ທ່ານນາຍົກລັດຖະມົນຕີ ໄດ້ເລືອກເອົາວັນທີ 20 ເມສາ ໃນແຕ່ລະປີເປັນວັນເຄື່ອງໝາຍການຄ້າຫວຽດນາມ ແລະສັບປະດາເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ແລະເວທີປາໄສເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ 2025 ດຳເນີນໄປແຕ່ວັນທີ 15 ເມສາ ຫາວັນທີ 21 ເມສາ 2025. ນີ້ແມ່ນເຫດການປະຈໍາປີ ແລະດຶງດູດຄວາມສົນໃຈຂອງຫຼາຍກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການສົ່ງເສີມການຄ້າພາຍໃນ ແລະຕ່າງປະເທດ, ນັກຊ່ຽວຊານດ້ານເສດຖະກິດ ແລະປະຊາຄົມວິສາຫະກິດ, ເປັນຕົ້ນແມ່ນບັນດາວິສາຫະກິດທີ່ມີຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ດ້ວຍການປ່ຽນແປງໃໝ່ປະດິດສ້າງຫຼາຍຢ່າງ.
ຕາມການຕີລາຄາຂອງ Brand Finance ແລ້ວ, ໃນຊຸມປີມໍ່ໆມານີ້, ເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງກ້າວກະໂດດຂັ້ນ. ຫວຽດນາມ ບໍ່ພຽງແຕ່ຢູ່ໃນທອັບ 100 ປະເທດທີ່ມີເຄື່ອງໝາຍການຄ້າທີ່ເຂັ້ມແຂງເທົ່ານັ້ນ, ຫາກຍັງເປັນປະເທດທີ່ມີລະດັບການເຕີບໂຕມູນຄ່າເຄື່ອງໝາຍການຄ້າໄວທີ່ສຸດໃນໂລກ ໃນໄລຍະ 2019-2022 ອີກດ້ວຍ. ມູນຄ່າເຄື່ອງໝາຍການຄ້າຂອງຫວຽດນາມ ປີ 2024 ຢູ່ອັນດັບທີ 32 ໃນຈຳນວນ 193 ປະເທດ ທີ່ໄດ້ຮັບການຕີລາຄາ, ບັນລຸ 507 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 1 ອັນດັບ ແລະເພີ່ມ 2% ກ່ຽວກັບມູນຄ່າເມື່ອທຽບໃສ່ປີ 2023. ນີ້ແມ່ນໝາກຜົນທີ່ພາກພູມໃຈ, ຢັ້ງຢືນປະສິດທິຜົນຂອງນະໂຍບາຍການພັດທະນາເສດຖະກິດ ແລະນະໂຍບາຍເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງເຊິ່ງຫວຽດນາມ ຢຶດໝັ້ນປະຕິບັດຢ່າງບໍ່ຢຸດຢັ້ງ. ດ້ວຍບັນດາຄຸນຄ່າຫຼັກ, ຄື: ຄຸນນະພາບ - ການປ່ຽນແປງໃໝ່ປະດິດສ້າງ - ກໍາລັງຄວາມສາມາດນໍາໜ້າ, ໂຄງການເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ໄດ້ປະກອບສ່ວນໜູນຊ່ວຍບັນດາວິສາຫະກິດສ້າງເຄື່ອງໝາຍການຄ້າໃຫ້ເຂັ້ມແຂງ, ຍົກສູງອິດທິພົນຊື່ສຽງຂອງສິນຄ້າ ແລະການບໍລິການຂອງຫວຽດນາມ ຢູ່ຕະຫຼາດສາກົນ.
