ນັ້ນແມ່ນ: ການພັດທະນາເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນທີ່ສຸດ ເພື່ອພ້ອມກັບຂະແໜງເສດຖະກິດອື່ນສ້າງພື້ນຖານເສດຖະກິດຕະຫຼາດໃຫ້ຄົບຖ້ວນ, ຫັນຄວາມຄາດຫວັງຢາກສ້າງປະເທດຫວຽດນາມ ສັງຄົມນິຍົມທີ່ມີປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລໃຫ້ປະກົດຜົນເປັນຈິງ.
ໃນໄລຍະຜ່ານມາ, ເສດຖະກິດເອກະຊົນໄດ້ປະກອບສ່ວນຕົ້ນຕໍເຂົ້າໃນຊີວິດທີ່ “ອີ່ມໜຳສຳລານ” ໂດຍຜ່ານການສ້າງວຽກເຮັດງານທຳ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງເງື່ອນໄຂດຳລົງຊີວິດໃຫ້ດີຂຶ້ນ, ການເຕີບໂຕແບບຍືນຍົງ ແລະຮອບດ້ານຢູ່ຫວຽດນາມ.
ປັບປຸງການກໍານົດທິດສັງຄົມນິຍົມ
ໃນເກືອບ 4 ທົດສະວັດຜ່ານມາ, ເສດຖະກິດເອກະຊົນໄດ້ເຕີບໂຕຢ່າງແຂງແຮງ. ດ້ວຍວິສາຫະກິດປະມານ 940 ພັນກວ່າແຫ່ງ ແລະ 5 ລ້ານກວ່າຄົວເຮືອນດຳເນີນທຸລະກິດ, ວິສາຫະກິດກະສິກຳ, ຟາມ, ວິສາຫະກິດສ່ວນບຸກຄົນນັບລ້ານຄອບຄົວ, ປະຈຸບັນ, ເສດຖະກິດເອກະຊົນປະກອບສ່ວນປະມານ 50% GDP, ຫຼາຍກວ່າ 30% ຂອງລາຍຮັບງົບປະມານແຫ່ງລັດທັງໝົດ ແລະນໍາໃຊ້ແຮງງານທັງໝົດ 82% ເຂົ້າໃນການເຕີບໂຕເສດຖະກິດ ແລະສ້າງວຽກເຮັດງານທຳ.
    |
 |
ກໍາມະກອນບໍລິສັດ ເຕິນອາດ້າຍແທ່ງ ກໍາລັງເຮັດວຽກ. ພາບ: nhandan.vn |
ເສດຖະກິດເອກະຊົນໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ. ຈາກພື້ນຖານເສດຖະກິດປິດປະຕູ, ປິດແຈບ, ປະຈຸບັນ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 22 ໃນທົ່ວໂລກ, ດ້ວຍຄວາມສາມາດປັບຕົວ ແລະລະດັບຕ້ານທານຂອງພື້ນຖານເສດຖະກິດນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ພຶດຕິກໍາຕົວຈິງໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນວ່າ, ດ້ວຍທິດນຳການປັບຕົວຢ່າງປອດໄພ, ມີໄຫວພິບ, ເສດຖະກິດເອກະຊົນໄດ້ສວມບົດບາດຫຼັກແຫຼ່ງເພື່ອໃຫ້ຫວຽດນາມ ຜ່ານຜ່າຜົນກະທົບທາງລົບຂອງພະຍາດໂຄວິດ-19 ໄດ້ຢ່າງເຂັ້ມແຂງ, ຕໍ່ມາແມ່ນການເສື່ອມໂຊມເສດຖະກິດທົ່ວໂລກ ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ.
ເສດຖະກິດເອກະຊົນກໍ່ປະກອບສ່ວນສ້າງຂີດໝາຍພິເສດກ່ຽວກັບການເຕີບໂຕເສດຖະກິດໄປພ້ອມກັບຄວາມກ້າວໜ້າຂອງສັງຄົມ, ບັນດາປັດໄຈສັງຄົມ, ຄວາມສະເໝີພາບ, ສະພາບແວດລ້ອມ, ນິເວດ.
ໃນເກືອບ 40 ປີທີ່ຜ່ານມາ, ເສດຖະກິດເອກະຊົນໄດ້ສ້າງວຽກເຮັດງານທຳຫຼາຍສິບລ້ານວຽກ. ໄລ່ຮອດປີ 2024, ມີຜູ້ອອກແຮງງານ 42 ລ້ານກວ່າຄົນກຳລັງເຮັດວຽກຢູ່ເຂດເສດຖະກິດເອກະຊົນ, ສ້າງວຽກເຮັດງານທຳ ແລະການຫາເງິນລ້ຽງຊີບໃຫ້ແກ່ກຳລັງແຮງງານທີ່ຢູ່ໃນເກນອາຍຸອອກແຮງງານໃນທົ່ວປະເທດໄດ້ກວ່າ 82%.
ບັນດາວິສາຫະກິດເອກະຊົນໄດ້ລື່ນກາຍຂົງເຂດລັດວິສາຫະກິດໃນດ້ານລາຍຮັບຂອງຜູ້ອອກແຮງງານ ແລະຊ່ອງຫວ່າງນີ້ນັບມື້ນັບກວ້າງອອກຕື່ມ. ໃນປີ 2023 ຍອດລາຍຮັບທີ່ວິສາຫະກິດເອກະຊົນພາຍໃນປະເທດໄດ້ສ້າງໃຫ້ຜູ້ອອກແຮງງານບັນລຸ 1,17 ລ້ານຕື້ດົງ (46,8 ຕື້ໂດລາສະຫະລັດ), ເທົ່າກັບປະມານ 10% GDP ຂອງທົ່ວປະເທດໃນປີດຽວກັນ.
