ການຕິດພັນທີ່ຈຳເປັນລະຫວ່າງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນບໍ່ທັນແຕກ ແລະSDG ໄດ້ກາຍເປັນເນື້ອໃນທີ່ໄດ້ປຶກສາຫາລືຢ່າງລະອຽດທີ່ກອງປະຊຸມເຕັກນິກ ດ້ວຍຫົວຂໍ້ “ການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນບໍ່ທັນແຕກ ແລະເປົ້າໝາຍພັດທະນາແບບຍືນຍົງ”, ໄດ້ດໍາເນີນແຕ່ວັນທີ 27-28 ພຶດສະພາ ຜ່ານມາຢູ່ສໍານັກງານສະຫະປະຊາຊາດ (ສປຊ) ຢູ່ຮ່າໂນ້ຍ, ຫວຽດນາມ.

ກອງປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຮ່ວມຂອງອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ ແລະສູນເກັບກູ້ລະເບີດ, ໝາກມິນແຫ່ງຊາດຫວຽດນາມ (VNMAC), ດ້ວຍການໜູນຊ່ວຍດ້ານເຕັກນິກຂອງສູນສາກົນ Geneva ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນມະນຸດສະທຳ (GICHD) ນອນໃນຂອບເຂດການເຄື່ອນໄຫວຂອງໂຄງການບ້ານສັນຕິພາບ ຫວຽດນາມ-ສ.ເກົາຫຼີ (KVPVP).

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເຕັກນິກ “ການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນບໍ່ທັນແຕກ ແລະເປົ້າໝາຍພັດທະນາແບບຍືນຍົງ” ຖ່າຍຮູບລວມ. ພາບ: ຟານຕ໊ວນ-ງອັກຮືງ

ເຫດການເຕົ້າໂຮມບັນດານັກຊ່ຽວຊານທັງພາຍໃນ ແລະສາກົນທີ່ມາຈາກ VNMAC, ບັນດາອົງການ, ຄື: KOICA, UNDP, RENEW, NPA, MAG, PEACE TREES, CRS, ຜູ້ຕາງໜ້າຄະນະຄຸ້ມຄອງໂຄງການ KVPVP ຢູ່ແຂວງບິ່ງດິ້ງ, ກວ໋າງຫງາຍ ແລະນະຄອນເຫວ້.

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກລະເບີດ, ໝາກມິນບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ. ໃນຫຼາຍປີຜ່ານມາ, ການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນບໍ່ທັນແຕກຢູ່ຫວຽດນາມ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ ແລະມີບັນດາໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນປົກກະຕິ, ຟື້ນຟູເຂດດິນທີ່ປົນເປື້ອນມົນລະຜິດ ແລະຊຸກຍູ້ການພັດທະນາແບບຍືນຍົງ.

ແຕ່ປີ 2017 ເປັນຕົ້ນມາ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ແຜນການກະທໍາແຫ່ງຊາດ ປະຕິບັດໂຄງການດໍາເນີນງານ 2030 ເພື່ອການພັດທະນາແບບຍືນຍົງ (ຂໍ້ຕົກລົງເລກທີ 622/QĐ-TTg), ຫັນ 17 ເປົ້າໝາຍທົ່ວໂລກ ແລະຄາດໝາຍເປັນເປົ້າໝາຍລະອຽດເພື່ອໃຫ້ເໝາະສົມກັບເງື່ອນໄຂຕົວຈິງຢູ່ພາຍໃນປະເທດ. ພິເສດ, ວັນທີ 15 ມິຖຸນາ 2022, ທ່ານນາຍົກລັດຖະມົນຕີ ໄດ້ສືບຕໍ່ລົງນາມປະກາດໃຊ້ຂໍ້ຕົກລົງເລກທີ 841/QĐ-TTg, ອະນຸມັດຜ່ານຂັ້ນຕອນປະຕິບັດເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030, ແນໃສ່ກຳນົດໄລຍະເວລາລະອຽດໃຫ້ແຕ່ລະເປົ້າໝາຍ, ສ້າງພື້ນຖານເພື່ອໃຫ້ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນສ້າງແຜນການກະທໍາຢ່າງມີປະສິດທິຜົນ, ມີຄວາມເປັນໄປໄດ້, ຕິດແທດກັບພຶດຕິກຳຕົວຈິງ.

ຫວຽດນາມ ກໍ່ໄດ້ສະເໜີບົດລາຍງານກວດກາຄືນແຫ່ງຊາດແບບສະໝັກໃຈ (VNR) 2 ຄັ້ງ ຢູ່ເວທີປາໄສການເມືອງຂັ້ນສູງຂອງ ສປຊ ໃນປີ 2018 ແລະ 2023, ສະແດງໃຫ້ເຫັນຈິດໃຈໂປ່ງໃສ, ມີຄວາມຮັບຜິດຊອບ ແລະຄໍາໝັ້ນສັນຍາເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.

