ຕາມບົດລາຍງານດັດຊະນີພັດທະນາມະນຸດ (HDR) ໂດຍອົງການພັດທະນາສະຫະປະຊາຊາດ (UNDP) ປະກາດໃນຕົ້ນເດືອນພຶດສະພາແລ້ວ, ດັດຊະນີພັດທະນາມະນຸດ (HDI) ຂອງຫວຽດນາມ ແມ່ນນອນໃນກຸ່ມປະເທດທີ່ມີລະດັບການພັດທະນາສູງ. ນີ້ແມ່ນຜົນການປະຕິບັດຄຳໝັ້ນສັນຍາຂອງລັດຖະບານຫວຽດນາມ ໃນການຍູ້ແຮງຄວາມກ້າວໜ້າກ່ຽວກັບການພັດທະນາມະນຸດ. ພ້ອມທັງເປັນພະຍານຫຼັກຖານໃຫ້ທັດສະນະມະນຸດແມ່ນໃຈກາງຂອງການພັດທະນາ.

ຫວຽດນາມ ໄດ້ ແລະພວມສືບຕໍ່ກໍ່ສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ, ດ້ວຍນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ  ແລະ ຮັບປະກັນສິດທິມະນຸດ ເຊິ່ງໄດ້ສົມທົບເຂົ້າທຸກຍຸດທະສາດ ແລະໂຄງການພັດທະນາຂອງປະເທດ.

ຜົນສໍາເລັດທີ່ເປັນໜ້າຊື່ນຊົມໃນການພັດທະນາມະນຸດ

ບົດລາຍງານຂອງ UNDP ສະແດງໃຫ້ເຫັນວ່າ: ດັດຊະນີພັດທະນາມະນຸດຂອງຫວຽດນາມ (HDI) ໃນປີ 2023 ບັນລຸລະດັບ 0.766, ຈັດຢູ່ໃນກຸ່ມປະເທດທີ່ມີລະດັບພັດທະນາມະນຸດສູງ, ຢູ່ອັນດັບທີ 93 ໃນຈໍານວນ 193 ປະເທດ ແລະເຂດແຄ້ວນ, ແລະຢູ່ອັນດັບທີ 5 ໃນອາຊີຕາເວັນອອກສ່ຽງໃຕ້, ເພີ່ມຂຶ້ນ 14 ຂັ້ນ ເມື່ອທຽບໃສ່ປີ 2022. ທ່ານນາງ ໂດ໊ເລທູຫງອກ, ຫົວໜ້າພະແນກເຕີບໂຕກວມລວມຂອງ UNDP ປະຈໍາຫວຽດນາມ  ຖືວ່າ: “ຫວຽດນາມ ມີດັດຊະນີ HDI ແມ່ນ 0,766;  ເພີ່ມຂຶ້ນເມື່ອທຽບໃສ່ການສຳຫຼວດຄັ້ງກ່ອນ. ນັບແຕ່ປີ 1990 ມາຮອດປະຈຸບັນ, ດັດຊະນີ HDI ຂອງຫວຽດນາມ ໄດ້ເພີ່ມຂຶ້ນຫຼາຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງລັດຖະບານໃນການຊຸກຍູ້ຄວາມກ້າວໜ້າກ່ຽວກັບການພັດທະນາມະນຸດ. ໃນຂະນະທີ່ບັນດາປະເທດໃນໂລກພວມປະສົບກັບຄວາມຫຍຸ້ງຍາກໃນການຍູ້ໄວຄວາມກ້າວໜ້າກ່ຽວກັບການພັດທະນາມະນຸດ, ຢູ່ ຫວຽດນາມ, ບັນດານະໂຍບາຍຂອງລັດຖະບານ ອາດຈະໄດ້ຮັບການໜູນຊ່ວຍຕາມທິດທີ່ຕັ້ງໜ້າກ່ວາໃນບັນຫາດັ່ງກ່າວ”.

ສ່ວນຕາມບົດລາຍງານຄວາມຜາສຸກໂລກປີ 2025, ຫວຽດນາມ ຢູ່ອັນດັບທີ 46, ເພີ່ມຂຶ້ນ 8 ຂັ້ນ ເມື່ອທຽບໃສ່ປີ 2024. ນີ້ແມ່ນສັນຍານທີ່ຕັ້ງໜ້າ, ສະແດງໃຫ້ເຫັນວ່າ ຄຸນນະພາບການດໍາລົງຊີວິດຂອງປະຊາຊົນໄດ້ຮັບການປັບປຸງຢ່າງຈະແຈ້ງ, ພ້ອມທັງສ່ອງແສງໃຫ້ເຫັນປະສິດທິຜົນທີ່ຕັ້ງໜ້າຂອງບັນດານະໂຍບາຍພັດທະນາມະນຸດ.

leftcenterrightdel
ພິທີປະກາດ “ບົດລາຍງານດັດຊະນີພັດທະນາມະນຸດ ປີ 2025”. ພາບ:  ອົງການພັດທະນາສະຫະປະຊາຊາດ ປະຈໍາຫວຽດນາມ

ເກືອບ 40 ປີແຫ່ງການປ່ຽນແປງໃໝ່, ພັກ ແລະລັດຫວຽດນາມ ໄດ້ຜັນຂະຫຍາຍຫຼາຍໂຄງການເສດຖະກິດ - ສັງຄົມຂະໜາດໃຫຍ່ ເພື່ອແນໃສ່ຮັບປະກັນ ແລະຍົກສູງຄຸນນະພາບການຊົມໃຊ້ສິດທິມະນຸດຂອງປະຊາຊົນທຸກຊັ້ນວັນນະ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນດ້ວຍໝາກຜົນພົ້ນເດັ່ນ, ຄື: ອັດຕາຄວາມທຸກຍາກຫຼາຍດ້ານໃນທົ່ວປະເທດ ໄລ່ລວມໃນປີ 2024 ແມ່ນ 4,06%, ຫຼຸດລົງ 1,65% ເມື່ອທຽບໃສ່ປີ 2023; ອັດຕາການປົກຄຸມການປະກັນສຸຂະພາບທົ່ວປວງຊົນໃນປີ 2024 ບັນລຸ 94,1%; ວຽກງານປົກປັກຮັກສາ ແລະເບິ່ງແຍງດູແລສຸຂະພາບຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ອາຍຸຍືນຂອງປະຊາຊົນກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ; ຫວຽດນາມ ນອນໃນກຸ່ມປະເທດມີລາຍຮັບປານກາງ…

ນອກຈາກນັ້ນ, ຫວຽດນາມ ຍັງບັນລຸຄວາມກ້າວໜ້າພໍສົມຄວນໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະຍົກສູງຄຸນນະພາບຊີວິດຂອງປະຊາຊົນນັບລ້ານຄົນ. ປະຈຸບັນ, ຫວຽດນາມ ໄດ້ປະຕິບັດສຳເລັດຫຼາຍເປົ້າໝາຍກ່ອນເວລາກຳນົດ ທີ່ສະຫະປະຊາຊາດໄດ້ວາງອອກ ໃນເປົ້າໝາຍ ສະຫັດສະວັດ (MDGs), ຄື: ປະຊາຊົນທຸກຄົນມີສະບຽງອາຫານພຽງພໍ; ເດັກນ້ອຍທຸກຄົນຈົບໂຮງຮຽນປະຖົມ; ແມ່ຍິງມີໂອກາດ ແລະໄດ້ຮັບຄວາມເຄົາລົບຄືກັນກັບຜູ້ຊາຍ; ມີເດັກນ້ອຍອາຍຸຕ່ຳກວ່າ 5 ປີຫຼາຍຄົນ ເຕີບໃຫຍ່ດ້ວຍສຸຂະພາບດີ…

ຍູ້ແຮງນະໂຍບາຍກ່ຽວກັບການພັດທະນາມະນຸດ

ທັດສະນະທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຫວຽດນາມ ແມ່ນຖືປະຊາຊົນເປັນໃຈກາງ, ເປັນເຈົ້າກໍາ, ແຫຼ່ງກໍາລັງສໍາຄັນທີ່ສຸດ ແລະເປົ້າໝາຍຂອງການພັດທະນາ, ຮັບປະກັນໃຫ້ປະຊາຊົນທຸກຄົນໄດ້ຊົມໃຊ້ສິດຂອງມະນຸດ.

ໄປຄຽງຄູ່ກັບບັນດາໂຄງການ, ນະໂຍບາຍທີ່ພວມໄດ້ຮັບການປະຕິບັດ, ໃນໄລຍະຈະມາເຖິງ, ຫຼາຍລັດຖະນະໂຍບາຍສຳຄັນໃນຍຸດທະສາດພັດທະນາມະນຸດແບບຍືນຍົງ ເພື່ອພັດທະນາປະເທດແບບຍືນຍົງ ກໍ່ຈະໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ. ໃນນັ້ນ, ສິ່ງທີ່ເປັນໜ້າສົນໃຈ, ກົມການເມືອງໄດ້ຕົກລົງປະຕິບັດການຍົກເວັ້ນຄ່າຮຽນທັງໝົດ ໃຫ້ແກ່ນັກຮຽນປະມານ 2,3 ລ້ານຄົນ, ນັບແຕ່ຊັ້ນອະນຸບານ ເຖິງໂຮງຮຽນມັດທະຍົມຕອນປາຍຂອງລັດ ໃນຂອບເຂດທົ່ວປະເທດ ນັບແຕ່ຕົ້ນສົກຮຽນໃໝ່ 2025-2026. ນະໂຍບາຍຍົກເວັ້ນຄ່າຮຽນແມ່ນເພື່ອແນໃສ່ມຸ່ງໄປເຖິງຄວາມກ້າວໜ້າ ແລະຄວາມຍຸຕິທໍາທາງສັງຄົມ. ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຖືວ່າ: “ນີ້ແມ່ນລັດຖະນະໂຍບາຍໃຫຍ່ທີ່ສຸດ ແລະຈະສົ່ງຜົນກະທົບບໍ່ພຽງແຕ່ຕໍ່ຂະແໜງສຶກສາເທົ່ານັ້ນ ຫາກຍັງສໍາລັບທົ່ວສັງຄົມ; ສ້າງຄວາມຍຸຕິທຳໃນການສຶກສາ, ອຳນວຍຄວາມສະດວກໃຫ້ການສຶກສາທົ່ວໄປ. ນີ້ຈະແມ່ນເງື່ອນໄຂເພື່ອໃຫ້ຂະແໜງສຶກສາສືບຕໍ່ປະຕິບັດການປ່ຽນແປງໃໝ່ ແລະຍົກສູງຄຸນນະພາບການສຶກສາ”.

