ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະທົ່ວໂລກສວມບົດບາດສຳຄັນໃນການເຕີບໂຕເສດຖະກິດຂອງຫວຽດນາມ ໃນຊຸມປີຜ່ານມາ. ດ້ວຍພື້ນຖານນັ້ນ, ການກໍານົດທິດໃນປະຈຸບັນຂອງການນຳພັກ ແລະລັດຫວຽດນາມ ທີ່ແນໃສ່ສືບຕໍ່ເຊື່ອມໂຍງເຂົ້າກັບເສດຖະກິດໂລກແມ່ນບາດກ້າວທີ່ຖືກຕ້ອງ ແລະທັນການ. ນັ້ນແມ່ນຂໍ້ສັງເກດຂອງທ່ານ Shantanu Chakraborty ຜູ້ອໍານວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ຢູ່ຫວຽດນາມ, ເມື່ອໃຫ້ສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ກ່ຽວກັບນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຂອງລັດຖະບານຫວຽດນາມ, ໃນນັ້ນໄດ້ເນັ້ນໜັກເຖິງບົດບາດຂອງເຂດເສດຖະກິດເອກະຊົນ, ໄດ້ວາງອອກໃນ 4 ມະຕິທີ່ມີລັກສະນະປະຫວັດສາດເຊິ່ງກົມການເມືອງຫາກໍ່ປະກາດເມື່ອບໍ່ດົນມານີ້.

leftcenterrightdel
ທ່ານ Shantanu Chakraborty ຜູ້ອໍານວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ຢູ່ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ຂໍຮຽນທ່ານ Shantanu Chakraborty, ການເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງຂອງຫວຽດນາມ ມີຄວາມໝາຍຄືແນວໃດສໍາລັບການຮັກສາທ່າເຕີບໂຕເສດຖະກິດຂອງຫວຽດນາມ?

ທ່ານ Shantanu Chakraborty: ຂ້າພະເຈົ້າຄິດວ່ານັ້ນແມ່ນຍຸດທະສາດທີ່ຖືກຕ້ອງ ແລະເໝາະສົມທີ່ສຸດກັບສະພາບສິ່ງທ້າທາຍເຊິ່ງພວກເຮົາພວມພົບເຫັນໃນທົ່ວໂລກ.

ການເຊື່ອມໂຍງເສດຖະກິດມີຜົນປະໂຫຍດຫຼາຍທີ່ສຸດອາດຈະນໍາເອົາແຫຼ່ງທຶນຈາກພາຍນອກມາໃຫ້, ມີຄວາມສາມາດເຂົ້າເຖິງຕະຫຼາດ, ເຕັກໂນໂລຢີ. ສິ່ງນີ້ສຳຄັນທີ່ສຸດສຳລັບຂະບວນການຫັນພື້ນຖານເສດຖະກິດຫວຽດນາມໃຫ້ທັນສະໄໝ. ການເຊື່ອມໂຍງເຂົ້າກັບສາກົນກໍ່ປະກອບສ່ວນຍູ້ໄວຂະບວນການພັດທະນາອຸດສາຫະກຳຢູ່ພາຍໃນປະເທດ. ຄຽງຂ້າງນັ້ນ, ການເຊື່ອມໂຍງເຂົ້າກັບສາກົນກໍ່ຈະເພີ່ມລັກສະນະເຂັ້ມແຂງແກ່ໃຫ້ພື້ນຖານເສດຖະກິດ, ພິເສດແມ່ນເມື່ອການຄ້າທົ່ວໂລກພວມປະສົບກັບຮົ້ວກີດຂວາງດ້ານການຄ້າ, ອັດຕາພາສີ...

ສຸດທ້າຍ, ພື້ນຖານໂຄງລ່າງຂ້າມຊາຍແດນກໍ່ສໍາຄັນທີ່ສຸດ. ໂດຍເປັນສະມາຊິກທີ່ຕັ້ງໜ້າຂອງອາຊຽນ, ຫວຽດນາມ ຈະໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງຜ່ານພື້ນຖານໂຄງລ່າງຂ້າມຊາຍແດນ, ຈາກນັ້ນຊ່ວຍເຊື່ອມໂຍງເຂົ້າກັບບັນດາປະເທດບ້ານໃກ້ເຮືອນຄຽງ, ເປີດກວ້າງຕະຫຼາດຂອງຕົນໃນທົ່ວພາກພື້ນ. ຕາມຂ້າພະເຈົ້າແລ້ວ, ລັດຖະບານຫວຽດນາມ ພວມຜັນຂະຫຍາຍບາດກ້າວທີ່ຖືກຕ້ອງ, ມີການເຊື່ອມໂຍງເຂົ້າກັບເສດຖະກິດຢ່າງເລິກເຊິ່ງກວ່າແນ່ນອນວ່າຈະແມ່ນກຳລັງໜູນສໍາຄັນຊຸກຍູ້ການເຕີບໂຕເສດຖະກິດຂອງຫວຽດນາມ.