ທີ່ກອງປະຊຸມ, ບັນດານັກຊ່ຽວຊານ ແລະຜູ້ແທນໄດ້ວິໄຈການພົວພັນຢ່າງແໜ້ນແຟ້ນລະຫວ່າງການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນບໍ່ທັນແຕກ ແລະ SDG. ບໍ່ພຽງແຕ່ຕິດພັນກັບເປົ້າໝາຍ 16 (ສັນຕິພາບ, ຍຸຕິທຳ ແລະລະບອບລະບຽບການ ໝັ້ນຄົງເຂັ້ມແຂງ), ການເຄື່ອນໄຫວນີ້ຍັງປະກອບສ່ວນໂດຍກົງເຂົ້າໃນເປົ້າໝາຍອື່ນ ຄື: ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ (SDG1), ຮັບປະກັນສຸຂະພາບ ແລະຄວາມປອດໄພ (SDG3), ການສຶກສາ (SDG4), ຄວາມສະເໝີພາບລະຫວ່າງຍິງ-ຊາຍ (SDG5), ການພັດທະນາພື້ນຖານໂຄງລ່າງ ແລະເສດຖະກິດທ້ອງຖິ່ນ (SDG8), ການສ້າງຄູ່ຮ່ວມມືທົ່ວໂລກ (SDG17)...

ຜົນງານການຄົ້ນຄວ້າທີ່ນຳສະເໜີຢູ່ກອງປະຊຸມສະແດງໃຫ້ເຫັນວ່າເມື່ອຕິດພັນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນບໍ່ທັນແຕກເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະທ້ອງຖິ່ນ, ໝາກຜົນທີ່ບັນລຸໄດ້ຈະມີຄວາມຍືນຍົງ ແລະຍາວນານກວ່າ. ການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກບໍ່ພຽງແຕ່ເປັນການຂະຫຍາຍເຂດພັດທະນາທີ່ປອດໄພໃຫ້ປະຊາຊົນເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂໃຫ້ແກ່ການກໍ່ສ້າງໂຮງຮຽນ, ຮາກຖານສາທາລະນະສຸກ, ພື້ນຖານໂຄງລ່າງຊົນນະບົດ - ຈາກນັ້ນປັບປຸງຄຸນນະພາບຊີວິດໂດຍກົງ...

ໃນສະພາບທີ່ຫວຽດນາມ ພວມສ້າງໂຄງການແຫ່ງຊາດເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນບໍ່ທັນແຕກ ໄລຍະ 2026-2045, ດ້ວຍວິໄສທັດຮອດປີ 2065, ກອງປະຊຸມເຕັກນິກ “ການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນ ແລະເປົ້າໝາຍພັດທະນາແບບຍືນຍົງ” ແມ່ນໂອກາດເພື່ອໃຫ້ຫວຽດນາມ ຖອດຖອນບົດຮຽນຈາກສາກົນ, ພ້ອມທັງຢືນຢັນບົດບາດເປັນເຈົ້າການ, ຕັ້ງໜ້າຂອງປະເທດໃນຂໍ້ລິເລີ່ມທົ່ວໂລກ.

ການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນບໍ່ທັນແຕກ, ເມື່ອພິຈາລະນາໃນແງ່ມູມທີ່ກວ້າງຂວາງແມ່ນການສືບທອດພາລະກຳຂອງທະຫານໃນສະໄໝສັນຕິພາບ: ປົກປັກຮັກສາຄວາມປອດໄພ ແລະຄວາມສະຫງົບສຸກໃຫ້ປະຊາຊົນຢ່າງບໍ່ຢຸດຢັ້ງ; ສ້າງສາບ້ານເກີດເມືອງນອນທີ່ຖືກທຳລາຍຈາກສົງຄາມຄືນໃໝ່. ໃນຊຸມປີຜ່ານມາ, ກໍາລັງຊ່າງແສງກອງທັບປະຊາຊົນຫວຽດນາມ, ພິເສດແມ່ນບັນດາກົມກອງທີ່ປະຕິບັດໜ້າທີ່ເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ, ໄດ້ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບສູງ, ສົມທົບກັນຢ່າງມີປະສິດທິຜົນກັບອົງການຈັດຕັ້ງຢູ່ພາຍໃນ ແລະຕ່າງປະເທດ, ເຮັດໃຫ້ເຂດດິນທີ່ປົນເປື້ອນມົນລະພິດສະອາດເທື່ອລະກ້າວ, ນຳເຂດດິນດັ່ງກ່າວມາຮັບໃຊ້ການຜະລິດ ແລະພັດທະນາຄືນໃໝ່.

ການສົມທົບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນບໍ່ທັນແຕກເຂົ້າໃນເປົ້າໝາຍພັດທະນາແບບຍືນຍົງແມ່ນທິດເດີນທີ່ຈຳເປັນ, ມະນຸດສະທຳ ແລະມີລັກສະນະຍຸດທະສາດ. ນີ້ບໍ່ພຽງແຕ່ແມ່ນໜ້າທີ່ດ້ານເຕັກນິກ ຫຼືມະນຸດສະທຳເທົ່ານັ້ນ, ຫາກຍັງແມ່ນພາກສ່ວນໜຶ່ງໃນຍຸດທະສາດແຫ່ງຊາດ, ປັບປຸງກຳລັງແຮງພາຍໃນປະເທດ, ສ້າງສະພາບແວດລ້ອມທີ່ປອດໄພ ແລະໝັ້ນຄົງ, ຈາກນັ້ນສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ ແລະປົກປັກຮັກສາອະທິປະໄຕແຫ່ງຊາດ.

ໂດຍ: ເຈິ່ນຮວ່ຽນ