ແມ່ນຄຳຢືນຢັນຂອງທ່ານ Alvaro Pereira, ນັກຊ່ຽວຊານດ້ານເສດຖະສາດຂອງອົງການຮ່ວມມື ແລະພັດທະນາເສດຖະກິດ (OECD) ປະຈຳ ຫວຽດນາມ, ເມື່ອແລກປ່ຽນກັບນັກຂ່າວ VOV ກ່ຽວກັບຜົນງານ ແລະແງ່ຫວັງການເຕີບໂຕເສດຖະກິດຫວຽດນາມ ໃນອະນາຄົດ.
ນັກຂ່າວ: ກ່ອນອື່ນໝົດ, ຂໍໃຫ້ທ່ານຕີລາຄາກ່ຽວກັບການເຕີບໂຕດ້ານເສດຖະກິດຫວຽດນາມ ໃນຊຸມປີຜ່ານມາ?
ທ່ານ Alvaro Pereira: ຂ້າພະເຈົ້າ ໄດ້ຕິດຕາມຫຼາຍປະເທດໃນທົ່ວໂລກ, ນັບແຕ່ ອົດສະຕາລີ ທີ່ມາຈາກບັນດາປະເທດອາເມລິກາເໜືອ, ນັບແຕ່ອາຊີ ຈົນເຖິງ ອາຟະລິກາ ແລະອາເມລິກາລາຕິນ ແລະມີໜ້ອຍປະເທດທີ່ສຸດທີ່ສ້າງຄວາມປະທັບໃຈຂ້າພະເຈົ້າຫຼາຍເທົ່າກັບຫວຽດນາມ. ຫວຽດນາມ ພວມເຕີບໂຕໃນລະດັບທີ່ໜ້າປະຫຼາດໃຈ, ດ້ວຍລາຍຮັບສະເລ່ຍເພີ່ມຂຶ້ນທົບສອງເທົ່າພາຍຫຼັງ 10 ປີມານີ້. ຜົນງານດັ່ງກ່າວແມ່ນຍ້ອນຄວາມສາມາດບໍລິຫານເສດຖະກິດມະຫາພາກຢ່າງມີປະສິດທິຜົນ, ບັນດານະໂຍບາຍທີ່ເໝາະສົມ, ພ້ອມກັບກຳລັງໜູນອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ, ມຸ່ງໄປເຖິງຄວາມວັດທະນາຖາວອນຂອງທົ່ວປະເທດ. ສິ່ງເຫຼົ່ານີ້ໄດ້ສ້າງແຮງບັນດານໃຈໃຫ້ຂ້າພະເຈົ້າ ຢ່າງແທ້ຈິງ.
ນັບແຕ່ພາຍຫຼັງໄລຍະປ່ຽນແປງໃໝ່ມາຮອດປະຈຸບັນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດທີ່ມີລະດັບເຕີບໂຕໄວທີ່ສຸດໃນໂລກ. ໜຶ່ງໃນບັນດາຜົນງານທີ່ເປັນໜ້າເອົາໃຈໃສ່ແມ່ນອັດຕາການຫຼຸດຜ່ອນຄວາມທຸກຍາກທີ່ໜ້າປະທັບໃຈ, ແຕ່ 50% ຫຼຸດລົງມາຍັງຕໍ່າກວ່າ 1%. ເພື່ອບັນລຸໄດ້ສິ່ງທີ່ຫວຽດນາມ ເຮັດໄດ້ຢ່າງແທ້ຈິງນັ້ນມັນບໍ່ແມ່ນເລື່ອງງ່າຍ. ນັ້ນແມ່ນສິ່ງທີ່ມີໜ້ອຍປະເທດໃນໂລກສາມາດເຮັດໄດ້.
    |
 |
ທ່ານ Alvaro Pereira ນັກຊ່ຽວຊານດ້ານເສດຖະສາດ OECD ກ່າວຄໍາເຫັນ. ພາບ: qdnd.vn |
ນັກຂ່າວ: ປະຈຸບັນ ຫວຽດນາມ ພວມເນັ້ນໜັກເຖິງການເພີ່ມທະວີບົດບາດຂອງເຂດເສດຖະກິດເອກະຊົນໃນການພັດທະນາເສດຖະກິດ-ສັງຄົມ. ສະນັ້ນທ່ານຕີລາຄາຄືແນວໃດກ່ຽວກັບບົດບາດ ແລະຄວາມສາມາດບົ່ມຊ້ອນຂອງເຂດນີ້ຢູ່ ຫວຽດນາມ?