ນັກຂ່າວ: ປະຈຸບັນ, ຫວຽດນາມ ພວມເນັ້ນໜັກເຖິງການເພີ່ມທະວີບົດບາດຂອງເຂດເສດຖະກິດເອກະຊົນໃນການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ ທ່ານຕີລາຄາຄືແນວໃດກ່ຽວກັບບົດບາດ ແລະຄວາມສາມາດບົ່ມຊ້ອນຂອງຂົງເຂດນີ້ຢູ່ຫວຽດນາມ?

ທ່ານ Shantanu Chakraborty: ປະຈຸບັນ, ຫວຽດນາມ ມີວິສາຫະກິດເອກະຊົນພາຍໃນປະເທດປະມານ 1 ລ້ານແຫ່ງ, ຄອບຄົວດຳເນີນທຸລະກິດ 5 ລ້ານຄອບຄົວ, ກວມເອົາ 51% ຂອງ GDP, 82% ຂອງວຽກເຮັດງານທຳ ແລະປະມານ 60% ຈໍານວນທຶນລົງທຶນຢູ່ພາຍໃນປະເທດແມ່ນມາຈາກພາກເອກະຊົນ. ຂົງເຂດນີ້ໄດ້ ແລະພວມສວມບົດບາດສຳຄັນທີ່ສຸດໃນການພັດທະນາເສດຖະກິດຂອງຫວຽດນາມ. ອາດເວົ້າໄດ້ວ່າຂົງເຂດວິສາຫະກິດຂະໜາດນ້ອຍ ແລະກາງ (SME) ຢູ່ຫວຽດນາມ ມີຄວາມຟົດຟື້ນທີ່ສຸດ. ຂົງເຂດເອກະຊົນຈະແມ່ນເສັ້ນທາງກ້າວໄປຂ້າງໜ້າ ແລະຈະແມ່ນກໍາລັງໜູນເຕີບໂຕທີ່ແທ້ຈິງໃຫ້ແກ່ຫວຽດນາມ. ຍ້ອນແນວນັ້ນ, ພວກຂ້າພະເຈົ້າ ຈຶ່ງຊົມເຊີຍຕໍ່ເລື່ອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ເນັ້ນໜັກເຖິງການພັດທະນາຂົງເຂດເອກະຊົນຢ່າງຕໍ່ເນື່ອງ.

ນັກຂ່າວ: ສະນັ້ນສິ່ງທ້າທາຍຕົ້ນຕໍທີ່ຫວຽດນາມ ອາດຈະປະເຊີນໃນຂະບວນການຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະການພັດທະນາຂົງເຂດເອກະຊົນແມ່ນຫຍັງ, ຂໍຮຽນທ່ານ?

ທ່ານ Shantanu Chakraborty: ສິ່ງທ້າທາຍທໍາອິດ ແລະກໍ່ແມ່ນສິ່ງທ້າທາຍລວມ ເຊິ່ງປະເທດພວມພັດທະນາຕ້ອງປະເຊີນ, ນັ້ນແມ່ນບັນຫາການຄຸ້ມຄອງ ແລະການບໍລິຫານ. ສາມາດເວົ້າໄດ້ວ່າ ບາງລະບຽບການໃນປະຈຸບັນແມ່ນຍັງມີຂໍ້ບົກພ່ອງຫຼາຍສົມຄວນ. ຂັ້ນຕອນການອະນຸມັດເສຍເວລາຫຼາຍ.

ແນ່ນອນ, ດຽວນີ້ພວກເຮົາ ພວມເຫັນການປະຕິຮູບຫຼາຍຢ່າງ. ໃນໄລຍະຫວ່າງມໍ່ໆນີ້, ກົດໝາຍວ່າດ້ວຍການລົງທຶນພາກລັດກໍ່ໄດ້ຮັບການປັບປຸງພໍສົມຄວນ, ປະກອບສ່ວນສ້າງພື້ນຖານເພື່ອດຶງດູດບ້ວງເງິນລົງທຶນຈາກເອກະຊົນໃຫ້ໄດ້ຫຼາຍກວ່າ. ສິ່ງທີ່ຕ້ອງເຮັດແມ່ນຫັນຂັ້ນຕອນ, ລະບຽບການອະນຸມັດໃຫ້ງ່າຍດາຍ. ຄຽງຂ້າງນັ້ນ, ຄວນເພີ່ມທະວີຄວາມໂປ່ງໃສ, ຮັບປະກັນການປະຕິບັດຕາມສັນຍາທີ່ໄດ້ ແລະພວມລົງນາມ, ພ້ອມກັນນັ້ນແມ່ນເອົາໃຈໃສ່ເປັນພິເສດເຖິງການສ້າງໂຄງປະກອບການບໍລິຫານໃຫ້ສົມບູນແບບ. 

