leftcenterrightdel
ກອງປະຊຸມຄວາມໝັ້ນຄົງຂັ້ນສູງໄດ້ດຳເນີນໃນຕອນຄ່ຳວັນທີ 22 ເມສາ. ພາບ: vov.vn

ຢ່າງໜ້ອຍສຸດມີນັກທ່ອງທ່ຽວ 26 ຄົນ, ໃນນັ້ນມີຊາວຕ່າງປະເທດ 2 ຄົນຖືສັນຊາດ ອີຕາລີ ແລະອິດສະຣາແອັນ ຖືກເສຍຊີວິດ ແລະຜູ້ຮັບບາດເຈັບປະມານ 20 ຄົນໃນເຫດບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຢູ່ເທດສະບານ Pahalgam, ເຂດດິນແດນລະຫວ່າງລັດ Jammu ແລະ Kashmir, ພາກເໜືອ ອິນເດຍ, ໃນຕອນບ່າຍວັນທີ 22 ເມສາ. ນີ້ໄດ້ຮັບຖືວ່າ ແມ່ນເຫດການກໍ່ການຮ້າຍທີ່ຮ້າຍແຮງທີ່ສຸດຢູ່ຮ່ອມພູ Kashmir ໃນຊຸມປີຜ່ານມາ.

ຕາມຂໍ້ມູນຈາກທ້ອງຖິ່ນດັ່ງກ່າວແລ້ວ, ຢ່າງໜ້ອຍສຸດມີຜູ້ກໍ່ການຮ້າຍ 6 ຄົນ, ລວມທັງຊາວທ້ອງຖິ່ນ 2 ຄົນທີ່ໄດ້ຮັບການຝຶກຊ້ອມຈາກ ປາກິດສະຖານ, ໄດ້ແບ່ງອອກເປັນ 2 ກຸ່ມ, ບັງເອີນຍິງປືນໃສ່ແຂກທ່ອງທ່ຽວທີ່ພວມເຕົ້າໂຮມກັນຢູ່ຮ້ານອາຫານຕ່າງໆ, ຂີ່ມ້າ ຫຼື ພວມຊົມວິວ. ຫຼັງຈາກນັ້ນພວກກໍ່ການຮ້າຍນີ້ກໍໄດ້ແລ່ນໜີອອກຈາກບ່ອນເກີດເຫດ. ແນວໂຮມຕໍ່ຕ້ານ ເຊິ່ງເປັນສາຂາໜຶ່ງຂອງກຸ່ມກໍ່ການຮ້າຍ Laskhar-e- Taiba ທີ່ມີສຳນັກງານຢູ່ ປາກິດສະຖານ ໄດ້ກ່າວຮັບຜິດຊອບກ່ຽວກັບເຫດບຸກໂຈມຕີດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn