leftcenterrightdel
ເຂົ້າຮ່ວມຮອບຄັດເລືອກນີ້ ມີ  146 ແບບຢ່າງກາເຟ. ພາບ: vov.vn

ເຂົ້າຮ່ວມຮອບຄັດເລືອກນີ້ ມີ 97 ແບບຢ່າງກາເຟ Robusta ແລະ 49 ແບບຢາງ ກາເຟ  Arabica ທີ່ມາຈາກບັນດາເຂດປູກກາເຟທີ່ມີຊື່ສຽງຄື: ດັກລັກ, ເລິມດົ່ງ, ຢາລາຍ, ດັກນົງ, ກອນຕຸມ, ກວ໊າງຈິ ແລະ ເຊີນລາ… ໃນໄລຍະແຕ່ວັນທີ 20-23 ເມສາ.

ຄະນະກຳມາທິການ ຈະຕີລາຄາ, ໃຫ້ຄະແນນບັນດາແບບຢ່າງຕາມມາດຕະຖານສາກົນ. ທ່ານ ຈິ້ງດຶກມິງ, ປະທານສະຫະສະມາຄົມກາເຟບວນມາທວດ, ຫົວໜ້າຄະນະຈັດຕັ້ງການປະກວດກາເຟພື້ນບ້ານຫວຽດນາມ ໃຫ້ຮູວ່າ ການປະກວດດດັ່ງກ່າວ ໄດ້ປະກອບສ່ວນຍົກສູງຄຸນຄ່າ ແລະອິດທິພົນຊື່ສຽງຂອງກາເຟ ຫວຽດນາມ: “ປີ 2025  ເລີ່ມປະກົດມີໃບສັ່ງຊື້ສິນຄ້າລອດໃຫຍ່ ແລະໃຫຍ່ສຸດແມ່ນ 30 ໂຕນ, ໄປຄຽງຄູ່ກັນນັ້ນກໍຍັງມີໃບສັ່ງຊື້ຍ່ອຍນຳຊາວກະສິກອນທີ່ຫາກໍ່ເຂົ້າຮ່ວມຕະຫຼາດກາເຟພື້ນບ້ານ.  ທີສອງແມ່ນການປະດິດຄິດສ້າງ, ເຊິ່ງໄດ້ສະແດງຢູ່ບັນດາແບບວິທີປຸງແຕ່ງ ເພື່ອນຳມາເຊິ່ງຄຸນນະພາບດີທີ່ສຸດໃຫ້ແກ່ຜູ້ບໍລິໂພກ.”

ແຫຼ່ງຄັດຈາກ: vovworld.vn