ໃນຊຸມປີມໍ່ໆມານີ້, AI ໄດ້ ແລະພວມແຊກຊຶມເຂົ້າຂົງເຂດການຜະລິດ, ການບໍລິການ, ການສຶກສາ, ສາທາລະນະສຸກ ແລະຂະແໜງອາຊີບອື່ນໆ. ເຕັກໂນໂລຊີ AI ສາມາດຫັນການເຮັດວຽກທີ່ຊໍ້າໄປຊໍ້າມາເປັນອັດຕະໂນມັດ, ນັບແຕ່ການເບິ່ງແຍງລູກຄ້າຜ່ານທາງສູນ, ການປ້ອນຂໍ້ມູນຕະຫຼອດຮອດການສ້າງເນື້ອຫາ ແລະຊໍ້າບໍ່ໜໍາແມ່ນການຂຽນ code ຄືກັບວິສະວະກອນຊອບແວ. ສິ່ງນີ້ນໍາເອົາຜົນປະໂຫຍດທີ່ຈະແຈ້ງກ່ຽວກັບປະສິດທິຜົນຂອງວຽກງານ ແລະການປະຢັດຄ່າໃຊ້ຈ່າຍ, ເຖິງຢ່າງໃດກໍ່ຕາມ, ກໍ່ຍັງວາງອອກຄໍາຖາມໃຫຍ່: AI ຈະສົ່ງຜົນກະທົບແນວໃດຕໍ່ວຽກງານຂອງຜູ້ອອກແຮງງານພື້ນເມືອງນັບຫຼາຍລ້ານຄົນ?

ຕາມບົດລາຍງານຂອງເວທີປາໄສເສດຖະກິດໂລກ (WEF) ປີ 2023, ໃນທົ່ວໂລກມີວຽກເຮັດງານທຳປະມານ 83 ລ້ານວຽກ ສາມາດປ່ຽນແທນໄດ້ຍ້ອນລະບົບອັດຕະໂນມັດ, ໃນຂະນະນັ້ນການສ້າງວຽກເຮັດງານທຳໃໝ່ມີແຕ່ 69 ລ້ານວຽກເທົ່ານັ້ນ. ຢູ່ຫວຽດນາມ, ບັນດາຂະແໜງເຊັ່ນ: ຕໍ່າແຜ່ນຕັດຫຍິບ, ເກີບໜັງ, ການປຸງແຕ່ງສະບຽງອາຫານພວມປະເຊີນໜ້າກັບຄວາມສ່ຽງສູງທີ່ອາດຈະຖືກປ່ຽນແທນດ້ວຍເຄື່ອງຈັກ ແລະເຕັກໂນໂລຊີອັດຕະໂນມັດ. ເຖິງຢ່າງໃດກໍ່ຕາມ, ປ່ຽນແທນໃຫ້ແກ່ການຮັບຮູ້ AI ວ່າ ເປັນສິ່ງທ້າທາຍດ້ານວຽກເຮັດງານທໍາ, ນັກຊ່ຽວຊານຫຼາຍຄົນ ຖືວ່າ AI ກໍ່ເປີດໂອກາດໃໝ່ແກ່ຜູ້ອອກແຮງງານ, ພິເສດແມ່ນໃນບັນດາຂະແໜງອາຊີບທີ່ກ່ຽວຂ້ອງເຖິງເຕັກໂນໂລຊີສູງ.

leftcenterrightdel
ການນຳໃຊ້ເຕັກໂນໂລຊີດີຈີຕອນຢູ່ໂຮງງານຕັດຫຍິບສົ່ງອອກ ຂຶ້ນກັບບໍລິສັດຫຸ້ນສ່ວນກຸ່ມບໍລິສັດຕຽນເຊີນ (ແຂວງແທັງຮວ໊າ). ພາບ: ຟ້າມຮຶງ.

ຕົວຢ່າງຄື, AI ສາມາດຊ່ວຍຍົກສູງສະມັດຕະພາບແຮງງານ, ເປີດກວ້າງບັນດາຂົງເຂດປະດິດສ້າງ, ຫຼື ໜູນຊ່ວຍໃນບັນດາວຽກງານທີ່ຮຽກຮ້ອງຕ້ອງມີຈິນຕະນາການທີ່ສັບສົນ ຄື ສາທາລະນະສຸກ, ການສຶກສາ ຫຼື ການຄົ້ນຄວ້າວິທະຍາສາດ. ຄຽງຂ້າງການບໍາລຸງສ້າງທັກສະໃໝ່, ບັນດາວິສາຫະກິດ ກໍຕ້ອງມີຄວາມຮັບຜິດຊອບໃນການຜັນຂະຫຍາຍເຕັກໂນໂລຊີ AI. ປ່ຽນແທນໃຫ້ແກ່ການຄັດຖ່າຍແຮງງານອອກເປັນຈໍານວນຫຼວງຫຼາຍນັ້ນ ວິສາຫະກິດ ຕ້ອງສ້າງແຜນການບໍາລຸງສ້າງຢູ່ພາຍໃນ, ຊ່ວຍໃຫ້ພະນັກງານມີຄວາມລຶ້ງເຄີຍ ແລະຮ່ວມມືກັບ AI ແທນທີ່ຈະປະເຊີນໜ້າກັບມັນ. 