ທ່ານ Alvaro Pereira: ຂ້າພະເຈົ້າ ຖືວ່າ ຕ້ອງເປີດກວ້າງບັນດາຂົງເຂດກວ່າອີກເພື່ອໃຫ້ວິສາຫະກິດເອກະຊົນເຂົ້າຮ່ວມລົງທຶນ. ຕົວຢ່າງຄື: ຂົງເຂດໂທລະຄົມມະນາຄົມ, ຮາກຖານວັດຖຸ, ການກໍ່ສ້າງ, ການແຈກຢາຍ. ເມື່ອດຶງດູດການລົງທຶນຈາກພາກເອກະຊົນຕື່ມອີກ, ຫວຽດນາມ ຈະສ້າງກາລະໂອກາດວຽກເຮັດຫຼາຍຂຶ້ນ, ຈາກນັ້ນເສດຖະກິດກໍ່ເຕີບໂຕຢ່າງແຂງແຮງກວ່າ.
ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງເປີດກວ້າງຂອບຂະໜາດແມ່ນມີຄວາມສໍາຄັນທີ່ສຸດ. ຖ້າຫາກເຂົາເຈົ້າມີກຳລັງຄວາມສາມາດ, ຄວນສົ່ງເສີມໃຫ້ເຂົາເຈົ້າສືບຕໍ່ພັດທະນາເພື່ອເຂົ້າເຖິງຕະຫຼາດທີ່ໃຫຍ່ກວ່າ, ບືນຕົວອອກສູ່ຂົງເຂດທີ່ເຂົາເຈົ້າຍັງບໍ່ສາມາດເຂົ້າເຖິງ, ຍິ່ງໄປກວ່ານັ້ນແມ່ນບືນຕົວອອກສູ່ຕະຫຼາດສາກົນ.
ນັກຂ່າວ: ທ່ານສາມາດຕີລາຄາກ່ຽວກັບແງ່ຫວັງດ້ານເສດຖະກິດຫວຽດນາມ ໃນໄລຍະສັ້ນ ແລະໄລຍະຍາວໄດ້ບໍຂໍຮຽນທ່ານ?
ທ່ານ Alvaro Pereira: OECD ຫາຫໍ່ປະກາດບົດລາຍງານແງ່ຫວັງດ້ານເສດຖະກິດທົ່ວໂລກເມື່ອບໍ່ດົນມານີ້. ພວກຂ້າພະເຈົ້າ ໄດ້ຫຼຸດການຄາດຄະເນການເຕີບໂຕຢູ່ພາກພື້ນລົງເກືອບໝົດ, ຕົ້ນຕໍແມ່ນຍ້ອນການຂາດສະຖຽນລະພາບການຄ້າ.
ເຖິງຢ່າງໃດກໍຕາມ, ຕາມບົດລາຍງານຂອງພວກຂ້າພະເຈົ້າ, ຫວຽດນາມ ຍັງແມ່ນໜຶ່ງໃນບັນດາປະເທດທີ່ມີການເຕີບໂຕໄວທີ່ສຸດ. ລະອຽດ, ເສດຖະກິດຫວຽດນາມ ສາມາດບັນລຸການເຕີບໂຕ 6,2% ໃນປີນີ້, 6% ໃນປີໜ້າ, ແລະອາດຈະເຕີບໂຕສູງກວ່ານີ້ອີກຖ້າ ຫວຽດນາມ ມີການກໍານົດທິດທີ່ຖືກຕ້ອງ. ຕ້ອງເນັ້ນໜັກວ່າ 6-7% ແມ່ນການເຕີບໂຕທີ່ໜ້າປະທັບໃຈບໍ່ມີຫຼາຍປະເທດສາມາດເຮັດໄດ້. ຍ້ອນແນວນັ້ນ, ພວກຂ້າພະເຈົ້າ ຈຶ່ງຍັງຮັກສາທັດສະນະທີ່ໜ້າປະເອີບໃຈກ່ຽວກັບຫວຽດນາມນີ້ໄວ້.
