leftcenterrightdel
ຜູ້ແທນປະຕິບັດພິທີເປີດຕົວສູນເຕັກໂນໂລຊີຍຸດທະສາດ ອົດສະຕາລີ - ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນໂຄງການຮ່ວມມືທີ່ມີລັກສະນະບຸກທະລຸລະຫວ່າງອົດສະຕາລີ ແລະຫວຽດນາມ, ໄດ້ຮັບການຜັນຂະຫຍາຍຜ່ານການເຄື່ອນໄຫວຮ່ວມມືລະຫວ່າງສະຖາບັນເຕັກໂນໂລຊີໄປສະນີໂທລະຄົມ ແລະມະຫາວິທະຍາໄລເຕັກໂນໂລຊີ Sydney.

AVSTC ຈະສ້າງພື້ນຖານທີ່ຂະຫຍັນຂັນເຄື່ອນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວນະວັດຕະກໍາ, ຊຸກຍູ້ການຄົ້ນຄວ້າທີ່ດີເລີດ, ໜູນຊ່ວຍສ້າງນະໂຍບາຍ ແລະບັນດາແອັບພຼີເຄຊັນຕົວຈິງຂອງເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນ, ສໍາຄັນເຊັ່ນ: 5G/6G, ປັນຍາປະດິດ, ທາດເຄິ່ງຊັກນໍາໄຟຟ້າ...

ທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ ເນັ້ນໜັກວ່າ “ອົດສະຕາລີ ມີຄວາມພູມໃຈທີ່ຮ່ວມມືກັບຫວຽດນາມ ເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ ແລະຫັນເປັນດີຈີຕອນ, ສອງປັດໄຈສຳຄັນໃຫ້ແກ່ການເຕີບໂຕເສດຖະກິດຂອງຫວຽດນາມ. ນີ້ແມ່ນພະຍານຫຼັກຖານອັນລະອຽດໃຫ້ແກ່ຄໍາໝັ້ນສັນຍາຂອງອົດສະຕາລີ ໃນການໜູນຊ່ວຍດ້ານວິທະຍາສາດ ແລະນະວັດຕະກຳໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ”.

ໂດຍ: ໄຊຊະນະ