ທ່ານ ຫງວຽນຊວນຕຸ່ງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ Golden Star Media (ຮ່າໂນ້ຍ) ຖືວ່າ ສໍາລັບລັດ, ສິ່ງທີ່ສຳຄັນກ່ອນໝູ່ແມ່ນຕ້ອງສ້າງ ແລະຜັນຂະຫຍາຍນະໂຍບາຍບໍາລຸງສ້າງຄືນໃໝ່ ແລະຍົກສູງທັກສະຢ່າງມີລະບົບ, ເຂົ້າເຖິງງ່າຍ ແລະສອດຄ່ອງກັບແຕ່ລະເປົ້າໝາຍ. ບັນດາໂຄງການນີ້ຕ້ອງຕິດພັນກັບສະພາບຕົວຈິງ, ສົມທົບລະຫວ່າງການບໍາລຸງສ້າງອາຊີບພື້ນເມືອງ ແລະຄວາມຮູ້ເຕັກໂນໂລຊີດີຈີຕອນພື້ນຖານ. ຄຽງຂ້າງນັ້ນ, ລັດ ຕ້ອງລົງທຶນໃສ່ພື້ນຖານໂຄງລ່າງການສຶກສາອາຊີບທີ່ທັນສະໄໝ, ສົ່ງເສີມບັນດາຮູບແບບບໍາລຸງສ້າງຢູ່ກັບທີ່, ຮຽນຕະຫຼອດຊີວິດ ແລະເອົາໃຈໃສ່ເປັນພິເສດເຖິງກຸ່ມແຮງງານທີ່ມີຄວາມສ່ຽງສູງທີ່ອາດຈະຖືກປ່ຽນແທນ. ສໍາລັບວິສາຫະກິດ, ເຂົາເຈົ້າ ແມ່ນຜູ້ທີ່ເຂົ້າໃຈດີທີ່ສຸດວ່າທັກສະໃດພວມຂາດແຄນ ແລະສາມາດເປັນເຈົ້າການຈັດຕັ້ງໂຄງການຝຶກແອບ, ຫັນປ່ຽນວຽກງານພາຍໃນ. ວິສາຫະກິດ ກໍຕ້ອງປ່ຽນແປງມູມມອງ, ນັ້ນແມ່ນການລົງທຶນໃສ່ຜູ້ອອກແຮງງານ ເຊິ່ງບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບທາງສັງຄົມເທົ່ານັ້ນ ຫາກຍັງແມ່ນຍຸດທະສາດອັນຍາວນານ ເພື່ອເພີ່ມຄວາມສາມາດແກ່ງແຍ້ງ. ປັດໄຈທີ່ສຳຄັນໜຶ່ງອີກ ແມ່ນປ່ຽນແປງຄວາມຮັບຮູ້ຂອງຜູ້ອອກແຮງງານ ນັ້ນເອງ.

ກໍຕາມທ່ານ ຫງວຽນຊວນຕຸ່ງ, ເບິ່ງລວມແລ້ວສາມາດເຫັນໄດ້ວ່າ, AI ຊ່ວຍເພີ່ມສະມັດຕະພາບແຮງງານ, ຫັນເປັນອັດຕະໂນມັດບັນດາວຽກງານທີ່ເຮັດຊ້ຳໄປຊໍ້າມາ, ເປີດກາລະໂອກາດອັນໃຫຍ່ຫຼວງໃນບັນດາຂົງເຂດ, ຄື: ກະສິກຳອັດສະລິຍະ, ຜະລິດເຕັກໂນໂລຊີສູງ, ການບໍລິການດີຈີຕອນ, ການສຶກສາອອນລາຍ. ດ້ວຍປະຊາກອນໜຸ່ມ, ມີຄວາມພິກໄຫວຕໍ່ເຕັກໂນໂລຊີ, ຫວຽດນາມ ສາມາດນຳໃຊ້ AI ໄດ້ຢ່າງເຕັມທີ່ເພື່ອຮັດແຄບຊ່ອງຫວ່າງພັດທະນາກັບບັນດາປະເທດທີ່ກ້າວໜ້າ. ເຖິງຢ່າງໃດກໍ່ຕາມ,  ສິ່ງທ້າທາຍໃຫຍ່ທີ່ສຸດແມ່ນຄວາມສ່ຽງທີ່ອາດຈະເກີດຄວາມບໍ່ສະເໝີພາບໃນການເຂົ້າເຖິງເຕັກໂນໂລຊີ. ນອກຈາກນີ້, ພື້ນຖານໂຄງລ່າງດ້ານຂໍ້ມູນ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ,  ກໍຄືກອບນິຕິກໍາເພື່ອຄຸ້ມຄອງ AI ຢ່າງມີປະສິດທິຜົນ ຍັງເປັນບັນຫາທີ່ຕ້ອງໄດ້ແກ້ໄຂ.

ການຫັນປ່ຽນອາຊີບໃນຍຸກ AI ເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້. ເຖິງຢ່າງໃດກໍ່ຕາມ, ຖ້າຮູ້ໝູນໃຊ້ໂອກາດ ແລະກະກຽມຢ່າງລະອຽດ, ພວກເຮົາ ສາມາດຫັນສິ່ງທ້າທາຍກາຍເປັນກໍາລັງໜູນເພື່ອພັດທະນາ. ລັດຖະບານ, ວິສາຫະກິດ ແລະຜູ້ອອກແຮງງານຕ້ອງຮ່ວມແຮງຮ່ວມໃຈກັນສ້າງຍຸດທະສາດຫັນປ່ຽນອາຊີບຢ່າງສົມເຫດສົມຜົນ, ຊ່ວຍໃຫ້ກຳລັງແຮງງານຫວຽດນາມ ບືນຕົວຂຶ້ນໃນຍຸກດີຈີຕອນ.

ໂດຍ: ໄຊຊະນະ