ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21-6-1925 / 21-6-2025), ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວຫວຽດນາມ ປະຈຳ ລາວ ກ່ຽວກັບທັດສະນະອັນເລິກເຊິ່ງທາງດ້ານບົດບາດຂອງສື່ມວນຊົນປະຕິວັດໃນຍຸກສະໄໝໃໝ່, ພິເສດແມ່ນຕໍ່ການຜັນແປຢ່າງແຮງຂອງເຕັກໂນໂລຊີ ແລະສື່ມວນຊົນໃນທົ່ວໂລກ.
ທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ຢືນຢັນວ່າ: ສື່ມວນຊົນປະຕິວັດຫວຽດນາມ ໄດ້ຜ່ານຜ່າໄລຍະທາງອັນສະຫງ່າລາສີ, ໄປຄຽງຄູ່ກັບປະເທດຊາດໃນພາລະກິດປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ ແລະສ້າງສັງຄົມນິຍົມ.
ນັບແຕ່ຊຸມເດືອນປີແຫ່ງການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ ແລະລັດທິຈັກກະພັດຈົນຮອດໄລຍະປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນ, ສື່ມວນຊົນປະຕິວັດຍາມໃດກໍ່ແມ່ນກຳລັງນໍາໜ້າໃນສະໜາມຮົບດ້ານແນວຄິດ ແລະວັດທະນະທຳ.
ໃນສະພາບການປະຈຸບັນ, ເມື່ອໂລກກ້າວເຂົ້າສູ່ຍຸກສະໄໝແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4 ດ້ວຍການພັດທະນາຢ່າງກະໂດດຂັ້ນຂອງເຕັກໂນໂລຊີດີຈີຕອນ, ປັນຍາປະດິດ (AI), ຂໍ້ມູນໃຫຍ່ (Big Data), ເຄືອຂ່າຍສັງຄົມ ແລະອິນເຕີເນັດຊັບພະສິ່ງ (IoT), ສື່ມວນຊົນປະຕິວັດຫວຽດນາມ ສືບຕໍ່ຢືນຢູ່ຕໍ່ໜ້າກາລະໂອກາດ ແລະສິ່ງທ້າທາຍອັນໃຫຍ່ຫຼວງ.
    |
 |
ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານ ຄຳພັນ ເຜີຍຍະວົງ ແລ້ວ, ການຫັນປ່ຽນຂອງເຕັກໂນໂລຊີ ໄດ້ ແລະກໍາລັງເຮັດໃຫ້ວິທີເຂົ້າເຖິງຂໍ້ມູນຂ່າວສານ, ພຶດຕິກຳການສື່ສານ ແລະບົດບາດຂອງນັກຂ່າວປ່ຽນແປງຢ່າງເລິກເຊິ່ງ.
ໃນສະພາບການນັ້ນ, ສື່ມວນຊົນບໍ່ພຽງແຕ່ແມ່ນຊ່ອງຂໍ້ມູນຂ່າວສານແຕ່ຢ່າງດຽວ, ຫາກຍັງແມ່ນພື້ນຖານການປະມວນ, ຖ່າຍທອດບັນດາເນື້ອໃນຫຼາຍທິດ, ຫຼາຍພາຫະນະ.
AI ແລະເຕັກໂນໂລຊີອັດສະລິຍະໄດ້ສ້າງກາລະໂອກາດເພື່ອໃຫ້ນັກຂ່າວເລັ່ງຄວາມໄວໃນຂະບວນການຜະລິດຂ່າວ, ຫັນເນື້ອໃນໃຫ້ເປັນຢ່າງດີທີ່ສຸດ, ປັບປຸງປະສົບການຂອງຜູ້ອ່ານເປັນສ່ວນຕົວ ແລະເປີດກວ້າງຂົງເຂດການເຂົ້າເຖິງ.
ເຖິງຢ່າງໃດກໍ່ຕາມ, ການພັດທະນາທີ່ແຂງແຮງນີ້ຍັງສ້າງບັນດາບັນຫາໃໝ່, ການຂຶ້ນກັບເຕັກໂນໂລຢີ, ຄວາມສ່ຽງຕໍ່ການບິດເບືອນຂໍ້ມູນ, ເນື້ອໃນດ້ານຈັນຍາບັນສື່ມວນຊົນຖືກລະເມີດ ຍ້ອນວິທີຄຳນວນທີ່ບໍ່ຄົບຖ້ວນ ແລະຍິ່ງໄປກວ່ານັ້ນແມ່ນການຄັດລອກເນື້ອໃນທີ່ບໍ່ໄດ້ຮັບການກວດກາຢັ້ງຢືນ.
ໃນສະພາບການນັ້ນ, ທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ຖືວ່າ ບັນດາອົງການສື່ມວນຊົນຕ້ອງຍົກສູງກໍາລັງຄວາມສາມາດໃນການນຳໃຊ້ເຕັກໂນໂລຊີໃຫ້ຖັນແຖວນັກຂ່າວ, ພ້ອມທັງຕິດພັນຄວາມຮັບຜິດຊອບຂອງນັກຂ່າວກັບແນວທາງການເມືອງ, ຂໍ້ກໍານົດກົດໝາຍ, ຈັນຍາບັນອາຊີບຢ່າງແໜ້ນແຟ້ນ.
