ເມື່ອເນັ້ນໜັກເຖິງການພົວພັນອັນຍາວນານຂອງ Thales ກັບຕະຫຼາດຫວຽດນາມ ແຕ່ 30 ປີຜ່ານມາ, ທ່ານປະລິນຍາເອກ Marko Erman ສະແດງຄວາມເພິ່ງພໍໃຈເມື່ອເຫັນວ່າ ການພົວພັນນີ້ຈົນມາຮອດປະຈຸບັນຍາມໃດກໍ່ຍັງປະຕິບັດຕາມ “ຍຸດທະສາດໄລຍະຍາວ, ຜ່ານການຮ່ວມມືກັບບັນດາບໍລິສັດໃຫຍ່ຂອງຫວຽດນາມ, ຄື: VNPT, Viettel ແລະ FPT".
ກ່ຽວກັບແງ່ຫວັງຮ່ວມມື ຝລັ່ງ-ຫວຽດນາມ, ທ່ານ Erman ສະແດງຄວາມປະເອີບໃຈເມື່ອບັນດາຂໍ້ຕົກລົງສອງຝ່າຍໃນໄລຍະມໍ່ໆມານີ້, ຄື: ສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ລົງນາມລະຫວ່າງ ຝລັ່ງ ແລະຫວຽດນາມ, ໄດ້ສ້າງຕັ້ງຂອບເຂດທີ່ສະດວກໃຫ້ແກ່ການເຄື່ອນໄຫວລົງທຶນດ້ານເຕັກໂນໂລຢີ. ທ່ານໃຫ້ຂໍ້ສັງເກດວ່າ “ຫວຽດນາມ ກຳລັງຢູ່ໃນໄລຍະຫັນປ່ຽນດີຈີຕອນຮອບດ້ານ ແລະມີຄວາມມັກໃຫຍ່ໃຝ່ສູງເປັນປັດໄຈເຕັກໂນໂລຢີສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້. ເລື່ອງເຊັນຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຝລັ່ງ ແລະຫວຽດນາມ ໃນເດືອນຕຸລາ 2024 ໄດ້ເປີດເສັ້ນທາງຮ່ວມມືໄລຍະຍາວໃນຂົງເຂດຍຸດທະສາດ, ພ້ອມທັງເນັ້ນໜັກຄຳໝັ້ນສັນຍາລວມໃນການໜູນຊ່ວຍຫວຽດນາມ ຫັນຄວາມມັກໃຫຍ່ໃຝ່ສູງດ້ານເຕັກໂນໂລຢີຂອງຕົນໃຫ້ປະກົດຜົນເປັນຈິງ”.
    |
 |
ທ່ານປະລິນຍາເອກ Marko Erman, ຫົວໜ້າຫ້ອງຄົ້ນຄວ້າວິທະຍາສາດ, ກຸ່ມບໍລິສັດ Thales. ພາບ: ສໍານັກຂ່າວສານຫວຽດນາມ. |
ກໍ່ຕາມທ່ານ Erman ແລ້ວ, Thales ໄດ້ສະໜອງໃຫ້ກໍາລັງປະກອບອາວຸດຫວຽດນາມ ຫຼາຍເຕັກໂນໂລຢີແຖວໜ້າໃນຂົງເຂດຕ້ານກຳປັ່ນດຳນ້ຳ, ຣາດາ. ບັນດາການແລກປ່ຽນກັບກະຊວງປ້ອງກັນປະເທດຫວຽດນາມ ໄດ້ເພີ່ມທະວີຂຶ້ນໃນຊຸມປີຜ່ານມາ, “ເປີດແງ່ຫວັງທີ່ຕັ້ງໜ້າໃນຂົງເຂດປ້ອງກັນອາກາດ, ຕ້ານເຮືອບິນບໍ່ມີຄົນຂັບ ແລະປ້ອງກັນທະຫານເຮືອ”.
ສຳລັບຄວາມສາມາດຂອງ ຫວຽດນາມ ເຂົ້າຮ່ວມຕ່ອງໂສ້ການສະໜອງທົ່ວໂລກຂອງ Thales, ທ່ານປະລິນຍາເອກ Marko Erman ຖືວ່າ “ກໍາລັງແຮງງານຫວຽດນາມ ໜຸ່ມແໜ້ນ ແລະລະດັບຄວາມຮູ້ສູງ, ສ້າງຄວາມຂະຫຍັນຂັນເຄື່ອນໃນການຄົ້ນຄວ້າ ແລະພັດທະນາກ່ຽວກັບ AI ແລະໝູນໃຊ້ຄວາມປອດໄພດ້ານໄຊເບີ”. ທ່ານກໍ່ໃຫ້ຮູ້ວ່າ ບັນດາພື້ນຖານຄິດໄລ່ AI ຂອງ Thales ຕ້ອງມີບເຄື່ອງອາໄຫຼ່ເອເລັກໂຕນິກສະເພາະ. ດ້ວຍການກຳນົດທິດ ແລະວິຊາສະເພາະຂອງຫວຽດນາມ ໃນຂົງເຂດເອກເລັກໂຕນິກ, ນີ້ອາດຈະແມ່ນຈຸດເລີ່ມຕົ້ນໃນຕ່ອງໂສ້ການສະໜອງ.