ຂ້າພະເຈົ້າຮູ້ວ່າ, ລັດຖະບານຫວຽດນາມ ໄດ້ວາງເປົ້າໝາຍການເຕີບໂຕ 8% ແລະຍິ່ງໄປກວ່ານັ້ນແມ່ນການເຕີບໂຕສອງຕົວເລກໃນຊຸມປີຈະມາເຖິງ. ແລະສິ່ງເຫຼົ່ານີ້ແມ່ນສາມາດເປັນໄປໄດ້. ແຕ່ເພື່ອໃຫ້ບັນລຸໄດ້ສິ່ງນັ້ນ, ຫວຽດນາມ ຄວນສືບຕໍ່ປະຕິບັດການປະຕິຮູບໃນບັນດາຂົງເຂດ, ຄື: ການສຶກສາ, ຫຼຸດຜ່ອນຮົ້ວກີດຂວາງໃຫ້ເຂດເອກະຊົນໃນຂະແໜງເສດຖະກິດຈຸດສຸມ.
ນັກຂ່າວ: ສະນັ້ນທ່ານມີຂໍ້ສະເໜີແນະຄືແນວໃດກ່ຽວກັບກຳລັງໜູນຕົ້ນຕໍ ເພື່ອຊຸກຍູ້ການເຕີບໂຕເສດຖະກິດຫວຽດນາມ, ໃນສະພາບການເສດຖະກິດທົ່ວໂລກຂາດສະຖຽນລະພາບໃນປະຈຸບັນ, ຂໍຮຽນທ່ານ?
ທ່ານ Alvaro Pereira: ໂລກ ພວມຜ່ານຜ່າໄລຍະທີ່ຫຍຸ້ງຍາກ, ດ້ວຍການຂາດສະຖຽນລະພາບຫຼາຍຢ່າງກ່ຽວກັບດ້ານການຄ້າ, ພາສີອາກອນ. ໃນໄລຍະຈະມາເຖິງ, ຕາມຂ້າພະເຈົ້າ ແລ້ວ, ການຄ້າຍັງຈະສືບຕໍ່ສວມບົດບາດສຳຄັນ. ພ້ອມດຽວກັນນັ້ນຕະຫຼາດຢູ່ພາຍໃນປະເທດກໍ່ແມ່ນປັດໄຈສຳຄັນເພື່ອຮັກສາການເຕີບໂຕຢ່າງໝັ້ນຄົງໃນໄລຍະຍາວ.
ນອກຈາກນັ້ນ, ຫວຽດນາມ ຄວນເພີ່ມທະວີການລົງທຶນ - ນັບທັງການລົງທຶນພາກລັດ ແລະເອກະຊົນ. ພື້ນຖານໂຄງລ່າງຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ພິເສດຢູ່ບັນດາຂົງເຂດທີ່ຍັງບໍ່ທັນພັດທະນາຢ່າງຄົບຖ້ວນ. ການດຶງດູດຂົງເຂດເອກະຊົນໃຫ້ລົງທຶນເຂົ້າຂົງເຂດ, ຄື: ຄົມມະນາຄົມ, ໂທລະຄົມມະນາຄົມ... ແມ່ນມີຄວາມຈຳເປັນທີ່ສຸດ.
ກໍາລັງໜູນໜຶ່ງອີກແມ່ນການສຶກສາບໍາລຸງສ້າງ. ຄວນລົງທຶນເຂົ້າໃນການສຶກສາຊັ້ນປະຖົມ ແລະມັດທະຍົມ, ສ້າງໂອກາດໃຫ້ເດັກນ້ອຍໄດ້ເຂົ້າໂຮງຮຽນຫຼາຍກວ່າເກົ່າ. ພວກຂ້າພະເຈົ້າ ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ເມື່ອຕັດສິນໃຈຍົກເວັ້ນຄ່າຮຽນຊັ້ນມັດທະຍົມຕອນປາຍ, ພ້ອມທັງຫວັງວ່າ ນະໂຍບາຍນີ້ຈະສາມາດນຳໃຊ້ໄດ້ໃນລະດັບມະຫາວິທະຍາໄລ.
ເມື່ອເບິ່ງລວມແລ້ວ, ຫວຽດນາມ ແມ່ນແບບຢ່າງໜຶ່ງຂອງພື້ນຖານເສດຖະກິດເປີດ. ເພື່ອຮັກສາທ່າເຕີບໂຕ, ຄວນສືບຕໍ່ຮັກສາການເປີດອົກເປີດໃຈ, ເພີ່ມທະວີຄວາມສາມາດພາຍໃນ ແລະເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນຢ່າງໝັ້ນຄົງ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ເຈິ່ນຮວ່ຽນ