ເປີດກວ້າງພື້ນທີ່ທ່ອງທ່ຽວ
ຕາມມະຕິຕົກລົງສະບັບເລກທີ 60-NQ/TW ລົງວັນທີ 12 ເມສາ 2025 ຂອງຄະນະບໍລິຫານງານສູນກາງພັກ, ໃນໄລຍະຈະມາເຖິງ, ທົ່ວປະເທດຈະມີ 34 ແຂວງ, ນະຄອນແທນທີ່ຈະມີ 63 ແຂວງຄືປະຈຸບັນ. ກົງຈັກການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນມີ 2 ຂັ້ນ, ຄື: ຂັ້ນແຂວງ (ແຂວງ, ນະຄອນຂຶ້ນກັບສູນກາງ) ແລະຂັ້ນຕາແສງ (ຕາແສງ, ເຂດພິເສດຂຶ້ນກັບແຂວງ, ນະຄອນ). ສິ່ງດັ່ງກ່າວໄດ້ເຮັດໃຫ້ຫຼາຍຄົນວິຕົກກັງວົນວ່າ ບັນດາເຄື່ອງໝາຍການຄ້າການທ່ອງທ່ຽວທີ່ມີຕຳແໜ່ງ, ສ້າງຂີດໝາຍມາໄດ້ຫຼາຍປີນັ້ນອາດຈະໄດ້ຮັບຜົນສະທ້ອນ, ສ້າງຄວາມຫຍຸ້ງຍາກໃນວຽກງານໂຄສະນາເຜີຍແຜ່ສະຖານທີ່ທ່ອງທ່ຽວ...
ເຖິງຢ່າງໃດກໍ່ຕາມ, ຕາມບັນດານັກຊ່ຽວຊານແລ້ວ, ການໂຮມບັນດາຫົວໜ່ວຍບໍລິຫານເຂົ້າກັນຈະນຳມາເຊິ່ງກາລະໂອກາດຫຼາຍຢ່າງໃຫ້ແກ່ການພັດທະນາຂະແໜງທ່ອງທ່ຽວ, ເພາະວ່າເມື່ອແຫຼ່ງກຳລັງໄດ້ໂຮມເຂົ້າກັນກໍ່ຈະສ້າງເງື່ອນໄຂພຶດຕິກໍາຕົວຈິງເພື່ອຫັນແຜນນະໂຍບາຍພັດທະນາການທ່ອງທ່ຽວຢູ່ທ້ອງຖິ່ນເປັນລະອຽດ ແລະມີປະສິດທິຜົນກວ່າ.
    |
 |
ນັກທ່ອງທ່ຽວໄປຢ້ຽມຊົມປູຊະນີຍະສະຖານ ກຳແພງເກົ່າ ກວ໋າງຈິ. ພາບ: nhandan.vn |
ທ່ານ ຮສຈ, ດຣ ຟ້າມຮົ່ງລອງ, ຫົວໜ້າພະແນກທ່ອງທ່ຽວ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດ (ມະຫາວິທະຍາໄລແຫ່ງຊາດ ຫວຽດນາມ, ຮ່າໂນ້ຍ) ໃຫ້ຂໍ້ສັງເກດ: ໜຶ່ງໃນບັນດາທ່າໄດ້ປຽບທີ່ສຳຄັນພາຍຫຼັງການໂຮມເຂົ້າກັນແມ່ນຄວາມສາມາດຍູ້ແຮງການຮ່ວມມືພາກພື້ນຢ່າງແຂງແຮງ. ການເປີດກວ້າງກ່ຽວກັບຂົງເຂດ ແລະການສະທ້ອນຂອງແຫຼ່ງຊັບພະຍາກອນທ່ອງທ່ຽວຈະເປັນພື້ນຖານໃຫ້ແກ່ການຮັດແໜ້ນສາຍຮ່ວມສຳພັນ, ການສົມທົບໃນການສົ່ງເສີມ, ພັດທະນາພື້ນຖານໂຄງລ່າງ, ກໍ່ສ້າງລະບົບຜະລິດຕະພັນການທ່ອງທ່ຽວທີ່ອຸດົມສົມບູນ, ໜູນຊ່ວຍເຊິ່ງກັນແລະກັນໃນບໍລິເວນທີ່ກວ້າງໃຫຍ່.
ມີທັດສະນະດຽວກັນ, ທ່ານ ເລກົງນັງ ຜູ້ອໍານວຍການໃຫຍ່ບໍລິສັດ WonderTour ໃຫ້ຮູ້ວ່າ: ດົນນານມາແລ້ວ, ຄວາມບໍ່ຮັດກຸມໃນການຮ່ວມສຳພັນຂອງບາງທ້ອງຖິ່ນ, ຈຸດນັດພົບຍາມໃດກໍ່ຖືວ່າແມ່ນ “ຈຸດອຸດຕັນ” ຂັດຂວາງການພັດທະນາການທ່ອງທ່ຽວຂອງຫວຽດນາມ, ສົ່ງຜົນສະທ້ອນຕໍ່ການເຂົ້າຮ່ວມຄົ້ນຫາທີ່ຫຼາກຫຼາຍ ແລະລາບລື້ນຂອງນັກທ່ອງທ່ຽວ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງບັນດາທ້ອງຖິ່ນໄດ້ໂຮມເຂົ້າກັນແລ້ວ, ຈະຊ່ວຍສ້າງເຂດທ່ອງທ່ຽວທີ່ກວ້າງໃຫຍ່ກວ່າ, ສ້າງພື້ນຖານເພື່ອພັດທະນາບັນດາຜະລິດຕະພັນທ່ອງທ່ຽວລະຫວ່າງເຂດ, ຂ້າມແຂວງທີ່ດຶງດູດໃຈ.
ຕາມທ່ານ ເລກົງນັງ ແລ້ວ, ການໂຮມບັນດາແຂວງ, ນະຄອນເຂົ້າກັນແມ່ນບາດກ້າວຍຸດທະສາດເພື່ອຍົກສູງປະສິດທິຜົນການຄຸ້ມຄອງການທ່ອງທ່ຽວ, ຊ່ວຍໃຫ້ບັນດາທ້ອງຖິ່ນສາມາດລະດົມແຫຼ່ງກຳລັງຢ່າງແຂງແຮງເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມຂະໜາດໃຫຍ່ ແລະເປັນມືອາຊີບ, ມຸ່ງໄປເຖິງບັນດາຕະຫຼາດເປົ້າໝາຍ, ເພີ່ມທະວີຄວາມສາມາດເຂົ້າເຖິງ, ດຶງດູດນັກທ່ອງທ່ຽວ. ການສ້າງເຂດທ່ອງທ່ຽວຂະໜາດໃຫຍ່ທີ່ມີຄວາມສາມາດບົ່ມຊ້ອນພັດທະນາຢ່າງແຂງແຮງກໍ່ຈະດຶງດູດຄວາມສົນໃຈຂອງນັກລົງທຶນ, ຊ່ວຍໃຫ້ມີການດຶງດູດການລົງທຶນທີ່ສະດວກກວ່າ, ຈາກນັ້ນສ້າງໄມ້ງັດໃຫ້ທ້ອງຖິ່ນຍົກລະດັບພື້ນຖານໂຄງລ່າງການທ່ອງທ່ຽວ, ພັດທະນາຜະລິດຕະພັນ, ການບໍລິການໃໝ່.
ສ້າງແຜນທີ່ທ່ອງທ່ຽວແຫ່ງຊາດ
ຫວ່າງມໍ່ໆມານີ້, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ສົ່ງເອກະສານໄປຍັງຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສະເໜີໃຫ້ຮັກສາຊື່ມໍລະດົກວັດທະນະທຳ ແລະທຳມະຊາດໂລກ, ປູຊະນີຍະສະຖານແຫ່ງຊາດພິເສດ, ປູຊະນີຍະສະຖານແຫ່ງຊາດ, ປູຊະນີຍະສະຖານຂັ້ນແຂວງ/ນະຄອນທີ່ໄດ້ຮັບການຮັບຮອງ, ຈັດອັນດັບເພື່ອບໍ່ໃຫ້ປ່ຽນແປງປັດໄຈຫຼັກທີ່ປະກອບເປັນປູຊະນີຍະສະຖານ ກໍ່ຄືບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ, ວິທະຍາສາດຂອງປູຊະນີຍະສະຖານ; ພ້ອມທັງ, ໃຫ້ອັບເດດສະຖານທີ່ຕິດພັນກັບປູຊະນີຍະສະຖານຕາມການສັບຊ້ອນຫົວໜ່ວຍບໍລິຫານໃໝ່.
ດັ່ງນັ້ນ, ພາຍຫຼັງການໂຮມບັນດາແຂວງ, ນະຄອນເຂົ້າກັນ, ຊື່ຂອງບາງຫົວໜ່ວຍບໍລິຫານຈະມີການປ່ຽນແປງ, ແຕ່ຊື່ບັນດາສະຖານທີ່ທີ່ມີຊື່ສຽງ, ປູສະນີຍະສະຖານທີ່ຕິດພັນກັບສີສັນວັດທະນະທຳ ແລະປະຫວັດສາດຂອງທ້ອງຖິ່ນກ່ຽວກັບພື້ນຖານແລ້ວແມ່ນຈະໃຫ້ຮັກສາໄວ້ຄືເກົ່າ ແລະສືບຕໍ່ໄດ້ຮັບການຮັບຮູ້. ຍິ່ງໄປກວ່ານັ້ນ, ໃນສະພາບການຕົວຈິງ, ເມື່ອເລືອກສະຖານທີ່ທ່ອງທ່ຽວ, ນັກທ່ອງທ່ຽວສ່ວນຫຼາຍບໍ່ສົນໃຈວ່າ ບ່ອນນັ້ນຂຶ້ນກັບແຂວງໃດ, ແຕ່ຈະໃຫ້ຄວາມສົນໃຈຫຼາຍເຖິງການບໍລິການ, ຜະລິດຕະພັນ ແລະການເຂົ້າຮ່ວມຄົ້ນຫາລະອຽດທີ່ເຂົາເຈົ້າສາມາດເຂົ້າຮ່ວມໄດ້.