leftcenterrightdel
ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ-ກໍ່ສ້າງຫວຽດນາມ. ພາບ: giaoducthoidai.vn

ຫຼັງຈາກຍົກເວັ້ນຄ່າຮຽນແລ້ວ, ເມື່ອບໍ່ດົນມານີ້, ທ່ານ ໂຕເລິມ ເລຂາທິການໃຫຍ່  ຍັງເຕື້ອງເຖິງເລື່ອງມຸ່ງໄປເຖິງຍົກເວັ້ນຄ່າປິ່ນປົວຢູ່ໂຮງໝໍ ໃຫ້ທົ່ວປວງຊົນໄລຍະ 2030-2035 ດ້ວຍວິວັດທະນາຫຼຸດຜ່ອນຄ່າປິ່ນປົວໃຫ້ແກ່ປະຊາຊົນ. ແຜນນະໂຍບາຍນີ້ແມ່ນບາດກ້າວບຸກທະລຸໃຫຍ່, ສະແດງໃຫ້ເຫັນຈິດໃຈລັດເພື່ອປະຊາຊົນ, ຖືຄຸນນະພາບຊີວິດຂອງປະຊາຊົນເປັນໃຈກາງ.

ຮຈ.ປອ ບຸ່ຍທິອານ, ປະທານສະມາຄົມນັກປັນຍາຊົນຍິງຮ່າໂນ້ຍ ເນັ້ນໜັກວ່າ: “ຂ້າພະເຈົ້າຖືວ່າ ນີ້ແມ່ນນະໂຍບາຍທີ່ຖືກຕ້ອງ, ເປັນການຫັນ ນະໂຍບາຍຂອງພັກກອມມູນິດຫວຽດນາມ ແຕ່ກ່ອນມາຮອດປະຈຸບັນໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນຍາມໃດກໍ່ເອົາໃຈໃສ່ເຖິງການຮັບປະກັນສັງຄົມ, ຖືປະຊາຊົນເປັນກົກ ແລະເປັນໃຈກາງຂອງທຸກການເຄື່ອນໄຫວໃນທຸກຂົງເຂດ. ການຕັດສິນໃຈນີ້ບໍ່ພຽງແຕ່ມີລັກສະນະບຸກທະລຸໃນໄລຍະຈະມາເຖິງ, ເພື່ອໃຫ້ສະຫວັດດີການສັງຄົມໃນທ່ົວປວງຊົນ ມີຄວາມສະເໝີພາບກວ່າເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນປະຊາຊົນຫວຽດນາມທຸກຄົນທີ່ດຳລົງຊີວິດຢູ່ປະເທດນີ້ລ້ວນແຕ່ມີສິດຊົມໃຊ້ສະຫວັດດີການ. ນີ້ກໍແມ່ນບາດກ້າວບຸກທະລຸໃຫຍ່ທີ່ສຸດໃນບັນຫາຮັບປະກັນຊີວິດສັງຄົມຂອງຫວຽດນາມ ໃນໄລຍະປະຈຸບັນ.

ບັນດານະໂຍບາຍ ແລະຍຸດທະສາດພັດທະນາຂອງຫວຽດນາມ ລ້ວນແຕ່ໄດ້ຮັບການສ້າງຂຶ້ນ ດ້ວຍເປົ້າໝາຍຕອບສະໜອງຄວາມຕ້ອງການຂອງມະນຸດ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ສ້າງເງື່ອນໄຂໃຫ້ທຸກຄົນໄດ້ເຂົ້າຮ່ວມໃນວິວັດການພັດທະນາ. ສິ່ງດັ່ງກ່າວໄດ້ນຳມາເຊິ່ງການປ່ຽນແປງຢ່າງຕັ້ງໜ້າໃນຍຸດທະສາດພັດທະນາລວມຂອງປະເທດຊາດ ກໍຄືໃນການພັດທະນາຢ່າງຮອບດ້ານຂອງນະມຸດເວົ້າສະເພາະ.

ໂດຍ: ທູຈາງ