1 ສິງຫາ ໄດ້ເກີດຝົນຕົກໜັກຢູ່ບ້ານເຮັດໃຫ້ເຮືອນຊານ ແລະຊັບສິນຖືກທຳລາຍ; ລູກຊາຍອາຍຸ 1 ປີຂອງລາວ ຖືກເສຍຊີວິດ, ເມຍ ແລະລູກສາວຂອງລາວ ໄດ້ຮັບບາດເຈັບ. ໃນເວລາໝົດຫວັງໃນຍາມກາງຄືນທີ່ມືດມົວ ແລະເກີດນໍ້າຖ້ວມຢ່າງຮ້າຍແຮງ, ອ້າຍ ຫວື່ອາຊື໋ ໄດ້ຮັບການໜູນຊ່ວຍຈາກປະຊາຊົນ ແລະພະນັກງານ, ນັກຮົບກອງບັນຊາການທະຫານແຂວງດ້ຽນບຽນ, ພະນັກງານແພດໝໍເຂົ້າຊ່ວຍເຫຼືອ. ຍ້ອນນ້ຳຖ້ວມເຮັດໃຫ້ຫົນທາງຖືກເປ່ເພ, ໄປບໍ່ໄດ້ ອ້າຍ ຫວື່ອາຊື໋ ພ້ອມກັບກໍາລັງກູ້ໄພ ຈຶ່ງ ຕ້ອງໄດ້ໄປຜ່ານປ່າ ແລະຂ້າມນ້ຳທີ່ຖ້ວມໄປກວ່າ 20 ກິໂລແມັດ ເພື່ອເອົາພໍ່ແມ່ປະຊາຊົນໄປໂຮງໝໍສຸກເສີນ. ອ້າຍ ຫວື່ອາຊື໋ ເວົ້າທັງນ້ຳຕາຍີ້ມປໍ້ວ່າ: “ຄອບຄົວມີ 5 ຄົນ, 3 ຄົນໄດ້ຮັບເຄາະຮ້າຍ. ຖ້າບໍ່ມີທະຫານ, ພະນັກງານຕາແສງ ແລະພໍ່ແມ່ປະຊາຊົນຊ່ວຍເຫຼືອ, ຂ້າພະເຈົ້າ ກໍ່ບໍ່ຮູ້ວ່າຈະເປັນແນວໃດອີກ”...
    |
 |
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງດ້ຽນບຽນ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຄວາມເສຍຫາຍຈາກໄພນໍ້າຖ້ວມ, ຍົກຍ້າຍ ແລະສ້ອມແປງເຮືອນຊານ. ພາບ: qdnd.vn |
ໄພນໍ້າຖ້ວມຢ່າງຮ້າຍແຮງໃນຕອນເຊົ້າວັນທີ 1 ສິງຫາ ໄດ້ເຮັດໃຫ້ຖະໜົນຫົນທາງສ່ວນຫຼາຍຢູ່ຕາແສງຊາຢູງ, ເຕ່ຍຢິ່ງ... ຖືກຕັດຂາດ. ແຕ່ວ່າ, ພາຍຫຼັງທີ່ເຂົ້າເຖິງເຂດຖືກເສຍຫາຍໄດ້ນັ້ນ, ພະນັກງານ, ນັກຮົບກອງພັນໃຫຍ່ 741 (ກອງບັນຊາການທະຫານແຂວງດ້ຽນບຽນ) 10 ຄົນພ້ອມດ້ວຍປະຊາຊົນພາກັນຫາມຜູ້ປະສົບເຄາະຮ້າຍຜ່ານປ່າ, ທາງໝື່ນຫຼາຍສິບກິໂລແມັດ, ຂ້າມຫ້ວຍນໍ້ານອງໄປສຸກເສີນ. ຊັ້ນ 1 ກວ່າງວັນຟຸກ (ກອງຮ້ອຍ 2, ກອງພັນ 1, ກອງພັນໃຫຍ່ 741) ແບ່ງປັນວ່າ: “ພາຍຫຼັງເວລາຫຼາຍຊົ່ວໂມງ ໄດ້ເດີນຂະບວນຕໍ່ເນື່ອງໃນສະພາບມີນໍ້າຖ້ວມ ແລະດິນເຊາະເຈື່ອນເພື່ອຊ່ວຍເຫຼືອປະຊາຊົນຢ່າງທັນການ, ຂ້າພະເຈົ້າ ແລະເພື່ອນຮ່ວມກົມກອງ ຮູ້ສຶກອິດເມື່ອຍ. ແຕ່ວ່າ, ເມື່ອເຫັນຜູ້ບາດເຈັບ, ພວກຂ້າພະເຈົ້າ ໄດ້ເຂົ້າຊ່ວຍເຫຼືອ ແລະນຳຜູ້ປະສົບໄພໄປສຸກເສີນ, ຄວາມອິດເມື່ອຍນັ້ນກໍ່ຫາຍໄປໝົດ.