ບໍ່ພຽງແຕ່ຮັບປະກັນການຫາເງິນລ້ຽງຊີບເທົ່ານັ້ນ, ລາຍຮັບທີ່ເພີ່ມຂຶ້ນຂອງຜູ້ອອກແຮງງານວິສາຫະກິດເອກະຊົນໄດ້ຊ່ວຍເພີ່ມຍອດລາຍຮັບ, ຄວາມສາມາດການໃຊ້ຈ່າຍ ແລະຜ່ານນັ້ນຊຸກຍູ້ການເຕີບໂຕຂອງພື້ນຖານເສດຖະກິດ, ພິເສດແມ່ນຜ່ານການເພີ່ມການຊົມໃຊ້ຢູ່ພາຍໃນປະເທດ.
ຫັນຄຸນຄ່າແກ່ນສານໃຫ້ປະກົດຜົນເປັນຈິງ
ເສດຖະກິດເອກະຊົນກໍ່ມີການປະກອບສ່ວນສຳຄັນເຂົ້າໃນເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ. ປີ 2024, GDP ສະເລ່ຍຕໍ່ຫົວຄົນຂອງປະເທດ ບັນລຸ 4.700 ໂດລາສະຫະລັດ, ກ້າວເຂົ້າໃກ້ລາຍຮັບປານກາງສູງ. ລະດັບລາຍຮັບນີ້ແມ່ນສູງທົບ 50 ເທົ່າເມື່ອທຽບໃສ່ກັບ 86 ໂດລາສະຫະລັດ/ຄົນ/ປີ ໃນປີ 1988, ເມື່ອຫວຽດນາມ ເລີ່ມເປີດກວ້າງພື້ນຖານເສດຖະກິດ.
ເສດຖະກິດເອກະຊົນໄດ້ປະກອບສ່ວນຊ່ວຍໃຫ້ພວກເຮົາຄ່ອຍໆຫັນເປົ້າໝາຍ “ປະຊາຊົນຮັ່ງມີ” ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ນິຍາມ “ປະເທດຊາດເຂັ້ມແຂງ” ສາມາດຮັບຮູ້ໄດ້ຈາກມູມມອງຂອງມູນຄ່າເຄື່ອງໝາຍການຄ້າແຫ່ງຊາດຂອງຫວຽດນາມ ເຊິ່ງມາຮອດປະຈຸບັນບັນລຸ 507 ຕື້ໂດລາສະຫະລັດ, ຢືນອັນດັບ 32 ໃນໂລກ.
ການປະກອບສ່ວນຂອງເສດຖະກິດເອກະຊົນຈະມີຄວາມສຳຄັນກວ່າ, ພິເສດແມ່ນໃນສະພາບການທີ່ພັກ ແລະລັດ ພວມຕັ້ງໜ້າຊຸກຍູ້ຫຼາຍໂຄງການເພື່ອແນໃສ່ເພີ່ມທະວີສະຫວັດດີການສັງຄົມໃຫ້ແກ່ປະຊາຊົນ, ຕົວຢ່າງຄື ນະໂຍບາຍການຍົກເວັ້ນຄ່າຮຽນທັງໝົດໃຫ້ນັກຮຽນອະນຸບານຈົນເຖິງມັດທະຍົມຕອນປາຍຂອງລັດໃນທົ່ວປະເທດ; ມີແຜນນະໂຍບາຍກວດສຸຂະພາບແຕ່ລະໄລຍະໃຫ້ປະຊາຊົນຢ່າງໜ້ອຍປີລະ 1 ຄັ້ງ, ກ້າວໄປສູ່ການເຂົ້າໂຮງໝໍຟຣີໃຫ້ທົ່ວປວງຊົນໃນໄລຍະປີ 2030-2035 ຫຼື ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພ ແລະອີກຫຼາຍໂຄງການ, ນະໂຍບາຍດ້ານການບໍລິການສັງຄົມ ແລະສະຫວັດດີການສັງຄົມອື່ນ.
ສະນັ້ນ, ເສດຖະກິດເອກະຊົນບໍ່ພຽງແຕ່ແມ່ນກຳລັງໜູນທີ່ສຳຄັນທີ່ສຸດຂອງພື້ນຖານເສດຖະກິດເທົ່ານັ້ນ. ການປະກອບສ່ວນຂອງເສດຖະກິດເອກະຊົນກ່ຽວກັບຄວາມກ້າວໜ້າຂອງສັງຄົມ, ການພັດທະນາສັງຄົມຄືດັ່ງທີ່ກ່າວມາຂ້າງເທິງນັ້ນສະແດງໃຫ້ເຫັນວ່າ ການພັດທະນາເສດຖະກິດເອກະຊົນບໍ່ຂັດກັບການກຳນົດທິດສັງຄົມນິຍົມ, ເຊິ່ງມັນສອດຄ່ອງກັບເສັ້ນທາງສັງຄົມນິຍົມຂອງພື້ນຖານເສດຖະກິດຕະຫຼາດທີ່ພວກເຮົາໄດ້ຄັດເລືອກຢ່າງແທ້ຈິງ.
ໂດຍ: ຈາງຫງວຽນ