ສຳລັບການພັດທະນາກຳລັງຄວາມສາມາດຂອງຫວຽດນາມ, ທ່ານປະລິນຍາເອກ Erman ສະເໜີແນະວ່າ ຫວຽດນາມ ຄວນສືບຕໍ່ຊຸກຍູ້ການພັດທະນາບັນດາຂະແໜງວິທະຍາສາດທີ່ກ່ຽວຂ້ອງເຖິງເຕັກໂນໂລຢີຂໍ້ມູນຂ່າວສານ ແລະລຸລ່ວງທົ່ວລະບົບບຳລຸງສ້າງລະດັບປະລິນຍາຕີ. ພິເສດ, ທ່ານສະເໜີ “ສ້າງຕັ້ງການບຳລຸງສ້າງພື້ນຖານກ່ຽວກັບປັນຍາປະດິດ AI, ສາມາດສົມທົບກັບການບໍາລຸງສ້າງເຕັກນິກລົງເລິກກວ່າກ່ຽວກັບວັດຖຸອຸປະກອນປ້ອງກັນຊາດ”. ຕາມທ່ານແລ້ວ, ການສ້າງຫຼັກສູດບຳລຸງສ້າງຄືແນວນັ້ນຈະມີຜົນປະໂຫຍດຫຼາຍຢ່າງ. ຍ້ອນມີການສົມທົບລະຫວ່າງຄວາມຮູ້ກ່ຽວກັບ AI ແລະຄວາມເຂົ້າໃຈກ່ຽວກັບແອັບພິເຄເຊິນການທະຫານ ຈະຊ່ວຍກຳແໜ້ນຄວາມຮຽກຮ້ອງທີ່ເປັນເອກະລັກສະເພາະຂອງ AI ໃນຂົງເຂດປ້ອງກັນຊາດ.
ທ່ານກໍ່ຖືວ່າ ຄວນສົ່ງເສີມບັນດາໂຄງການແລກປ່ຽນສາກົນ ແລະການໄປທັດສະນະສຶກສາຢູ່ບັນດາສູນຄົ້ນຄວ້າທີ່ມີຊື່ສຽງໃນໂລກ. ສິ່ງນີ້ຈະຊ່ວຍໃຫ້ບັນດານັກຊ່ຽວຊານຂອງ ຫວຽດນາມ ເຂົ້າເຖິງຄວາມກ້າວໜ້າຂອງເຕັກໂນໂລຢີໃໝ່ຫຼ້າສຸດໃນຂົງເຂດສຳຄັນຍິ່ງ. ມີຄວາມພູມໃຈກັບກຸ່ມບໍລິສັດຂອງຕົນ, ທ່ານ Marko Erman ໃຫ້ຮູ້ວ່າ Thales ໄດ້ “ເຮັດວຽກໃນຂົງເຂດ AI ຮັບໃຊ້ບັນດາລະບົບສໍາຄັນກວ່າ 30 ປີມານີ້”. ກຸ່ມບໍລິສັດນີ້ຫາກໍ່ເປີດຕົວຊຸດເພີ່ມຄວາມໄວ AI ທີ່ມີຊື່ວ່າ CortAix, “ໄດ້ເຕົ້າໂຮມເອົານັກຊ່ຽວຊານ AI ຈໍານວນ 800 ຄົນທີ່ເຮັດວຽກກ່ຽວກັບກໍລະນີນຳໃຊ້ AI ຢ່າງລະອຽດໃນຈຳນວນກວ່າ 100 ກໍລະນີ ສຳລັບລະບົບທີ່ສຳຄັນ ແລະພິເສດແມ່ນດ້ານການປ້ອງກັນຊາດ”.
ເຫດການ French Tech Summit Vietnam 2025 ແລະການເລືອກເອົາ “ປີນະວັດຕະກໍາ” ເປັນຫົວຂໍ້ຮ່ວມມືລະຫວ່າງ ຝລັ່ງ ແລະຫວຽດນາມ ຈະປະກອບສ່ວນເພີ່ມທະວີການພົວພັນສອງຝ່າຍ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີສູງ, ໃນນັ້ນ Thales ຈະເຂົ້າຮ່ວມເວທີປາໄສດ້ວຍຫົວຂໍ້ "AI ຮອບດ້ານ: ໜ້າໄວ້ເນື້ອເຊື່ອໃຈ, ມີອະທິປະໄຕ ແລະປອດໄພ”. ດ້ວຍປະສົບການຄົ້ນຄວ້າ ແລະພັດທະນາ AI ມາກວ່າ 30 ປີ ໃຫ້ແກ່ລະບົບສໍາຄັນ, ກຸ່ມບໍລິສັດ Thales ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບຫວຽດນາມ ບໍ່ວ່າປະເທດນີກຳລັງຢູ່ໃນສະພາບການຫັນປ່ຽນດີຈີຕອນຢ່າງແຂງແຮງກໍ່ຕາມ..
ໂດຍ: ແສງເດືອນ