ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ດັ້ງຮ່ວາງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງຄວາມໝາຍຢ່າງເລິກເຊິ່ງຕໍ່ກັບຫວຽດນາມ, ເປັນບ່ອນທີ່ພຸດທະສາສະໜາໄດ້ຕິດພັນຢ່າງສະໜິດແໜ້ນໃນການດຳລົງຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງຊາດຫວຽດນາມ ໃນຕະຫຼອດເວລາກວ່າ 2.000 ປີແຫ່ງປະຫວັດສາດ. ທ່ານເນັ້ນໜັກວ່າ ທິດສະດີເມດຕາປານີ, ພູມປັນຍາ ແລະສັນຕິພາບຂອງພະພຸດທະເຈົ້າ ແມ່ນເຂັມຊີ້ທິດ ເພື່ອໃຫ້ມວນມະນຸດຜ່ານຜ່າສິ່ງທົດສອບ ແລະສ້າງປະຊາຄົມທົ່ວໂລກມີຄວາມສະໜິດຕິດພັນ, ເຄົາລົບເຊິ່ງກັນ ແລະກັນ ແລະພັດທະນາແບບຍືນຍົງ. ນີ້ກໍ່ແມ່ນບັນດາຄຸນຄ່າອັນສູງສົ່ງສ່ອງແສງບັນດາຫຼັກການພື້ນຖານຂອງສະຫະປະຊາຊາດ.
ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກໍ່ແຈ້ງໃຫ້ຊາບວ່າ ຫວຽດນາມ ຫາກໍ່ຈັດງານບຸນວິສາຂະບູຊາສະຫະປະຊາຊາດ 2025 ດ້ວຍຫົວຂໍ້ “ຄວາມສາມັກຄີ ແລະໂອບເອື້ອອາລີເພື່ອກຽດສັກສີ: ພູມປັນຍາຂອງພຸດທະສາສະໜາ ສຳລັບສັນຕິພາບ ແລະການພັດທະນາແບບຍືນຍົງ” ຢ່າງສຳເລັດຜົນ, ໂດຍໄດ້ເຕົ້າໂຮມບັນດາພະສົງສຳມະເນນ, ຜູ້ແທນພຸດທະສາສະນິກກະຊົນ ມາຈາກຫຼາຍປະເທດເຂົ້າຮ່ວມ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image