ບົດລາຍງານເສດຖະກິດຫວຽດນາມ ປີ 2025 ຂອງ OECD ໄດ້ສຸມໃສ່ວິເຄາະພື້ນຖານມະຫາພາກຂອງເສດຖະກິດຫວຽດນາມ, ຜົນກະທົບຈາກການເຊື່ອມໂຍງສາກົນໃນການດຶງດູດເງິນລົງທຶນຈາກຕ່າງປະເທດ ແລະການຄ້າສາກົນຂອງຫວຽດນາມ, ແງ່ຫວັງພັດທະນາພື້ນຖານເສດຖະກິດຄາບອນຕໍ່າ. OECD ກໍ່ໃຫ້ຂໍ້ສະເໜີແນະແກ່ຫວຽດນາມ ເພື່ອແນໃສ່ສືບຕໍ່ມຸ່ງໄປເຖິງພື້ນຖານເສດຖະກິດທີ່ເຊື່ອມໂຍງ, ໂປ່ງໃສ, ຍືນຍົງ ແລະກວມລວມກວ່າ.

ບັນດາຂໍ້ສະເໜີແນະຂອງ OECD ໄດ້ສຸມໃສ່ການນຳໃຊ້ບັນດາເຄື່ອງມືເສດຖະກິດມະຫາພາກຢ່າງມີປະສິດທິຜົນມຸ່ງໄປເຖິງນະໂຍບາຍປີການເງິນທີ່ສົມດູນ, ເປີດກວ້າງພື້ນຖານພາສີ; ສືບຕໍ່ປັບປຸງລະບົບເງິນຕາ, ນະໂຍບາຍສິນເຊື່ອ, ອັດຕາດອກເບັ້ຍ, ການຈັດແຫຼ່ງກໍາລັງຢ່າງມີປະສິດທິຜົນ; ມາດຕະການຍົກສູງປະສິດທິຜົນຂອງລະບົບສະຫວັດດີການສັງຄົມກ່ຽວກັບເງິນເດືອນ, ສາທາລະນະສຸກ, ການສຶກສາ; ຊຸກຍູ້ການພັດທະນາແບບຍືນຍົງຜ່ານການພັດທະນາພະລັງງານທົດແທນ; ບົດຮຽນຂອງສາກົນ ແລະບາງມາດຕະການທີ່ລະອຽດ ເພື່ອແນໃສ່ຍົກສູງປະສິດທິພາບດຶງດູດການລົງທຶນທີ່ມີຄຸນນະພາບສູງຕິດພັນກັບການຍົກສູງກໍາລັງຄວາມສາມາດພາຍໃນປະເທດ, ປົກປ້ອງຊັບສິນທາງປັນຍາ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ...

leftcenterrightdel
ຜູ້ຕາງໜ້າ OECD ມອບບົດລາຍງານເສດຖະກິດຫວຽດນາມ ປີ 2025 ໃຫ້ຜູ້ຕາງໜ້າຫວຽດນາມ. ພາບ: qdnd.vn

ບົດລາຍງານ OECD ເນັ້ນໜັກວ່າ: “ຫວຽດນາມ ບັນລຸໄດ້ບັນດາບາດກ້າວເສດຖະກິດກະໂດດຂັ້ນໃນຫຼາຍທົດສະວັດຜ່ານມາ, ຮັກສາຄວາມໄວໃນການເຕີບໂຕເສດຖະກິດສູງ. ມີການປະຕິຮູບຢ່າງເລິກເຊິ່ງກວ້າງຂວາງ ແລະຕໍ່ເນື່ອງນັບແຕ່ທ້າຍຊຸມປີ 1980 ແມ່ນປັດໄຈຕົ້ນຕໍໃຫ້ແກ່ຜົນສຳເລັດດ້ານເສດຖະກິດນີ້”.

ຕາມທ່ານນາງ ເຈີ່ນບ໋າວຫງອກ, ຫົວໜ້າກົມການທູດເສດຖະກິດ, ກະຊວງການຕ່າງປະເທດຫວຽດນາມ ແລ້ວ, ບົດລາຍງານເສດຖະກິດຫວຽດນາມ ປີ 2025 ແມ່ນໜຶ່ງໃນບັນດາໝາກຜົນອັນລະອຽດ, ສະແດງໃຫ້ເຫັນການພົວພັນຮ່ວມມືຢ່າງແໜ້ນແຟ້ນ ແລະຫຼາຍຮູບຫຼາຍແບບລະຫວ່າງ ຫວຽດນາມ ແລະ OECD.

ບົດລາຍງານດັ່ງກ່າວເປັນເອກະສານຄົ້ນຄວ້າທີ່ມີປະໂຫຍດໃນການສະຫຼຸບ ແລະຕີລາຄາການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 2021-2025 ແລະສືບຕໍ່ຜັນຂະຫຍາຍາຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 2021-2030. ທ່ານນາງ ເຈີ່ນບ໋າວຫງອກ ຢືນຢັນວ່າ ຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ບັນລຸໄດ້ບັນດາຜົນງານທີ່ພົ້ນເດັ່ນໃນ 80 ປີຜ່ານມາ, ເປັນຕົ້ນແມ່ນນັບແຕ່ດໍາເນີນຂະບວນການປ່ຽນແປງໃໝ່ໃນປີ 1986.

