ວັນທີ 4 ມິຖຸນາ, ຢູ່ສະຖານທູດຫວຽດນາມ ປະຈໍາ ນະຄອນຫຼວງ Canberra, ອົດສະຕາລີ, ທ່ານ ຟ້າມຮຸ່ງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອົດສະຕາລີ  ໄດ້ໃຫ້ການຕ້ອນຮັບທ່ານນາງ Lynn Bell ເອກອັກຄະລັດຖະທູດອົດສະຕາລີ ຮັບພິດຊອບການຕ້ານການຄ້າມະນຸດ ແລະອາດຊະຍາກໍາຂ້າມຊາດ.

leftcenterrightdel
ຕ້ານການຄ້າມະນຸດຂ້າມຊາຍແດນສຳເລັດຜົນ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານນາງ Lynn Bell ໄດ້ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນລະຫວ່າງກໍາລັງທະຫານຊາຍແດນອົດສະຕາລີ ແລະກະຊວງຕຳຫຼວດຫວຽດນາມ ບົນພື້ນຖານບົດບັນທຶກຊ່ວຍຈໍາວ່າດ້ວຍລະບຽບການຮັບເອົາພົນລະເມືອງຫວຽດນາມ ຄືນໃໝ່ລະຫວ່າງກະຊວງຄຸ້ມຄອງການເຂົ້າອອກເມືອງ ແລະປ້ອງກັນຊາຍແດນອົດສະຕາລີ ແລະກະຊວງຕໍາຫຼວດຫວຽດນາມ ທີ່ໄດ້ລົງນາມໃນປີ 2016. ນອກຈາກນັ້ນທ່ານນາງກໍ່ເນັ້ນໜັກເຖິງຄວາມຈໍາເປັນຂອງການແບ່ງປັນຂໍ້ມູນ, ປະສານສົມທົບກັນໃນການສືບສວນ, ຕ້ານການຄ້າມະນຸດ ກໍ່ຄືຄວາມສໍາຄັນຂອງການພົບເຫັນ, ກ່າວເຕືອນການຫຼອກລວງ.

ສ່ວນທ່ານເອກອັກຄະລັດຖະທູດ ຟ້າມຮຸ່ງເຕີມ ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກໍາລັງປ້ອງກັນຊາຍແດນອົດສະຕາລີ, ກະຊວງຕຳຫຼວດຫວຽດນາມ ແລະສະຖານທູດຫວຽດນາມ ປະຈໍາ ອົດສະຕາລີ ໃນຂົງເຂດສະກັດກັ້ນການຄ້າມະນຸດ, ພິເສດແມ່ນໃນສະພາບການຮ່ວມມືດ້ານການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດກໍາລັງພັດທະນາຢ່າງແຂງແຮງ.

ທ່ານເອກອັກຄະລັດຖະທູດ ຟ້າມຮຸ່ງເຕີມ ສະເໜີໃຫ້ທ່ານນາງເອກອັກຄະລັດຖະທູດ Lynn Bell ແລະກໍາລັງປ້ອງກັນຊາຍແດນອົດສະຕາລີ ສືບຕໍ່ແລກປ່ຽນ, ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງຕຳຫຼວດຫວຽດນາມ ແລະສະຖານທູດຫວຽດນາມ ປະຈຳອົດສະຕາລີ ໃນການແກ້ໄຂບັນຫາທີ່ກ່ຽວຂ້ອງ.

ໂດຍ: ໄຊນີດາ