ສື່ມວນຊົນຕ້ອງເປັນເຈົ້າການຕິດຕາມກວດກາ, ແກ້ໄຂຂໍ້ມູນຂ່າວທີ່ບໍ່ຖືກຕ້ອງໃນເຄືອຂ່າຍສັງຄົມ, ຮັກສາບົດບາດການກໍານົດທິດຫາງສຽງ, ເຮັດແຈ້ງຄຸນຄ່າຂອງຄວາມຈິງ - ຄວາມບໍ່ຈິງໃນການໄຫຼວຽນຂອງຂໍ້ມູນຂ່າວສານທີ່ສັບສົນຄົນເລ.
    |
 |
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ກ່ຽວກັບທ່າອ່ຽງການຫັນເປັນດີຈີຕອນ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ຮັບຮູ້ວ່າ ນີ້ແມ່ນຄວາມຈຳເປັນພາວະວິໄສ, ສ່ອງແສງໃຫ້ເຫັນການປັບຕົວຂອງສື່ມວນຊົນກັບນິໄສໃໝ່ຂອງມະຫາຊົນ.
ທ່ານ ຄຳພັນ ເຜີຍຍະວົງ ຊີ້ໃຫ້ເຫັນວ່າ ພຶດຕິກຳຕົວຈິງສັງຄົມໃນປັດຈຸບັນມີການປ່ຽນແປງວິທີການເຂົ້າເຖິງຂໍ້ມູນຂ່າວສານ, ແທນທີ່ຈະອ່ານໜັງສືພິມ ຫຼື ເບິ່ງໂທລະທັດຄືກ່ອນນີ້, ປະຊາຊົນຫັນໄປສູ່ການເຂົ້າເຖິງຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ, ໂທລະສັບມືຖື ແລະລະບົບອອນລາຍເຊັ່ນ Facebook, YouTube, TikTok...
ເພາະສະນັ້ນ, ສື່ມວນຊົນບໍ່ສາມາດຢູ່ນອກໄດ້ຕ້ອງເຂົ້າຮ່ວມຢູ່ໃນນັ້ນ. ການຫັນເປັນດີຈີຕອນບໍ່ໄດ້ຢຸດຢູ່ແຕ່ເຕັກໂນໂລຢີເທົ່ານັ້ນ, ແຕ່ຍັງຢູ່ໃນຍຸດທະສາດເນື້ອໃນ, ວິທີການສື່ສານ ແລະພິເສດແມ່ນຄວາມສາມາດຕີລາຄາ, ເຮັດແຈ້ງ, ອອກຂ່າວທີ່ຖືກຕ້ອງຊັດເຈນເພື່ອໃຫ້ມີນ້ຳນັກຖ່ວງດຶງກັບຂ່າວປອມ, ຂ່າວທີ່ບໍ່ຖືກຕາມຄວາມຈິງທີ່ແຜ່ລາມຢ່າງໄວວາໃນສື່ສັງຄົມອອນລາຍອີກດ້ວຍ.
ທ່ານ ຄຳພັນ ເຜີຍຍະວົງ ຍັງໄດ້ເນັ້ນໜັກເຖິງບົດບາດພິເສດຂອງສື່ມວນຊົນປະຕິວັດຫວຽດນາມ ໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ, ໂດຍຖືວ່າ ສື່ມວນຊົນປະຕິວັດບໍ່ພຽງແຕ່ແມ່ນພາຫະນະໃນການໂຄສະນາເທົ່ານັ້ນ, ຫາກຍັງເປັນກຳລັງຕໍ່ສູ້ອີກດ້ວຍ.
ຕະຫຼອດໄລຍະປະຫວັດສາດ, ນັບຕັ້ງແຕ່ໄດ້ສ້າງຕັ້ງຈົນມາຮອດປະຈຸບັນ, ສື່ມວນຊົນປະຕິວັດຫວຽດນາມ ແມ່ນອາວຸດແນວຄິດອັນແຫຼມຄົມຂອງພັກ, ຮ່ວມເດີນທາງພ້ອມກັບປະຊາຊົນໃນທຸກບາດກ້າວຂອງການປະຕິວັດ.
ທ່ານ ຄຳພັນ ເຜີຍຍະວົງ ຢືນຢັນວ່າ ໃນໄລຍະໃໝ່, ສື່ມວນຊົນຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ຮັກສາເນື້ອແທ້ແຫ່ງການປະຕິວັດຢ່າງເຂັ້ມແຂງ, ພ້ອມທັງເປັນເຈົ້າການປ່ຽນແປງໃໝ່, ຫັນເປັນທັນສະໄໝ, ເຂົ້າເຖິງຊີວິດດີຈີຕອນຂອງປະຊາຊົນຢ່າງໄວ ແລະເລິກເຊິ່ງ.
ມີພຽງແຕ່ແບບນັ້ນ, ສື່ມວນຊົນປະຕິວັດຈຶ່ງສາມາດສືບຕໍ່ປະຕິບັດລ້ອນພາລະກິດອັນສູງສົ່ງຂອງຕົນນັບທັງແມ່ນກໍາລັງນໍາໜ້າໃນສະໜາມຮົບດ້ານແນວຄິດ ແລະວັດທະນະທຳໃນຂະບວນການປົກປັກຮັກສາ ແລະສ້າງສາປະເທດຫວຽດນາມ ສັງຄົມນິຍົມ.
ໂດຍ: ຈາງຫງວຽນ