ຕໍ່ໄປແມ່ນເຕັກໂນໂລຢີ. ພວກເຮົາຕ້ອງຮັບປະກັນການສ້າງສະພາບແວດລ້ອມທີ່ສະດວກເພື່ອໃຫ້ເຕັກໂນໂລຢີຕ່າງປະເທດ, ພິເສດແມ່ນເຕັກໂນໂລຢີທີ່ກ້າວໜ້າ, ສາມາດຜັນຂະຫຍາຍຢູ່ພາຍໃນປະເທດ. ມາຮອດປະຈຸບັນ, ທຶນ FDI ຕົ້ນຕໍແມ່ນໄດ້ລົງທຶນໃສ່ຂະແໜງການຜະລິດ ແລະອີກສ່ວນໜຶ່ງແມ່ນລົງທຶນໃສ່ອະສັງຫາລິມະຊັບ, ແຕ່ພວກເຮົາກໍ່ຕ້ອງຮັບປະກັນວ່າ FDI ໄດ້ດຶງດູດເຂົ້າໃນຂະແໜງພື້ນຖານໂຄງລ່າງ. 

ນັກຂ່າວ: ດັ່ງນັ້ນ ADB ສາມາດໜູນຊ່ວຍຄືແນວໃດເພື່ອພັດທະນາຂົງເຂດເອກະຊົນ ແລະເປີດກວ້າງບົດບາດຂອງຫວຽດນາມ ໃນຕ່ອງໂສ້ມູນຄ່າທົ່ວໂລກ?

ທ່ານ Shantanu Chakraborty: ປະຈຸບັນພວກຂ້າພະເຈົ້າ ພວມຜັນຂະຫຍາຍຍຸດທະສາດການຮ່ວມມືແຫ່ງຊາດ (CPS) ໄລຍະ 2023-2026, ໃນນັ້ນການພັດທະນາຂົງເຂດເອກະຊົນແມ່ນໜຶ່ງໃນບັນດາເສົາຄໍ້າຕົ້ນຕໍ.

ທີໜຶ່ງແມ່ນໜູນຊ່ວຍການລົງທຶນໃສ່ພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ. ທີສອງແມ່ນການພັດທະນາຕະຫຼາດທຶນ. ນີ້ແມ່ນຂົງເຂດທີ່ພວກຂ້າພະເຈົ້າສາມາດສະໜອງການໜູນຊ່ວຍດ້ານເຕັກນິກ ແລະການສ້າງຄວາມສາມາດ. ທີສາມແມ່ນການພັດທະນາຊັບພະຍາກອນມະນຸດ ແລະທັກສະ, ທັງຂົງເຂດເອກະຊົນ ແລະຂົງເຂດລັດ. ທີສີ່ແມ່ນການພັດທະນາວິສາຫະກິດຂະໜາດນ້ອຍ ແລະກາງ (SME) ຜ່ານສູນການເງິນຕາມຮູບແບບການກູ້ຢືມ 2 ຂັ້ນຕອນ, ຄື: ADB ປ່ອຍເງິນໃຫ້ທະນາຄານ, ອົງການຈັດຕັ້ງການເງິນມາກູ້ຢືມ, ຈາກນັ້ນເຂົາເຈົ້າຈະໃຫ້ SME ກູ້ຢືມ. ສຸດທ້າຍ, ແມ່ນໂຄງການອຸປະຖໍາດ້ານການຄ້າ ແລະລະບົບຕ່ອງໂສ້ສະໜອງຂອງ ADB - ນີ້ແມ່ນໂຄງການທີ່ປະສົບຜົນສຳເລັດທີ່ສຸດຢູ່ຫວຽດນາມ.

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກໂຄງການນີ້ໃນອາຊຽນ. ບັນດາທະນາຄານ, ນັກສົ່ງອອກ ແລະນັກນໍາເຂົ້າຂອງຫວຽດນາມ ໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງຈາກໂຄງການນີ້. ນີ້ແມ່ນເຄື່ອງມືເພື່ອຊ່ວຍເຊື່ອມໂຍງເສດຖະກິດຫວຽດນາມ ເຂົ້າໃນລະບົບຕ່ອງໂສ້ສະໜອງທົ່ວໂລກຢ່າງເລິກເຊິ່ງ, ພ້ອມທັງໜູນຊ່ວຍບັນດາ SME ພາຍໃນປະເທດ,  ບັນດາວິສາຫະກິດສົ່ງອອກ, ນໍາເຂົ້າພັດທະນາ.

ນັ້ນແມ່ນບັນດາຂົງເຂດຈຸດສຸມທີ່ພວກຂ້າພະເຈົ້າ ຢາກສືບຕໍ່ຍູ້ແຮງໃນໄລຍະຈະມາເຖິງ. ບຸລິມະສິດຍຸດທະສາດໃນປະຈຸບັນຂອງ ADB ແມ່ນສອດຄ່ອງກັບການກໍານົດທິດຂອງລັດຖະບານຫວຽດນາມ ແລະພວກຂ້າພະເຈົ້າ ໄດ້ກຽມຈິດກຽມໃຈເພື່ອຮ່ວມເດີນທາງໄປດົນໆພ້ອມກັບຫວຽດນາມ ໃນໄລຍະເດີນທາງນີ້.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