ວັນໜ່ວຍໂລກ ປີ 2025 ຮຽກຮ້ອງການພັດທະນາແບບຍືນຍົງ
ວັນທີ 22 ເມສາ, ທົ່ວໂລກສະເຫຼີມສະຫຼອງວັນໜ່ວຍໂລກ. ເລີ່ມຕົ້ນສານສະເຫຼີມສະຫຼອງວັນໜ່ວຍໂລກ 2025, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ ທາດພິດເຮືອນແກ້ວຈາກການນຳໃຊ້ເຊື້ອເພີງຟອກຊິວ ແມ່ນສາຍເຫດເຮັດໃຫ້ໜ່ວຍໂລກອຸ່ນຂຶ້ນ, ເກີດໄຟໄໝ້ປ່າ, ໄພນ້ຳຖ້ວມ ແລະແດດຮ້ອນຢ່າງຮ້າຍແຮງ, ທຳລາຍວິທີຫາເງິນລ້ຽງຊີບຂອງປະຊາຊົນ ແລະກໍ່ຜົນສະທ້ອນເຖິງຊີວິດອິນຊີຂອງປະຊາຊົນ.
ອົງການອະນາໄມໂລກ (WHO) ຄາດຄະເນວ່າ, ນັບແຕ່ປີ 2030 ຮອດປີ 2050, ການປ່ຽນແປງຂອງດິນຟ້າອາກາດຈະເຮັດໃຫ້ມີຜູ້ເສຍຊີວິດປະມານ 250.000 ຄົນ ຕໍ່ປີ.
ເນື່ອງໃນໂອກາດວັນໜ່ວຍໂລກ 2025, ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ໂຮມປະຊຸມດ້ວຍການເຂົ້າຮ່ວມຂອງລະບົບ ສປຊ ແລະຫຼາຍຝ່າຍທີ່ກ່ຽວຂ້ອງ, ຄື: ບັນດານັກຊ່ຽວຊານເອກະລາດ, ສະຖາບັນຄົ້ນຄວ້າ. ຄາດວ່າ, ກອງປະຊຸມຈະມີການເຂົ້າຮ່ວມຂອງປະຊາຊົນປະຈຳຖິ່ນ ແລະ ປະຊາຄົມທ້ອງຖິ່ນ.
ແຫຼ່ງຄັດຈາກ: vovworld.vn