ຈາກພື້ນຖານເສດຖະກິດຕົ້ນຕໍແມ່ນອີງໃສ່ກະສິກຳ, ມີແຫຼ່ງກໍາລັງທີ່ຈຳກັດ ແລະລາຍຮັບຕ່ຳທີ່ສຸດ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບພັດທະນາໄວທີ່ສຸດໃນໂລກດ້ວຍຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນເກືອບ 100 ເທົ່າ, ລາຍຮັບສະເລ່ຍແຕ່ລະຄົນຈາກຕ່ຳກວ່າ 100 ໂດລາສະຫະລັດ/ປີ ເພີ່ມຂຶ້ນເກືອບ 5.000 ໂດລາສະຫະລັດ/ປີ. ປະຈຸບັນ, ຫວຽດນາມ ໄດ້ຢູ່ໃນທອັບ 20 ປະເທດນຳໜ້າໂລກກ່ຽວກັບຂະໜາດການຄ້າສາກົນ, ທອັບ 20 ປະເທດທີ່ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຫຼາຍທີ່ສຸດ ແລະ ທອັບ 10 ປະເທດທີ່ໄດ້ຮັບເງິນຕາຕ່າງປະເທດທີ່ຍາດຕິພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດຝາກມາຫຼາຍທີ່ສຸດ.

ທີ່ກອງປະຊຸມສໍາມະນາປະກາດບົດລາຍງານເສດທະກິດຫວຽດນາມ 2025 ທີ່ດໍາເນີນໃນຕອນບ່າຍວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ ໂດຍກະຊວງການຕ່າງປະເທດ ສົມທົບກັບກະຊວງການເງິນ ແລະ OECD ຈັດຕັ້ງ, ທ່ານນາງ ເຈິ່ນບ໋າວຫງອກ ໃຫ້ຮູ້ວ່າ: “ບັນດາຜົນງານດັ່ງກ່າວໄດ້ສະແດງໃຫ້ເຫັນຈິດໃຈປ່ຽນແປງໃໝ່, ການຕັດສິນໃຈ ກໍ່ຄືຄວາມສາມັກຄີຂອງປະຊາຊົນຫວຽດນາມ. ເຖິງຢ່າງໃດກໍຕາມ, ພວກຂ້າພະເຈົ້າ ກໍ່ຮັບຮູ້ຢ່າງຈະແຈ້ງວ່າ ເພື່ອຮັກສາ ແລະເພີ່ມລະດັບ, ທ່ວງທ່າການພັດທະນານີ້, ຫວຽດນາມ ຕ້ອງກ້າວເຂົ້າສູ່ສັງກາດໃໝ່, ມຸ່ງໄປເຖິງພື້ນຖານເສດຖະກິດແບບຍືນຍົງ, ກວມລວມ ແລະອີງໃສ່ເຕັກໂນໂລຊີສູງ”.

ໃນສານຊົມເຊີຍທີ່ສົ່ງເຖິງກອງປະຊຸມສໍາມະນາ, ທ່ານ Mathias Cormann ເລຂາທິການໃຫຍ່ OECD ໄດ້ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ ດ້ວຍລະດັບການເຕີບໂຕເສດຖະກິດຢ່າງວ່ອງໄວ, ເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ ແລະການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃຫ້ບັນລຸໝາກຜົນສໍາຄັນຫຼາຍຢ່າງ. ທ່ານເລຂາທິການໃຫຍ່ OECD ເນັ້ນໜັກວ່າ: “ບົດລາຍງານເສດຖະກິດຫວຽດນາມ ປີ 2025 ສະແດງໃຫ້ເຫັນບາດກ້າວກະໂດດຂັ້ນດ້ານເສດຖະກິດຂອງຫວຽດນາມ ໃນຊຸມປີຜ່ານມາ”. ທ່ານ Mathias Cormann ຢືນຢັນວ່າ OECD ສະໜັບສະໜູນ ແລະຈະສືບຕໍ່ໜູນຊ່ວຍ ຫວຽດນາມ ເພື່ອໃຫ້ບັນລຸບັນດາເປົ້າໝາຍເຕີບໂຕສູງໃນໄລຍະຈະມາເຖິງ.

ທ່ານ Alvaro Pereira, ນັກຊ່ຽວຊານເສດຖະກິດຂອງ OECD, ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານຫວຽດນາມ ທີ່ໃຫ້ການສະໜັບສະໜູນໃນການປະຕິບັດບົດລາຍງານເສດຖະກິດຫວຽດນາມ ປີ 2025. ທ່ານ Alvaro Pereira ສະແດງຄວາມປິຕິຊົມຊື່ນທຸກໆຄັ້ງທີ່ທ່ານມາຢ້ຽມຢາມຫວຽດນາມ, ທ່ານຮູ້ສຶກໄດ້ຢ່າງຈະແຈ້ງເຖິງຄວາມຄາດຫວັງ ແລະກໍາລັງໜູນການເຕີບໂຕຂອງປະເທດອາຊີຕາເວັນອອກສ່ຽງໃຕ້ - ບາງສິ່ງບາງຢ່າງທີ່ “ຍາກທີ່ຈະເຫັນຢູ່ບ່ອນອື່ນ”. ທ່ານ Alvaro Pereira ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ ວ່າ: “ຂ້າພະເຈົ້າເຊື່ອໝັ້ນຢ່າງແທ້ຈິງວ່າ ຫວຽດນາມ ຈະບັນລຸເປົ້າໝາຍກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045 ແລະມັນຈະບໍ່ແປກໃຈຖ້າຫວຽດນາມ ບັນລຸເປົ້າໝາຍນີ້ ໄວກ່ອນກຳນົດ. ຂ້າພະເຈົ້າຢາກເນັ້ນໜັກວ່າ ສືບຕໍ່ປະຕິຮູບແມ່ນສິ່ງສໍາຄັນທີ່ສຸດ. ຄືແນວນັ້ນ, ຫວຽດນາມ ສາມາດປະສົບຜົນສໍາເລັດກວ່າອີກ”.

ໂດຍ: ຈາງຫງວຽນ