    |
 |
ໂອ້ລົມສົນທະນາກ່ຽວກັບເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ. ພາບ: vov.vn |
ດ້ວຍການໜູນຊ່ວຍຂອງໂຄງການເຄື່ອງໝາຍການຄ້າແຫ່ງຊາດ, ມີວິສາຫະກິດຫວຽດນາມ ຫຼາຍແຫ່ງໄດ້ຮັບຮູ້ຄວາມໝາຍ, ບົດບາດ ແລະຄວາມຈຳເປັນຂອງບັນດາເຄື່ອງໝາຍການຄ້າ, ສະນັ້ນຈຶ່ງໄດ້ລົງທຶນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງ, ພັດທະນາບັນດາເຄື່ອງໝາຍການຄ້າຜະລິດຕະພັນ, ເຄື່ອງໝາຍການຄ້າຂອງວິສາຫະກິດ. ໃນທອັບ 50 ເຄື່ອງໝາຍການຄ້າມີຄຸນຄ່າທີ່ສຸດຂອງຫວຽດນາມ ໃນປີ 2024, ມີ 23 ເຄື່ອງໝາຍການຄ້າບັນລຸໄດ້ເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີ 2023. ພິເສດ, ໃນທອັບ 10 ເຄື່ອງໝາຍການຄ້າທີ່ມີຄຸນຄ່າທີ່ສຸດຢູ່ຫວຽດນາມ, ຈຳນວນເຄື່ອງໝາຍການຄ້າຜະລິດຕະພັນບັນລຸໄດ້ເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ກວມເອົາເຖິງ 8 ອັນດັບນໍາໜ້າ, ມູນຄ່າກວມເອົາເຖິງ 88,8%.
ຕາມປຶ້ມປົກຂາວຂອງຫວຽດນາມ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ 2023, 100% ວິສາຫະກິດເຄື່ອງໝາຍການຄ້າແຫ່ງຊາດ ມີພະແນກ R&D (ຄົ້ນຄວ້າ ແລະພັດທະນາ) ແລະຄົ້ນຄວ້າ ແລະປັບປຸງບັນດາຜະລິດຕະພັນທີ່ມີຢູ່ແລ້ວຢ່າງເປັນປົກກະຕິ, 85% ວິສາຫະກິດເຄື່ອງໝາຍການຄ້າແຫ່ງຊາດມີຜະລິດຕະພັນໃໝ່ ເປີດຕົວໃນປີ 2022-2023. ເຖິງຢ່າງໃດກໍ່ຕາມ, ອັດຕາສ່ວນການໃຊ້ຈ່າຍ R&D ສະເລ່ຍຂອງວິສາຫະກິດເຄື່ອງໝາຍການຄ້າແຫ່ງຊາດໃໝ່ແມ່ນ 2,62% (ອັດຕານີ້ຢູ່ບັນດາວິສະຫະກິດຫວຽດນາມ ເວົ້າລວມແມ່ນ 1,6%).
ຕາມທ່ານ ຮສຈ, ດຣ ຫງວຽນເຖຈິງ, ອະດີດຫົວໜ້າສະຖາບັນຍຸດທະສາດ, ນະໂຍບາຍຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ບັນດາວິສາຫະກິດເຄື່ອງໝາຍການຄ້າແຫ່ງຊາດ ພັດທະນາຕາມທິດປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ສີຂຽວ ແລະຍືນຍົງ, Netzero ຈະແມ່ນບັນດາເຄື່ອງໝາຍການຄ້າທີ່ນຳໜ້າ. ທ່າໄດ້ປຽບທີໜຶ່ງແມ່ນຮູບພາບຂອງວິສາຫະກິດຈະໄດ້ຮັບການຢືນຢັນຢູ່ຕະຫຼາດພາຍໃນ ແລະຕ່າງປະເທດເພື່ອບັນລຸຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງ, ພິເສດແມ່ນບັນດາຕະຫຼາດທີ່ມີຄວາມຕ້ອງການຄຸນນະພາບສູງຄື ອີຢູ ຫຼື ຍີ່ປຸ່ນ, ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນ. ທີສອງ, ເຄື່ອງໝາຍການຄ້າແຫ່ງຊາດແມ່ນຜະລິດຕະພັນທີ່ໄດ້ສັງລວມ, ໃນນັ້ນເປັນເຄື່ອງໝາຍການຄ້າຂອງວິສາຫະກິດ, ຖານະຂອງວິສາຫະກິດໃນການຜະລິດ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງວິສາຫະກິດທີ່ມີຕໍ່ສັງຄົມ, ຕໍ່ສິ່ງແວດລ້ອມ ແລະແມ່ນຜົນປະໂຫຍດດ້ານເສດຖະກິດ. ດັ່ງນັ້ນວິສາຫະກິດໃດທີ່ນໍາໜ້າບັນລຸເຄື່ອງໝາຍນັ້ນກ່ອນແຕ່ຈະມີທ່າແຮງ.