ຕາມຮ້ອຍໂທ ຟານຕ໊ຽນຮຸ່ງ, ຫົວໜ້າໝວດ 5, ກອງຮ້ອຍ 2, ກອງພັນ 1, ກອງພັນໃຫຍ່ 741 ແລ້ວ, ພາຍຫຼັງສໍາເລັດວຽກງານຊ່ວຍເຫຼືອປະຊາຊົນຢູ່ບ້ານເຕ່ຍມູ່ງ, ຕາແສງເຕ່ຍຢິ່ງ, ວັນທີ 4 ສິງຫາ, ພະນັກງານ, ນັກຮົບຂອງກົມກອງ ໄດ້ສືບຕໍ່ເຄື່ອນຍ້າຍໄປເຂດບ້ານສວຍລື, ຕາແສງນາຊອນ ເພື່ອຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ. ດັ່ງທີ່ຮູ້, ນັບແຕ່ວັນທີ 1 ສິງຫາ ມາຮອດປັດຈຸບັນ, ພະນັກງານ, ນັກຮົບຂອງກອງພັນ 1, ກອງພັນໃຫຍ່ 741 ເກືອບ 90 ຄົນ ໄດ້ຊ່ວຍປະຊາຊົນຢູ່ເຂດຖືກນໍ້າຖ້ວມ, ຍ້າຍເຮືອນ 4 ຫຼັງ, ສ້າງເຕັ້ນ 18 ຫຼັງ ແລະເຮືອນຊົ່ວຄາວໃຫ້ປະຊາຊົນຢູ່; ຊ່ວຍເຫຼືອ 24 ຄອບຄົວຍົກຍ້າຍຊັບສິນ ແລະເຄື່ອງຂອງຕ່າງໆ; ຊ່ວຍເຫຼືອຫຼາຍສິບຄອບຄົວກວາດໜ້າດິນ, ຂົນຂີ້ຕົມອອກ ແລະທຳຄວາມສະອາດຂອບເຂດເຮືອນຢູ່...
ທ່ານພັນເອກພິເສດ ຈິ້ງດຶ໊ກທຽມ, ຫົວໜ້າການທະຫານກອງບັນຊາການທະຫານແຂວງດ້ຽນບຽນ ໃຫ້ຮູ້ວ່າ: ໃນວັນທີ 4 ສິງຫາ, ກອງບັນຊາການທະຫານແຂວງດ້ຽນບຽນ ສືບຕໍ່ລະດົມພະນັກງານ, ນັກຮົບເກືອບ 600 ຄົນ ຊ່ວຍບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດດ້ວຍຄວາມຕັດສິນໃຈ, ມານະພະຍາຍາມສູງສຸດ ພ້ອມກັບອຳນາດການປົກຄອງ ແລະບັນດາກຳລັງ, ເພື່ອບໍ່ໃຫ້ປະຊາຊົນຕົກທຸກໄດ້ຍາກ, ປະກອບສ່ວນເຮັດໃຫ້ຊີວິດຂອງປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມກັບມາສູ່ສະພາບປົກກະຕິໂດຍໄວ. ໄດ້ມາຊ່ວຍເຫຼືອຢ່າງທັນການ, ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ເຄາະຮ້າຍບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງແມ່ນອາລົມຈິດຄວາມຮັກແພງອັນສັກສິດຂອງທະຫານລຸງໂຮ່ ທີ່ມີຕໍ່ປະຊາຊົນອີກດ້ວຍ.
ໂດຍ: ເຈິ່ນຮວ່ຽນ