ບັນດານັກຊ່ຽວຊານຖືວ່າ ແທນທີ່ຈະກັງວົນກ່ຽວກັບຄວາມສັບສົນຂອງການເອີ້ນຊື່ບໍລິຫານ, ສິ່ງສໍາຄັນກວ່າແມ່ນບັນດາທ້ອງຖິ່ນຕ້ອງສ້າງຍຸດທະສາດການພັດທະນາການທ່ອງທ່ຽວຢ່າງຄົບຊຸດ, ຄ່ອງແຄ້ວເພື່ອເຮັດໃຫ້ຄຸນຄ່າຂອງຈຸດນັດພົບ, ສະຖານທີ່ທ່ອງທ່ຽວພົ້ນເດັ່ນຂຶ້ນໃນໄລຍະທີ່ທ່ອງທ່ຽວຢູ່ນັ້ນ.
ທ່ານ ຮສຈ, ດຣ ຟ້າມຮົ່ງລອງ ເນັ້ນໜັກວ່າ: ການທ່ອງທ່ຽວແມ່ນຂະແໜງເສດຖະກິດສັງລວມທີ່ມີລັກສະນະລະຫວ່າງຂະແໜງການ, ລະຫວ່າງເຂດ ແລະຫັນເປັນສັງຄົມສູງ, ສະນັ້ນ ບັນດາທ້ອງຖິ່ນພາຍຫຼັງການໂຮມເຂົ້າກັນຕ້ອງມີມາດຕະການລົງທຶນເພື່ອສ້າງເຄື່ອງໝາຍການຄ້າຂອງສະຖານທີ່ທ່ອງທ່ຽວ, ຈຸດນັດພົບຢ່າງຮອບດ້ານ, ໃນນັ້ນຄວນລົງທຶນໃສ່ແຫຼ່ງວັດທະນະທຳເພື່ອເຮັດໃຫ້ສີສັນທີ່ເປັນເອກະລັກໂດດເດັ່ນ, ສ້າງຄວາມແຕກຕ່າງ ແລະເພີ່ມຄວາມສາມາດແກ່ງແຍ້ງໃຫ້ແກ່ສະຖານທີ່ທ່ອງທ່ຽວ, ຈຸດນັດພົບຕ່າງໆ.
ທ່ານ ເລກົງນັງ ເນັ້ນໜັກວ່າ, ໂດຍອີງໃສ່ການກວດກາຄືນລະບົບແຫຼ່ງຊັບພະຍາກອນ, ແຫຼ່ງກຳລັງຂອງທ້ອງຖິ່ນພາຍຫຼັງການໂຮມເຂົ້າກັນແລ້ວ, ຈຳເປັນຕ້ອງໄດ້ສ້າງແຜນຜັງການທ່ອງທ່ຽວໂດຍລວມ ແລະຄົບຊຸດ. ແຜນຜັງນີ້ຕ້ອງກຳນົດເຂດທ່ອງທ່ຽວທີ່ເປັນຈຸດສຸມ, ຜະລິດຕະພັນ ແລະເສັ້ນທາງທ່ອງທ່ຽວລະຫວ່າງເຂດຢ່າງຈະແຈ້ງ ເພື່ອຫຼີກເວັ້ນການຊ້ຳຊ້ອນ, ຮັບປະກັນການເຊື່ອມຕໍ່ ແລະການສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງບັນດາຂົງເຂດ. ຄຽງຂ້າງການສໍາເລັດບັນດາກົນໄກ, ນະໂຍບາຍເພື່ອໜູນຊ່ວຍພັດທະນາການທ່ອງທ່ຽວ, ສົ່ງເສີມການລົງທຶນດ້ານການທ່ອງທ່ຽວ, ໂດຍສະເພາະແມ່ນບັນດາໂຄງການພັດທະນາການທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວສີຂຽວ, ການທ່ອງທ່ຽວສະຫຼາດ, ທ້ອງຖິ່ນຕ່າງໆກໍ່ຕ້ອງມີນະໂຍບາຍບຳລຸງ, ກໍ່ສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ຂອງຂະແໜງທ່ອງທ່ຽວ.
ເປັນທີ່ຈະແຈ້ງແລ້ວວ່າ, ຖ້າຫາກມີການກະກຽມຢ່າງຮອບຄອບ, ເປັນເຈ້ົາການນັ້ນ, ການໂຮມບັນດາແຂວງ, ນະຄອນເຂົ້າກັນຈະເປັນ “ໄມ້ງັດ” ທີ່ມີປະສິດທິຜົນເພື່ອໃຫ້ການທ່ອງທ່ຽວຫວຽດນາມ ໄດ້ຮັບການສ້າງໂຄງປະກອບຄືນໃໝ່ ແລະມີບາດກ້າວບຸກທະລຸຢ່າງແຂງແຮງ, ຍົກສູງກຳລັງແກ່ງແຍ້ງ, ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດໂດຍໄວ.
ໂດຍ: ຈາງຫງວຽນ