ເປັນເວລາກວ່າ 20 ປີ, ໂຄງການເຄື່ອງໝາຍການຄ້າແຫ່ງຊາດ ຍາມໃດກໍ່ພ້ອມກັບທ້ອງຖິ່ນ, ສະມາຄົມ, ວິສາຫະກິດພັດທະນາເຄື່ອງໝາຍການຄ້າຜະລິດຕະພັນ, ສິນຄ້າ, ການບໍລິການສໍາລັບຄຸນນະພາບສູງ, ຍົກສູງຄວາມພາກພູມໃຈ, ດຶງດູດຂອງປະເທດຊາດ ແລະຊາວຫວຽດນາມ, ປະກອບສ່ວນຊຸກຍູ້ຄວາມຮັບຮູ້ຂອງການພົວພັນອັນໃກ້ຊິດລະຫວ່າງເຄື່ອງໝາຍການຄ້າແຫ່ງຊາດ ແລະບັນດາເຄື່ອງໝາຍການຄ້າຜະລິດຕະພັນ, ເຄື່ອງໝາຍການຄ້າວິສາຫະກິດເພື່ອຍົກສູງກໍາລັງຄວາມສາມາດແກ່ງແຍ້ງແຫ່ງຊາດ. ພິເສດ, ໃນສະພາບການຫັນປ່ຽນຮູບແບບການເຕີບໂຕໂດຍທີ່ອີງໃສ່ວິທະຍາສາດ-ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດສ້າງ, ບົດບາດຂອງບັນດາເຄື່ອງໝາຍການຄ້າແຫ່ງຊາດນັບມື້ນັບມີຄວາມຈຳເປັນ ແລະຮີບດ່ວນ.
ໃນສະພາບການປະຈຸບັນ, ຫວຽດນາມ ພວມເຊື່ອມໂຍງເຂົ້າກັບເສດຖະກິດໂລກຢ່າງເລິກເຊິ່ງກວ້າງຂວາງກວ່າອີກ ແລະພ້ອມກັບບັນດາກາລະໂອກາດສັນຍາການຄ້າເສລີຫວຽດນາມ ທີ່ໄດ້ລົງນາມ ແລະພວມເຈລະຈາກັບບັນດາຄູ່ຮ່ວມມືສາກົນນໍາມາໃຫ້ນັ້ນ, ຍັງສ້າງສິ່ງທ້າທາຍຫຼາຍຢ່າງໃຫ້ບັນດາວິສາຫະກິດຫວຽດນາມ. ແຕ່ໃນຂະບວນວິວັດການນັ້ນ, ຫຼາຍວິສາຫະກິດສືບຕໍ່ເສີມຂະຫຍາຍບັນດາທ່າໄດ້ປຽບ, ສ້າງເຄື່ອງໝາຍການຄ້າຢູ່ພາຍໃນ ແລະຕ່າງປະເທດຢ່າງແຂງແຮງ, ຢືນຢັນຈິນຕະນາການຍຸດທະສາດ ແລະວິໄສທັດຍາວນານໃນການສ້າງເຄື່ອງໝາຍການຄ້າແຫ່ງຊາດໃນໄລຍະໃໝ່.
ໂດຍ: ຈາງຫງວຽນ